ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 2

26 ເດືອນກໍລະກົດ 2020

ພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າຖືກແບ່ງອອກເປັນສາມຍຸກ: ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ທັງສາມຂັ້ນຕອນຂອງພາລະກິດແມ່ນເພື່ອຜົນປະໂຫຍດຂອງຄວາມລອດພົ້ນຂອງມະນຸດຊາດ ເຊິ່ງເວົ້າໄດ້ວ່າ ພວກມັນແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ. ຢ່າງໃດກໍຕາມ ໃນເວລາດຽວກັນ ພວກມັນເປັນແບບນັ້ນກໍເພື່ອພຣະເຈົ້າອາດຈະເຮັດສົງຄາມກັບຊາຕານໄດ້. ດ້ວຍເຫດນັ້ນ ຄືກັບທີ່ພາລະກິດແຫ່ງຄວາມລອດພົ້ນຖືກແບ່ງອອກເປັນສາມຂັ້ນຕອນ ສະນັ້ນສົງຄາມກັບຊາຕານກໍຖືກແບ່ງອອກເປັນສາມຂັ້ນຕອນເຊັ່ນກັນ ແລະ ລັກສະນະສອງຢ່າງຂອງພາລະກິດຂອງພຣະເຈົ້າຖືກດຳເນີນໄປພ້ອມໆກັນ. ຕາມຄວາມຈິງແລ້ວ ສົງຄາມກັບຊາຕານແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ ແລະ ຍ້ອນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໃນຂັ້ນຕອນດຽວ ສົງຄາມກັບຊາຕານຈຶ່ງຖືກແບ່ງອອກເປັນຂັ້ນຕອນ ແລະ ໄລຍະ ແລະ ກໍເຮັດສົງຄາມກັບຊາຕານຕາມຄວາມຕ້ອງການຂອງມະນຸດ ແລະ ການຂະຫຍາຍຄວາມເສື່ອມຊາມທີ່ຊາຕານມີຕໍ່ມະນຸດ. ບາງເທື່ອ ໃນຈິນຕະນາການຂອງມະນຸດ ເຂົາເຊື່ອວ່າ ໃນສົງຄາມນີ້ ພຣະເຈົ້າຈະຈັບອາວຸດຂຶ້ນຕໍ່ສູ້ກັບຊາຕານໃນທຳນອງດຽວກັນກັບທີ່ກອງທັບສອງຝ່າຍຈະຕໍ່ສູ້ກັນ. ນີ້ເປັນພຽງແຕ່ສິ່ງທີ່ຄວາມສະຫຼາດຂອງມະນຸດສາມາດຈິນຕະນາການໄດ້; ມັນເປັນຄວາມຄິດທີ່ບໍ່ແຈ່ມແຈ້ງຫຼາຍ ແລະ ບໍ່ເປັນຈິງເລີຍ ແຕ່ມັນກໍເປັນສິ່ງທີ່ມະນຸດເຊື່ອ. ແລະ ຍ້ອນເຮົາກ່າວໃນທີ່ນີ້ວ່າ ວິທີການແຫ່ງຄວາມລອດພົ້ນຂອງມະນຸດແມ່ນໂດຍການເຮັດສົງຄາມກັບຊາຕານ ມະນຸດຈຶ່ງຈິນຕະນາການວ່ານີ້ຄືວິທີທີ່ສົງຄາມດຳເນີນການ. ໃນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດນັ້ນ ມີການດໍາເນີນການຢູ່ສາມຍຸກ ເຊິ່ງເວົ້າໄດ້ວ່າ ການຕໍ່ສູ້ກັບຊາຕານແມ່ນໄດ້ແຍກອອກເປັນສາມຂັ້ນຕອນກ່ອນການເອົາຊະນະຊາຕານຄັ້ງດຽວ ແລະ ສໍາລັບທຸກຄົນ. ແຕ່ເບື້ອງໃນທີ່ແທ້ຈິງຂອງພາລະກິດທັງໝົດໃນການຕໍ່ສູ້ກັບຊາຕານແມ່ນໄດ້ຮັບຜົນຜ່ານສອງສາມຂັ້ນຕອນຂອງພາລະກິດ ເຊັ່ນ: ການມີຄວາມເມດຕາກະລຸນາຕໍ່ມະນຸດ, ການເປັນເຄື່ອງຖວາຍບາບໃຫ້ແກ່ມະນຸດ, ການໃຫ້ອະໄພຕໍ່ຄວາມຜິດບາບຂອງມະນຸດ, ການເອົາຊະນະມະນຸດ ແລະ ການສ້າງມະນຸດໃຫ້ສົມບູນ. ຄວາມຈິງກໍຄື ການຕໍ່ສູ້ກັບຊາຕານບໍ່ແມ່ນການໃຊ້ອາວຸດສູ້ຮົບກັບຊາຕານ ແຕ່ເປັນຄວາມລອດພົ້ນຂອງມະນຸດ, ການປະຕິບັດພາລະກິດເພື່ອຊີວິດຂອງມະນຸດ ແລະ ການປ່ຽນແປງອຸປະນິໄສຂອງມະນຸດ ເພື່ອມະນຸດຈະໄດ້ເປັນພະຍານໃຫ້ແກ່ພຣະເຈົ້າ. ນີ້ແມ່ນວິທີເອົາຊະນະຊາຕານ. ຊາຕານຜ່າຍແພ້ຍ້ອນການປ່ຽນແປງຈິດໃຈອັນເສື່ອມຊາມຂອງມະນຸດ. ເມື່ອຊາຕານໄດ້ຖືກເອົາຊະນະ ເຊິ່ງນັ້ນກໍຄື ເມື່ອມະນຸດໄດ້ລອດພົ້ນຢ່າງສົມບູນ ແລ້ວເມື່ອນັ້ນຊາຕານທີ່ອັບອາຍໃຈກໍຈະຖືກຜູກມັດໄວ້ຢ່າງສົມບູນ ແລະ ດ້ວຍວິທີນີ້ ມະນຸດຈຶ່ງຈະໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ສະນັ້ນ ທາດແທ້ຂອງຄວາມລອດພົ້ນຂອງມະນຸດກໍຄື ການເຮັດສົງຄາມກັບຊາຕານ ແລະ ໂດຍສ່ວນໃຫຍ່ແລ້ວ ສົງຄາມນີ້ກໍຈະສະທ້ອນໃຫ້ເຫັນຢູ່ໃນຄວາມລອດພົ້ນຂອງມະນຸດ. ໃນໄລຍະຍຸກສຸດທ້າຍ ເຊິ່ງມະນຸດຈະຖືກເອົາຊະນະ ແມ່ນຍຸກສຸດທ້າຍຂອງການຕໍ່ສູ້ກັບຊາຕານ ແລະ ມັນກໍຍັງເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນອອກຈາກອິດທິພົນຂອງຊາຕານ. ຄວາມໝາຍແທ້ຈິງຂອງການເອົາຊະນະມະນຸດແມ່ນການສົ່ງມະນຸດໃນຮູບຮ່າງຊາຕານຄືນ, ນັ້ນກໍຄື ມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນໄດ້ຖືກສົ່ງຄືນໃຫ້ກັບພຣະຜູ້ສ້າງ ຫຼັງຈາກທີ່ມະນຸດຖືກເອົາຊະນະ ໂດຍຜ່ານການປະຖິ້ມຊາຕານ ແລ້ວກັບຄືນສູ່ພຣະເຈົ້າຢ່າງສົມບູນ. ດ້ວຍວິທີນີ້ ມະນຸດຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ດັ່ງນັ້ນ, ພາລະກິດແຫ່ງການເອົາຊະນະແມ່ນພາລະກິດສຸດທ້າຍໃນການຕໍ່ສູ້ກັບຊາຕານ ແລະ ເປັນຍຸກສຸດທ້າຍຂອງພາລະກິດຄຸ້ມຄອງຂອງພຣະເຈົ້າເພື່ອເອົາຊະນະຊາຕານ. ຖ້າບໍ່ມີພາລະກິດນີ້, ຄວາມລອດພົ້ນຂອງມະນຸດຢ່າງຄົບຖ້ວນຈະບໍ່ມີທາງເປັນໄປໄດ້, ການເອົາຊະນະຊາຕານຢ່າງສົມບູນກໍຈະເປັນໄປບໍ່ໄດ້ ແລະ ມະນຸດຊາດຈະບໍ່ສາມາດເຂົ້າໄປສູ່ຈຸດໝາຍປາຍທາງອັນມະຫັດສະຈັນນັ້ນໄດ້ ຫຼື ຫຼຸດພົ້ນຈາກອິດທິພົນຂອງຊາຕານໄດ້. ດັ່ງນັ້ນ ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ສາມາດສິ້ນສຸດໄດ້ກ່ອນສົງຄາມກັບຊາຕານຈະສິ້ນສຸດລົງ ຍ້ອນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ. ມະນຸດຊາດໃນຊ່ວງທຳອິດແມ່ນຢູ່ໃນມືຂອງພຣະເຈົ້າ ແຕ່ຍ້ອນການລໍ້ລວງ ແລະ ຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງຖືກຜູກມັດໂດຍຊາຕານ ແລະ ຕົກໄປຢູ່ໃນມືຂອງສິ່ງທີ່ຊົ່ວຮ້າຍ. ດ້ວຍເຫດນັ້ນ ຊາຕານຈຶ່ງກາຍເປັນຈຸດມຸ່ງໝາຍທີ່ຜ່າຍແພ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຍ້ອນຊາຕານຄອບຄອງມະນຸດ ແລະ ຍ້ອນມະນຸດເປັນຕົ້ນຕໍຂອງການຄຸ້ມຄອງຂອງພຣະເຈົ້າທັງໝົດ, ຖ້າມະນຸດຕ້ອງໄດ້ຮັບການຊ່ວຍເຫຼືອ ແລ້ວເຂົາກໍຕ້ອງຖືກຍາດຄືນຈາກມືຂອງຊາຕານ ເຊິ່ງເວົ້າໄດ້ວ່າ ຕ້ອງມີການພາມະນຸດກັບຄືນຫຼັງຈາກທີ່ຖືກຊາຕານຈັບເປັນຊະເລີຍ. ດັ່ງນັ້ນ ຊາຕານຕ້ອງຖືກເອົາຊະນະໂດຍຜ່ານການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ນັ້ນກໍຄືການປ່ຽນແປງທີ່ຟື້ນຟູສະຕິເດີມຂອງມະນຸດ. ດ້ວຍວິທີນີ້ ມະນຸດຜູ້ເຊິ່ງຖືກຈັບເປັນຊະເລີຍກໍສາມາດຖືກຍາດຄືນຈາກມືຂອງຊາຕານ. ຖ້າມະນຸດເປັນອິດສະຫຼະຈາກອິດທິພົນ ແລະ ການເປັນທາດຂອງຊາຕານ, ຊາຕານຈະອັບອາຍ, ມະນຸດຈະຖືກພາກັບຄືນໃນທີ່ສຸດ ແລະ ຊາຕານຈະຜ່າຍແພ້. ຍ້ອນມະນຸດໄດ້ເປັນອິດສະຫຼະຈາກອິດທິພົນດ້ານມືດຂອງຊາຕານ ມະນຸດຈຶ່ງກາຍມາເປັນສິ່ງທີ່ຍາດເອົາມາຈາກສົງຄາມທັງໝົດນີ້ ແລະ ຊາຕານກໍຈະກາຍມາເປັນຈຸດມຸ່ງໝາຍທີ່ຈະຖືກລົງໂທດຫຼັງຈາກທີ່ສົງຄາມນີ້ສິ້ນສຸດລົງ ເຊິ່ງເປັນເວລາຫຼັງຈາກທີ່ພາລະກິດແຫ່ງຄວາມລອດພົ້ນຂອງມະນູດຊາດທັງໝົດຖືກເຮັດໃຫ້ສຳເລັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ