ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 17
15 ເດືອນກໍລະກົດ 2025
ຫຼັງຈາກທີ່ປະຕິບັດພາລະກິດຫົກພັນປີຂອງພຣະອົງຈົນມາເຖິງປັດຈຸບັນ, ພຣະເຈົ້າໄດ້ເປີດເຜີຍການກະທໍາຫຼາຍຢ່າງຂອງພຣະອົງ ໂດຍທີ່ເປົ້າໝາຍຫຼັກໆແມ່ນເພື່ອເອົາຊະນະຊາຕານ ແລະ ນໍາເອົາຄວາມລອດພົ້ນມາສູ່ມະນຸດຊາດທັງໝົດ. ພຣະອົງໃຊ້ໂອກາດນີ້ເພື່ອອະນຸຍາດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນ, ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ທຸກສິ່ງທຸກຢ່າງຢູ່ໃນທະເລ ແລະ ທຸກສັບພະສິ່ງແຫ່ງການສ້າງຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ເຫັນລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ປະຈັກທຸກການກະທໍາຂອງພຣະອົງ. ພຣະອົງຍາດເອົາໂອກາດໃນການເອົາຊະນະຊາຕານເພື່ອເປີດເຜີຍທຸກການກະທຳຂອງພຣະອົງຕໍ່ມະນຸດຊາດ ແລະ ອະນຸຍາດໃຫ້ຜູ້ຄົນສາມາດສັນລະເສີນພຣະອົງ ແລະ ຍົກຍ້ອງສະຕິປັນຍາຂອງພຣະອົງໃນການເອົາຊະນະຊາຕານ. ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ໃນສະຫວັນ ແລະ ໃນທະເລໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນລິດທານຸພາບສູງສຸດຂອງພຣະອົງ, ສັນລະເສີນທຸກການກະທໍາຂອງພຣະອົງ ແລະ ຮ້ອງຫານາມອັນບໍລິສຸດຂອງພຣະອົງ. ນີ້ແມ່ນຂໍ້ພິສູດການເອົາຊະນະຂອງພຣະອົງເໜືອຊາຕານ; ເປັນຫຼັກຖານຊີ້ບອກເຖິງການທໍາລາຍລ້າງຊາຕານ. ສໍາຄັນໄປກວ່ານັ້ນກໍຄື ມັນເປັນຫຼັກຖານແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະອົງ. ການຊົງສ້າງທັງໝົດຂອງພຣະເຈົ້າໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນພຣະອົງສໍາລັບການເອົາຊະນະສັດຕູຂອງພຣະອົງ ແລະ ການກັບຄືນມາດ້ວຍໄຊຊະນະ ແລະ ສັນລະເສີນພຣະອົງໃນນາມເປັນກະສັດແຫ່ງໄຊຊະນະອັນຍິ່ງໃຫຍ່. ຈຸດປະສົງຂອງພຣະອົງບໍ່ພຽງແຕ່ເພື່ອເອົາຊະນະຊາຕານ ເຊິ່ງດ້ວຍເຫດນັ້ນ ພາລະກິດຂອງພຣະອົງຈຶ່ງສືບຕໍ່ເປັນເວລາຫົກພັນປີ. ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ; ພຣະອົງໃຊ້ການປະລາໄຊຂອງຊາຕານເພື່ອເປີດເຜີຍການກະທໍາຂອງພຣະອົງທັງໝົດ ແລະ ເປີດເຜີຍທຸກສະຫງ່າລາສີຂອງພຣະອົງ. ພຣະອົງຈະໄດ້ຮັບສະຫງ່າລາສີ ແລະ ຝູງທູດສະຫວັນທັງໝົດຈະເຫັນທຸກສະຫງ່າລາສີຂອງພຣະອົງ. ບັນດາຜູ້ສົ່ງຂ່າວໃນສະຫວັນ, ມະນຸດເທິງແຜ່ນດິນໂລກ ແລະ ສິ່ງຊົງສ້າງທັງໝົດຂອງພຣະອົງເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະຜູ້ສ້າງ. ນີ້ແມ່ນພາລະກິດທີ່ພຣະອົງກະທຳ. ສິ່ງຊົງສ້າງຂອງພຣະອົງໃນສະຫວັນ ແລະ ເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະອົງ ແລະ ພຣະອົງຈະກັບຄືນມາຢ່າງມີໄຊຊະນະຫຼັງຈາກໄດ້ເອົາຊະນະຊາຕານຢ່າງສົມບູນ ແລະ ເຮັດໃຫ້ມະນຸດສັນລະເສີນພຣະອົງ, ດ້ວຍວິທີນີ້ ພຣະອົງຈະປະສົບຜົນສໍາເລັດທັງສອງດ້ານໃນພາລະກິດຂອງພຣະອົງ. ໃນທີ່ສຸດ ມະນຸດຊາດທັງໝົດຈະຖືກປົກຄອງໂດຍພຣະອົງ ແລະ ພຣະອົງຈະກວາດລ້າງທຸກຄົນທີ່ຂັດຂືນ ຫຼື ຕໍ່ຕ້ານ: ເວົ້າອີກຢ່າງໜຶ່ງຄື ພຣະອົງຈະກຳຈັດທຸກຄົນທີ່ເປັນຄົນຂອງຊາຕານ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ