ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 428
27 ເດືອນກໍລະກົດ 2025
ຫຼາຍຄົນສາມາດເວົ້າກ່ຽວກັບການປະຕິບັດໄດ້ເລັກນ້ອຍ ແລະ ພວກເຂົາສາມາດເວົ້າກ່ຽວກັບຄວາມປະທັບໃຈສ່ວນຕົວຂອງພວກເຂົາ ແຕ່ສ່ວນຫຼາຍແມ່ນແສງສະຫວ່າງທີ່ໄດ້ຮັບຈາກຖ້ອຍຄໍາຂອງຄົນອື່ນ. ມັນບໍ່ໄດ້ລວມເອົາສິ່ງທີ່ມາຈາກການປະຕິບັດສ່ວນຕົວຂອງພວກເຂົາເລີຍ ທັງບໍ່ໄດ້ລວມເອົາສິ່ງທີ່ພວກເຂົາເຫັນຜ່ານປະສົບການຂອງພວກເຂົາ. ເຮົາໄດ້ວິເຄາະປະເດັນນີ້ຢ່າງລະອຽດມາກ່ອນແລ້ວ; ຢ່າຄິດວ່າເຮົາບໍ່ຮູ້ຫຍັງ. ເຈົ້າເປັນພຽງເສືອເຈ້ຍ ແຕ່ເຈົ້າເວົ້າເລື່ອງປາບປາມຊາຕານ, ເລື່ອງຄໍາພະຍານແຫ່ງໄຊຊະນະ ແລະ ເວົ້າເລື່ອງການດຳລົງຊີວິດຕາມພາບລັກຂອງພຣະເຈົ້າໄດ້ແນວໃດ? ທັງໝົດນີ້ໄຮ້ສາລະ! ເຈົ້າຄິດວ່າພຣະທໍາທັງໝົດທີ່ພຣະເຈົ້າກ່າວໃນທຸກມື້ນີ້ແມ່ນເພື່ອໃຫ້ເຈົ້າຊື່ນຊົມບໍ? ປາກຂອງເຈົ້າເວົ້າເລື່ອງການກະບົດຕໍ່ຕົວຕົນເກົ່າຂອງຕົວເອງ ແລະ ການປະຕິບັດຕາມຄວາມຈິງ ແຕ່ມືຂອງເຈົ້າກໍາລັງກະທໍາສິ່ງອື່ນ ແລະ ຈິດໃຈຂອງເຈົ້າກໍກໍາລັງຄິດແຜນການອື່ນຢູ່ ແລ້ວເຈົ້າເປັນຄົນປະເພດໃດ? ເປັນຫຍັງຈິດໃຈ ແລະ ມືຂອງເຈົ້າຈຶ່ງບໍ່ຄືກັນ ແລະ ເປັນອັນໜຶ່ງອັນດຽວກັນ? ການເທດສະໜາຫຼາຍຄັ້ງກາຍເປັນພຽງຄໍາເວົ້າທີ່ວ່າງເປົ່າ; ສິ່ງນີ້ບໍ່ໜ້າເສົ້າບໍ? ຖ້າເຈົ້າບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າ ມັນກໍສະແດງໃຫ້ເຫັນວ່າເຈົ້າຍັງບໍ່ທັນໄດ້ເຂົ້າສູ່ທາງທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ເຈົ້າຍັງບໍ່ທັນມີພາລະກິດຂອງພຣະວິນຍານບໍລິສຸດໃນໂຕເຈົ້າ ແລະ ເຈົ້າຍັງບໍ່ໄດ້ຮັບການນໍາທາງຈາກພຣະອົງເທື່ອ. ຖ້າເຈົ້າເວົ້າວ່າ ເຈົ້າສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າເທົ່ານັ້ນ ແຕ່ບໍ່ສາມາດປະຕິບັດຕາມ ເຈົ້າກໍເປັນຄົນທີ່ບໍ່ຮັກຄວາມຈິງ. ພຣະເຈົ້າບໍ່ໄດ້ສະເດັດມາເພື່ອຊ່ວຍຄົນປະເພດນີ້ໃຫ້ພົ້ນ. ພຣະເຢຊູທົນທຸກກັບຄວາມເຈັບປວດແສນສາຫັດ ເມື່ອພຣະອົງຖືກຄຶງເທິງໄມ້ກາງແຂນເພື່ອຊ່ວຍຄົນບາບ, ເພື່ອຊ່ວຍຄົນທຸກຍາກ ແລະ ເພື່ອຊ່ວຍທຸກຄົນທີ່ຖ່ອມຕົນໃຫ້ລອດພົ້ນ. ການຖືກຄຶງຂອງພຣະອົງເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບ. ຖ້າເຈົ້າບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າ ເຈົ້າກໍຄວນອອກໄປໃຫ້ໄວເທົ່າທີ່ຈະໄວໄດ້; ຢ່າຢູ່ລ້າໆໃນເຮືອນຂອງພຣະເຈົ້າ ຄືຄົນເອົາປຽບຄົນອື່ນ. ຫຼາຍຄົນເຖິງກັບເຫັນວ່າ ມັນເປັນເລື່ອງຍາກທີ່ຈະຢຸດກະທໍາສິ່ງທີ່ເຫັນຢ່າງຊັດເຈນວ່າເປັນການຕໍ່ຕ້ານພຣະເຈົ້າ. ບໍ່ແມ່ນພວກເຂົາຢາກຕາຍບໍ? ພວກເຂົາສາມາດເວົ້າເຖິງການເຂົ້າສູ່ອານາຈັກຂອງພຣະເຈົ້າໄດ້ຢ່າງໃດ? ພວກເຂົາຈະກ້າສູ້ໜ້າພຣະອົງບໍ? ເຈົ້າກິນອາຫານທີ່ພຣະອົງຈັດກຽມໃຫ້, ກະທໍາສິ່ງຜິດບາບທີ່ຕໍ່ຕ້ານພຣະອົງ, ປອງຮ້າຍ, ຫຼອກລວງ, ແລະ ໃຊ້ກົນອຸບາຍ ໃນຂະນະທີ່ພຣະເຈົ້າອະນຸຍາດໃຫ້ເຈົ້າໄດ້ຮັບພອນທີ່ພຣະອົງປະທານໃຫ້ເຈົ້າ. ເຈົ້າບໍ່ຮູ້ສຶກບໍວ່າ ພອນເຫຼົ່ານັ້ນໄໝ້ມືຂອງເຈົ້າ ເມື່ອເຈົ້າຮັບເອົາພວກມັນ? ເຈົ້າບໍ່ຮູ້ສຶກໜ້າແດງບໍ? ເຈົ້າກະທໍາບາງສິ່ງທີ່ຕໍ່ຕ້ານພຣະເຈົ້າ, ໃຊ້ກົນອຸບາຍເພື່ອ “ຫຼອກລວງ”, ເຈົ້າບໍ່ຮູ້ສຶກຢ້ານບໍ? ຖ້າເຈົ້າບໍ່ຮູ້ສຶກຫຍັງ ເຈົ້າຈະເວົ້າກ່ຽວກັບອະນາຄົດໄດ້ແນວໃດ? ບໍ່ມີອະນາຄົດສໍາລັບເຈົ້າຕັ້ງແຕ່ດົນແລ້ວ, ເຈົ້າຍັງຈະຄາດຫວັງອັນໃດອີກ? ຖ້າເຈົ້າເວົ້າໃນສິ່ງທີ່ໜ້າອັບອາຍ ແຕ່ເຈົ້າບໍ່ຮູ້ສຶກຜິດ ແລະ ໃຈຂອງເຈົ້າບໍ່ຮູ້ຈັກສໍານຶກ, ຖ້າເປັນດັ່ງນັ້ນ ມັນບໍ່ໝາຍຄວາມວ່າ ເຈົ້າຖືກພຣະເຈົ້າປະຖິ້ມແລ້ວບໍ? ເຈົ້າກາຍເປັນຄົນທີ່ເວົ້າ ແລະ ກະທໍາຕາມໃຈ ແລະ ຂາດວິໄນໂດຍທໍາມະຊາດ; ເຈົ້າຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໃນສະພາບນີ້ໄດ້ແນວໃດ? ເຈົ້າຈະສາມາດເອົາຊະນະໂລກໄດ້ບໍ? ຜູ້ໃດຈະເຊື່ອເຈົ້າ? ຜູ້ທີ່ຮູ້ທາດແທ້ຂອງເຈົ້າຈະໜີຫ່າງຈາກເຈົ້າ. ນີ້ບໍ່ແມ່ນການລົງໂທດຂອງພຣະເຈົ້າບໍ? ເວົ້າລວມແລ້ວ ຖ້າມີແຕ່ຄໍາເວົ້າ ແລະ ບໍ່ມີການປະຕິບັດ ກໍຈະບໍ່ມີການເຕີບໃຫຍ່. ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະດໍາເນີນພາລະກິດໃນຕົວເຈົ້າໃນຂະນະທີ່ເຈົ້າເວົ້າ ແຕ່ຖ້າເຈົ້າບໍ່ປະຕິບັດຕາມ, ພຣະວິນຍານບໍລິສຸດກໍຈະຢຸດປະຕິບັດໃນຕົວເຈົ້າ. ຖ້າເຈົ້າສືບຕໍ່ເປັນແບບນີ້ ເຈົ້າຈະເວົ້າກ່ຽວກັບອະນາຄົດ ຫຼື ມອບຊີວິດທັງໝົດໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ຢ່າງໃດ? ເຈົ້າສາມາດເວົ້າເຖິງການມອບການເປັນຢູ່ທັງໝົດຂອງເຈົ້າເທົ່ານັ້ນ ແຕ່ເຈົ້າບໍ່ໄດ້ມອບຫົວໃຈທີ່ຮັກພຣະເຈົ້າໃຫ້ກັບພຣະອົງ. ທຸກສິ່ງທີ່ພຣະອົງໄດ້ຮັບຈາກເຈົ້າຄືຄວາມອຸທິດດ້ວຍຄຳເວົ້າ; ພຣະອົງບໍ່ໄດ້ຮັບເຈດຕະນາໃນການປະຕິບັດຄວາມຈິງຂອງເຈົ້າ. ສິ່ງນີ້ແມ່ນວຸດທິພາວະທີ່ແທ້ຈິງຂອງເຈົ້າບໍ? ຖ້າເຈົ້າຍັງສືບຕໍ່ເປັນແບບນີ້ ແລ້ວເມື່ອໃດເຈົ້າຈະໄດ້ຮັບການເຮັດໃຫ້ສົມບູນໂດຍພຣະເຈົ້າ? ເຈົ້າບໍ່ກັງວົນກ່ຽວກັບອະນາຄົດທີ່ມືດມົນ ແລະ ເສົ້າໝອງຂອງເຈົ້າບໍ? ເຈົ້າບໍ່ຮູ້ສຶກບໍວ່າ ພຣະເຈົ້າໝົດຫວັງໃນໂຕເຈົ້າແລ້ວ? ເຈົ້າບໍ່ຮູ້ບໍວ່າພຣະເຈົ້າປາດຖະໜາທີ່ຈະເຮັດໃຫ້ຄົນໃໝ່ຫຼາຍຄົນສົມບູນ? ແລ້ວສິ່ງເກົ່າຈະສາມາດດໍາລົງຢູ່ໄດ້ດ້ວຍຕົວພວກມັນເອງບໍ? ເຈົ້າບໍ່ເອົາໃຈໃສ່ພຣະທໍາຂອງພຣະເຈົ້າໃນມື້ນີ້: ແລ້ວເຈົ້າກໍາລັງລໍຖ້າມື້ອື່ນບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ໄດ້ຮັບຄວາມລອດພົ້ນແມ່ນຜູ້ທີ່ຍິນດີປະຕິບັດຕາມຄວາມຈິງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ