ເພງຄຣິດສະຕຽນ “ເວລາທີ່ເສຍໄປຈະບໍ່ກັບຄືນມາອີກ”

31 ເດືອນພຶດສະພາ 2023

ຈົ່ງຕື່ນຂຶ້ນເຖີດ ອ້າຍນ້ອງເອີຍ! ຈົ່ງຕື່ນຂຶ້ນເຖີດ ເອື້ອຍນ້ອງເອີຍ!

ມື້ຂອງເຮົາຈະບໍ່ຊັກຊ້າ;

ເວລາຄືຊີວິດ ແລະ ການຍ້ອນເວລາ ກັບໄປແມ່ນການຊ່ວຍຊີວິດ!

ເວລານັ້ນບໍ່ໄດ້ຢູ່ຫ່າງໄກເລີຍ!

ຖ້າພວກເຈົ້າສອບເສັງເຂົ້າວິທະຍາໄລ ບໍ່ຜ່ານ ພວກເຈົ້າກໍສາມາດສຶກສາ

ແລະ ເສັງຄືນໃໝ່ຫຼາຍຄັ້ງຕາມໃຈມັກ.

ຢ່າງໃດກໍຕາມ, ມື້ຂອງເຮົາຈະບໍ່ຊັກຊ້າອີກຕໍ່ໄປ.

ຈົ່ງເຊື່ອໃນຕົວເຮົາ! ເຮົາຄືພຣະຜູ້ໄຖ່ຂອງພວກເຈົ້າ!

ເຮົາຄືພຣະຜູ້ຊົງລິດທານຸພາບສູງສຸດຂອງພວກເຈົ້າ!

ຈົ່ງເຝົ້າເບິ່ງ! ຈົ່ງຈື່ໄວ້ວ່າ ເວລາທີ່ເສຍໄປຈະບໍ່ມີວັນກັບຄືນມາອີກຄັ້ງ!

ບໍ່ມີຢາໃດໃນໂລກນີ້ທີ່ປິ່ນປົວຄວາມເສຍໃຈໄດ້!

ສະນັ້ນແລ້ວ ເຮົາຄວນເວົ້າກັບພວກເຈົ້າແນວໃດດີ?

ພຣະທໍາຂອງເຮົາແມ່ນບໍ່ຄູ່ຄວນໃຫ້ພວກເຈົ້າ ພິຈາລະນາຢ່າງຮອບຄອບຊໍ້າໄປຊໍ້າມາເລີຍບໍ?

ຈົ່ງຈື່ໄວ້! ເຮົາຂໍຊຸກຍູ້ເຈົ້າດ້ວຍພຣະທໍາທີ່ດີເຫຼົ່ານີ້.

ຈຸດຈົບຂອງໂລກຈະຖືກເປີດເຜີຍ ຕໍ່ສາຍຕາຂອງພວກເຈົ້າ ແລະ ໄພທີ່ຮ້າຍແຮງຄືບຄານເຂົ້າມາໃກ້ຢ່າງໄວວາ.

ອັນໃດສຳຄັນກວ່າກັນ: ຊີວິດຂອງພວກເຈົ້າ ຫຼື ການນອນ, ອາຫານ, ເຄື່ອງດື່ມ ແລະ ເຄື່ອງນຸ່ງຫົ່ມ ຂອງພວກເຈົ້າມີຄວາມສໍາຄັນກວ່າ?

ມັນເຖິງເລວາແລ້ວທີ່ພວກເຈົ້າ ຕ້ອງພິຈາລະນາສິ່ງເຫຼົ່ານີ້.

ຈົ່ງເຊື່ອໃນຕົວເຮົາ! ເຮົາຄືພຣະຜູ້ໄຖ່ຂອງພວກເຈົ້າ!

ເຮົາຄືພຣະຜູ້ຊົງລິດທານຸພາບສູງສຸດຂອງພວກເຈົ້າ!

ຈົ່ງເຝົ້າເບິ່ງ! ຈົ່ງຈື່ໄວ້ວ່າ ເວລາທີ່ເສຍໄປຈະບໍ່ມີວັນກັບຄືນມາອີກຄັ້ງ!

ບໍ່ມີຢາໃດໃນໂລກນີ້ທີ່ປິ່ນປົວຄວາມເສຍໃຈໄດ້!

ສະນັ້ນແລ້ວ ເຮົາຄວນເວົ້າກັບພວກເຈົ້າແນວໃດດີ?

ພຣະທໍາຂອງເຮົາແມ່ນບໍ່ຄູ່ຄວນໃຫ້ພວກເຈົ້າ ພິຈາລະນາຢ່າງຮອບຄອບຊໍ້າໄປຊໍ້າມາເລີຍບໍ?

ຈັ່ງແມ່ນເປັນຕາສົງສານແທ້ເດ! ຈັ່ງແມ່ນເປັນຕາດູຕົນແທ້ເດ! ຈັ່ງແມ່ນຕາບອດ! ມະນຸດຈັ່ງແມ່ນໂຫດຮ້າຍ!

ແທ້ຈິງແລ້ວ ເຈົ້າເຮັດຕິບໍ່ໄດ້ຍິນພຣະທໍາຂອງເຮົາ.

ເຮົາກໍາລັງເວົ້າກັບພວກເຈົ້າໂດຍບໍ່ມີປະໂຫຍດຫຍັງບໍ?

ເປັນຫຍັງພວກເຈົ້າຄືຍັງເມີນເສີຍກັນຢູ່? ເປັນຫຍັງຄືເປັນແນວນັ້ນ?

ພວກເຈົ້າບໍ່ເຄີຍມີຄວາມຄິດແບບນັ້ນແທ້ບໍ?

ເຮົາກໍາລັງເວົ້າສິ່ງເຫຼົ່ານີ້ເພື່ອໃຜ?

ຈົ່ງເຊື່ອໃນຕົວເຮົາ! ເຮົາຄືພຣະຜູ້ໄຖ່ຂອງພວກເຈົ້າ!

ເຮົາຄືພຣະຜູ້ຊົງລິດທານຸພາບສູງສຸດຂອງພວກເຈົ້າ!

ຈົ່ງເຝົ້າເບິ່ງ! ຈົ່ງຈື່ໄວ້ວ່າ ເວລາທີ່ເສຍໄປຈະບໍ່ມີວັນກັບຄືນມາອີກຄັ້ງ!

ບໍ່ມີຢາໃດໃນໂລກນີ້ທີ່ປິ່ນປົວຄວາມເສຍໃຈໄດ້!

ສະນັ້ນແລ້ວ ເຮົາຄວນເວົ້າກັບພວກເຈົ້າແນວໃດດີ?

ພຣະທໍາຂອງເຮົາແມ່ນບໍ່ຄູ່ຄວນໃຫ້ພວກເຈົ້າ ພິຈາລະນາຢ່າງຮອບຄອບຊໍ້າໄປຊໍ້າມາເລີຍບໍ?

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ