ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 21

31 ເດືອນສິງຫາ 2025

ໃນຕົ້ນເດີມນັ້ນ ການນໍາພາມະນຸດໃນລະຫວ່າງຍຸກພຣະບັນຍັດແຫ່ງພຣະສັນຍາເດີມແມ່ນຄືກັບການນໍາພາຊີວິດເດັກນ້ອຍ. ມະນຸດໃນຕອນແລກເລີ່ມນັ້ນ ເປັນເດັກເກີດໃໝ່ຂອງພຣະເຢໂຮວາ; ພວກເຂົາແມ່ນຊົນຊາດອິດສະຣາເອນ. ພວກເຂົາບໍ່ເຂົ້າໃຈວ່າ ຈະຢໍາເກງພຣະເຈົ້າ ແລະ ໃຊ້ຊີວິດເທິງແຜ່ນດິນໂລກນີ້ດ້ວຍວິທີໃດ. ເຊິ່ງໝາຍຄວາມວ່າ ພຣະເຢໂຮວາສ້າງມະນຸດ ນັ້ນກໍຄື ພຣະອົງສ້າງອາດາມ ແລະ ເອວາ ແຕ່ພຣະອົງບໍ່ໄດ້ມອບຄວາມສາມາດໃຫ້ພວກເຂົາເຂົ້າໃຈວິທີທີ່ຈະຢໍາເກງພຣະເຢໂຮວາແນວໃດ ຫຼື ປະຕິບັດຕາມພຣະບັນຍັດຂອງພຣະເຢໂຮວາເທິງແຜ່ນດິນໂລກແນວໃດ. ຫາກປາສະຈາກການຊີ້ນໍາໂດຍກົງຈາກພຣະເຢໂຮວາແລ້ວ ບໍ່ມີຜູ້ໃດສາມາດຮູ້ສິ່ງນີ້ໂດຍກົງ, ເພາະວ່າໃນຕົ້ນເດີມນັ້ນ ມະນຸດບໍ່ມີຄວາມສາມາດແບບນັ້ນ. ມະນຸດພຽງຮູ້ແຕ່ວ່າພຣະເຢໂຮວາເປັນພຣະເຈົ້າ ແຕ່ສໍາລັບວິທີຢໍາເກງພຣະອົງ, ການປະພຶດແບບໃດທີ່ເອີ້ນວ່າເປັນການຢໍາເກງພຣະອົງ, ດ້ວຍຄວາມຄິດແບບໃດທີ່ຕົນຈະຢໍາເກງພຣະອົງ ຫຼື ມີສິ່ງໃດແດ່ທີ່ຈະຖວາຍໃນການຢໍາເກງພຣະອົງ ມະນຸດບໍ່ມີຄວາມຄິດໃນດ້ານນີ້ເລີຍ. ມະນຸດພຽງຮູ້ຈັກຊື່ນຊົມໃນສິ່ງທີ່ສາມາດຊື່ນຊົມໄດ້ໃນບັນດາສັບພະທຸກສິ່ງທີ່ສ້າງຂຶ້ນໂດຍພຣະເຢໂຮວາ ແຕ່ສຳລັບວິທີການໃຊ້ຊີວິດແບບໃດໃນແຜ່ນດິນໂລກຈຶ່ງຈະຄູ່ຄວນເປັນສິ່ງຊົງສ້າງ, ມະນຸດແມ່ນບໍ່ຮູ້ຫຍັງຈັກຢ່າງເລີຍ. ຫາກປາສະຈາກຄົນແນະນໍາພວກເຂົາ, ຫາກປາສະຈາກຄົນຊີ້ນໍາພວກເຂົາເປັນການສ່ວນຕົວ ມະນຸດຊາດຈະບໍ່ມີຊີວິດທີ່ເໝາະສົມກັບການເປັນມະນຸດຢ່າງຖືກຕ້ອງ ແຕ່ຈະເປັນພຽງຄົນທີ່ຖືກຊາຕານຄວບຄຸມຢ່າງລັບໆ. ພຣະເຢໂຮວາສ້າງມະນຸດຊາດ ເວົ້າໄດ້ວ່າ ພຣະອົງສ້າງບັນພະບຸລຸດຂອງມະນຸດຊາດ, ອາດາມ ແລະ ເອວາ, ແຕ່ພຣະອົງບໍ່ໄດ້ປະທານຄວາມສະຫຼາດ ຫຼື ສະຕິປັນຍາເພີ່ມເຕີມໃຫ້ກັບພວກເຂົາ. ເຖິງແມ່ນວ່າພວກເຂົາໄດ້ດຳລົງຊີວິດຢູ່ເທິງແຜ່ນດິນໂລກແລ້ວ, ພວກເຂົາກໍເກືອບຈະບໍ່ເຂົ້າໃຈຫຍັງເລີຍ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຢໂຮວາໃນການສ້າງມະນຸດກໍສຳເລັດແຕ່ພຽງເຄິ່ງດຽວ ແລະ ແຮງໄກຈາກຄວາມສົມບູນ. ພຣະອົງພຽງແຕ່ສ້າງແບບຢ່າງຂອງມະນຸດຈາກດິນໜຽວ ແລະ ມອບລົມຫາຍໃຈຂອງພຣະອົງໃຫ້ກັບມັນ, ແຕ່ບໍ່ໄດ້ປະທານຄວາມເຕັມໃຈຢ່າງພຽງພໍໃຫ້ກັບມະນຸດເພື່ອໃຫ້ພວກເຂົາໄດ້ຢໍາເກງພຣະອົງ. ໃນຕອນເລີ່ມຕົ້ນນັ້ນ ມະນຸດບໍ່ມີຫົວໃຈທີ່ຈະຢໍາເກງ ຫຼື ຢ້ານພຣະອົງ. ມະນຸດພຽງແຕ່ຮູ້ວິທີການຟັງພຣະທຳຂອງພຣະອົງ ແຕ່ບໍ່ມີຄວາມຮູ້ພື້ນຖານກ່ຽວກັບຊີວິດເທິງແຜ່ນດິນໂລກ ແລະ ກ່ຽວກັບກົດລະບຽບທໍາມະດາຂອງຊີວິດມະນຸດ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພຣະເຢໂຮວາໄດ້ສ້າງຜູ້ຊາຍ ແລະ ຜູ້ຍິງ ແລະ ສຳເລັດແຜນການພາຍໃນເຈັດມື້, ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພຣະອົງໄດ້ສຳເລັດໃນການສ້າງມະນຸດ ຍ້ອນວ່າ ມະນຸດຍັງເປັນແກບເຂົ້າ ແລະ ຂາດຄວາມເປັນຈິງຂອງການເປັນມະນຸດຢູ່. ມະນຸດຮູ້ພຽງແຕ່ວ່າ ພຣະເຢໂຮວາສ້າງມະນຸດຊາດ, ແຕ່ເຂົາບໍ່ຮູ້ຫຍັງເລີຍກ່ຽວກັບການປະຕິບັດຕາມພຣະທຳ ຫຼື ພຣະບັນຍັດຂອງພຣະເຢໂຮວາ. ດັ່ງນັ້ນ ຫລັງຈາກມະນຸດຊາດເກີດມາ, ພາລະກິດຂອງພຣະເຢໂຮວາຍັງຫ່າງໄກຈາກຄວາມສຳເລັດ. ພຣະອົງຍັງຕ້ອງໄດ້ນໍາມະນຸດໃຫ້ມາຫາພຣະອົງຢ່າງແທ້ຈິງ ເພື່ອພວກເຂົາຈະສາມາດດໍາລົງຊີວິດຮ່ວມກັນເທິງແຜ່ນດິນໂລກ ແລະ ຢໍາເກງພຣະອົງ ແລະ ດ້ວຍການຊີ້ນໍາຂອງພຣະອົງ ພວກເຂົາຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແຫ່ງການດໍາລົງຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ. ພຽງແຕ່ເມື່ອນັ້ນ ພາລະກິດທີ່ດໍາເນີນພາຍໃຕ້ພຣະນາມຂອງພຣະເຢໂຮວາຈຶ່ງຈະສໍາເລັດຜົນຢ່າງສົມບູນ, ນັ້ນກໍຄື ພຽງແຕ່ເມື່ອນັ້ນ ພາລະກິດແຫ່ງການສ້າງໂລກຂອງພຣະເຢໂຮວາຈຶ່ງຈະສິ້ນສຸດລົງຢ່າງສົມບູນ. ສະນັ້ນ ຫລັງຈາກສ້າງມະນຸດ ພຣະອົງຕ້ອງໄດ້ນໍາພາຊີວິດມະນຸດຊາດເທິງແຜ່ນດິນໂລກເປັນເວລາຫຼາຍພັນປີ ເພື່ອມະນຸດຊາດຈະໄດ້ປະຕິບັດຕາມພຣະດໍາລັດ ແລະ ພຣະບັນຍັດຂອງພຣະອົງ ແລະ ເຂົ້າຮ່ວມໃນກິດຈະກໍາຕ່າງໆຂອງຊີວິດໃນແບບມະນຸດປົກກະຕິເທິງແຜ່ນດິນໂລກ. ພຽງແຕ່ເມື່ອນັ້ນ ພາລະກິດຂອງພຣະເຢໂຮວາຈຶ່ງຈະສໍາເລັດຜົນຢ່າງສົມບູນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ