ການສົນທະນາຄຣິສຕຽນ “ຄວາມວິບັດແກ່ຜູ້ທີ່ລໍຖ້າພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ”

23 ເດືອນມັງກອນ 2026

ໃນທຸກມື້ນີ້, ໄພພິບັດທຸກຊະນິດກຳລັງຮຸນແຮງຂຶ້ນ ແລະ ເກີດຂຶ້ນເລື້ອຍໆ ແລະ ຄວາມຫາຍະນະໃຫຍ່ເຈັດປີແຫ່ງຍຸກສຸດທ້າຍທີ່ໄດ້ທຳນາຍໄວ້ໃນປື້ມພຣະນິມິດກໍໄດ້ເລີ່ມຂຶ້ນແລ້ວ. ບາງຄົນຮູ້ສຶກວ່າພຣະຜູ້ເປັນເຈົ້າຄົງຈະສະເດັດກັບມາແລ້ວ, ດັ່ງນັ້ນ ພວກເຂົາຈຶ່ງລິເລີ່ມສະແຫວງຫາ ແລະ ສືບຄົ້ນຫາເສັ້ນທາງທີ່ແທ້ຈິງ. ໂດຍບໍ່ທັນຮູ້ໂຕ, ພວກເຂົາກໍໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ໄດ້ເຂົ້າຮ່ວມງານລ້ຽງແຫ່ງອານາຈັກສະຫວັນ. ແຕ່ວ່າ, ຊາວຄຣິສສ່ວນຫຼາຍຍັງຄົງລໍຖ້າໃຫ້ພຣະຜູ້ເປັນເຈົ້າສະເດັດລົງມາເທິງກ້ອນເມກ. ເມື່ອພວກເຂົາໄດ້ຍິນຄົນອື່ນເປັນພະຍານວ່າພຣະຜູ້ເປັນເຈົ້າໄດ້ສະເດັດກັບມາ ແລະ ກຳລັງສະແດງຄວາມຈິງ, ພວກເຂົາກໍປະຕິເສດທີ່ຈະສະແຫວງຫາ ຫຼື ສືບຄົ້ນ, ໂດຍຍັງຄົງລໍຖ້າໃຫ້ພຣະຜູ້ເປັນເຈົ້າສະເດັດລົງມາເທິງກ້ອນເມກເພື່ອຮັບເອົາພວກເຂົາເຂົ້າສູ່ອານາຈັກສະຫວັນ. ຄວາມປາຖະໜາຂອງພວກເຂົາຈະສາມາດເປັນຈິງໄດ້ແທ້ບໍ? ເມື່ອຜູ້ຄົນໄດ້ເຫັນພຣະຜູ້ເປັນເຈົ້າສະເດັດລົງມາເທິງກ້ອນເມກໃນທີ່ສຸດ, ພວກເຂົາຈະເຕັມໄປດ້ວຍຄວາມປິຕິຍິນດີ ຫຼື ຈະຮ້ອງໄຫ້ ແລະ ກັດແຂ້ວຄ້ຽວຟັນ? ຖ້າຢາກຮູ້ຄຳຕອບ, ເຊີນຮັບຊົມການສົນທະນາເລື່ອງ “ຄວາມວິບັດແກ່ຜູ້ທີ່ລໍຖ້າພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ” ນີ້ໄດ້ເລີຍ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ