ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 610

18 ເດືອນສິງຫາ 2025

ເຮົາມີຄວາມຫວັງຫຼາຍຢ່າງ. ເຮົາປາດຖະໜາໃຫ້ພວກເຈົ້າປະພຶດຕົນໃນທາງທີ່ຖືກຕ້ອງ ແລະ ດີຂຶ້ນ, ປະຕິບັດໜ້າທີ່ຂອງພວກເຈົ້າຢ່າງຊື່ສັດ, ມີຄວາມຈິງ ແລະ ຄວາມເປັນມະນຸດ, ເປັນຄົນທີ່ສາມາດມອບທຸກສິ່ງ ແລະ ແມ່ນແຕ່ຊີວິດຂອງຕົນເພື່ອພຣະເຈົ້າ ແລະ ອື່ນໆອີກ. ຄວາມຫວັງທັງໝົດນີ້ແມ່ນເກີດຈາກຄວາມຂາດເຂີນ ແລະ ຄວາມເສື່ອມຊາມຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຟັງ. ຖ້າບໍ່ມີການສົນທະນາໃດທີ່ເຮົາມີກັບພວກເຈົ້າທີ່ພຽງພໍທີ່ຈະດຶງດູດຄວາມສົນໃຈຂອງພວກເຈົ້າ, ແລ້ວມັນກໍ່ມີແນວໂນ້ມວ່າສິ່ງດຽວທີ່ເຮົາສາມາດເຮັດໄດ້ກໍຄືບໍ່ເວົ້າຫຍັງອີກ. ຢ່າງໃດກໍຕາມ, ພວກເຈົ້າແມ່ນເຂົ້າໃຈຜົນຮັບຂອງສິ່ງນັ້ນ. ເຮົາບໍ່ຄ່ອຍພັກຜ່ອນຫຼາຍ, ສະນັ້ນ ຖ້າເຮົາບໍ່ເວົ້າ ເຮົາກໍຈະເຮັດບາງສິ່ງເພື່ອໃຫ້ຜູ້ຄົນເບິ່ງ. ເຮົາສາມາດເຮັດໃຫ້ລິ້ນຂອງຄົນເນົ່າເປື່ອຍ ຫຼື ເຮັດໃຫ້ບາງຄົນຕາຍແບບຖືກຕັດອອກເປັນສິ້ນສ່ວນ ຫຼື ເຮັດໃຫ້ເສັ້ນປະສາດຂອງຄົນຜິດປົກກະຕິ ແລະ ເຮັດໃຫ້ພວກເຂົາເບິ່ງໜ້າລັງກຽດໃນຫຼາຍວິທີທາງ. ແລ້ວອີກຄັ້ງ ເຮົາສາມາດເຮັດໃຫ້ຄົນທົນທຸກກັບຄວາມເຈັບປວດທີ່ເຮົາໄດ້ຕົ້ມໄວ້ໂດຍສະເພາະພວກເຂົາ. ດ້ວຍວິທີນີ້ ເຮົາຈະຮູ້ສຶກຍິນດີ, ມີຄວາມສຸກຫຼາຍ ແລະ ພໍໃຈເປັນຢ່າງຍິ່ງ. ມັນຖືກເວົ້າຢູ່ສະເໝີວ່າ “ຄວາມດີແມ່ນຖືກຕອບແທນດ້ວຍຄວາມດີ ແລະ ຄວາມຊົ່ວດ້ວຍຄວາມຊົ່ວ”, ແລ້ວເປັນຫຍັງໃນຕອນນີ້ຈຶ່ງບໍ່ເປັນແບບນັ້ນ? ຖ້າເຈົ້າຕ້ອງການຕໍ່ຕ້ານເຮົາ ແລະ ຕັດສິນບາງຢ່າງກ່ຽວກັບເຮົາ, ແລ້ວເຮົາກໍຈະເຮັດໃຫ້ປາກຂອງເຈົ້າເນົ່າເປື່ອຍ ແລະ ນັ້ນກໍຈະເຮັດໃຫ້ເຮົາດີໃຈຈົນບໍ່ມີສິ້ນສຸດ. ນີ້ກໍຍ້ອນວ່າ ໃນທີ່ສຸດແລ້ວ ສິ່ງທີ່ເຈົ້າໄດ້ເຮັດບໍ່ແມ່ນຄວາມຈິງ, ແຮງໄກທີ່ມັນກ່ຽວຂ້ອງກັບຊີວິດ, ໃນຂະນະທີ່ທຸກສິ່ງທີ່ເຮົາກະທໍາແມ່ນຄວາມຈິງ; ທຸກການກະທໍາຂອງເຮົາແມ່ນກ່ຽວຂ້ອງກັບຫຼັກການຂອງພາລະກິດຂອງເຮົາ ແລະ ພຣະດໍາລັດປົກຄອງທີ່ເຮົາໄດ້ວາງອອກ. ດັ່ງນັ້ນ, ເຮົາຂໍຊຸກຍູ້ໃຫ້ພວກເຈົ້າແຕ່ລະຄົນຈົ່ງສະສົມຄຸນງາມຄວາມດີ, ຢຸດເຮັດຄວາມຊົ່ວຕ່າງໆ ແລະ ເອົາໃຈໃສ່ກັບການຮຽກຮ້ອງຂອງເຮົາໃນເວລາວ່າງຂອງເຈົ້າ. ເມື່ອນັ້ນເຮົາກໍຈະຮູ້ສຶກປິຕິຍິນດີ. ຖ້າພວກເຈົ້າຕ້ອງປະກອບສ່ວນ (ຫຼື ບໍລິຈາກ) ເຂົ້າໃນຄວາມຈິງແມ່ນແຕ່ໜຶ່ງສ່ວນພັນຂອງຄວາມພະຍາຍາມທີ່ພວກເຈົ້າເຮັດໃຫ້ກັບເນື້ອໜັງ, ເຮົາກໍຂໍເວົ້າວ່າ ເຈົ້າຈະບໍ່ເຮັດຜິດຢູ່ເລື້ອຍໆ ແລະ ບໍ່ມີປາກທີ່ເນົ່າເປື່ອຍ. ສິ່ງນີ້ບໍ່ຊັດເຈນບໍ?

ຍິ່ງການເຮັດຜິດຂອງເຈົ້າຫຼາຍສໍ່າໃດ, ໂອກາດຂອງເຈົ້າໃນການໄດ້ຮັບຈຸດໝາຍປາຍທາງທີ່ດີກໍຍິ່ງໜ້ອຍລົງ. ກົງກັນຂ້າມ, ຍິ່ງການເຮັດຜິດຂອງເຈົ້າໜ້ອຍສໍ່າໃດ, ໂອກາດຂອງເຈົ້າໃນການຖືກພຣະເຈົ້າຍ້ອງຍໍກໍຍິ່ງຫຼາຍຂຶ້ນ. ຖ້າການເຮັດຜິດຂອງເຈົ້າເພີ່ມຂຶ້ນຮອດຈຸດທີ່ວ່າ ມັນເປັນໄປບໍ່ໄດ້ທີ່ເຮົາຈະຍົກໂທດໃຫ້ເຈົ້າ, ແລ້ວເຈົ້າກໍຈະສິ້ນເປືອງໂອກາດໃນການຖືກຍົກໂທດທັງໝົດ. ໃນກໍລະນີນັ້ນ ຈຸດໝາຍປາຍທາງຂອງເຈົ້າຈະບໍ່ຢູ່ເທິງ ແຕ່ຈະຢູ່ລຸ່ມ. ຖ້າເຈົ້າບໍ່ເຊື່ອເຮົາ ແລ້ວກໍຈົ່ງມີຄວາມກ້າຫານ ແລະ ເຮັດໃນສິ່ງທີ່ຜິດ ແລະ ຫຼັງຈາກນັ້ນ ກໍໃຫ້ເບິ່ງວ່າ ມັນຈະນໍາຫຍັງມາໃຫ້ເຈົ້າ. ຖ້າເຈົ້າເປັນຄົນທີ່ຈິງໃຈແທ້ກັບການປະຕິບັດຄວາມຈິງ ແລ້ວເຈົ້າກໍຈະມີໂອກາດທີ່ຄວາມຜິດຂອງເຈົ້າຈະໄດ້ຮັບການຍົກໂທດຢ່າງແນ່ນອນ ແລະ ເຈົ້າຈະບໍ່ເຊື່ອຟັງໜ້ອຍລົງເລື້ອຍໆ. ຖ້າເຈົ້າເປັນຄົນທີ່ບໍ່ເຕັມໃຈປະຕິບັດຄວາມຈິງ, ແລ້ວການເຮັດຜິດຂອງເຈົ້າຕໍ່ໜ້າພຣະເຈົ້າກໍຈະເພີ່ມທະວີຂຶ້ນຢ່າງແນ່ນອນ ແລະ ເຈົ້າຈະບໍ່ເຊື່ອຟັງຫຼາຍຂຶ້ນເລື້ອຍໆ, ຈົນວ່າເຈົ້າເຖິງຂີດຈໍາກັດ ເຊິ່ງຈະເປັນເວລາທີ່ເຈົ້າຖືກທໍາລາຍຢ່າງສິ້ນເຊີງ. ນີ້ຈະເປັນເວລາທີ່ຄວາມຝັນອັນສວຍງາມກ່ຽວກັບການຮັບພອນຂອງເຈົ້າຈະຖືກທໍາລາຍ. ຈົ່ງຢ່າຖືວ່າ ການເຮັດຜິດຂອງເຈົ້າແມ່ນເປັນຄວາມຜິດຂອງຄົນທີ່ຍັງບໍ່ບັນລຸນິຕິພາວະ ຫຼື ຄົນໂງ່; ຢ່າໃຊ້ຂໍ້ອ້າງວ່າ ເຈົ້າບໍ່ໄດ້ປະຕິບັດຄວາມຈິງ ເພາະຄວາມສາມາດຂອງເຈົ້າທີ່ມີໜ້ອຍໄດ້ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະປະຕິບັດແບບນັ້ນ. ຍິ່ງໄປກວ່ານັ້ນ ຢ່າພຽງແຕ່ຖືວ່າ ການເຮັດຜິດທີ່ເຈົ້າໄດ້ເຮັດນັ້ນແມ່ນເປັນການກະທໍາຂອງບາງຄົນທີ່ບໍ່ຮູ້ດີໄປກວ່ານີ້. ຖ້າເຈົ້າເກັ່ງໃນການຍົກໂທດໃຫ້ຕົວເອງ ແລະ ເກັ່ງໃນການປະຕິບັດກັບຕົວເອງດ້ວຍໃຈກວ້າງຂວາງ, ແລ້ວເຮົາກໍຂໍເວົ້າວ່າ ເຈົ້າແມ່ນຄົນຂີ້ຢ້ານຜູ້ທີ່ຈະບໍ່ມີວັນໄດ້ຮັບຄວາມຈິງ ຫຼື ການເຮັດຜິດຂອງເຈົ້າກໍຈະບໍ່ຢຸດຫຼອກຫຼອນເຈົ້າ; ພວກມັນຈະຫ້າມບໍ່ໃຫ້ເຈົ້າເຮັດຕາມຄວາມຮຽກຮ້ອງຂອງຄວາມຈິງ ແລະ ເຮັດໃຫ້ເຈົ້າເປັນໝູ່ຮ່ວມເດີນທາງທີ່ຈົງຮັກພັກດີຂອງຊາຕານຕະຫຼອດໄປ. ຄໍາແນະນໍາຂອງເຮົາໃຫ້ກັບເຈົ້າກໍຍັງຄືເກົ່າ: ຢ່າພຽງແຕ່ສົນໃຈກັບປາຍທາງຂອງເຈົ້າ ໃນຂະນະທີ່ເບິ່ງຂ້າມການເຮັດຜິດຂອງເຈົ້າທີ່ເຊື່ອງຊ້ອນຢູ່; ຈົ່ງຖືການເຮັດຜິດຂອງເຈົ້າຢ່າງຈິງຈັງ ແລະ ຢ່າເບິ່ງຂ້າມການເຮັດຜິດທັງໝົດຂອງເຈົ້າຍ້ອນເປັນຫ່ວງຕໍ່ຈຸດໝາຍປາຍທາງຂອງເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເຮັດຜິດຈະນໍາພາມະນຸດໄປສູ່ນະຮົກ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ