ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 14
14 ເດືອນມັງກອນ 2026
ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນຕ້ອງການຄຳພະຍານຂອງມະນຸດ. ແຕ່ລະຂັ້ນຕອນຂອງພາລະກິດແມ່ນການສູ້ຮົບລະຫວ່າງພຣະເຈົ້າ ແລະ ຊາຕານ ແລະ ເປົ້າໝາຍຂອງການສູ້ຮົບກໍຄືຊາຕານ ໃນຂະນະທີ່ຄົນທີ່ຈະຖືກເຮັດໃຫ້ສົມບູນໂດຍພາລະກິດນີ້ແມ່ນມະນຸດ. ບໍ່ວ່າພາລະກິດຂອງພຣະເຈົ້າຈະເກີດຜົນ ຫຼື ບໍ່ ແມ່ນຂຶ້ນກັບລັກສະນະຂອງການເປັນພະຍານຂອງມະນຸດທີ່ມີຕໍ່ພຣະເຈົ້າ. ການເປັນພະຍານນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຄົນທີ່ຕິດຕາມພຣະອົງ; ມັນຄືການເປັນພະຍານທີ່ເກີດຂຶ້ນຕໍ່ໜ້າຊາຕານ ແລະ ຍັງເປັນເຄື່ອງພິສູດເຖິງຜົນໄດ້ຮັບຈາກພາລະກິດຂອງພຣະອົງ. ການຄຸ້ມຄອງທັງໝົດຂອງພຣະເຈົ້າແບ່ງອອກເປັນສາມຂັ້ນຕອນ ແລະ ເງື່ອນໄຂທີ່ເໝາະສົມໃນແຕ່ລະຍຸກ ຂອງມະນຸດ. ນອກນັ້ນເມື່ອຍຸກຕ່າງໆຜ່ານໄປ ແລະ ພັດທະນາຂຶ້ນ, ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຕໍ່ມະນຸດຊາດທັງປວງກໍສູງຂຶ້ນເລື້ອຍໆ. ດ້ວຍເຫດນີ້ ພາລະກິດຂອງການຄຸ້ມຄອງຂອງພຣະເຈົ້າ ແຕ່ລະຍຸກຈຶ່ງປະຕິບັດເຖິງຂັ້ນສູງສຸດ ເທື່ອລະບາດກ້າວ ຈົນກວ່າມະນຸດຈະເຫັນຄວາມຈິງຂອງ “ພຣະທຳປາກົດໃນເນື້ອໜັງ” ແລະ ໃນວິທີນີ້ ເງື່ອນໄຂຂອງມະນຸດກໍຈະຍິ່ງເພິ່ມທະວີຂຶ້ນ ແລະ ເປັນປະຈັກພະຍານທີ່ມະນຸດຕ້ອງເປັນ. ຍິ່ງມະນຸດສາມາດຮ່ວມມືກັບພຣະເຈົ້າຢ່າງແທ້ຈິງຫຼາຍສໍ່າໃດ, ພຣະເຈົ້າກໍ່ຍິ່ງໄດ້ຮັບສະຫງ່າລາສີຫຼາຍສໍ່ານັ້ນ. ການຮ່ວມມືຂອງມະນຸດຄືການເປັນພະຍານທີ່ເຂົາຈຳເປັນຕ້ອງມີ ແລະ ການເປັນພະຍານທີ່ເຂົາມີກໍຄືການປະຕິບັດຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພາລະກິດຂອງພຣະເຈົ້າຈະມີຜົນທັນທີ ຫຼື ບໍ່ ແລະ ບໍ່ວ່າຈະສາມາດມີຄຳພະຍານທີ່ແທ້ຈິງໄດ້ ຫຼື ບໍ່ ແມ່ນກ່ຽວໂຍງກັບການຮ່ວມມື ແລະ ການເປັນພະຍານຂອງມະນຸດໂດຍຕັດຂາດຈາກກັນບໍ່ໄດ້. ເມື່ອພາລະກິດຖືກເຮັດໃຫ້ສຳເລັດ ເຊິ່ງໝາຍຄວາມວ່າ ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າເຖິງຈຸດສິ້ນສຸດແລ້ວ, ມະນຸດຈຳເປັນຕ້ອງເປັນພະຍານໃຫ້ສູງຂຶ້ນ ແລະ ເມື່ອພາລະກິດຂອງພຣະເຈົ້າເຖິງຈຸດສິ້ນສຸດ, ການປະຕິບັດ ແລະ ການເຂົ້າສູ່ຂອງມະນຸດຈະເຖິງຈຸດສູງສຸດ. ຜ່ານມາ ເງື່ອນໄຂຂອງມະນຸດແມ່ນຕ້ອງປະຕິບັດຕາມກົດໝາຍ ແລະ ພຣະບັນຍັດ ແລະ ຕ້ອງເປັນຄົນອົດທົນ ແລະ ອ່ອນນ້ອມຖ່ອມຕົນ. ໃນປັດຈຸບັນ ມະນຸດຕ້ອງອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າທັງໝົດ ແລະ ຕ້ອງມີຄວາມຮັກຢ່າງໃຫຍ່ຫຼວງຕໍ່ພຣະເຈົ້າ ແລະ ໃນທີ່ສຸດ ບໍ່ວ່າຈະຢູ່ໃນສະພາບທຸກຍາກລໍາບາກພຽງໃດກໍຕາມ ເຂົາກໍຕ້ອງຍັງຮັກພຣະເຈົ້າສະເໝີ. ທັງສາມຍຸກເຫຼົ່ານີ້ແມ່ນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ເທື່ອລະບາດກ້າວ ຕະຫຼອດການຄຸ້ມຄອງທັງໝົດຂອງພຣະອົງ. ພາລະກິດແຕ່ລະຂັ້ນຕອນຂອງພຣະເຈົ້າແມ່ນດໍາເນີນໜັກຂຶ້ນກວ່າເກົ່າ ແລະ ເງື່ອນໄຂຂອງມະນຸດໃນແຕ່ລະຂັ້ນຕອນກໍສູງຂຶ້ນກວ່າເກົ່າ. ດ້ວຍວິທີນີ້ ການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຄ່ອຍໆເປັນຮູບຮ່າງຂຶ້ນ. ມັນແມ່ນຍ້ອນເງື່ອນໄຂຂອງມະນຸດສູງຂຶ້ນທີ່ເຮັດໃຫ້ອຸປະນິໄສຂອງມະນຸດໃກ້ຄຽງກັບມາດຕະຖານທີ່ພຣະເຈົ້າກໍານົດໄວ້ ແລະ ຍ້ອນສາເຫດດັ່ງກ່າວນີ້ມະນຸດຊາດທັງໝົດຈຶ່ງເລີ່ມຄ່ອຍໆຫຼຸດພົ້ນອອກຈາກອິດທິພົນຂອງຊາຕານ, ຈົນກວ່າເມື່ອພາລະກິດຂອງພຣະເຈົ້ານັ້ນຈະສິ້ນສຸດລົງຢ່າງສົມບູນ, ມວນມະນຸດຊາດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກອິດທິພົນຂອງຊາຕານໄດ້. ເມື່ອເວລານັ້ນມາເຖິງ, ພາລະກິດຂອງພຣະເຈົ້າກໍຈະເຖິງຈຸດສິ້ນສຸດ ແລະ ການຮ່ວມມືຂອງມະນຸດກັບພຣະເຈົ້າເພື່ອບັນລຸການປ່ຽນແປງໃນອຸປະນິໄສຂອງເຂົາກໍຈະບໍ່ມີຢູ່ອີກ ແລະ ມະນຸດຊາດທັງປວງກໍຈະດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ແລະ ຈາກນັ້ນເປັນຕົ້ນໄປ ກໍຈະບໍ່ມີການກະບົດ ຫຼື ການຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຈະບໍ່ຮຽກຮ້ອງຈາກມະນຸດອີກ ແລະ ຈະມີການຮ່ວມມືຢ່າງປອງດອງລະຫວ່າງມະນຸດ ແລະ ພຣະເຈົ້າຫຼາຍຂຶ້ນ ເຊິ່ງຈະເປັນຊີວິດຂອງມະນຸດ ແລະ ພຣະເຈົ້າຢູ່ຮ່ວມກັນ, ຊີວິດທີ່ມາຈາກການຄຸ້ມຄອງຂອງພຣະເຈົ້າແມ່ນຖືກເຮັດໃຫ້ສຳເລັດຢ່າງສົມບູນ ແລະ ຫຼັງຈາກທີ່ມະນຸດຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກກໍາມືຂອງຊາຕານ. ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າຢ່າງໃກ້ຊິດແມ່ນບໍ່ສາມາດບັນລຸຊີວິດດັ່ງກ່າວໄດ້. ພວກເຂົາຈະປ່ອຍໃຫ້ຕົນເອງຕົກລົງສູ່ຄວາມມືດ ເຊິ່ງເປັນບ່ອນທີ່ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ; ພວກເຂົາເປັນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ຕິດຕາມພຣະອົງ ຜູ້ທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ອ່ອນນ້ອມຕໍ່ພາລະກິດທັງໝົດຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ