ເພງຄຣິດສະຕຽນ “ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍປະຕິບັດພາລະກິດແຫ່ງພຣະທຳເປັນສ່ວນໃຫຍ່”

02 ເດືອນກັນຍາ 2019

ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍ

ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ກ່າວພຣະທຳທີ່ສົມບູນ

ແລະ ມີແສງສະຫວ່າງ

ພຣະທຳທີ່ລົບລ້າງພຣະເຈົ້າທີ່ເລື່ອນລອຍ

ໃຫ້ອອກຈາກຫົວໃຈຂອງມະນຸດ.

ພຣະເຢຊູປະຕິບັດພາລະກິດທີ່ແຕກຕ່າງ.

ພຣະອົງກະທໍາການອັດສະຈັນ ແລະ ປິ່ນປົວຄົນເຈັບປ່ວຍ,

ເທດສະໜາຂ່າວປະເສີດແຫ່ງອານາຈັກສະຫວັນ,​

ແລະ ຖືກຄຶງກາງແຂນເພື່ອໄຖ່ບາບທຸກຄົນ.

ດັ່ງນັ້ນ ມະນຸດຈິ່ງມີຄວາມຄິດວ່າ

ນີ້ແມ່ນສິ່ງທີ່ພຣະເຈົ້າເປັນຢູ່ສະເໝີ.

ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍ

ປະຕິບັດ ແລະ ເປີດເຜີຍທຸກສິ່ງດ້ວຍພຣະທຳ.

ໃນພຣະທຳຂອງພຣະອົງ ເຈົ້າເຫັນສິ່ງທີ່ພຣະອົງເປັນ;

ໃນພຣະທຳຂອງພຣະອົງ ເຈົ້າເຫັນວ່າພຣະອົງແມ່ນພຣະເຈົ້າ.

ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍ

ລົບລ້າງພຣະເຈົ້າທີ່ເລື່ອນລອຍ

ອອກຈາກຄວາມຄິດຂອງມະນຸດ.

ຜ່ານທາງພຣະທຳ ແລະ ການກະທຳຂອງພຣະອົງ,

ພາລະກິດທີ່ແທ້ຈິງ ແລະ ທຳມະດາຂອງພຣະອົງ

ທ່າມກາງທຸກຄົນ,

ມະນຸດຮູ້ຈັກຄວາມເປັນຈິງຂອງພຣະເຈົ້າ,

ບໍ່ເຊື່ອໃນພຣະເຈົ້າທີ່ບໍ່ຊັດເຈນ.

ຜ່ານທາງພຣະທຳຂອງພຣະເຈົ້າຜູ້ຊົງບັງເກີດເປັນມະນຸດ,​

ພຣະອົງເຮັດໃຫ້ມະນຸດສົມບູນແບບ

ແລະ ເຮັດໃຫ້ທຸກສິ່ງເປັນຈິງ.

ນີ້ແມ່ນພາລະກິດທີ່ພຣະເຈົ້າຈະເຮັດໃຫ້ສໍາເລັດໃນຍຸກສຸດທ້າຍ.

ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍ

ປະຕິບັດ ແລະ ເປີດເຜີຍທຸກສິ່ງດ້ວຍພຣະທຳ.

ໃນພຣະທຳຂອງພຣະອົງ ເຈົ້າເຫັນສິ່ງທີ່ພຣະອົງເປັນ;

ໃນພຣະທຳຂອງພຣະອົງ ເຈົ້າເຫັນວ່າພຣະອົງແມ່ນພຣະເຈົ້າ.

ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດກ່າວພຽງພຣະທຳເທົ່ານັ້ນ,

ເພາະວ່ານີ້ແມ່ນພາລະກິດຂອງພຣະອົງຢູ່ເທິງແຜ່ນດິນໂລກ.

ເຈົ້າສາມາດເຫັນສິ່ງທີ່ພຣະອົງເປັນທັງໝົດຜ່ານທາງພຣະທຳ,

ຄວາມຍິ່ງໃຫຍ່, ການຖ່ອມຕົວ

ແລະ ຄວາມສູງສົ່ງຂອງພຣະອົງ.

ຈາກເພງ ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ