ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 128

23 ເດືອນທັນວາ 2025

ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອເປີດເຜີຍຕົວພຣະອົງເອງເປັນການສ່ວນຕົວຕໍ່ມະນຸດ ແລະ ເຮັດໃຫ້ມະນຸດໄດ້ເຫັນພຣະອົງ; ນີ້ເປັນເລື່ອງເລັກນ້ອຍບໍ? ມັນບໍ່ແມ່ນເລື່ອງງ່າຍແທ້ໆ! ມັນບໍ່ຄືກັບທີ່ມະນຸດຈິນຕະນາການວ່າ ພຣະເຈົ້າໄດ້ລົງມາເພື່ອມະນຸດອາດເຝົ້າເບິ່ງພຣະອົງ, ເພື່ອມະນຸດອາດເຂົ້າໃຈວ່າ ພຣະເຈົ້າມີຈິງ ແລະ ບໍ່ໄດ້ເລື່ອນລອຍ ຫຼື ວ່າງເປົ່າ ແລະ ພຣະເຈົ້າສູງສົ່ງແຕ່ກໍຍັງຖ່ອມຕົວ. ສິ່ງນີ້ງ່າຍຂະໜາດນັ້ນບໍ? ມັນເປັນຍ້ອນຊາຕານໄດ້ເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມຢ່າງແນ່ນອນ ແລະ ມະນຸດເປັນຄົນທີ່ພຣະເຈົ້າເຈດຕະນາທີ່ຈະຊ່ວຍ ພຣະເຈົ້າຈຶ່ງຕ້ອງສວມໃສ່ເນື້ອໜັງເພື່ອເຮັດສົງຄາມກັບຊາຕານ ແລະ ເພື່ອລ້ຽງດູມະນຸດດ້ວຍຕົວພຣະອົງເອງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ມີປະໂຫຍດກັບພາລະກິດຂອງພຣະອົງ. ເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າມີຢູ່ກໍເພື່ອປາບຊາຕານ ແລະ ຍັງໄດ້ມີຢູ່ເພື່ອຊ່ວຍມະນຸດໃນທາງທີ່ດີກວ່າ. ນັ້ນກໍຍ້ອນວ່າ ຄົນທີ່ກຳລັງເຮັດສົງຄາມກັບຊາຕານສາມາດເປັນພຽງແຕ່ພຣະເຈົ້າເທົ່ານັ້ນ ບໍ່ວ່າຈະເປັນພຣະວິນຍານຂອງພຣະເຈົ້າ ຫຼື ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າກໍຕາມ. ຖ້າເວົ້າໃຫ້ສັ້ນກໍຄື ຄົນທີ່ກຳລັງເຮັດສົງຄາມກັບຊາຕານບໍ່ສາມາດເປັນທູດສະຫວັນ ຢ່າວ່າແຕ່ເປັນມະນຸດເລີຍ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ທູດສະຫວັນກໍບໍ່ມີອຳນາດທີ່ຈະປະຕິບັດພາລະກິດນີ້ ແລະ ມະນຸດກໍຍິ່ງບໍ່ມີກຳລັງເລີຍ. ເມື່ອເປັນດັ່ງນັ້ນ ຖ້າພຣະເຈົ້າປາຖະໜາທີ່ຈະປະຕິບັດພາລະກິດໃນຊີວິດຂອງມະນຸດ, ຖ້າພຣະອົງປາຖະໜາທີ່ຈະມາເທິງແຜ່ນດິນໂລກດ້ວຍຕົວພຣະອົງເອງເພື່ອຊ່ວຍມະນຸດ ແລ້ວພຣະອົງຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ນັ້ນກໍຄື ພຣະອົງຕ້ອງສວມໃສ່ເນື້ອໜັງດ້ວຍຕົວພຣະອົງເອງ ແລະ ດ້ວຍຕົວຕົນທໍາມະຊາດຂອງພຣະອົງ ແລະ ພາລະກິດທີ່ພຣະອົງຕ້ອງປະຕິບັດ, ລົງມາທ່າມກາງມະນຸດ ແລະ ຊ່ວຍມະນຸດດ້ວຍຕົວພຣະອົງເອງ. ຖ້າບໍ່ດັ່ງນັ້ນ ຖ້າເປັນພຣະວິນຍານຂອງພຣະເຈົ້າ ຫຼື ມະນຸດທີ່ປະຕິບັດພາລະກິດນີ້ ແລ້ວກໍຈະບໍ່ໄດ້ຫຍັງຈາກສົງຄາມນີ້ ແລະ ມັນຈະບໍ່ສິ້ນສຸດຈັກເທື່ອ. ພຽງແຕ່ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເພື່ອອອກຮົບຕໍ່ສູ້ກັບຊາຕານທ່າມກາງມະນຸດດ້ວຍຕົວພຣະອົງເອງເທົ່ານັ້ນ ມະນຸດຈຶ່ງຈະມີຊ່ອງທາງແຫ່ງຄວາມລອດພົ້ນ. ຍິ່ງໄປກວ່ານັ້ນ ມີພຽງແຕ່ຕອນນັ້ນ ຊາຕານຈຶ່ງຈະອັບອາຍ ແລະ ບໍ່ມີໂອກາດໃຫ້ຂູດຮີດ ຫຼື ບໍ່ມີແຜນໃດເລີຍທີ່ຈະດຳເນີນການ. ພຣະວິນຍານຂອງພຣະເຈົ້າກໍບໍ່ສາມາດບັນລຸພາລະກິດທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດປະຕິບັດ ແລະ ຍິ່ງໄປກວ່ານັ້ນ ບໍ່ມີມະນຸດຄົນໃດທີ່ເກີດຈາກເນື້ອໜັງຂອງຄົນທີ່ສາມາດປະຕິບັດແທນພຣະເຈົ້າໄດ້ ຍ້ອນພາລະກິດທີ່ພຣະອົງປະຕິບັດແມ່ນເພື່ອຜົນປະໂຫຍດແຫ່ງຊີວິດຂອງມະນຸດ ແລະ ເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຖ້າມະນຸດເຂົ້າຮ່ວມໃນສົງຄາມນີ້ ເຂົາພຽງແຕ່ຈະພ່າຍໜີດ້ວຍຄວາມສັບສົນແຫ່ງຄວາມຈິບຫາຍ ແລະ ຈະບໍ່ສາມາດປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດໄດ້ເລີຍ. ເຂົາຈະບໍ່ສາມາດຊ່ວຍມະນຸດຈາກໄມ້ກາງແຂນໄດ້ ຫຼື ເອົາຊະນະມະນຸດຊາດທີ່ມີຄວາມກະບົດທັງໝົດ ແຕ່ຈະສາມາດປະຕິບັດພາລະກິດເລັກນ້ອຍທີ່ເກົ່າແກ່ໂດຍບໍ່ອີງຕາມຫຼັກການເທົ່ານັ້ນ ຫຼື ບໍ່ກໍປະຕິບັດພາລະກິດທີ່ບໍ່ກ່ຽວຂ້ອງກັບການປາບຊາຕານ. ສະນັ້ນ ເປັນຫຍັງຕ້ອງຫຍຸ້ງຍາກ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດທີ່ບໍ່ສາມາດຮັບມະນຸດຊາດ ຢ່າວ່າແຕ່ປາບຊາຕານເລີຍ? ດ້ວຍເຫດນັ້ນ ສົງຄາມກັບຊາຕານຈຶ່ງພຽງແຕ່ສາມາດຖືກປະຕິບັດໂດຍພຣະເຈົ້າເອງ ແລະ ມັນກໍເປັນໄປບໍ່ໄດ້ເລີຍທີ່ມະນຸດຈະເຮັດມັນໄດ້. ໜ້າທີ່ຂອງມະນຸດກໍຄືການອ່ອນນ້ອມ ແລະ ປະຕິບັດຕາມ ຍ້ອນມະນຸດບໍ່ສາມາດປະຕິບັດພາລະກິດຄ້າຍກັບການເນລະມິດສ້າງສະຫວັນ ແລະ ແຜ່ນດິນໂລກ ຫຼື ຍິ່ງໄປກວ່ານັ້ນ ເຂົາບໍ່ສາມາດປະຕິບັດພາລະກິດແຫ່ງການຕໍ່ສູ້ກັບຊາຕານ. ມະນຸດພຽງແຕ່ສາມາດເຮັດໃຫ້ພຣະຜູ້ສ້າງພໍໃຈໂດຍຢູ່ພາຍໃຕ້ການນໍາຂອງພຣະເຈົ້າເອງ ເຊິ່ງເປັນສິ່ງທີ່ເຮັດໃຫ້ຊາຕານພ່າຍແພ້; ນີ້ແມ່ນສິ່ງດຽວທີ່ມະນຸດສາມາດເຮັດໄດ້. ດ້ວຍເຫດນັ້ນ ທຸກຄັ້ງທີ່ສົງຄາມໃໝ່ເລີ່ມຕົ້ນຂຶ້ນ ເຊິ່ງເວົ້າໄດ້ວ່າ ທຸກຄັ້ງທີ່ພາລະກິດແຫ່ງຍຸກໃໝ່ເລີ່ມຕົ້ນຂຶ້ນ ພາລະກິດນີ້ກໍຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ ເຊິ່ງພຣະອົງນໍາພາຍຸກທັງໝົດ ແລະ ເປີດເສັ້ນທາງໃໝ່ໃຫ້ກັບບັນດາມວນມະນຸດຊາດ. ການເລີ່ມຕົ້ນຍຸກໃໝ່ແຕ່ລະຍຸກແມ່ນການເລີ່ມຕົ້ນໃໝ່ໃນສົງຄາມກັບຊາຕານ ເຊິ່ງມະນຸດຈະເຂົ້າສູ່ອານາຈັກທີ່ໃໝ່ກວ່າ ແລະ ສວຍງາມກວ່າ ແລະ ສູ່ຍຸກໃໝ່ທີ່ນໍາພາໂດຍພຣະເຈົ້າດ້ວຍຕົວພຣະອົງເອງ. ມະນຸດເປັນເຈົ້ານາຍຂອງທຸກສິ່ງ ແຕ່ຄົນທີ່ຖືກຮັບຈະກາຍເປັນໝາກຜົນຂອງສົງຄາມກັບຊາຕານທັງໝົດ. ຊາຕານເປັນຜູ້ເຮັດໃຫ້ທຸກສິ່ງຢ່າງເສື່ອມຊາມ, ມັນເປັນຜູ້ພ່າຍແພ້ໃນເວລາສຸດທ້າຍຂອງສົງຄາມທັງໝົດ ແລະ ຍັງເປັນຜູ້ທີ່ຈະຖືກລົງໂທດຫຼັງຈາກສົງຄາມເຫຼົ່ານີ້. ທ່າມກາງພຣະເຈົ້າ, ມະນຸດ ແລະ ຊາຕານ ຈະມີພຽງແຕ່ຊາຕານ ທີ່ຈະເປັນຜູ້ທີ່ຖືກປະຕິເສດ. ໃນຂະນະດຽວກັນ ຄົນທີ່ຖືກຊາຕານຮັບເອົາ ແຕ່ບໍ່ໄດ້ຖືກພຣະເຈົ້າຮັບເອົາຄືນກໍຈະກາຍເປັນຄົນທີ່ຈະໄດ້ຮັບການລົງໂທດແທນຊາຕານ. ໃນສາມຝ່າຍນີ້ ມີພຽງແຕ່ພຣະເຈົ້າທີ່ຄວນໄດ້ຮັບການນະມັດສະການຈາກທຸກສິ່ງຢ່າງ. ໃນຂະນະດຽວກັນ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແຕ່ຖືກພຣະເຈົ້າຮັບເອົາຄືນ ແລະ ຄົນທີ່ປະຕິບັດຕາມຫົນທາງຂອງພຣະເຈົ້າກໍຈະກາຍເປັນຄົນທີ່ຈະໄດ້ຮັບຄຳສັນຍາຂອງພຣະເຈົ້າ ແລະ ຈະພິພາກສາຄົນທີ່ຊົ່ວຊ້າແທນພຣະເຈົ້າ. ພຣະເຈົ້າຈະມີໄຊຊະນະຢ່າງແນ່ນອນ ແລະ ຊາຕານຈະພ່າຍແພ້ຢ່າງແນ່ນອນ ແຕ່ທ່າມກາງມະນຸດກໍຈະມີຄົນທີ່ຈະຊະນະ ແລະ ຄົນທີ່ຈະເສຍ. ຄົນທີ່ຊະນະຈະຢູ່ກັບຜູ້ຊະນະ ແລະ ຄົນທີ່ເສຍກໍຈະຢູ່ກັບຜູ້ພ່າຍແພ້; ນີ້ຄືການຈັດແບ່ງແຕ່ລະຄົນອອກໂດຍອີງຕາມປະເພດ ເຊິ່ງມັນແມ່ນຜົນໄດ້ຮັບສຸດທ້າຍຂອງພາລະກິດທັງໝົດຂອງພຣະເຈົ້ານັ້ນ, ມັນຍັງເປັນເປົ້າໝາຍຂອງພາລະກິດທັງໝົດຂອງພຣະເຈົ້າ ແລະ ມັນຈະບໍ່ມີປ່ຽນແປງຈັກເທື່ອ. ຫົວໃຈຫຼັກຂອງພາລະກິດຫຼັກແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າແມ່ນແນໃສ່ຄວາມລອດພົ້ນຂອງມະນຸດ ແລະ ພຣະເຈົ້າກາຍມາເປັນເນື້ອໜັງຫຼັກໆກໍເພື່ອຜົນປະໂຫຍດຂອງຫົວໃຈຫຼັກນີ້, ເພື່ອຜົນປະໂຫຍດຂອງພາລະກິດນີ້ ແລະ ເພື່ອປາບຊາຕານ. ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງກໍເພື່ອປາບຊາຕານເຊັ່ນດຽວກັນ ນັ້ນກໍຄື ພຣະອົງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ແລະ ຖືກຄຶງທີ່ໄມ້ກາງແຂນດ້ວຍຕົວພຣະອົງເອງ ເພື່ອເຮັດໃຫ້ພາລະກິດຂອງສົງຄາມຄັ້ງທຳອິດສຳເລັດ ເຊິ່ງເປັນພາລະກິດແຫ່ງການໄຖ່ມະນຸດຊາດ. ໃນທຳນອງດຽວກັນ ຂັ້ນຕອນນີ້ຂອງພາລະກິດຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ ຜູ້ເຊິ່ງກາຍມາເປັນເນື້ອໜັງ ເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອກ່າວພຣະທຳຂອງພຣະອົງດ້ວຍຕົວພຣະອົງເອງ ແລະ ເພື່ອເຮັດໃຫ້ມະນຸດເຫັນພຣະອົງ. ແນ່ນອນ ມັນຫຼີກລ່ຽງບໍ່ໄດ້ທີ່ພຣະອົງຍັງປະຕິບັດພາລະກິດອື່ນໆໄປພ້ອມໆກັນ ແຕ່ເຫດຜົນຫຼັກທີ່ພຣະອົງປະຕິບັດພາລະກິດດ້ວຍຕົວພຣະອົງເອງແມ່ນເພື່ອປາບຊະນະຊາຕານ, ເພື່ອເອົາຊະນະບັນດາມວນມະນຸດຊາດ ແລະ ເພື່ອຮັບຄົນເຫຼົ່ານີ້. ດ້ວຍເຫດນັ້ນ ພາລະກິດແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າຈຶ່ງບໍ່ງ່າຍເລີຍ. ຖ້າເປົ້າໝາຍຂອງພຣະອົງແມ່ນພຽງແຕ່ເພື່ອສະແດງໃຫ້ມະນຸດເຫັນວ່າ ພຣະເຈົ້າຖ່ອມຕົວ ແລະ ລີ້ລັບ ແລະ ພຣະເຈົ້າເປັນຈິງ, ຖ້າມັນເປັນພຽງແຕ່ເພື່ອຜົນປະໂຫຍດໃນການປະຕິບັດພາລະກິດນີ້ ແລ້ວກໍບໍ່ມີຄວາມຈຳເປັນທີ່ຈະກາຍມາເປັນເນື້ອໜັງ. ເຖິງແມ່ນພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ ພຣະອົງກໍສາມາດເປີດເຜີຍຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະອົງ, ຄວາມຍິ່ງໃຫຍ່ ແລະ ຄວາມບໍລິສຸດຂອງພຣະອົງໃຫ້ກັບມະນຸດໂດຍກົງ ແຕ່ສິ່ງດັ່ງກ່າວຈະບໍ່ມີສ່ວນກ່ຽວຂ້ອງຫຍັງກັບພາລະກິດແຫ່ງການຄຸ້ມຄອງມະນຸດຊາດ. ສິ່ງເຫຼົ່ານັ້ນບໍ່ສາມາດຊ່ວຍມະນຸດ ຫຼື ເຮັດໃຫ້ເຂົາສົມບູນ ຢ່າວ່າແຕ່ຈະສາມາດປາບຊາຕານເລີຍ. ຖ້າການປາບຊາຕານພຽງແຕ່ກ່ຽວພັນເຖິງພຣະວິນຍານທີ່ເຮັດສົງຄາມກັບວິນຍານ ແລ້ວພາລະກິດດັ່ງກ່າວກໍຍິ່ງຈະມີຄຸນຄ່າທີ່ເປັນປະໂຫຍດໜ້ອຍລົງ; ມັນຈະບໍ່ສາມາດຮັບມະນຸດ ແລະ ຈະທຳລາຍໂຊກຊະຕາ ແລະ ຄວາມຄາດຫວັງຂອງມະນຸດ. ເມື່ອເປັນດັ່ງນັ້ນ ພາລະກິດຂອງພຣະເຈົ້າໃນປັດຈຸບັນກໍມີຄວາມສຳຄັນຢ່າງເລິກເຊິ່ງ. ມັນບໍ່ແມ່ນພຽງແຕ່ເພື່ອມະນຸດອາດເຫັນພຣະອົງ ຫຼື ເພື່ອຕາຂອງມະນຸດອາດຖືກເປີດ ຫຼື ເພື່ອເຮັດໃຫ້ເຂົາຮູ້ສຶກຖືກປຸກໃຈ ແລະ ໜູນໃຈເລັກນ້ອຍ; ພາລະກິດດັ່ງກ່າວບໍ່ມີຄວາມສຳຄັນເລີຍ. ຖ້າເຈົ້າພຽງແຕ່ສາມາດເວົ້າເຖິງຄວາມຮູ້ປະເພດນີ້ໄດ້ ມັນກໍພິສູດແລ້ວວ່າ ເຈົ້າບໍ່ຮູ້ຈັກຄວາມສຳຄັນທີ່ແທ້ຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ