ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 112
05 ມີນາ 2026
ພຣະເຈົ້າສະເດັດມາເພື່ອປະຕິບັດພາລະກິດເທິງໂລກນີ້ກໍແມ່ນເພື່ອນໍາພາຍຸກນັ້ນ, ພຣະອົງໝາຍເຖິງເພື່ອການເປີດຍຸກໃໝ່ ແລະ ນໍາຍຸກເກົ່າໄປສູ່ຈຸດສິ້ນສຸດເທົ່ານັ້ນ. ພຣະອົງບໍ່ໄດ້ມາເພື່ອດຳລົງຊີວິດຕາມເສັ້ນທາງຊີວິດຂອງມະນຸດເທິງແຜ່ນດິນໂລກ, ເພື່ອພົບກັບຄວາມສຸກ ແລະ ຄວາມທຸກຂອງຊີວິດຂອງໂລກມະນຸດດ້ວຍຕົວພຣະອົງເອງ ຫຼື ເພື່ອເຮັດໃຫ້ຄົນໃດຄົນໜຶ່ງສົມບູນດ້ວຍມືຂອງພຣະອົງ ຫຼື ເຝົ້າເບິ່ງຄົນໃດຄົນໜຶ່ງດ້ວຍຕົວພຣະອົງເອງໃນຂະນະທີ່ເຂົາເຕີບໂຕ. ນີ້ບໍ່ແມ່ນພາລະກິດຂອງພຣະອົງ; ພາລະກິດຂອງພຣະອົງແມ່ນພຽງແຕ່ເປັນການເລີ່ມຕົ້ນຍຸກໃໝ່ ແລະ ນໍາຍຸກເກົ່າມາສູ່ຈຸດສິ້ນສຸດ. ນັ້ນກໍຄື ພຣະອົງຈະເລີ່ມຕົ້ນຍຸກໃດໜຶ່ງດ້ວຍຕົວພຣະອົງເອງ, ນໍາພາອີກຍຸກມາເຖິງຈຸດສິ້ນສຸດດ້ວຍຕົວພຣະອົງເອງ ແລະ ເອົາຊະນະຊາຕານດ້ວຍການປະຕິບັດພາລະກິດຂອງພຣະອົງເອງ. ໃນແຕ່ລະຄັ້ງ ພຣະອົງປະຕິບັດພາລະກິດຂອງພຣະອົງດ້ວຍຕົວພຣະອົງເອງ, ມັນຄືກັບວ່າພຣະອົງໄດ້ກ້າວຕີນເຂົ້າໄປໃນສະໜາມຮົບ. ທໍາອິດ ພຣະອົງມີໄຊຊະນະເໜືອໂລກ ແລະ ມີໄຊຊະນະເໜືອຊາຕານໃນຂະນະທີ່ຢູ່ໃນເນື້ອໜັງ; ພຣະອົງຮັບເອົາສະຫງ່າລາສີທັງໝົດ ແລະ ເປີດຜ້າກັ້ງໃຫ້ກັບພາລະກິດທັງໝົດແຫ່ງເວລາສອງພັນປີ, ເຮັດແບບນັ້ນເພື່ອໃຫ້ຄົນທຸກຄົນເທິງແຜ່ນດິນໂລກມີເສັ້ນທາງຍ່າງທີ່ຖືກຕ້ອງ ແລະ ມີຊີວິດແຫ່ງສັນຕິສຸກ ແລະ ຄວາມຍິນດີທີ່ຈະດຳລົງຊີວິດ. ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ສາມາດດຳລົງຊີວິດຢູ່ທ່າມກາງມະນຸດເທິງແຜ່ນດິນໂລກໄດ້ດົນ, ຍ້ອນພຣະເຈົ້າກໍເປັນພຣະເຈົ້າ ແລະ ບໍ່ແມ່ນມະນຸດ. ພຣະອົງບໍ່ສາມາດດຳລົງຊີວິດຕາມຊົ່ວຊີວິດຂອງຄົນທຳມະດາໄດ້ ນັ້ນກໍຄື ພຣະອົງບໍ່ສາມາດອາໄສຢູ່ເທິງແຜ່ນດິນໂລກແບບຄົນທີ່ບໍ່ມີຫຍັງແຕກຕ່າງຈາກຄົນປົກກະຕິທົ່ວໄປ, ຍ້ອນພຣະອົງມີຄວາມເປັນມະນຸດທໍາມະດາພຽງເລັກນ້ອຍຂອງຄົນທຳມະດາເພື່ອລໍ່ລ້ຽງຊີວິດມະນຸດຂອງພຣະອົງເທົ່ານັ້ນ. ເວົ້າອີກຢ່າງກໍຄື ພຣະເຈົ້າຈະເລີ່ມສ້າງຄອບຄົວ, ມີອາຊີບ ແລະ ລ້ຽງດູລູກເທິງແຜ່ນດິນໂລກນີ້ໄດ້ແນວໃດ? ສິ່ງນີ້ຈະບໍ່ສ້າງຄວາມເສື່ອມເສຍຊື່ສຽງໃຫ້ກັບພຣະອົງບໍ? ການທີ່ພຣະອົງມີຄວາມເປັນມະນຸດທຳມະດາໂດຍທຳມະຊາດນັ້ນ ແມ່ນເພື່ອຈຸດປະສົງຂອງການປະຕິບັດພາລະກິດໃນລັກສະນະທີ່ທຳມະດາເທົ່ານັ້ນ, ບໍ່ແມ່ນເພື່ອເຮັດໃຫ້ພຣະອົງສາມາດມີຄອບຄົວ ແລະ ອາຊີບດັ່ງຄົນທໍາມະດາ. ຄວາມຮູ້ສຶກທີ່ທຳມະດາຂອງພຣະອົງ, ຄວາມຄິດທີ່ທຳມະດາ ແລະ ການລ້ຽງດູ ແລະ ເສື້ອຜ້າທີ່ທຳມະດາສຳລັບເນື້ອໜັງຂອງພຣະອົງແມ່ນພຽງພໍທີ່ຈະພິສູດວ່າພຣະອົງມີຄວາມເປັນມະນຸດທຳມະດາ; ບໍ່ຈຳເປັນທີ່ຈະໃຫ້ພຣະອົງມີຄອບຄົວ ຫຼື ອາຊີບເພື່ອພິສູດວ່າພຣະອົງປະກອບມີຄວາມເປັນມະນຸດທຳມະດາ. ສິ່ງນີ້ບໍ່ຈຳເປັນແທ້ໆ! ການທີ່ພຣະເຈົ້າມາເທິງແຜ່ນດິນໂລກກໍຄືການທີ່ພຣະທຳກາຍມາເປັນເນື້ອໜັງ; ພຣະອົງຍອມໃຫ້ມະນຸດເຂົ້າໃຈພຣະທຳຂອງພຣະອົງ ແລະ ເຫັນພຣະທຳຂອງພຣະອົງເທົ່ານັ້ນ ນັ້ນກໍຄື ຍອມໃຫ້ມະນຸດເຫັນເຖິງພາລະກິດທີ່ເນື້ອໜັງປະຕິບັດ. ເຈດຕະນາຂອງພຣະອົງບໍ່ແມ່ນໃຫ້ຜູ້ຄົນປະຕິບັດຕໍ່ເນື້ອໜັງຂອງພຣະອົງໃນລັກສະນະໃດໜຶ່ງ, ແຕ່ເພື່ອໃຫ້ມະນຸດອ່ອນນ້ອມຈົນເຖິງທີ່ສຸດເທົ່ານັ້ນ ນັ້ນກໍຄື ການອ່ອນນ້ອມຕໍ່ພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະອົງ ແລະ ຍອມຢູ່ພາຍໃຕ້ພາລະກິດທຸກຢ່າງທີ່ພຣະອົງປະຕິບັດ. ພຣະອົງພຽງແຕ່ປະຕິບັດພາລະກິດໃນເນື້ອໜັງ; ພຣະອົງບໍ່ໄດ້ມີເຈດຕະນາຂໍໃຫ້ມະນຸດຍົກຍ້ອງສັນລະເສີນຄວາມຍິ່ງໃຫຍ່ ແລະ ຄວາມບໍລິສຸດຂອງເນື້ອໜັງຂອງພຣະອົງ, ແຕ່ກົງກັນຂ້າມ ກັບສະແດງໃຫ້ມະນຸດເຫັນເຖິງສະຕິປັນຍາຂອງພາລະກິດຂອງພຣະອົງ ແລະ ສິດອຳນາດທຸກຢ່າງທີ່ພຣະອົງມີ. ສະນັ້ນ ເຖິງແມ່ນພຣະອົງມີຄວາມເປັນມະນຸດທີ່ໂດດເດັ່ນ, ພຣະອົງກໍບໍ່ໄດ້ປ່າວປະກາດຫຍັງ ແລະ ໃສ່ໃຈແຕ່ກັບພາລະກິດທີ່ພຣະອົງຄວນປະຕິບັດ. ພວກເຈົ້າຄວນຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງກາຍມາເປັນເນື້ອໜັງ ແລະ ບໍ່ຍອມປ່າວປະກາດ ຫຼື ເປັນພະຍານໃຫ້ກັບຄວາມເປັນມະນຸດທຳມະດາຂອງພຣະອົງ, ແຕ່ກົງກັນຂ້າມ ພຣະອົງພຽງແຕ່ປະຕິບັດພາລະກິດທີ່ພຣະອົງປາຖະໜາຈະປະຕິບັດ. ສະນັ້ນ ທຸກສິ່ງທີ່ພວກເຈົ້າສາມາດເຫັນໄດ້ຈາກພຣະເຈົ້າທີ່ບັງເກີດເປັນມະນຸດກໍມີພຽງແຕ່ຄວາມສັກສິດທີ່ພຣະອົງເປັນ; ນີ້ກໍຍ້ອນວ່າ ພຣະອົງບໍ່ເຄີຍປະກາດຄວາມເປັນມະນຸດທີ່ພຣະອົງເປັນໃຫ້ມະນຸດເອົາແບບຢ່າງ. ມີແຕ່ເວລາທີ່ມະນຸດນໍາພາຜູ້ຄົນເທົ່ານັ້ນ ເຂົາຈຶ່ງກ່າວເຖິງຄວາມເປັນມະນຸດທີ່ເຂົາເປັນ, ເວົ້າດີຂຶ້ນເພື່ອຮັບເອົາການຊົມເຊີຍ ແລະ ຄວາມເຊື່ອໃຈ, ດ້ວຍເຫດນັ້ນຈຶ່ງບັນລຸພາວະຄວາມເປັນຜູ້ນຳຂອງຄົນອື່ນໄດ້. ໃນທາງກົງກັນຂ້າມ ພຣະເຈົ້າເອົາຊະນະມະນຸດຜ່ານທາງພາລະກິດຂອງພຣະອົງແຕ່ຢ່າງດຽວ (ນັ້ນກໍຄື ພາລະກິດທີ່ມະນຸດບໍ່ສາມາດບັນລຸໄດ້); ມັນບໍ່ສຳຄັນວ່າພຣະອົງຖືກຊື່ນຊົມໂດຍມະນຸດ ຫຼື ເຮັດໃຫ້ມະນຸດບູຊາພຣະອົງກໍ່ຕາມ. ສິ່ງທີ່ພຣະອົງເຮັດກໍມີແຕ່ສັ່ງສອນມະນຸດກ່ຽວກັບຄວາມຮູ້ສຶກຢໍາເກງຕໍ່ພຣະອົງ ຫຼື ຄວາມຮູ້ສຶກເຖິງຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະອົງ. ພຣະເຈົ້າບໍ່ຈຳເປັນຕ້ອງເຮັດໃຫ້ມະນຸດປະທັບໃຈ; ສິ່ງທີ່ພຣະອົງຕ້ອງການກໍມີພຽງໃຫ້ເຈົ້າຢໍາເກງພຣະອົງຫຼັງຈາກທີ່ເຈົ້າໄດ້ເປັນພະຍານເຖິງອຸປະນິໄສຂອງພຣະອົງ. ພາລະກິດທີ່ພຣະເຈົ້າປະຕິບັດແມ່ນພາລະກິດຂອງພຣະອົງເອງ; ມະນຸດບໍ່ສາມາດປະຕິບັດພາລະກິດນັ້ນແທນພຣະອົງໄດ້ ຫຼື ມະນຸດບໍ່ສາມາດບັນລຸໄດ້. ມີພຽງພຣະເຈົ້າເທົ່ານັ້ນ ທີ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ເລີ່ມຕົ້ນຍຸກໃໝ່ເພື່ອນໍາພາມະນຸດໄປສູ່ຊີວິດໃໝ່ໄດ້. ພາລະກິດທີ່ພຣະອົງປະຕິບັດແມ່ນເພື່ອເຮັດໃຫ້ມະນຸດສາມາດຄອບຄອງຊີວິດໃໝ່ ແລະ ເຂົ້າສູ່ຍຸກໃໝ່. ພາລະກິດທີ່ເຫຼືອແມ່ນຖືກສົ່ງໃຫ້ກັບຄົນທີ່ມີຄວາມເປັນມະນຸດທຳມະດາທີ່ຖືກຄົນອື່ນຊື່ນຊົມ. ສະນັ້ນ ໃນຍຸກແຫ່ງພຣະຄຸນ ພຣະອົງເຮັດໃຫ້ພາລະກິດສອງພັນປີສຳເລັດໃນເວລາພຽງແຕ່ສາມປີເຄິ່ງຈາກເວລາສາມສິບສາມປີທີ່ພຣະອົງຢູ່ໃນເນື້ອໜັງ. ເມື່ອພຣະເຈົ້າມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງເຮັດໃຫ້ພາລະກິດສອງພັນປີ ຫຼື ພາລະກິດຂອງຍຸກທັງໝົດສຳເລັດລົງພາຍໃນໄລຍະເວລາສອງສາມປີເທົ່ານັ້ນ. ພຣະອົງບໍ່ຖ່ວງເວລາ ແລະ ພຣະອົງບໍ່ຊັກຊ້າ; ພຣະອົງຫຍໍ້ພາລະກິດທີ່ໃຊ້ເວລາຫຼາຍປີເຂົ້າກັນ ເພື່ອວ່າພາລະກິດນັ້ນຈະຖືກເຮັດໃຫ້ສຳເລັດພາຍໃນເວລາສັ້ນໆພຽງສອງສາມປີເທົ່ານັ້ນ. ນີ້ກໍຍ້ອນວ່າ ພາລະກິດທີ່ພຣະອົງປະຕິບັດດ້ວຍຕົວພຣະອົງເອງນັ້ນ ແມ່ນເພື່ອການເປີດທາງອອກ ແລະ ນໍາພາໄປສູ່ຍຸກໃໝ່ທັງໝົດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ