ເພງຄຣິດສະຕຽນ “ບົດເພງຂອງຜູ້ຊະນະ”

21 ເດືອນເມສາ 2022

ອານາຈັກກຳລັງຂະຫຍາຍທ່າມກາງມະນຸດ,

ມັນກຳລັງເກີດຂຶ້ນຢູ່ໃນທ່າມກາງມະນຸດ

ແລະ ມັນກຳລັງຕັ້ງຂຶ້ນທ່າມກາງມະນຸດ;

ບໍ່ມີກອງກຳລັງໃດສາມາດທຳລາຍອານາຈັກຂອງພຣະເຈົ້າໄດ້.

ຈາກປະຊາຊົນຂອງພຣະເຈົ້າທີ່ຢູ່ໃນອານາຈັກໃນປັດຈຸບັນ,

ແມ່ນໃຜໃນພວກເຈົ້າທີ່ບໍ່ແມ່ນມະນຸດທ່າມກາງມະນຸດ?

ແມ່ນໃຜໃນພວກເຈົ້າທີ່ຢູ່ນອກສະພາບການຂອງມະນຸດ?

ເມື່ອຈຸດເລີ່ມຕົ້ນໃໝ່ຂອງພຣະເຈົ້າຖືກປະກາດອອກໃຫ້ກັບຝູງຊົນ,

ມະນຸດຈະມີປະຕິກິລິຍາແນວໃດ?

ເຈົ້າໄດ້ເຫັນດ້ວຍຕາຂອງເຈົ້າເອງເຖິງສະພາວະຂອງມະນຸດຊາດ;

ແນ່ນອນ ເຈົ້າຍັງບໍ່ມີຄວາມຫວັງທີ່ຈະອົດກັ້ນ

ຢູ່ໃນໂລກໃບນີ້ຕະຫຼອດໄປ ແມ່ນບໍ?

ພຣະເຈົ້າກຳລັງຍ່າງທ່າມກາງປະຊາຊົນຂອງພຣະອົງ,

ພຣະເຈົ້າດຳລົງຊີວິດຢູ່ທ່າມກາງປະຊາຊົນຂອງພຣະອົງ.

ໃນປັດຈຸບັນ ຄົນທີ່ມີຄວາມຮັກທີ່ແທ້ຈິງຕໍ່ພຣະເຈົ້າ,

ຄົນແບບນີ້ກໍເປັນສຸກ;

ສັນຕິສຸກມີແກ່ຄົນທີ່ຍອມອ່ອນນ້ອມຕໍ່ພຣະອົງ,

ພວກເຂົາຈະອາໄສຢູ່ໃນອານາຈັກຂອງພຣະອົງຢ່າງແນ່ນອນ.

ສັນຕິສຸກມີແກ່ຄົນທີ່ຮູ້ຈັກພຣະເຈົ້າ,

ພວກເຂົາຈະມີລິດອຳນາດໃນອານາຈັກຂອງພຣະອົງຢ່າງແນ່ນອນ.

ສັນຕິສຸກມີແກ່ຄົນທີ່ສະແຫວງຫາພຣະເຈົ້າ,

ພວກເຂົາຈະຫຼົບໜີຈາກພັນທະນາການຂອງຊາຕານ

ແລະ ໄດ້ຮັບພອນຈາກພຣະອົງຢ່າງແນ່ນອນ.

ສັນຕິສຸກມີແກ່ຄົນທີ່ສາມາດປະຖິ້ມຕົນເອງ,

ພວກເຂົາຈະເຂົ້າສູ່ການຄອບຄອງຂອງພຣະເຈົ້າຢ່າງແນ່ນອນ

ແລະ ສືບທອດຮັບເອົາຄວາມກະລຸນາຮັ່ງ

ມີແຫ່ງອານາຈັກຂອງພຣະອົງ.

ພຣະເຈົ້າຈະຈື່ຄົນທີ່ເຮັດນັ້ນເຮັດນີ້ເພື່ອເຫັນແກ່ພຣະອົງ,

ພຣະອົງຈະໂອບກອດຄົນທີ່ສະຫຼະ

ເພື່ອເຫັນແກ່ພຣະອົງຢ່າງເບີກບານໃຈ

ແລະພຣະອົງຈະມອບຄວາມສຸກ

ໃຫ້ກັບຄົນທີ່ຖວາຍໃຫ້ກັບພຣະອົງ.

ພຣະເຈົ້າຈະອວຍພອນຄົນ

ທີ່ຄົ້ນພົບຄວາມສຸກໃນພຣະທຳຂອງພຣະອົງ;

ພວກເຂົາຈະເປັນເສົາທີ່ຄໍ້າຫຼັງຄາເຮືອນ

ໃນອານາຈັກຂອງພຣະອົງຢ່າງແນ່ນອນ,

ພວກເຂົາຈະມີຄວາມຮັ່ງມີທີ່ບໍ່ສາມາດທຽບໄດ້

ໃນເຮືອນຂອງພຣະອົງຢ່າງແນ່ນອນ

ແລະ ບໍ່ມີໃຜສາມາດທຽບກັບພວກເຂົາໄດ້.

ພຣະເຈົ້າຈະອວຍພອນຄົນ

ທີ່ຄົ້ນພົບຄວາມສຸກໃນພຣະທຳຂອງພຣະອົງ;

ພວກເຂົາຈະເປັນເສົາທີ່ຄໍ້າຫຼັງຄາເຮືອນ

ໃນອານາຈັກຂອງພຣະອົງຢ່າງແນ່ນອນ,

ພວກເຂົາຈະມີຄວາມຮັ່ງມີທີ່ບໍ່ສາມາດທຽບໄດ້

ໃນເຮືອນຂອງພຣະອົງຢ່າງແນ່ນອນ

ແລະ ບໍ່ມີໃຜສາມາດທຽບກັບພວກເຂົາໄດ້.

ພວກເຈົ້າເຄີຍຮັບເອົາພອນທີ່ໄດ້ມອບໃຫ້ກັບພວກເຈົ້າບໍ?

ພວກເຈົ້າເຄີຍສະແຫວງຫາສັນຍາທີ່ສ້າງຂຶ້ນສຳລັບພວກເຈົ້າບໍ?

ພາຍໃຕ້ແສງສະຫວ່າງແຫ່ງການນຳທາງຂອງພຣະເຈົ້າ

ພວກເຈົ້າຈະສາມາດຜ່ານພົ້ນຈາກກຳມື

ຂອງອໍານາດແຫ່ງຄວາມມືດໄປໄດ້ຢ່າງແນ່ນອນ.

ພວກເຈົ້າຈະບໍ່ສູນເສຍແສງສະຫວ່າງແຫ່ງການນຳທາງ

ໃນທ່າມກາງຄວາມມືດຢ່າງແນ່ນອນ.

ພວກເຈົ້າຈະເປັນເຈົ້ານາຍຂອງສັບພະສິ່ງທັງປວງຢ່າງແນ່ນອນ.

ພວກເຈົ້າຈະຜູ້ເອົາຊະນະຕໍ່ໜ້າຊາຕານຢ່າງແນ່ນອນ.

ພວກເຈົ້າຈະໄດ້ຢືນຢູ່ທ່າມກາງຝູງຄົນຈໍານວນຫຼວງຫລາຍ

ທີ່ເປັນພະຍານເຖິງການເອົາຊະນະຂອງພຣະອົງ

ຕໍ່ກັບການພັງທະລາຍຂອງອານາຈັກ

ມັງກອນແດງທີ່ຍິ່ງໃຫຍ່ຢ່າງແນ່ນອນ.

ແນ່ນອນວ່າ ພວກເຈົ້າຈະຕ້ອງຍຶດໝັ້ນ

ແລະ ບໍ່ສັ່ນຄອນໃນແຜ່ນດິນຊິນິມ.

ຜ່ານການທົນທຸກທີ່ພວກເຈົ້າໄດ້ອົດກັ້ນ,

ພວກເຈົ້າຈະໄດ້ສືບທອດພອນຂອງພຣະເຈົ້າ

ແລະ ເຈົ້າຈະສົ່ງແສງລັດສະໝີຂອງພຣະອົງ

ໄປທົ່ວຈັກກະວານທັງໝົດຢ່າງແນ່ນອນ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ