ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 106

15 ເດືອນມັງກອນ 2026

ແກ່ນແທ້ຂອງພຣະເຈົ້າເອງແມ່ນມີສິດອຳນາດ ແຕ່ພຣະອົງສາມາດຍອມຢູ່ພາຍໃຕ້ສິດອຳນາດທີ່ມາຈາກພຣະອົງຢ່າງສົມບູນ. ບໍ່ວ່າພາລະກິດຂອງພຣະວິນຍານ ຫຼື ພາລະກິດແຫ່ງເນື້ອໜັງ ທັງສອງບໍ່ໄດ້ຂັດແຍ້ງຕໍ່ກັນແລະກັນ. ພຣະວິນຍານຂອງພຣະເຈົ້າມີສິດອຳນາດເໜືອການຊົງສ້າງທັງໝົດ. ເນື້ອໜັງທີ່ເປັນແກ່ນແທ້ຂອງພຣະເຈົ້າກໍປະກອບດ້ວຍສິດອຳນາດເຊັ່ນດຽວກັນ ແຕ່ພຣະເຈົ້າໃນເນື້ອໜັງສາມາດປະຕິບັດພາລະກິດທັງໝົດທີ່ອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ. ບໍ່ມີຄົນໃດສາມາດບັນລຸ ຫຼື ຄາດຄິດເຖິງສິ່ງນີ້ໄດ້. ພຣະເຈົ້າເອງມີສິດອຳນາດ ສ່ວນເນື້ອໜັງຂອງພຣະອົງແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. ນີ້ຄືຄວາມໝາຍເມື່ອມັນຖືກກ່າວວ່າ “ພຣະຄຣິດອ່ອນນ້ອມຕໍ່ຄວາມປະສົງຂອງພຣະເຈົ້າພຣະບິດາ”. ພຣະເຈົ້າເປັນພຣະວິນຍານ ແລະ ສາມາດປະຕິບັດພາລະກິດແຫ່ງຄວາມລອດພົ້ນໄດ້ ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ. ຢ່າງໃດກໍຕາມ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງດ້ວຍພຣະອົງເອງ; ພຣະອົງບໍ່ໄດ້ຂັດຂວາງ ຫຼື ລົບກວນ ແລ້ວແຮງໄກທີ່ພຣະອົງຈະປະຕິບັດພາລະກິດທີ່ຂັດແຍ້ງກັບຕົວມັນເອງ ນັ້ນກໍຍ້ອນວ່າ ແກ່ນແທ້ຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານ ແລະ ເນື້ອໜັງນັ້ນແມ່ນແບບດຽວກັນ. ບໍ່ວ່າພຣະວິນຍານ ຫຼື ເນື້ອໜັງ ທັງສອງປະຕິບັດພາລະກິດເພື່ອບັນລຸຕາມຄວາມປະສົງດຽວກັນ ແລະ ເພື່ອຄຸ້ມຄອງພາລະກິດດຽວກັນ. ເຖິງແມ່ນວ່າພຣະວິນຍານ ແລະ ເນື້ອໜັງມີຄຸນສົມບັດທີ່ແຕກຕ່າງກັນ ແຕ່ແກ່ນແທ້ຂອງພວກເພິ່ນແມ່ນຄືກັນ; ທັງສອງມີແກ່ນແທ້ຂອງພຣະເຈົ້າ ແລະ ເປັນຕົວຕົນຂອງພຣະເຈົ້າເອງ. ພຣະເຈົ້າເອງບໍ່ມີອົງປະກອບແຫ່ງຄວາມກະບົດ; ແກ່ນແທ້ຂອງພຣະອົງແມ່ນດີ. ພຣະອົງແມ່ນການສະແດງໃຫ້ເຫັນເຖິງຄວາມສວຍງາມ ແລະ ຄວາມດີທຸກຢ່າງ ພ້ອມທັງຄວາມຮັກທັງໝົດ. ແມ່ນແຕ່ໃນເນື້ອໜັງ ພຣະເຈົ້າກໍບໍ່ເຮັດສິ່ງໃດທີ່ກະບົດຕໍ່ພຣະເຈົ້າພຣະບິດາ. ເຖິງແມ່ນຕ້ອງເສຍສະຫຼະຊີວິດຂອງພຣະອົງ ພຣະອົງກໍເຕັມໃຈທີ່ຈະເຮັດເຊັ່ນນັ້ນ ແລະ ພຣະອົງຈະບໍ່ຕັດສິນໃຈແບບອື່ນ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມຄິດວ່າຕົນເອງຖືກຕ້ອງ ຫຼື ການເຫັນວ່າຕົນເອງສຳຄັນ ຫຼື ການຫຼອກລວງ ແລະ ຄວາມອວດດີ; ພຣະອົງບໍ່ມີອົງປະກອບແຫ່ງຄວາມບໍ່ຊື່ສັດ. ທຸກສິ່ງທີ່ກະບົດຕໍ່ພຣະເຈົ້າມາຈາກຊາຕານ; ຊາຕານເປັນຕົ້ນເຫດແຫ່ງຄວາມໜ້າລັງກຽດ ແລະ ຄວາມຊົ່ວຮ້າຍທັງໝົດ. ເຫດຜົນທີ່ມະນຸດມີຄຸນສົມບັດຄ້າຍຄືກັບຂອງຊາຕານກໍຍ້ອນມະນຸດໄດ້ຖືກເຮັດໃຫ້ເສື່ອມຊາມ ແລະ ຈັດການໂດຍຊາຕານ. ພຣະຄຣິດບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ດ້ວຍເຫດນີ້ ພຣະອົງຈຶ່ງມີພຽງແຕ່ລັກສະນະຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ມີລັກສະນະຂອງຊາຕານ. ບໍ່ວ່າພາລະກິດຈະຍາກພຽງໃດ ຫຼື ເນື້ອໜັງຈະອ່ອນແອພຽງໃດ, ໃນຂະນະທີ່ພຣະອົງດຳລົງຊີວິດໂດຍເນື້ອໜັງ ພຣະເຈົ້າຈະບໍ່ເຮັດສິ່ງໃດທີ່ຂັດຂວາງພາລະກິດຂອງພຣະເຈົ້າເອງ ແຮງໄກທີ່ຈະປະຖິ້ມຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຄວາມກະບົດເລີຍ. ພຣະອົງນັ້ນຍອມທົນທຸກຕໍ່ຄວາມເຈັບປວດທາງເນື້ອໜັງດີກວ່າຈະຝ່າຝືນຄວາມປະສົງຂອງພຣະເຈົ້າພຣະບິດາ; ຄືກັບພຣະເຢຊູໄດ້ກ່າວໄວ້ໃນຄຳອະທິຖານວ່າ “ໂອບິດາເອີຍ, ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ບໍ່ແມ່ນເປັນຕາມທີ່ຂ້ານ້ອຍເຈດຕະນາ, ແຕ່ຕາມເຈດຕະນາຂອງພຣະອົງ”. ຜູ້ຄົນສ້າງທາງເລືອກຂອງຕົນເອງ ແຕ່ພຣະຄຣິດບໍ່ແມ່ນແບບນັ້ນ. ເຖິງພຣະອົງມີຕົວຕົນຂອງພຣະເຈົ້າເອງ ພຣະອົງຍັງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ໄດ້ປະຕິບັດຕາມສິ່ງທີ່ພຣະເຈົ້າພຣະບິດາມອບໝາຍໃຫ້ກັບພຣະອົງຈາກມຸມມອງຂອງມະນຸດ. ນີ້ຄືສິ່ງທີ່ມະນຸດບໍ່ສາມາດເຮັດໄດ້. ສິ່ງທີ່ມາຈາກຊາຕານບໍ່ສາມາດມີແກ່ນແທ້ຂອງພຣະເຈົ້າໄດ້ ມັນສາມາດມີໄດ້ພຽງແຕ່ສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ສິ່ງນັ້ນບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າຢ່າງເຕັມປ່ຽມ ແຮງໄກທີ່ຈະເຕັມໃຈອ່ອນນ້ອມຕໍ່ຄວາມປະສົງຂອງພຣະເຈົ້າຢ່າງເຕັມໃຈ. ມະນຸດທຸກຄົນນອກຈາກພຣະຄຣິດອາດເຮັດສິ່ງທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ມີມະນຸດຄົນໃດສາມາດຮັບພາລະກິດທີ່ພຣະເຈົ້າມອບໝາຍໃຫ້ໂດຍກົງໄດ້; ບໍ່ມີໃຜສາມາດເຫັນການຄຸ້ມຄອງຂອງພຣະເຈົ້າວ່າເປັນໜ້າທີ່ຂອງພວກເຂົາເອງທີ່ຕ້ອງປະຕິບັດ. ແກ່ນແທ້ຂອງພຣະຄຣິດແມ່ນການຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະເຈົ້າພຣະບິດາ; ການອ່ອນນ້ອມຕໍ່ພຣະເຈົ້າແມ່ນລັກສະນະຂອງຊາຕານ. ຄຸນສົມບັດສອງຢ່າງນີ້ບໍ່ສາມາດເຂົ້າກັນໄດ້ ແລະ ຄົນໃດທີ່ມີຄຸນສົມບັດຂອງຊາຕານບໍ່ສາມາດຖືກເອີ້ນວ່າ ພຣະຄຣິດ. ເຫດຜົນທີ່ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະອົງໄດ້ກໍຍ້ອນວ່າ ມະນຸດບໍ່ມີແກ່ນແທ້ຂອງພຣະເຈົ້າເລີຍ. ມະນຸດປະຕິບັດພາລະກິດເພື່ອພຣະເຈົ້າໂດຍເຫັນແກ່ຜົນປະໂຫຍດສ່ວນຕົວຂອງມະນຸດ ແລະ ຄວາມຫວັງໃນອະນາຄົດ ແຕ່ພຣະຄຣິດປະຕິບັດພາລະກິດເພື່ອເຮັດຕາມຄວາມປະສົງຂອງພຣະເຈົ້າພຣະບິດາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ