ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 443

27 ເດືອນກໍລະກົດ 2025

ປັດຈຸບັນພວກເຈົ້າຮູ້ສິ່ງທີ່ພວກເຈົ້າຕ້ອງມີບໍ? ດ້ານໜຶ່ງແມ່ນນິມິດກ່ຽວກັບພາລະກິດ ແລະ ອີກດ້ານໜຶ່ງແມ່ນການປະຕິບັດຂອງເຈົ້າ. ເຈົ້າຕ້ອງເຂົ້າໃຈທັງສອງດ້ານ. ຖ້າເຈົ້າບໍ່ມີນິມິດໃນການຄົ້ນຫາເພື່ອສ້າງຄວາມກ້າວໜ້າໃນຊີວິດ, ເຈົ້າກໍບໍ່ມີພື້ນຖານ. ຖ້າເຈົ້າມີພຽງເສັ້ນທາງປະຕິບັດເທົ່ານັ້ນ ແລະ ບໍ່ມີນິມິດແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດແຫ່ງແຜນການຄຸ້ມຄອງທັງໝົດ, ເຈົ້າກໍບໍ່ມີດີຫຍັງເລີຍ. ເຈົ້າຕ້ອງເຂົ້າໃຈຄວາມຈິງທາງດ້ານນິມິດ ແລະ ໃນສ່ວນຄວາມຈິງທາງດ້ານປະຕິບັດນັ້ນ, ເຈົ້າກໍຕ້ອງຊອກຫາເສັ້ນທາງປະຕິບັດທີ່ເໝາະສົມເມື່ອເຈົ້າເຂົ້າໃຈສິ່ງນັ້ນແລ້ວ; ເຈົ້າຕ້ອງປະຕິບັດຕາມພຣະທຳ ແລະ ເຂົ້າສູ່ຕາມເງື່ອນໄຂຂອງເຈົ້າ. ນິມິດຕ່າງໆຄືພື້ນຖານ ແລະ ຖ້າເຈົ້າບໍ່ໃສ່ໃຈກັບເລື່ອງນີ້, ເຈົ້າຈະບໍ່ສາມາດຕິດຕາມໄດ້ຈົນເຖິງທີ່ສຸດ. ເມື່ອເຈົ້າມີປະສົບການໃນລັກສະນະນີ້, ເຈົ້າກໍຈະທັງຫຼົງທາງ ຫຼື ລົ້ມລົງ ແລະ ລົ້ມເຫຼວ. ເຈົ້າຈະບໍ່ມີທາງປະສົບຜົນສຳເລັດໄດ້ເລີຍ! ຄົນທີ່ບໍ່ມີນິມິດອັນຍິ່ງໃຫຍ່ເປັນພື້ນຖານຂອງພວກເຂົາ ກໍຈະມີແຕ່ລົ້ມເຫຼວ ແລະ ບໍ່ປະສົບຜົນສຳເລັດ. ເຈົ້າບໍ່ສາມາດຕັ້ງໝັ້ນໄດ້! ເຈົ້າຮູ້ບໍວ່າການເຊື່ອໃນພຣະເຈົ້າແມ່ນຫຍັງ? ເຈົ້າຮູ້ບໍວ່າການຕິດຕາມພຣະເຈົ້າແມ່ນຫຍັງ? ຖ້າປາສະຈາກນິມິດແລ້ວ, ເຈົ້າຈະຍ່າງຕາມເສັ້ນທາງໃດ? ໃນພາລະກິດຂອງປັດຈຸບັນນີ້, ຖ້າເຈົ້າບໍ່ມີນິມິດ ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ເລີຍ. ແລ້ວເຈົ້າເຊື່ອໃຜ? ເປັນຫຍັງເຈົ້າຈິ່ງເຊື່ອໃນພຣະອົງ? ເປັນຫຍັງເຈົ້າຈິ່ງຕິດຕາມພຣະອົງ? ເຈົ້າເຫັນຄວາມເຊື່ອຂອງເຈົ້າເປັນເກມຊະນິດໜຶ່ງເທົ່ານັ້ນບໍ? ເຈົ້າຈັດການກັບຊີວິດຂອງເຈົ້າຄືກັບຂອງຫຼິ້ນບໍ? ພຣະເຈົ້າໃນມື້ນີ້ແມ່ນນິມິດທີ່ຍິ່ງໃຫຍ່ທີ່ສຸດ. ເຈົ້າຮູ້ກ່ຽວກັບພຣະອົງຫຼາຍປານໃດ? ເຈົ້າໄດ້ເຫັນພຣະອົງຫຼາຍປານໃດ? ເມື່ອໄດ້ເຫັນພຣະເຈົ້າແຫ່ງປັດຈຸບັນແລ້ວ ພື້ນຖານຂອງການເຊື່ອໃນພຣະເຈົ້າຂອງເຈົ້າໝັ້ນຄົງຢູ່ບໍ? ເຈົ້າຄິດວ່າ ຕາບໃດທີ່ເຈົ້າຕິດຕາມໃນເສັ້ນທາງທີ່ສັບສົນນີ້, ເຈົ້າຈະໄດ້ຮັບການຊ່ວຍໃຫ້ພົ້ນບາບບໍ? ເຈົ້າຄິດວ່າ ເຈົ້າສາມາດຈັບປາໃນນໍ້າຂຸ່ນໄດ້ບໍ? ມັນງ່າຍປານນັ້ນພຸ້ນບໍ? ມີຈັກຄວາມຄິດທີ່ກ່ຽວກັບສິ່ງທີ່ພຣະເຈົ້າກ່າວເຖິງໃນມື້ນີ້ ທີ່ເຈົ້າໄດ້ປ່ອຍວາງລົງ? ເຈົ້າມີນິມິດກ່ຽວກັບພຣະເຈົ້າແຫ່ງປັດຈຸບັນບໍ? ຄວາມເຊື່ອຂອງເຈົ້າກ່ຽວກັບພຣະເຈົ້າແຫ່ງປັດຈຸບັນແມ່ນຢູ່ໃສ? ເຈົ້າເຊື່ອຢູ່ສະເໝີວ່າ ເຈົ້າຈະສາມາດຮັບເອົາພຣະອົງ[ກ] ໂດຍການຕິດຕາມພຣະອົງເທົ່ານັ້ນ ຫຼື ພຽງແຕ່ໂດຍການເຫັນພຣະອົງ ແລະ ຈະບໍ່ມີໃຜທີ່ສາມາດຂັບໄລ່ເຈົ້າໄດ້. ຢ່າຄິດວ່າການຕິດຕາມພຣະເຈົ້າງ່າຍປານນັ້ນ. ສິ່ງສຳຄັນກໍຄືເຈົ້າຕ້ອງຮູ້ຈັກພຣະອົງ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະອົງ ແລະ ເຈົ້າຕ້ອງມີຄວາມປະສົງທີ່ຈະທົນກັບຄວາມຍາກລຳບາກເພື່ອພຣະອົງ, ມີຄວາມປະສົງທີ່ຈະສະຫຼະຊີວິດຂອງເຈົ້າເພື່ອພຣະອົງ ແລະ ມີຄວາມປະສົງທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ນີ້ຄືນິມິດທີ່ເຈົ້າຄວນມີ. ມັນຈະບໍ່ໄດ້ຜົນຖ້າເຈົ້າຄິດໃສ່ແຕ່ການໄດ້ຮັບພຣະຄຸນຢູ່ສະເໝີ. ຢ່າໄດ້ສົມມຸດວ່າ ພຣະເຈົ້າສະຖິດພຽງເພື່ອຄວາມສຸກຂອງຄົນ ແລະ ເພື່ອປະທານພຣະຄຸນໃຫ້ແກ່ຜູ້ຄົນ. ເຈົ້າຄິດຜິດແລ້ວ! ຖ້າຜູ້ຄົນບໍ່ສາມາດສ່ຽງຊີວິດຂອງພວກເຂົາເພື່ອຕິດຕາມ, ຖ້າຜູ້ຄົນບໍ່ສາມາດປະຖິ້ມສິ່ງພາຍນອກເພື່ອຕິດຕາມແລ້ວ, ພວກເຂົາກໍຈະບໍ່ສາມາດຕິດຕາມຈົນເຖິງທີ່ສຸດໄດ້ຢ່າງແນ່ນອນ! ເຈົ້າຕ້ອງມີນິມິດເປັນພື້ນຖານຂອງເຈົ້າ. ຖ້າມື້ແຫ່ງການທົນທຸກທໍລະມານກັບໄພພິບັດຂອງເຈົ້າມາເຖິງ, ເຈົ້າຄວນເຮັດແນວໃດ? ເຈົ້າຍັງຈະສາມາດຕິດຕາມໄດ້ຢູ່ບໍ? ຢ່າເວົ້າໂລເລວ່າ ເຈົ້າຈະສາມາດຕິດຕາມຈົນເຖິງທີ່ສຸດ. ກ່ອນອື່ນ ເຈົ້າຄວນຈະມືນຕາຂອງເຈົ້າອອກໃຫ້ກວ້າງເພື່ອເບິ່ງວ່າ ປັດຈຸບັນນີ້ແມ່ນເວລາຫຍັງ. ເຖິງແມ່ນວ່າປັດຈຸບັນນີ້ພວກເຈົ້າອາດເປັນຄືກັບເສົາວິຫານ, ແຕ່ມັນກໍຈະມີວັນນັ້ນມາເຖິງເມື່ອເສົາເຫຼົ່ານີ້ທັງໝົດຖືກດ້ວງເຈາະເຮັດໃຫ້ວິຫານພັງທະລາຍລົງ ຍ້ອນວ່າປັດຈຸບັນນີ້ ມີຫຼາຍນິມິດທີ່ເຈົ້າຍັງຂາດຢູ່. ສິ່ງທີ່ພວກເຈົ້າເອົາໃຈໃສ່ ມີພຽງແຕ່ໂລກນ້ອຍໆຂອງພວກເຈົ້າເອງເທົ່ານັ້ນ ແລະ ພວກເຈົ້າບໍ່ຮູ້ວ່າ ແມ່ນຫຍັງຄືສິ່ງທີ່ເຊື່ອຖືໄດ້ທີ່ສຸດ ແລະ ແມ່ນຫຍັງຄືເສັ້ນທາງຂອງການສະແຫວງຫາທີ່ເໝາະສົມທີ່ສຸດ. ພວກເຈົ້າບໍ່ໄດ້ໃສ່ໃຈກັບນິມິດຂອງພາລະກິດໃນວັນນີ້ ແລະ ພວກເຈົ້າບໍ່ໄດ້ຍຶດຖືເອົາສິ່ງເຫຼົ່ານີ້ໄວ້ໃນໃຈຂອງພວກເຈົ້າ. ພວກເຈົ້າເຄີຍຄິດບໍວ່າ ມື້ໜຶ່ງພຣະເຈົ້າຂອງພວກເຈົ້າຈະເອົາພວກເຈົ້າໄປໄວ້ໃນສະຖານທີ່ທີ່ພວກເຈົ້າບໍ່ຄຸ້ນເຄີຍທີ່ສຸດ? ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າພວກເຈົ້າຈະກາຍເປັນຫຍັງ ຖ້າວັນໜຶ່ງເຮົາຍາດຊິງເອົາທຸກສິ່ງໄປຈາກພວກເຈົ້າ? ພະລັງຂອງພວກເຈົ້າໃນມື້ນັ້ນຍັງຈະເປັນຄືຕອນນີ້ຢູ່ບໍ? ຄວາມເຊື່ອຂອງພວກເຈົ້າຈະມີອີກບໍ? ໃນການຕິດຕາມພຣະເຈົ້າ, ພວກເຈົ້າຕ້ອງຮູ້ນິມິດທີ່ຍິ່ງໃຫຍ່ທີ່ສຸດ ນັ້ນກໍຄື “ພຣະເຈົ້າ”. ນີ້ແມ່ນເລື່ອງທີ່ສຳຄັນທີ່ສຸດ. ພ້ອມນີ້, ຈົ່ງຢ່າຄິດວ່າການແຍກອອກຈາກຜູ້ຄົນທາງຝ່າຍໂລກເພື່ອກາຍເປັນຜູ້ສັກສິດ ແລ້ວພວກເຈົ້າຈະໄດ້ເປັນຄົນໃນຄອບຄົວຂອງພຣະເຈົ້າ. ທຸກມື້ນີ້ ພຣະເຈົ້າເອງຄືຜູ້ປະຕິບັດພາລະກິດທ່າມກາງສິ່ງຊົງສ້າງ. ພຣະເຈົ້າໄດ້ສະເດັດມາຢູ່ທ່າມກາງຜູ້ຄົນເພື່ອປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ແມ່ນເພື່ອມາດຳເນີນການເຜີຍແຜ່. ໃນທ່າມກາງພວກເຈົ້າ, ບໍ່ມີຜູ້ຄົນແມ່ນແຕ່ໜ້ອຍດຽວທີ່ສາມາດຮູ້ວ່າພາລະກິດໃນປັດຈຸບັນນີ້ແມ່ນພາລະກິດຂອງພຣະເຈົ້າແຫ່ງສະຫວັນຜູ້ທີ່ກາຍເປັນເນື້ອໜັງ. ນີ້ບໍ່ໄດ້ກ່ຽວກັບການເຮັດໃຫ້ພວກເຈົ້າເປັນຄົນທີ່ມີພອນສະຫວັນ. ກົງກັນຂ້າມ, ມັນແມ່ນເພື່ອຊ່ວຍພວກເຈົ້າໃຫ້ຮູ້ຈັກຄວາມໝາຍຂອງຊີວິດມະນຸດ, ຮູ້ຈັກຈຸດໝາຍປາຍທາງຂອງມະນຸດຊາດ ແລະ ເພື່ອຊ່ວຍພວກເຈົ້າໃຫ້ຮູ້ຈັກພຣະເຈົ້າ ແລະ ຄວາມສົມບູນຂອງພຣະອົງ. ເຈົ້າຄວນຮູ້ວ່າ ເຈົ້າແມ່ນສິ່ງຖືກສ້າງທີ່ຢູ່ໃນກໍາມືຂອງພຣະຜູ້ສ້າງ. ສິ່ງທີ່ເຈົ້າຄວນເຂົ້າໃຈ, ສິ່ງທີ່ເຈົ້າຄວນປະຕິບັດ ແລະ ວິທີທີ່ເຈົ້າຄວນຕິດຕາມພຣະເຈົ້າ; ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງທີ່ເຈົ້າຄວນເຂົ້າໃຈບໍ? ພວກມັນບໍ່ແມ່ນນິມິດທີ່ເຈົ້າຄວນເຫັນບໍ?

ເມື່ອຄົນມີນິມິດ ພວກເຂົາກໍຈະມີພື້ນຖານ. ເມື່ອເຈົ້າປະຕິບັດຢູ່ບົນພື້ນຖານນີ້, ການເຂົ້າກໍຈະງ່າຍຂຶ້ນຫຼາຍ. ດ້ວຍວິທີນີ້ ເຈົ້າຈະບໍ່ມີຄວາມກັງວົນເມື່ອເຈົ້າມີພື້ນຖານຂອງການເຂົ້າເຖິງ ແລະ ມັນຈະງ່າຍຫຼາຍສຳລັບເຈົ້າທີ່ຈະເຂົ້າເຖິງ. ການເຂົ້າໃຈນິມິດໃນລັກສະນະນີ້ ແລະ ການເຂົ້າໃຈພາລະກິດຂອງພຣະເຈົ້າໃນລັກສະນະນີ້ຄືກະແຈສໍາຄັນ. ພວກເຈົ້າຕ້ອງປະກອບດ້ວຍສິ່ງນີ້. ຖ້າເຈົ້າບໍ່ປະກອບດ້ວຍຄວາມຈິງໃນດ້ານນີ້ ແລະ ກ່າວເຖິງພຽງເສັ້ນທາງຂອງການປະຕິບັດເທົ່ານັ້ນ, ເຈົ້າກໍຈະເຕັມໄປດ້ວຍຂໍ້ບົກຜ່ອງຢ່າງຫຼວງຫຼາຍ. ເຮົາໄດ້ຄົ້ນພົບວ່າພວກເຈົ້າຫຼາຍຄົນບໍ່ໄດ້ເໜັ້ນໜັກໃນດ້ານນີ້ ແລະ ເມື່ອພວກເຈົ້າຟັງຄວາມຈິງດ້ານນີ້ ພວກເຈົ້າເບິ່ງຄືກັບວ່າພຽງແຕ່ຟັງຄຳເວົ້າ ແລະ ທິດສະດີເທົ່ານັ້ນ. ມື້ໜຶ່ງເຈົ້າຈະຜະເຊີນກັບການສູນເສຍ. ຕອນນີ້ມີພຣະທຳບາງຂໍ້ທີ່ເຈົ້າບໍ່ເຂົ້າໃຈ ແລະ ບໍ່ຍອມຮັບເອົາຂໍ້ພຣະທໍາດັ່ງກ່າວ; ໃນກໍລະນີນີ້ ເຈົ້າຄວນສະແຫວງຫາຢ່າງອົດທົນ ແລ້ວວັນທີ່ເຈົ້າເຂົ້າໃຈກໍຈະມາເຖິງ. ຈົ່ງປະກອບມີນິມິດເທື່ອລະໜ້ອຍ. ເຖິງແມ່ນວ່າເຈົ້າຈະເຂົ້າໃຈ ຄຳສອນທາງຝ່າຍວິນຍານພຽງແຕ່ສອງສາມຂໍ້, ມັນກໍຍັງດີກວ່າການບໍ່ເອົາໃຈໃສ່ຕໍ່ນິມິດ ແລະ ຍັງດີກວ່າບໍ່ເຂົ້າໃຈຫຍັງເລີຍ. ທັງໝົດນີ້ເປັນປະໂຫຍດຕໍ່ການເຂົ້າສູ່ຂອງເຈົ້າ ແລະ ມັນຈະກຳຈັດຄວາມສົງໄສຂອງເຈົ້າອອກໄປ. ມັນດີກວ່າການທີ່ເຈົ້າປະກອບມີຄວາມຄິດຕ່າງໆ. ມັນຈະເປັນການດີກວ່າຫຼາຍ ຖ້າເຈົ້າມີນິມິດເຫຼົ່ານີ້ເປັນພື້ນຖານ. ເຈົ້າຈະບໍ່ມີຄວາມວິຕົກກັງວົນໃດໆ, ເຂົ້າເຖິງດ້ວຍຄວາມພາກພູມໃຈ ແລະ ຢ່າງໝັ້ນໃຈ. ເປັນຫຍັງຈິ່ງໄປສົນໃຈຕິດຕາມຢ່າງສັບສົນ ແລະ ໜ້າສົງໄສຢູ່ຕະຫຼອດ? ນັ້ນຈະບໍ່ຄືການເອົາຫົວຂອງເຈົ້າຝັງໃສ່ດິນຊາຍບໍ? ມັນງົດງາມພຽງໃດທີ່ຈະເຂົ້າໄປໃນອານາຈັກດ້ວຍຄວາມພາກພູມໃຈ ແລະ ດ້ວຍຄວາມໝັ້ນໃຈ! ເປັນຫຍັງຈິ່ງເຕັມໄປດ້ວຍຄວາມວິຕົກກັງວົນ? ເຈົ້າບໍ່ໄດ້ເຮັດໃຫ້ເຈົ້າເອງພຽງໄດ້ຮັບຄວາມຍາກລຳບາກເທົ່ານັ້ນບໍ? ເມື່ອເຈົ້າໄດ້ຮັບຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຢໂຮວາ, ກ່ຽວກັບພາລະກິດຂອງພຣະເຢຊູ ແລະ ກ່ຽວກັບຂັ້ນຕອນນີ້ຂອງພາລະກິດ, ເມື່ອນັ້ນເຈົ້າກໍຈະມີພື້ນຖານ. ຕອນນີ້ ເຈົ້າອາດຄິດວ່າມັນງ່າຍຫຼາຍ. ບາງຄົນເວົ້າວ່າ “ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດອັນຍິ່ງໃຫຍ່ ແລະ ເມື່ອເວລານັ້ນມາເຖິງ ຂ້ານ້ອຍຈະມີພຣະທຳທັງໝົດ. ຄວາມຈິງແລ້ວ ຂ້ານ້ອຍບໍ່ເຂົ້າໃຈຢ່າງແທ້ຈິງໃນຕອນນີ້ກໍຍ້ອນວ່າພຣະວິນຍານບໍລິສຸດຍັງບໍ່ໄດ້ໃຫ້ຄວາມສະຫວ່າງແກ່ຂ້ານ້ອຍຫຼາຍເທື່ອ”. ມັນບໍ່ແມ່ນເລື່ອງງ່າຍເລີຍ; ມັນບໍ່ແມ່ນວ່າ ເຈົ້າຈະເຕັມໃຈຍອມຮັບຄວາມຈິງ[ຂ] ໃນຕອນນີ້ ແລະ ຫຼັງຈາກນັ້ນ ເມື່ອເວລານັ້ນມາເຖິງ ເຈົ້າກໍຈະໃຊ້ມັນໄດ້ຢ່າງຊຳນານ. ມັນບໍ່ແມ່ນແບບນັ້ນ! ເຈົ້າເຊື່ອວ່າຕອນນີ້ເຈົ້າມີຄວາມເຂົ້າໃຈທຸກຢ່າງ ແລະ ຄົງຈະບໍ່ມີບັນຫາທີ່ຈະຕອບຄົນຂອງສາສະໜາ ແລະ ນັກທິດສະດີຜູ້ຍິ່ງໃຫຍ່ເຫຼົ່ານັ້ນ ແລະ ແມ່ນແຕ່ໂຕ້ຖຽງເພື່ອພິສູດວ່າພວກເຂົາຜິດ. ເຈົ້າຈະເຮັດສິ່ງນັ້ນໄດ້ແທ້ບໍ? ເຈົ້າສາມາດເວົ້າເຖິງຄວາມເຂົ້າໃຈອັນໃດໄດ້ແດ່ຈາກປະສົບການພຽງຜິວເຜີນຂອງເຈົ້າ? ການປະກອບມີຄວາມຈິງ, ການຕໍ່ສູ້ກັບສົງຄາມແຫ່ງຄວາມຈິງ ແລະ ການເປັນພະຍານໃຫ້ແກ່ພຣະນາມຂອງພຣະເຈົ້າ ສິ່ງເຫຼົ່ານີ້ບໍ່ແມ່ນແບບທີ່ເຈົ້າຄິດ ເຊິ່ງຕາບໃດທີ່ພຣະເຈົ້າຍັງປະຕິບັດພາລະກິດຢູ່ ທຸກສິ່ງກໍຈະສຳເລັດລົງ. ໃນເວລານັ້ນ ເຈົ້າອາດຈະຖືກເຮັດໃຫ້ສັບສົນດ້ວຍບາງຄຳຖາມ ແລະ ເຈົ້າອາດຈະຕົກຕະລຶງ. ສິ່ງສຳຄັນຄື ເຈົ້າມີຄວາມຊັດເຈນກ່ຽວກັບຂັ້ນຕອນນີ້ຂອງພາລະກິດ ຫຼື ບໍ່ ແລະ ເຈົ້າເຂົ້າໃຈມັນຢ່າງແທ້ຈິງຫຼາຍປານໃດ. ຖ້າເຈົ້າບໍ່ສາມາດເອົາຊະນະກຳລັງຂອງສັດຕູໄດ້ ແລະ ບໍ່ສາມາດເອົາຊະນະກອງກໍາລັງຂອງສາສະໜາໄດ້, ເຈົ້າຈະບໍ່ກາຍເປັນຄົນທີ່ໄຮ້ປະໂຫຍດບໍ? ຖ້າເຈົ້າໄດ້ປະສົບກັບພາລະກິດຂອງມື້ນີ້, ໄດ້ເຫັນມັນດ້ວຍຕາຂອງເຈົ້າເອງ ແລະ ໄດ້ຍິນມັນດ້ວຍຫູຂອງເຈົ້າເອງ, ແຕ່ສຸດທ້າຍແລ້ວເຈົ້າບໍ່ສາມາດເປັນພະຍານໄດ້, ເຈົ້າຍັງຈະມີໜ້າໃຊ້ຊີວິດຢູ່ຕໍ່ໄປອີກບໍ? ເຈົ້າຈະສາມາດພົບໜ້າໃຜໄດ້ຢູ່ບໍ? ບັດນີ້ ຢ່າໄດ້ຄິດງ່າຍໆແບບນັ້ນອີກ. ພາລະກິດໃນອະນາຄົດຈະບໍ່ງ່າຍແບບທີ່ເຈົ້າຄິດ. ການຕໍ່ສູ້ກັບສົງຄາມແຫ່ງຄວາມຈິງນັ້ນ ມັນບໍ່ໄດ້ງ່າຍ ຫຼື ງ່າຍດາຍປານນັ້ນ. ຕອນນີ້ ເຈົ້າຕ້ອງປະກອບມີຄວາມຈິງ. ຖ້າບໍ່ປະກອບມີຄວາມຈິງໃນຕອນນີ້, ເມື່ອເວລານັ້ນມາເຖິງ ແລະ ເມື່ອພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດໃນຮູບແບບເໜືອທຳມະຊາດອີກຕໍ່ໄປ, ເມື່ອນັ້ນເຈົ້າກໍຈະສັບສົນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າຕ້ອງເຂົ້າໃຈພາລະກິດ ຢ່າປະຕິບັດຕາມຢ່າງສັບສົນ!

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີຄຳວ່າ “ພຣະອົງ”.

ຂ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ຄວາມຈິງ”.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ