ເພງຄຣິດສະຕຽນ “ພຣະເຈົ້າປາຖະໜາໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນໄດ້ຮັບຄວາມລອດພົ້ນຂອງພຣະອົງ” | 2026 ສຽງແຫ່ງການສັນລະເສີນ

15 ເດືອນມັງກອນ 2026

1

ພຣະເຈົ້າຫວັງວ່າ ຈະມີຄົນຫຼາຍຂຶ້ນທີ່ສາມາດທຳການກວດສອບຢ່າງລະມັດລະວັງຕໍ່ໜ້າພຣະທຳ ແລະ ພາລະກິດຂອງພຣະເຈົ້າ ແລະ ມີທ່າທີທີ່ຈິງຈັງ ແລະ ນັບຖືຕໍ່ຂ່າວສານທີ່ສຳຄັນນີ້. ພຣະອົງຫວັງວ່າພວກເຂົາຈະບໍ່ຍ່າງຕາມຮອຍຕີນຂອງຜູ້ທີ່ຖືກລົງໂທດ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາຈະບໍ່ເປັນຄືກັບໂປໂລ, ຜູ້ທີ່ຮູ້ຫົນທາງທີ່ແທ້ຈິງຢ່າງແຈ່ມແຈ້ງ ແຕ່ເຈດຕະນາຕໍ່ຕ້ານມັນ ແລະ ສູນເສຍເຄື່ອງຖວາຍບາບ. ພຣະເຈົ້າບໍ່ຕ້ອງການໃຫ້ຫຼາຍຄົນກວ່ານີ້ຖືກລົງໂທດ, ແຕ່ກົງກັນຂ້າມ ພຣະອົງຫວັງໃຫ້ຫຼາຍຄົນກວ່ານີ້ໄດ້ຮັບຄວາມລອດພົ້ນ ແລະ ໃຫ້ຫຼາຍຄົນກວ່ານີ້ຕາມທັນບາດກ້າວຂອງພຣະອົງ ແລະ ເຂົ້າສູ່ອານາຈັກຂອງພຣະອົງ.

2

ພຣະເຈົ້າປະຕິບັດຕໍ່ທຸກຄົນຢ່າງຊອບທຳ; ບໍ່ວ່າເຈົ້າຈະອາຍຸຈັກປີ, ມີຄວາມອາວຸໂສຫຼາຍສໍ່າໃດ ຫຼື ແມ່ນແຕ່ໄດ້ຜ່ານຄວາມທຸກທໍລະມານມາຫຼາຍສໍ່າໃດກໍຕາມ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າກໍຈະບໍ່ມີວັນປ່ຽນແປງຍ້ອນສິ່ງເຫຼົ່ານີ້. ພຣະເຈົ້າບໍ່ໄດ້ຍົກຍ້ອງໃຜ, ທັງບໍ່ໄດ້ລຳອຽງຕໍ່ຜູ້ໃດ. ທ່າທີຂອງພຣະອົງຕໍ່ຜູ້ຄົນແມ່ນອີງໃສ່ວ່າ ພວກເຂົາສາມາດສະຫຼະທຸກສິ່ງທຸກຢ່າງເພື່ອຮັບເອົາຄວາມຈິງ ແລະ ພາລະກິດໃໝ່ຂອງພຣະອົງໄດ້ ຫຼື ບໍ່. ຖ້າເຈົ້າສາມາດຮັບເອົາພາລະກິດໃໝ່ຂອງພຣະອົງ ແລະ ຮັບເອົາຄວາມຈິງທີ່ພຣະອົງສະແດງອອກ, ແລ້ວເຈົ້າກໍຈະສາມາດໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ.

ຕົວຢ່າງທົ່ວໄປຂອງການລົງໂທດສຳລັບການທ້າທາຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ບົດສົ່ງທ້າຍ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ