ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 127

27 ເດືອນພຶດສະພາ 2021

ເນື້ອໜັງຂອງມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ເຮັດໃຫ້ຕາບອດສະໜິດ ແລະ ຖືກທຳລາຍຢ່າງເລິກເຊິ່ງ. ເຫດຜົນທີ່ສໍາຄັນທີ່ສຸດວ່າ ເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດໃນເນື້ອໜັງດ້ວຍຕົວພຣະອົງເອງ ກໍຍ້ອນວ່າ ເປົ້າໝາຍທີ່ພຣະອົງຈະເຮັດໃຫ້ລອດພົ້ນແມ່ນມະນຸດ ຜູ້ທີ່ເກີດຈາກເນື້ອໜັງ ແລະ ຍ້ອນຊາຕານຍັງເຊື່ອເນື້ອໜັງຂອງມະນຸດເພື່ອລົບກວນພາລະກິດຂອງພຣະເຈົ້າ. ການຕໍ່ສູ້ກັບຊາຕານ ຄວາມຈິງແລ້ວ ຄືພາລະກິດແຫ່ງການເອົາຊະນະມະນຸດ ແລະ ໃນເວລາດຽວກັນ ມະນຸດກໍຍັງເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະເຈົ້າ. ໃນທຳນອງນີ້, ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງຈຳເປັນຕ້ອງມີ. ຊາຕານເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມ ແລະ ມະນຸດກາຍເປັນຕົວຕົນຂອງຊາຕານ ແລະ ກາຍເປັນເປົ້າໝາຍທີ່ຈະຖືກພຣະເຈົ້າເອົາຊະນະ. ໃນທຳນອງນີ້, ພາລະກິດແຫ່ງການຕໍ່ສູ້ກັບຊາຕານ ແລະ ການຊ່ວຍເຫຼືອມະນຸດຊາດໃຫ້ພົ້ນຈຶ່ງເກີດຂຶ້ນເທິງແຜ່ນດິນໂລກ ແລະ ພຣະເຈົ້າຕ້ອງກາຍເປັນມະນຸດເພື່ອຕໍ່ສູ້ກັບຊາຕານ. ນີ້ແມ່ນພາລະກິດທີ່ເປັນຈິງທີ່ສຸດ. ເມື່ອພຣະເຈົ້າກຳລັງປະຕິບັດພາລະກິດໃນເນື້ອໜັງ, ຕາມຄວາມຈິງແລ້ວ ພຣະອົງກຳລັງຕໍ່ສູ້ກັບຊາຕານທີ່ຢູ່ໃນເນື້ອໜັງ. ເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງ, ພຣະອົງກຳລັງປະຕິບັດພາລະກິດໃນອານາຈັກຝ່າຍວິນຍານ ແລະ ເຮັດໃຫ້ພາລະກິດທັງໝົດຂອງພຣະອົງໃນອະນາຈັກຝ່າຍວິນຍານນັ້ນເປັນຈິງເທິງແຜ່ນດິນໂລກ. ຜູ້ທີ່ຖືກເອົາຊະນະແມ່ນມະນຸດ, ຜູ້ເຊິ່ງບໍ່ເຊື່ອຟັງພຣະອົງ, ຜູ້ທີ່ຖືກເອົາຊະນະແມ່ນຕົວຕົນຂອງຊາຕານ (ແນ່ນອນ, ນີ້ກໍຍັງແມ່ນມະນຸດ), ຜູ້ທີ່ເປັນສັດຕູກັບພຣະອົງ ແລະ ຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນໃນທີ່ສຸດກໍຍັງແມ່ນມະນຸດ. ດ້ວຍເຫດນີ້, ມັນຍິ່ງຈຳເປັນສຳລັບພຣະອົງທີ່ຈະກາຍເປັນມະນຸດທີ່ມີຮູບຮ່າງພາຍນອກຂອງສິ່ງທີ່ມີຊີວິດ ເພື່ອວ່າ ພຣະອົງຈະສາມາດຕໍ່ສູ້ກັບຊາຕານຢ່າງແທ້ຈິງ, ເອົາຊະນະມະນຸດຜູ້ທີ່ບໍ່ເຊື່ອຟັງພຣະອົງ ແລະ ມີຮ່າງກາຍທີ່ຄືກັບພຣະອົງ ແລະ ຊ່ວຍເຫຼືອມະນຸດໃຫ້ລອດພົ້ນຜູ້ທີ່ມີຮ່າງກາຍຄືກັບພຣະອົງ ແລະ ຖືກຊາຕານທຳລາຍ. ສັດຕູຂອງພຣະອົງແມ່ນມະນຸດ, ເປົ້າໝາຍແຫ່ງການເອົາຊະນະຂອງພຣະອົງກໍແມ່ນມະນຸດ ແລະ ເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງກໍແມ່ນມະນຸດ ຜູ້ທີ່ຖືກພຣະອົງສ້າງ. ສະນັ້ນ ພຣະອົງຕ້ອງກາຍເປັນມະນຸດ ແລະ ດ້ວຍວິທີນີ້ ພາລະກິດຂອງພຣະອົງຈຶ່ງງ່າຍທີ່ສຸດ. ພຣະອົງສາມາດເອົາຊະນະຊາຕານ ແລະ ເອົາຊະນະມະນຸດຊາດ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດຊ່ວຍເຫຼືອມະນຸດຊາດໃຫ້ພົ້ນ. ເຖິງແມ່ນເນື້ອໜັງນີ້ທຳມະດາ ແລະ ເປັນຈິງ, ພຣະອົງບໍ່ແມ່ນເນື້ອໜັງທີ່ທຳມະດາ ນັ້ນກໍຄື ພຣະອົງບໍ່ແມ່ນເນື້ອໜັງທີ່ເປັນມະນຸດ ແຕ່ເນື້ອໜັງທີ່ເປັນທັງມະນຸດ ແລະ ພຣະເຈົ້າ. ນີ້ຄືຄວາມແຕກຕ່າງລະຫວ່າງພຣະອົງກັບມະນຸດ ແລະ ເປັນສັນຍາລັກແຫ່ງຕົວຕົນຂອງພຣະເຈົ້າ. ມີພຽງແຕ່ເນື້ອໜັງແບບນີ້ເທົ່ານັ້ນທີ່ສາມາດປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດ ແລະ ເຮັດໃຫ້ພັນທະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດໄດ້ ແລະ ເຮັດໃຫ້ພາລະກິດຂອງພຣະອົງສຳເລັດທ່າມກາງມະນຸດ. ຖ້າບໍ່ເປັນແບບນັ້ນ, ພາລະກິດຂອງພຣະອົງທ່າມກາງມະນຸດກໍຈະຫວ່າງເປົ່າ ແລະ ມີຮອຍດ່າງຕະຫຼອດໄປ. ເຖິງແມ່ນວ່າ ພຣະເຈົ້າສາມາດຕໍ່ສູ້ກັບວິນຍານຂອງຊາຕານ ແລະ ໄດ້ຮັບໄຊຊະນະ, ທຳມະຊາດເດີມຂອງມະນຸດທີ່ເສື່ອມຊາມກໍບໍ່ໄດ້ຖືກແກ້ໄຂຈັກເທື່ອ ແລະ ຄົນທີ່ບໍ່ເຊື່ອຟັງພຣະອົງ ແລະ ຕໍ່ຕ້ານພຣະອົງບໍ່ສາມາດຕົກຢູ່ພາຍໃຕ້ອຳນາດຂອງພຣະອົງໄດ້ຢ່າງແທ້ຈິງຈັກເທື່ອ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ສາມາດເອົາຊະນະມະນຸດຊາດໄດ້ຈັກເທື່ອ ແລະ ບໍ່ສາມາດຮັບເອົາມະນຸດຊາດທັງປວງໄດ້ຈັກເທື່ອ. ຖ້າພາລະກິດຂອງພຣະອົງເທິງແຜ່ນດິນໂລກບໍ່ສາມາດເຮັດໃຫ້ສຳເລັດໄດ້, ແລ້ວການຄຸ້ມຄອງຂອງພຣະອົງກໍຈະບໍ່ສິ້ນສຸດຈັກເທື່ອ ແລະ ມະນຸດຊາດທັງໝົດຈະບໍ່ສາມາດເຂົ້າສູ່ການພັກຜ່ອນໄດ້. ຖ້າພຣະເຈົ້າບໍ່ສາມາດເຂົ້າສູ່ການພັກຜ່ອນຮ່ວມກັບສິ່ງຖືກສ້າງທັງປວງຂອງພຣະອົງ, ກໍຈະບໍ່ມີຜົນຕາມມາສຳລັບພາລະກິດແຫ່ງການຄຸ້ມຄອງດັ່ງກ່າວຈັກເທື່ອ ແລະ ສະຫງ່າລາສີຂອງພຣະເຈົ້າກໍຈະຫາຍໄປໃນທີ່ສຸດ. ເຖິງແມ່ນເນື້ອໜັງຂອງພຣະອົງບໍ່ມີສິດອຳນາດ, ພາລະກິດທີ່ພຣະອົງປະຕິບັດກໍໄດ້ບັນລຸຜົນຂອງມັນແລ້ວ. ນີ້ແມ່ນທິດທາງພາລະກິດທີ່ພຣະອົງຫຼີກເວັ້ນບໍ່ໄດ້. ບໍ່ວ່າເນື້ອໜັງຂອງພຣະອົງຈະມີສິດອຳນາດ ຫຼື ບໍ່, ຕາບໃດທີ່ພຣະອົງສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ, ແລ້ວພຣະອົງກໍເປັນພຣະເຈົ້າເອງ. ບໍ່ວ່າເນື້ອໜັງນີ້ຈະທຳມະດາ ແລະ ປົກກະຕິ ຫຼື ບໍ່, ພຣະອົງສາມາດປະຕິບັດພາລະກິດທີ່ພຣະອົງຄວນເຮັດໄດ້ ກໍຍ້ອນເນື້ອໜັງນີ້ແມ່ນພຣະເຈົ້າ ແລະ ບໍ່ແມ່ນພຽງມະນຸດເທົ່ານັ້ນ. ເຫດຜົນທີ່ເນື້ອໜັງນີ້ສາມາດປະຕິບັດພາລະກິດທີ່ມະນຸດບໍ່ສາມາດເຮັດໄດ້ ກໍຍ້ອນທາດແທ້ຂ້າງໃນຂອງພຣະອົງບໍ່ຄືກັບມະນຸດຄົນໃດ ແລະ ເຫດຜົນທີ່ພຣະອົງສາມາດຊ່ວຍເຫຼືອມະນຸດໃຫ້ລອດພົ້ນໄດ້ແມ່ນຍ້ອນຕົວຕົນຂອງພຣະອົງແຕກຕ່າງຈາກມະນຸດທົ່ວໄປ. ເນື້ອໜັງນີ້ສຳຄັນຫຼາຍຕໍ່ມະນຸດຊາດ ເພາະວ່າ ພຣະອົງເປັນມະນຸດ ແລະ ຍິ່ງເປັນພຣະເຈົ້າ, ເພາະພຣະອົງສາມາດປະຕິບັດພາລະກິດທີ່ມະນຸດປົກກະຕິທີ່ເກີດຈາກເນື້ອໜັງບໍ່ສາມາດເຮັດໄດ້ ແລະ ເພາະວ່າ ພຣະອົງສາມາດຊ່ວຍມະນຸດໃຫ້ພົ້ນຈາກຄວາມເສື່ອມຊາມ, ມະນຸດຜູ້ທີ່ດຳລົງຊີວິດຢູ່ຮ່ວມກັບພຣະອົງເທິງແຜ່ນດິນໂລກ. ເຖິງແມ່ນພຣະອົງຄ້າຍຄືກັບມະນຸດ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍສຳຄັນຕໍ່ມະນຸດຫຼາຍກວ່າຄົນອື່ນໆທີ່ມີຄຸນຄ່າສູງສົ່ງ, ຍ້ອນພຣະອົງສາມາດປະຕິບັດພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໄດ້, ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ຫຼາຍກວ່າພຣະວິນຍານຂອງພຣະເຈົ້າ ແລະ ສາມາດຮັບເອົາມະນຸດຊາດໄດ້ຢ່າງສົມບູນກວ່າພຣະວິນຍານຂອງພຣະເຈົ້າ. ຜົນຕາມມາກໍຄື ເຖິງແມ່ນເນື້ອໜັງນີ້ທຳມະດາ ແລະ ປົກກະຕິ, ການທີ່ພຣະອົງປະກອບສ່ວນຕໍ່ມະນຸດຊາດ ແລະ ຄວາມໝາຍຂອງພຣະອົງຕໍ່ການຢູລອດຂອງມະນຸດຊາດເຮັດໃຫ້ພຣະອົງມີຄ່າຢ່າງສູງ; ແລະ ຄຸນຄ່າ ແລະ ຄວາມໝາຍທີ່ແທ້ຈິງຂອງເນື້ອໜັງນີ້ແມ່ນບໍ່ສາມາດວັດແທກໄດ້ໂດຍມະນຸດ. ເຖິງແມ່ນເນື້ອໜັງນີ້ບໍ່ສາມາດທຳລາຍຊາຕານໂດຍກົງ, ພຣະອົງກໍສາມາດໃຊ້ພາລະກິດຂອງພຣະອົງເພື່ອເອົາຊະນະມະນຸດຊາດ ແລະ ເອົາຊະນະຊາຕານ ແລະ ເຮັດໃຫ້ຊາຕານຕົກຢູ່ພາຍໃຕ້ອຳນາດຂອງພຣະອົງຢ່າງສົມບູນ. ມັນເປັນຍ້ອນພຣະເຈົ້າບັງເກີດເປັນມະນຸດ ພຣະອົງຈຶ່ງສາມາດເອົາຊະນະຊາຕານໄດ້ ແລະ ສາມາດຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນ. ພຣະອົງບໍ່ໄດ້ທຳລາຍຊາຕານໂດຍກົງ, ແຕ່ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດໃນການເອົາຊະນະມະນຸດຊາດ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ດ້ວຍເຫດນີ້, ພຣະອົງຈຶ່ງສາມາດເປັນພະຍານໃຫ້ກັບພຣະອົງເອງໄດ້ດີກວ່າສັບພະສິ່ງທີ່ຖືກສ້າງຂຶ້ນທັງປວງ ແລະ ສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມເສື່ອມຊາມໄດ້ດີກວ່າ. ການເອົາຊະນະຊາຕານຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນພະຍານທີ່ຍິ່ງໃຫຍ່ກວ່າ ແລະ ດົນບັນດານໃຈກວ່າການທີ່ພຣະວິນຍານຂອງພຣະເຈົ້າທຳລາຍຊາຕານໂດຍກົງ. ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດຊ່ວຍໃຫ້ມະນຸດຮູ້ຈັກພຣະຜູ້ສ້າງໄດ້ດີກວ່າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າເອງໃນທ່າມກາງສັບພະທຸກສິ່ງທີ່ຖືກສ້າງໄດ້ດີກວ່າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ