ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 129

26 ເດືອນຕຸລາ 2020

ແຕ່ລະຂັ້ນຕອນຂອງພາລະກິດທີ່ປະຕິບັດໂດຍພຣະເຈົ້າແມ່ນມີຄວາມສໍາຄັນຕົວຈິງຂອງມັນເອງ. ໃນເວລານັ້ນ ເມື່ອພຣະເຢຊູມາ ພຣະອົງເປັນເພດຊາຍ ແລະ ເມື່ອພຣະເຈົ້າມາໃນຄັ້ງນີ້ ພຣະອົງເປັນເພດຍິງ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ເພື່ອເຫັນແກ່ພາລະກິດຂອງພຣະອົງ ພຣະເຈົ້າສ້າງທັງເພດຊາຍ ແລະ ຍິງ ແລະ ສໍາລັບພຣະອົງແລ້ວ ບໍ່ມີຄວາມແບ່ງແຍກທາງດ້ານເພດ. ເມື່ອພຣະວິນຍານຂອງພຣະອົງມາ ພຣະອົງສາມາດສະຖິດເຂົ້າໃນເນື້ອໜັງໃດກໍໄດ້ທີ່ພຣະອົງພໍໃຈ ແລະ ເນື້ອໜັງນັ້ນສາມາດເປັນຕົວແທນຂອງພຣະອົງໄດ້; ບໍ່ວ່າຈະເປັນເພດຊາຍ ຫຼື ຍິງ, ມັນສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໄດ້ ຕາບໃດທີ່ມັນຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ຖ້າພຣະເຢຊູປາກົດເປັນເພດຍິງໃນເວລາພຣະອົງມາ, ເວົ້າອີກຢ່າງໜຶ່ງກໍຄື ຖ້າພຣະວິນຍານບໍລິສຸດບັງເກີດເປັນເດັກຍິງເຍົາໄວ ແລະ ບໍ່ແມ່ນເດັກຊາຍ ຂັ້ນຕອນພາລະກິດກໍຈະຖືກເຮັດໃຫ້ສໍາເລັດທັງໝົດເຊັ່ນດຽວກັນ. ຖ້າເປັນເຊັ່ນນັ້ນ, ຂັ້ນຕອນພາລະກິດໃນປັດຈຸບັນກໍຈະຕ້ອງເຮັດໂດຍເພດຊາຍແທນ ແຕ່ພາລະກິດດັ່ງກ່າວກໍຈະຖືກເຮັດໃຫ້ສໍາເລັດທັງໝົດຄືເກົ່າ. ພາລະກິດທີ່ສໍາເລັດໃນຂັ້ນຕອນໃດກໍຕາມແມ່ນສໍາຄັນເທົ່າໆກັນ, ບໍ່ມີຂັ້ນຕອນໃດຂອງພາລະກິດທີ່ຖືກເຮັດຊໍ້າກັນ ຫຼື ມັນບໍ່ຂັດແຍ່ງກັນເອງ. ໃນເວລານັ້ນ ເມື່ອກຳລັງປະຕິບັດພາລະກິດຂອງພຣະອົງ ພຣະເຢຊູໄດ້ຖືກເອີ້ນວ່າພຣະບຸດອົງດຽວ ແລະ “ພຣະບຸດ” ໝາຍເຖິງເພດຊາຍ. ແຕ່ເຫດໃດພຣະບຸດອົງດຽວຈຶ່ງບໍ່ໄດ້ກ່າວເຖິງໃນຍຸກນີ້? ນີ້ກໍຍ້ອນວ່າ ຄວາມຮຽງຮ້ອງຕ້ອງການຂອງພາລະກິດໄດ້ເຮັດໃຫ້ມີການປ່ຽນແປງເພດທີ່ແຕກຕ່າງຈາກພຣະເຢຊູ. ສໍາລັບພຣະເຈົ້າແລ້ວ ບໍ່ມີຄວາມແຕກຕ່າງດ້ານທາງເພດ. ພຣະອົງກະທໍາພາລະກິດຂອງພຣະອົງຕາມທີ່ພຣະອົງປາຖະໜາຈະເຮັດ ແລະ ໃນການປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ຢູ່ພາຍໃຕ້ຂໍ້ຈໍາກັດໃດໆ, ແຕ່ເປັນການປະຕິບັດຢ່າງເສລີເປັນພິເສດ. ເຖິງຢ່າງໃດກໍຕາມ, ທຸກຂັ້ນຕອນຂອງພາລະກິດແມ່ນມີຄວາມສໍາຄັນທີ່ແທ້ຈິງຂອງມັນເອງ. ພຣະເຈົ້າໄດ້ກາຍເປັນເນື້ອໜັງສອງຄັ້ງ ແລະ ມັນຈະເຫັນໄດ້ຢ່າງຈະແຈ້ງເລີຍວ່າ ການບັງເກີດເປັນມະນຸດຂອງພຣະອົງໃນຍຸກສຸດທ້າຍນີ້ແມ່ນເປັນຄັ້ງສຸດທ້າຍ. ພຣະອົງມາເພື່ອເປີດເຜີຍການກະທໍາທັງໝົດຂອງພຣະອົງ. ຖ້າໃນຂັ້ນຕອນນີ້ທີ່ພຣະອົງບໍ່ໄດ້ກາຍເປັນເນື້ອໜັງເພື່ອກະທໍາພາລະກິດໂດຍພຣະອົງເອງເພື່ອໃຫ້ມະນຸດໄດ້ປະຈັກ ມະນຸດຈະຍຶດໝັ້ນໃນຄວາມຄິດຕະຫຼອດໄປວ່າ ພຣະເຈົ້າເປັນເພດຊາຍເທົ່ານັ້ນ, ບໍ່ແມ່ນເພດຍິງ. ກ່ອນໜ້ານີ້, ມວນມະນຸດຊາດເຊື່ອວ່າ ພຣະເຈົ້າສາມາດເປັນເພດຊາຍເທົ່ານັ້ນ ແລະ ເພດຍິງບໍ່ສາມາດເອີ້ນເປັນພຣະເຈົ້າໄດ້ ຍ້ອນວ່າມະນຸດຊາດທັງປວງຖືວ່າ ຜູ້ຊາຍມີສິດອໍານາດເໜືອຜູ້ຍິງ. ພວກເຂົາເຊື່ອວ່າບໍ່ມີຜູ້ຍິງຄົນໃດສາມາດປົກຄອງໄດ້, ມີແຕ່ຜູ້ຊາຍເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງເວົ້າວ່າ ຜູ້ຊາຍເປັນຫົວໜ້າຜູ້ຍິງ ເຊິ່ງຜູ້ຍິງຕ້ອງເຊື່ອຟັງຜູ້ຊາຍ ແລະ ບໍ່ສາມາດຢູ່ເໜືອຜູ້ຊາຍໄດ້. ໃນອະດີດ, ການເວົ້າວ່າ ຜູ້ຊາຍຄືຫົວໜ້າຜູ້ຍິງນັ້ນແມ່ນໝາຍເຖິງອາດາມກັບເອວາ ຜູ້ທີ່ຖືກງູລໍ້ລວງ, ບໍ່ໄດ້ໝາຍເຖິງຜູ້ຊາຍ ແລະ ຜູ້ຍິງທີ່ຖືກສ້າງໂດຍພຣະເຢໂຮວາໃນເບື້ອງຕົ້ນ. ແນ່ນອນຢູ່ແລ້ວ ຜູ້ຍິງກໍຕ້ອງເຊື່ອຟັງ ແລະ ຮັກຜົວຂອງນາງ ແລະ ຜູ້ເປັນຜົວກໍຕ້ອງຮຽນຮູ້ທີ່ຈະລ້ຽງດູ ແລະ ສະໜັບສະໜູນຄອບຄົວຂອງຕົນ. ນີ້ແມ່ນກົດເກນ ແລະ ກົດບັນຍັດທີ່ວາງອອກໂດຍພຣະເຢໂຮວາ ເຊິ່ງມະນຸດຊາດຕ້ອງປະຕິບັດຕາມໃນການໃຊ້ຊີວິດຂອງພວກເຂົາຢູ່ເທິງແຜ່ນດິນໂລກນີ້. ພຣະເຢໂຮວາໄດ້ກ່າວຕໍ່ຜູ້ຍິງວ່າ “ຄວາມປາຖະໜາຂອງເຈົ້າຈະຕ້ອງເປັນຜົວຂອງເຈົ້າ ແລະ ລາວຈະປົກຄອງເຈົ້າເອງ.” ພຣະອົງກ່າວດັ່ງນັ້ນກໍເພື່ອວ່າມະນຸດ (ນັ້ນກໍຄື ທັງຜູ້ຊາຍ ແລະ ຜູ້ຍິງ) ຈະໄດ້ໃຊ້ຊີວິດເປັນປົກກະຕິຢູ່ພາຍໃຕ້ອຳນາດຂອງພຣະເຢໂຮວາ ແລະ ເພື່ອວ່າຊີວິດຂອງມະນຸດຈະໄດ້ມີໂຄງສ້າງ ແລະ ບໍ່ອອກຈາກຄວາມເປັນລະບົບລະບຽບທີ່ປົກກະຕິ. ດັ່ງນັ້ນ ພຣະເຢໂຮວາ ຈຶ່ງສ້າງກົດເກນທີ່ເໝາະສົມສໍາລັບຜູ້ຊາຍ ແລະ ຜູ້ຍິງຄວນປະຕິບັດຕົນແບບໃດ, ແຕ່ວ່າກົດເກນເຫຼົ່ານີ້ແມ່ນກໍານົດໃຊ້ສະເພາະກັບທຸກສິ່ງທີ່ຖືກສ້າງຂຶ້ນເທິງແຜ່ນດິນໂລກ ແລະ ບໍ່ມີຄວາມກ່ຽວຂ້ອງຫຍັງກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ພຣະເຈົ້າຈະເປັນເໝືອນການສ້າງຂອງພຣະອົງໄດ້ແນວໃດ? ພຣະທໍາຂອງພຣະອົງແມ່ນແນໃສ່ມະນຸດຊາດທີ່ພຣະອົງສ້າງຂຶ້ນເທົ່ານັ້ນ ມັນແມ່ນເພື່ອໃຫ້ ມະນຸດຊາດໄດ້ດໍາລົງຊີວິດຢູ່ແບບປົກກະຕິທີ່ພຣະອົງສ້າງຂຶ້ນສໍາລັບຜູ້ຊາຍ ແລະ ຜູ້ຍິງ. ໃນຕົ້ນເດີມນັ້ນ ເມື່ອພຣະເຢໂຮວາເນລະມິດສ້າງມະນຸດຊາດ ພຣະອົງສ້າງມະນຸດສອງປະເພດ, ທັງເພດຊາຍ ແລະ ຍິງ. ສະນັ້ນ ຈຶ່ງມີການແບ່ງແຍກລະຫວ່າງເພດຊາຍ ແລະ ຍິງໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ພຣະອົງບໍ່ໄດ້ຕັດສິນໃຈພາລະກິດຂອງພຣະອົງໂດຍອີງຕາມພຣະທໍາທີ່ພຣະອົງໄດ້ກ່າວຕໍ່ອາດາມ ແລະ ເອວາ. ໃນສອງຄັ້ງທີ່ພຣະອົງກາຍເປັນເນື້ອໜັງນັ້ນ ແມ່ນໄດ້ກໍານົດທັງໝົດອີງຕາມຄວາມຄິດຂອງພຣະອົງໃນເວລາທີ່ພຣະອົງສ້າງມະນຸດໃນຄັ້ງທໍາອິດ, ນັ້ນກໍຄື ພຣະອົງສໍາເລັດພາລະກິດຂອງການບັງເກີດເປັນມະນຸດສອງຄັ້ງຂອງພຣະອົງອີງຕາມເພດຊາຍ ແລະ ເພດຍິງກ່ອນທີ່ພວກເຂົາໄດ້ຖືກເສື່ອມໂຊມອີກ. ຖ້າມະນຸດຊາດຮັບເອົາພຣະທໍາທີ່ກ່າວໂດຍພຣະເຢໂຮວາຕໍ່ອາດາມ ແລະ ເອວາຜູ້ທີ່ຖືກງູລໍ້ລວງ ແລະ ໃຊ້ພຣະທໍາດັ່ງກ່າວນັ້ນເຂົ້າໃນພາລະກິດແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ, ແລ້ວພຣະເຢຊູຈະບໍ່ໄດ້ຮັກພັນລະຍາຂອງພຣະອົງ ຕາມທີ່ພຣະອົງຄວນເຮັດບໍ? ດ້ວຍວີທີນີ້ ພຣະເຈົ້າກໍຍັງຈະເປັນພຣະເຈົ້າຢູ່ບໍ? ຖ້າເປັນດັ່ງນັ້ນ ພຣະອົງກໍຍັງຈະສາມາດສໍາເລັດພາລະກິດຂອງພຣະອົງໄດ້ຢູ່ບໍ? ຖ້າວ່າ ມັນຜິດສໍາລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າທີ່ຈະເປັນເພດຍິງ, ແລ້ວມັນຈະບໍ່ເປັນການຜິດພາດຢ່າງໃຫຍ່ຫຼວງເຊັ່ນດຽວກັນບໍ ທີ່ພຣະເຈົ້າໄດ້ສ້າງຜູ້ຍິງຂຶ້ນມາ? ຖ້າຜູ້ຄົນຍັງເຊື່ອວ່າ ມັນຜິດສໍາລັບພຣະເຈົ້າຈະບັງເກີດເປັນຜູ້ຍິງ, ແລ້ວພຣະເຢຊູ ຈະບໍ່ຜິດເຊັ່ນດຽວກັນກັບການບັງເກີດເປັນມະນຸດໃນປັດຈຸບັນບໍ ທີ່ພຣະອົງບໍ່ໄດ້ແຕ່ງດອງ ແລະ ດັ່ງນັ້ນບໍ່ສາມາດຮັກພັນລະຍາຂອງພຣະອົງໄດ້? ໃນເມື່ອເຈົ້າເອົາຂໍ້ພຣະທໍາທີ່ກ່າວຕໍ່ເອວາມາວັດແທກຄວາມຈິງກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າໃນປັດຈຸບັນ, ເຈົ້າກໍຕ້ອງໃຊ້ຂໍ້ພຣະທໍາທີ່ພຣະເຢໂຮວາກ່າວຕໍ່ອາດາມນັ້ນມາຕັດສິນພຣະເຢຊູເຈົ້າ ຜູ້ກາຍເປັນເນື້ອໜັງໃນຍຸກແຫ່ງພຣະຄຸນ. ສິ່ງເຫຼົ່ານີ້ບໍ່ແມ່ນອັນໜຶ່ງອັນດຽວກັນແມ່ນບໍ? ໃນເມື່ອເຈົ້າຮັບເອົາການວັດແທກຂອງພຣະເຢຊູເຈົ້າອີງຕາມເພດຊາຍທີ່ບໍ່ໄດ້ຖືກລໍ້ລວງດ້ວຍງູ, ແລ້ວເຈົ້າກໍບໍ່ຕ້ອງຕັດສິນຄວາມຈິງກ່ຽວກັບການບັງເກີດເປັນມະນຸດໃນປັດຈຸບັນ ໂດຍອີງຕາມເພດຍິງຜູ້ທີ່ຖືກລໍ້ລວງດ້ວຍງູ. ສິ່ງນີ້ບໍ່ຍຸຕິທໍາເລີຍ! ຖ້າເຈົ້າຕັດສິນພຣະເຈົ້າແບບນີ້ໄດ້ພິສູດໃຫ້ເຫັນວ່າເຈົ້າຂາດເຫດຜົນ. ເມື່ອພຣະເຢໂຮວາກາຍເປັນເນື້ອໜັງສອງຄັ້ງ, ເພດຂອງເນື້ອໜັງພຣະອົງກໍກ່ຽວຂ້ອງກັບຊາຍ ແລະ ຍິງຜູ້ທີ່ບໍ່ໄດ້ຖືກລໍ້ລວງດ້ວຍງູ; ມັນກໍສອດຄ່ອງກັບຊາຍ ແລະ ຍິງທີ່ບໍ່ໄດ້ຖືກລໍ້ລວງດ້ວຍງູ, ພຣະອົງຈຶ່ງກາຍເປັນເນື້ອໜັງມະນຸດສອງຄັ້ງ. ບໍ່ຕ້ອງຄິດວ່າ ຄວາມເປັນຜູ້ຊາຍຂອງພຣະເຢຊູແມ່ນຄືກັນກັບອາດາມຜູ້ທີ່ຖືກລໍ້ລວງດ້ວຍງູ. ທັງສອງແມ່ນບໍ່ກ່ຽວຂ້ອງກັນ ແລະ ທັງສອງເປັນຜູ້ຊາຍທີ່ມີທຳມະຊາດແຕກຕ່າງກັນຢ່າງສິ້ນເຊີງ. ແນ່ນອນ ຄວາມເປັນຜູ້ຊາຍຂອງພຣະເຢຊູຈະບໍ່ສາມາດພິສູດວ່າພຣະອົງເທົ່ານັ້ນຄືຫົວໜ້າຜູ້ຍິງທັງໝົດ ແຕ່ບໍ່ແມ່ນຫົວໜ້າຜູ້ຊາຍທັງໝົດ? ພຣະອົງບໍ່ແມ່ນກະສັດຂອງຊາວຍິວທັງໝົດບໍ (ລວມທັງຜູ້ຊາຍ ແລະ ຍິງ)? ພຣະອົງເອງຄືພຣະເຈົ້າ. ພຣະອົງບໍ່ແມ່ນຫົວໜ້າຜູ້ຍິງ ແຕ່ເປັນຫົວໜ້າຜູ້ຊາຍອີກດ້ວຍ. ພຣະອົງຄືພຣະຜູ້ເປັນເຈົ້າຂອງທຸກສິ່ງທີ່ມີຊີວິດ ແລະ ເປັນຫົວໜ້າຂອງສິ່ງທີ່ມີຊີວິດທັງປວງ. ເຈົ້າຈະກຳນົດຄວາມເປັນຜູ້ຊາຍຂອງພຣະເຢຊູວ່າເປັນສັນຍາລັກໃນການເປັນຫົວໜ້າຂອງຜູ້ຍິງໄດ້ແນວໃດ? ນີ້ບໍ່ແມ່ນເປັນການໝິ່ນປະໝາດພຣະອົງບໍ? ພຣະເຢຊູເປັນເພດຊາຍທີ່ບໍ່ໄດ້ຖືກເສື່ອມໂຊມ. ພຣະອົງຄືພຣະເຈົ້າ, ພຣະອົງຄືພຣະຄຣິດ, ພຣະອົງຄືພຣະຜູ້ເປັນເຈົ້າ. ແລ້ວຈະໃຫ້ພຣະອົງເປັນຜູ້ຊາຍທີ່ຄືອາດາມ ຜູ້ທີ່ຖືກເສື່ອມໂຊມໄດ້ແນວໃດ? ພຣະເຢຊູຄືເນື້ອໜັງທີ່ສະຖິດໂດຍພຣະວິນຍານອັນບໍລິສຸດທີ່ສຸດຂອງພຣະເຈົ້າ. ແລ້ວເຈົ້າຈະຫາວ່າພຣະອົງມີຄວາມເປັນຜູ້ຊາຍຄືອາດາມໄດ້ແນວໃດ? ຖ້າເປັນດັ່ງນັ້ນ, ພາລະກິດຂອງພຣະເຈົ້າທັງໝົດຈະບໍ່ຜິດບໍ? ພຣະເຢໂຮວາຈະສາມາດລວມຄວາມເປັນຜູ້ຊາຍຂອງອາດາມທີ່ຖືກລໍ້ລວງໂດຍງູນັ້ນຢູ່ກັບພຣະເຢຊູໄດ້ບໍ? ການບັງເກີດເປັນມະນຸດໃນປັດຈຸບັນນີ້ບໍ່ແມ່ນພາລະກິດອີກສ່ວນນຶ່ງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ຜູ້ທີ່ມີເພດແຕກຕ່າງຈາກພຣະເຢຊູ ແຕ່ມີທຳມະຊາດຄ້າຍຄືພຣະອົງ? ເຈົ້າຍັງຈະກ້າເວົ້າວ່າພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ສາມາດເປັນຜູ້ຍິງໄດ້ ຍ້ອນວ່າຜູ້ຍິງຄືຜູ້ທໍາອິດທີ່ຖືກລໍ້ລວງດ້ວຍງູຢູ່ບໍ? ເຈົ້າຍັງຈະກ້າເວົ້າຢູ່ບໍ່ວ່າ ຍ້ອນຜູ້ຍິງເປັນເພດທີ່ບໍ່ສະອາດທີ່ສຸດ ແລະ ເປັນແຫຼ່ງກໍາເນີດຂອງການເສື່ອມຊາມຂອງມະນຸດ ສະນັ້ນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະກາຍມາກເປັນເນື້ອໜັງດັ່ງຜູ້ຍິງ? ເຈົ້າກ້າຍຶດໜັ້ນໃນຄໍາເວົ້າບໍວ່າ “ຜູ້ຍິງຈະຕ້ອງເຊື່ອຟັງຜູ້ຊາຍສະເໝີ ແລະ ບໍ່ສາມາດປາກົດຕົວ ຫຼື ເປັນຕົວແທນພຣະເຈົ້າໄດ້ໂດຍກົງ”? ເຈົ້າບໍ່ເຂົ້າໃຈໃນສິ່ງທີ່ຜ່ານມາ ແຕ່ເຈົ້າພັດດູໝິ່ນພາລະກິດຂອງພຣະເຈົ້າ ໂດຍສະເພາະໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ? ຖ້າເຈົ້າຍັງບໍ່ສາມາດເຫັນສິ່ງນີ້ຢ່າງຈະແຈ້ງ, ທາງທີ່ດີໃຫ້ເຈົ້າລະວັງລິ້ນຂອງເຈົ້າໃຫ້ດີ ເພາະຢ້ານວ່າຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຂອງເຈົ້າຈະຖືກເປີດເຜີຍ ແລະ ຄວາມໜ້າກຽດຊຽງຂອງເຂົ້າຈະຖືກເປີດໂປ່ງ. ຢ່າຄິດວ່າເຈົ້າເຂົ້າໃຈທຸກສິ່ງ. ເຮົາຂໍບອກເຈົ້າວ່າ ທັງໝົດທີ່ເຈົ້າໄດ້ເຫັນ ແລະ ຜະເຊີນ ແມ່ນບໍ່ພຽງພໍສໍາລັບເຈົ້າທີ່ຈະເຂົ້າໃຈແມ່ນແຕ່ໜຶ່ງສ່ວນພັນຂອງແຜນການຄຸ້ມຄອງຂອງເຮົາ. ສະນັ້ນ ເຫດໃດເຈົ້າຈຶ່ງປະພຶດຢ່າງທະນົງຕົວແບບນີ້? ພອນສະຫວັນອັນເລັກນ້ອຍ ແລະ ຄວາມຮູ້ອັນເລັກນ້ອຍຂອງເຈົ້າບໍ່ພຽງພໍສໍາລັບພຣະເຢຊູທີ່ຈະນໍາໃຊ້ເຂົ້າໃນພາລະກິດຂອງພຣະອົງແມ່ນແຕ່ວິນາທີດຽວ. ແທ້ຈິງແລ້ວ ເຈົ້າມີປະສົບການຫຼາຍປານໃດ? ສິ່ງທີ່ເຈົ້າເຫັນ ແລະ ສິ່ງທັງໝົດທີ່ເຈົ້າໄດ້ຍິນຕະຫຼອດຊີວິດຂອງເຈົ້າ ແລະ ສິ່ງທີ່ເຈົ້າໄດ້ຈິນຕະນາການໄວ້ ແມ່ນນ້ອຍກວ່າພາລະກິດທີ່ເຮົາເຮັດໃນຊ່ວງເວລາດຽວອີກ! ທາງທີ່ດີ ເຈົ້າບໍ່ຄວນຫາເລື່ອງ ແລະ ຈັບຜິດ. ເຈົ້າສາມາດອວດດີສໍ່າທີ່ເຈົ້າຕ້ອງການ, ແຕ່ເຈົ້າກໍເປັນພຽງສິ່ງທີ່ມີຊີວິດ ເຊິ່ງບໍ່ແມ່ນແຕ່ທຽບເທົ່າກັບໂຕມົດ! ທັງໝົດທີ່ເຈົ້າມີຢູ່ໃນທ້ອງຂອງເຈົ້າແມ່ນນ້ອຍກວ່າສິ່ງທີ່ໂຕມົດມີຢູ່ໃນຕົວມັນອີກ! ຢ່າຄິດວ່າ ຍ້ອນເຈົ້າໄດ້ຮັບປະສົບການບາງຢ່າງ ແລະ ໄດ້ເປັນຜູ້ອາວຸໂສ ສະນັ້ນເຈົ້າຈຶ່ງມີສິດຊີ້ຕີນຊີ້ມື ແລະ ເວົ້າໃຫຍ່ໄດ້ຢ່າງຕາມໃຈ. ປະສົບການຂອງເຈົ້າ ແລະ ຄວາມອາວຸໂສຂອງເຈົ້າບໍ່ແມ່ນຜົນຮັບມາຈາກພຣະທໍາທີ່ເຮົາກ່າວບໍ? ເຈົ້າເຊື່ອວ່າເຈົ້າຊື້ພຣະທໍາເຫຼົ່ານັ້ນດ້ວຍເຫື່ອແຮງ ແລະ ເລືອດເນື້ອຂອງເຈົ້າເອງບໍ? ປັດຈຸບັນນີ້ ເຈົ້າເຫັນວ່າ ເຮົາໄດ້ກາຍເປັນເນື້ອໜັງ ແລະ ພຽງສິ່ງນີ້ສິ່ງດຽວ ເຈົ້າກໍເຕັມໄປດ້ວຍແນວຄວາມຄິດຕ່າງໆນາໆ ແລະ ໄດ້ຮັບແນວຄິດຢ່າງຫຼວງຫຼາຍຈາກພວກມັນ. ຖ້າບໍ່ແມ່ນຍ້ອນການບັງເກີດເປັນມະນຸດຂອງເຮົາ, ເຖິງແມ່ນວ່າເຈົ້າຈະມີພອນສະຫວັນພິເສດ ເຈົ້າກໍຈະບໍ່ມີແນວຄວາມຄິດຫຼາຍປານນັ້ນ ແລະ ບໍ່ແມ່ນຍ້ອນສິ່ງເຫຼົ່ານີ້ບໍ ທີ່ກໍ່ໃຫ້ເກີດມີແນວຄິດຕ່າງໆຂອງເຈົ້າ? ຖ້າພຣະເຢຊູບໍ່ໄດ້ກາຍເປັນເນື້ອໜັງໃນຄັ້ງທໍາອິດນັ້ນ ເຈົ້າຈະເຖິງກັບຮູ້ກ່ຽວກັບການບັງເກີດເປັນມະນຸດຢູ່ບໍ? ບໍ່ແມ່ນເປັນຍ້ອນການບັງເກີດເປັນມະນຸດຄັ້ງທໍາອິດບໍ ທີ່ເຮັດໃຫ້ເຈົ້າມີຄວາມຮູ້ ເຊິ່ງເຈົ້າອວດດີທີ່ຈະພະຍາຍາມຕັດສິນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະອົງ? ເປັນຫຍັງ ແທນທີ່ຈະເປັນຜູ້ຕິດຕາມດ້ວຍຢ່າງເຊື່ອຟັງ ເຈົ້າຈຶ່ງຕ້ອງຄົ້ນຄວ້າສຶກສາມັນ? ເມື່ອເຈົ້າໄດ້ເຂົ້າສູ່ກະແສນີ້ ແລະ ມາຢູ່ຕໍ່ໜ້າພຣະເຈົ້າຜູ້ບັງເກີດເປັນມະນຸດ ພຣະອົງຈະປ່ອຍໃຫ້ເຈົ້າໄດ້ຄົ້ນຄວ້າກ່ຽວກັບພຣະອົງຢູ່ບໍ? ເຈົ້າສາມາດສຶກສາປະຫວັດຄອບຄົວຂອງເຈົ້າ, ແຕ່ວ່າ ຖ້າເຈົ້າພະຍາຍາມສຶກສາ “ປະຫວັດຄອບຄົວ” ຂອງພຣະເຈົ້າ, ພຣະເຈົ້າໃນປັດຈຸບັນຈະປ່ອຍໃຫ້ເຈົ້າດໍາເນີນການສຶກສາດັ່ງກ່າວຢູ່ບໍ? ເຈົ້າບໍ່ແມ່ນຕາບອດບໍ? ເຈົ້າບໍ່ແມ່ນນໍາເອົາຄວາມດູຖູກມາສູ່ຕົນເອງບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ