ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 113

01 ເດືອນຕຸລາ 2020

ເມື່ອພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ເຂົ້າຮ່ວມໃນການຈັດຕັ້ງ ຫຼື ການເຄື່ອນໄຫວໃດໆ, ແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ. ໃນແຕ່ລະຄັ້ງທີ່ພຣະອົງກາຍມາເປັນເນື້ອໜັງ, ມັນແມ່ນພຽງແຕ່ເພື່ອເຮັດໃຫ້ຂັ້ນຕອນຂອງພາລະກິດສຳເລັດ ແລະ ເປີດຍຸກໃໝ່. ບັດນີ້ ຍຸກແຫ່ງອານາຈັກໄດ້ມາເຖິງແລ້ວ ແລະ ການຝຶກຝົນສຳລັບອານາຈັກກໍມາເຖິງແລ້ວ. ຂັ້ນຕອນນີ້ຂອງພາລະກິດບໍ່ແມ່ນພາລະກິດຂອງມະນຸດ, ມັນບໍ່ແມ່ນເພື່ອປັ້ນມະນຸດຈົນເຖິງລະດັບໃດໜຶ່ງ; ມັນພຽງແຕ່ເພື່ອເຮັດໃຫ້ສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າສຳເລັດ. ສິ່ງທີ່ພຣະເຈົ້າປະຕິບັດບໍ່ແມ່ນພາລະກິດຂອງມະນຸດ, ມັນບໍ່ແມ່ນເພື່ອບັນລຸຜົນໃດໜຶ່ງໃນການປັ້ນມະນຸດກ່ອນທີ່ຈະຈາກໂລກໄປ; ມັນແມ່ນເພື່ອປະຕິບັນພັນທະກິດຂອງພຣະອົງໃຫ້ສຳເລັດ ແລະ ສຳເລັດພາລະກິດທີ່ພຣະອົງຄວນເຮັດໃຫ້ສຳເລັດ ເຊິ່ງກໍຄືການຈັດກຽມຢ່າງເໝາະສົມສຳລັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ໄດ້ຮັບສະຫງ່າລາສີ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ຄືກັບພາລະກິດຂອງມະນຸດທີ່ພຣະວິນຍານບໍລິສຸດໄດ້ໃຊ້. ເມື່ອພຣະເຈົ້າມາເພື່ອປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງພຽງແຕ່ສົນໃຈກັບການປະຕິບັດພັນທະຂອງພຣະອົງໃຫ້ສຳເລັດ. ແຕ່ສຳລັບເລື່ອງອື່ນໆທີ່ບໍ່ກ່ຽວຂ້ອງກັບພັນທະກິດຂອງພຣະອົງ, ພຣະອົງເກືອບບໍ່ມີສ່ວນຮ່ວມໃດໆເລີຍ, ຈົນເຖິງຂັ້ນເຮັດຄືບໍ່ຮູ້ບໍ່ເຫັນ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດເທົ່ານັ້ນ ແລະ ໜ້ອຍທີ່ສຸດທີ່ພຣະອົງຈະສົນໃຈໃນພາລະກິດທີ່ມະນຸດຄວນປະຕິບັດ. ພາລະກິດທີ່ພຣະອົງປະຕິບັດແມ່ນສິ່ງທີ່ກ່ຽວຂ້ອງກັບຍຸກທີ່ພຣະອົງກຳລັງຢູ່ເທົ່ານັ້ນ ແລະ ກ່ຽວຂ້ອງກັບພັນທະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ, ຄືກັບວ່າເລື່ອງອື່ນໆທັງໝົດແມ່ນຢູ່ນອກຂອບເຂດຂອງພຣະອົງ. ພຣະອົງບໍ່ປະກອບຕົນເອງດ້ວຍຄວາມຮູ້ພື້ນຖານເພີ່ມຂຶ້ນກ່ຽວກັບການດຳລົງຊີວິດດັ່ງມະນຸດ ຫຼື ພຣະອົງບໍ່ໄດ້ຮຽນຮູ້ທັກສະສັງຄົມຫຼາຍຂຶ້ນ ຫຼື ປະກອບຕົນເອງດ້ວຍສິ່ງໃດໆທີ່ມະນຸດເຂົ້າໃຈ. ທຸກສິ່ງທີ່ມະນຸດຄວນມີບໍ່ໄດ້ກ່ຽວພັນກັບພຣະອົງເລີຍ ແລະ ພຣະອົງພຽງແຕ່ປະຕິບັດພາລະກິດທີ່ເປັນໜ້າທີ່ຂອງພຣະອົງ. ແລ້ວດ້ວຍເຫດນີ້ ຕາມທີ່ມະນຸດເຂົ້າໃຈ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຂາດເຂີນໃນຫຼາຍຢ່າງຈົນພຣະອົງບໍ່ໃສ່ໃຈກັບຫຼາຍໆສິ່ງທີ່ມະນຸດຄວນມີເລີຍ ແລະ ຍິ່ງໄປກວ່ານັ້ນກໍບໍ່ເຂົ້າໃຈບັນຫາດັ່ງກ່າວ. ສິ່ງດັ່ງກ່າວທີ່ເປັນຄວາມຮູ້ສາມັນກ່ຽວກັບຊີວິດ ພ້ອມກັບຫຼັກການທີ່ຄຸ້ມຄອງການປະພຶດສ່ວນຕົວ ແລະ ການມີປະຕິກິລິຍາກັບຄົນອື່ນ ແມ່ນປາກົດວ່າ ບໍ່ມີສ່ວນກ່ຽວຂ້ອງຫຍັງກັບພຣະອົງເລີຍ. ແຕ່ເຈົ້າບໍ່ສາມາດຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດພຽງຈາກຄວາມຜິດປົກກະຕິເລັກນ້ອຍເທົ່ານັ້ນ. ນັ້ນໝາຍຄວາມວ່າ ຄວາມເປັນມະນຸດຂອງພຣະອົງພຽງແຕ່ຮັກສາຊີວິດຂອງພຣະອົງດັ່ງມະນຸດປົກກະຕິ ແລະ ການໃຊ້ເຫດຜົນທຳມະດາຈາກສະໝອງຂອງພຣະອົງ, ທີ່ເຮັດໃຫ້ພຣະອົງມີຄວາມສາມາດແຍກແຍະລະຫວ່າງສິ່ງທີ່ຖືກ ແລະ ຜິດ. ເຖິງຢ່າງໃດກໍຕາມ ພຣະອົງບໍ່ໄດ້ປະກອບດ້ວຍສິ່ງອື່ນອີກ, ດ້ວຍວ່າ ທຸກສິ່ງເຫຼົ່ານັ້ນແມ່ນມະນຸດ (ສິ່ງຖືກສ້າງ) ເທົ່ານັ້ນຄວນມີ. ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອປະຕິບັດພັນທະກິດຂອງພຣະອົງເອງໃຫ້ສຳເລັດ. ພາລະກິດຂອງພຣະອົງແມ່ນແນໃສ່ຍຸກທັງໝົດ ບໍ່ແມ່ນບຸກຄົນໃດໜຶ່ງ ຫຼື ສະຖານທີ່ໃດໜຶ່ງ ແຕ່ເປັນຈັກກະວານທັງປວງ. ນີ້ແມ່ນທິດທາງຂອງພາລະກິດຂອງພຣະອົງ ແລະ ຫຼັກການທີ່ພຣະອົງປະຕິບັດພາລະກິດ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້ ແລະ ມະນຸດກໍບໍ່ມີທາງທີ່ຈະມີສ່ວນຮ່ວມໃນສິ່ງນັ້ນໄດ້. ແຕ່ລະຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງແມ່ນນໍາເອົາພາລະກິດຂອງຍຸກນັ້ນມາກັບພຣະອົງ ແລະ ບໍ່ໄດ້ມີເຈດຕະນາທີ່ຈະດຳລົງຊີວິດຄຽງຂ້າງມະນຸດເປັນເວລາຊາວ, ສາມສິບ, ສີ່ສິບ ຫຼື ແມ່ນແຕ່ເຈັດສິບ ຫຼື ແປດສິບປີ ເພື່ອໃຫ້ເຂົາເຂົ້າໃຈ ແລະ ມີຄວາມເຂົ້າໃຈໃນພຣະອົງຫຼາຍຂຶ້ນ. ບໍ່ຈຳເປັນສຳລັບສິ່ງນັ້ນ! ການເຮັດແບບນີ້ຈະບໍ່ມີທາງເຮັດໃຫ້ຄວາມຮູ້ທີ່ມະນຸດມີກ່ຽວກັບອຸປະນິໄສໂດຍທຳມະຊາດຂອງພຣະອົງນັ້ນເລິກເຊິ່ງຍິ່ງຂຶ້ນ; ກົງກັນຂ້າມ ມັນພຽງແຕ່ຈະເພີ່ມແນວຄວາມຄິດ ແລະ ເຮັດໃຫ້ແນວຄິດ ແລະ ຄວາມຄິດຂອງເຂົາກາຍເປັນຊາກຫີນ. ດ້ວຍເຫດນັ້ນ ມັນຈຶ່ງເປັນສິ່ງຈຳເປັນທີ່ພວກເຈົ້າທຸກຄົນຕ້ອງເຂົ້າໃຈຢ່າງແທ້ຈິງວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຫຍັງແທ້. ແນ່ນອນວ່າ ພວກເຈົ້າບໍ່ສາມາດລົ້ມເຫຼວທີ່ຈະເຂົ້າໃຈພຣະທຳທີ່ເຮົາໄດ້ກ່າວຕໍ່ພວກເຈົ້າ: “ເຮົາມາ ບໍ່ແມ່ນເພື່ອປະສົບກັບຊີວິດຂອງມະນຸດທີ່ປົກກະຕິ”? ພວກເຈົ້າໄດ້ລືມພຣະທຳເຫຼົ່ານີ້ແລ້ວບໍ: “ພຣະເຈົ້າໄດ້ມາເທິງແຜ່ນດິນໂລກບໍ່ແມ່ນເພື່ອດຳລົງຊີວິດຂອງມະນຸດທີ່ປົກກະຕິ”? ພວກເຈົ້າບໍ່ເຂົ້າໃຈຈຸດປະສົງຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງ ຫຼື ພວກເຈົ້າບໍ່ຮູ້ຈັກຄວາມໝາຍຂອງ “ພຣະເຈົ້າຈະສາມາດມາຢູ່ເທິງແຜ່ນດິນໂລກໂດຍມີເຈດຕະນາທີ່ຈະປະສົບກັບຊີວິດຂອງສິ່ງຖືກສ້າງໄດ້ແນວໃດ?” ພຣະເຈົ້າມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດໃຫ້ພາລະກິດຂອງພຣະອົງສຳເລັດ ແລະ ສະນັ້ນພາລະກິດຂອງພຣະອົງເທິງແຜ່ນດິນໂລກຈຶ່ງເປັນພຽງໄລຍະສັ້ນ. ພຣະອົງມາເທິງແຜ່ນດິນໂລກໂດຍບໍ່ໄດ້ມີເຈດຕະນາເຮັດໃຫ້ພຣະວິນຍານຂອງພຣະເຈົ້າຝຶກຝົນຮ່າງກາຍທາງເນື້ອໜັງຂອງພຣະອົງເພື່ອໃຫ້ກາຍເປັນມະນຸດສູງສົ່ງທີ່ຈະນໍາພາຄຣິສຕະຈັກໄດ້. ເມື່ອພຣະເຈົ້າມາເທິງແຜ່ນດິນໂລກ, ມັນແມ່ນພຣະທຳທີ່ກາຍມາເປັນເນື້ອໜັງ; ເຖິງຢ່າງໃດກໍຕາມ ມະນຸດບໍ່ຮູ້ຈັກເຖິງພາລະກິດຂອງພຣະອົງ ແລະ ໂທດສິ່ງຕ່າງໆໃສ່ພຣະອົງໂດຍການໃຊ້ກຳລັງ. ແຕ່ພວກເຈົ້າທຸກຄົນຄວນເຂົ້າໃຈວ່າພຣະເຈົ້າເປັນ “ພຣະທຳທີ່ກາຍມາເປັນເນື້ອໜັງ” ບໍ່ແມ່ນຮ່າງກາຍທາງເນື້ອໜັງທີ່ຖືກຝຶກຝົນໂດຍພຣະວິນຍານຂອງພຣະເຈົ້າເພື່ອຮັບເອົາບົດບາດຂອງພຣະເຈົ້າໃນຊ່ວງເວລາໃດໜຶ່ງ. ພຣະເຈົ້າເອງບໍ່ແມ່ນຜົນຜະລິດແຫ່ງການຝຶກຝົນ, ແຕ່ເປັນພຣະທຳທີ່ກາຍມາເປັນເນື້ອໜັງ ແລະ ໃນປັດຈຸບັນ ພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງພວກເຈົ້າທຸກຄົນຢ່າງເປັນທາງການ. ພວກເຈົ້າທຸກຄົນຮູ້ຈັກ ແລະ ຮັບຮູ້ວ່າການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຄວາມຈິງ, ແຕ່ພວກເຈົ້າກໍທຳທ່າເຮັດຄືກັບວ່າພວກເຈົ້າບໍ່ສາມາດເຂົ້າໃຈໃນສິ່ງນີ້ເລີຍ. ຈາກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຈົນເຖິງຄວາມໝາຍ ແລະ ທາດແທ້ຂອງການບັງເກີດເປັນມະນຸດຂອງພຣະອົງ, ພວກເຈົ້າບໍ່ສາມາດເຂົ້າໃຈສິ່ງເຫຼົ່ານີ້ແມ່ນແຕ່ໜ້ອຍດຽວ ແລະ ພຽງແຕ່ເຮັດຕາມຄົນອື່ນໃນການເລົ່າພຣະທຳຢ່າງຄ່ອງແຄ້ວຈາກຄວາມຈື່ຈຳ. ເຈົ້າເຊື່ອວ່າພຣະເຈົ້າທີ່ບັງເກີດເປັນມະນຸດເປັນຕາມທີ່ເຈົ້າຈິນຕະນາການບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ