ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 449
23 ເດືອນພະຈິກ 2025
ຜູ້ທີ່ໂງ່ຈ້າ ແລະ ຈອງຫອງບໍ່ພຽງແຕ່ບໍ່ພະຍາຍາມສຸດຄວາມສາມາດຂອງຕົນ ຫຼື ປະຕິບັດຕາມໜ້າທີ່ຂອງຕົນ, ແຕ່ພວກເຂົາຍັງແບມືຂໍຄວາມກະລຸນາ ຄືກັບວ່າ ສິ່ງທີ່ພວກເຂົາຂໍເປັນສິ່ງທີ່ພວກເຂົາສົມຄວນໄດ້ຮັບ. ຖ້າພວກເຂົາບໍ່ໄດ້ຮັບສິ່ງທີ່ພວກເຂົາຂໍ, ພວກເຂົາກໍຈະກາຍເປັນຄົນທີ່ບໍ່ຊື່ສັດຫຼາຍກວ່າເກົ່າ. ມະນຸດເຫຼົ່ານີ້ຈະຖືວ່າ ເປັນຄົນມີເຫດຜົນໄດ້ແນວໃດ? ພວກເຈົ້າມີຄວາມສາມາດຕໍ່າ ແລະ ໄຮ້ເຫດຜົນທີ່ສຸດ ໂດຍທີ່ບໍ່ສາມາດສໍາເລັດໜ້າທີ່ ທີ່ຕົນເອງຄວນສໍາເລັດໃນລະຫວ່າງການດໍາເນີນພາລະກິດຂອງການຄຸ້ມຄອງນັ້ນໄດ້. ຄຸນຄ່າຂອງພວກເຈົ້າໄດ້ຕົກຕໍ່າລົງຢ່າງໄວ. ການທີ່ພວກເຈົ້າບໍ່ສາມາດຕອບແທນເຮົາສຳລັບການສະແດງຄວາມເມດຕາຕໍ່ພວກເຈົ້າ ນັ້ນຖືວ່າ ເປັນການຕໍ່ຕ້ານຢ່າງໃຫຍ່ຫຼວງ ເຊິ່ງພຽງພໍທີ່ຈະປະນາມພວກເຈົ້າ ແລະ ສະແດງເຖິງຄວາມບໍ່ກ້າຫານ, ຄວາມບໍ່ມີປັນຍາ, ຄວາມຕໍ່າຊາມ ແລະ ຄວາມໄຮ້ຄຸນຄ່າ. ແມ່ນຫຍັງໃຫ້ສິດພວກເຈົ້າຍື່ນມືຂອງພວກເຈົ້າອອກ? ການທີ່ພວກເຈົ້າບໍ່ສາມາດເປັນຜູ້ຊ່ວຍພາລະກິດຂອງເຮົາແມ່ນແຕ່ໜ້ອຍດຽວ, ການທີ່ບໍ່ສາມາດຈົງຮັກພັກດີ ແລະ ການທີ່ບໍ່ສາມາດຢືນເປັນພະຍານໃຫ້ກັບເຮົາໄດ້ ແມ່ນການກະທໍາຜິດ ແລະ ຄວາມລົ້ມເຫຼວຂອງພວກເຈົ້າ ແຕ່ພວກເຈົ້າພັດໂຈມຕີເຮົາ, ໃສ່ຮ້າຍປ້າຍສີເຮົາ ແລະ ຈົ່ມວ່າເຮົາບໍ່ຊອບທໍາ. ນີ້ບໍຄືຄວາມຊື່ສັດຂອງພວກເຈົ້າ? ນີ້ບໍຄືຄວາມຮັກຂອງພວກເຈົ້າ? ນອກຈາກສິ່ງນີ້ແລ້ວ ພວກເຈົ້າສາມາດເຮັດພາລະກິດຫຍັງໄດ້ແດ່? ພວກເຈົ້າໄດ້ປະກອບສ່ວນຫຍັງແດ່ເຂົ້າໃນພາລະກິດທີ່ໄດ້ເຮັດໄປທັງໝົດ? ພວກເຈົ້າໄດ້ເສຍສະຫຼະຫຼາຍປານໃດ? ເຮົາໄດ້ສະແດງຄວາມອົດທົນຫຼາຍແລ້ວ ໂດຍທີ່ເຮົາບໍ່ໄດ້ຕໍານິພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຈົ້າຍັງມີຂໍ້ແກ້ຕົວກັບເຮົາຢ່າງໜ້າບໍ່ອາຍ ແລະ ຈົ່ມວ່າໃຫ້ເຮົາຢ່າງລັບໆ. ພວກເຈົ້າມີຄວາມເປັນມະນຸດແມ່ນແຕ່ໜ້ອຍຢູ່ບໍ? ເຖິງແມ່ນວ່າ ໜ້າທີ່ຂອງມະນຸດຈະມີຮອຍດາງຈາກຈິດໃຈ ແລະ ແນວຄວາມຄິດຂອງມະນຸດ ແຕ່ເຈົ້າຕ້ອງປະຕິບັດໜ້າທີ່ຂອງເຈົ້າ ແລະ ສະແດງຄວາມຈົງຮັກພັກດີຂອງເຈົ້າ. ຄວາມບໍ່ບໍລິສຸດໃນວຽກງານຂອງມະນຸດແມ່ນເປັນບັນຫາກ່ຽວກັບຄວາມສາມາດ ແຕ່ຖ້າມະນຸດບໍ່ປະຕິບັດໜ້າທີ່ຂອງຕົນ ນັ້ນກໍສະແດງເຖິງການຕໍ່ຕ້ານຂອງເຂົາ. ລະຫວ່າງໜ້າທີ່ຂອງມະນຸດ ແລະ ການທີ່ພວກເຂົາຈະໄດ້ຮັບພອນ ຫຼື ຄວາມທົນທຸກນັ້ນແມ່ນບໍ່ກ່ຽວຂ້ອງກັນ. ໜ້າທີ່ແມ່ນສິ່ງທີ່ມະນຸດຄວນປະຕິບັດ; ມັນແມ່ນວຽກງານທີ່ສະຫວັນສົ່ງມາ ແລະ ບໍ່ຄວນອີງໃສ່ຜົນຕອບແທນ, ເງື່ອນໄຂ ແລະ ເຫດຜົນ. ເມື່ອນັ້ນເທົ່ານັ້ນ ຈຶ່ງຖືວ່າ ເຂົາໄດ້ປະຕິບັດຕໍ່ໜ້າທີ່ຂອງຕົນ. ການໄດ້ຮັບພອນໝາຍເຖິງເວລາທີ່ຄົນເຮົາຖືກເຮັດໃຫ້ສົມບູນ ແລະ ມີຄວາມສຸກກັບພອນຂອງພຣະເຈົ້າຫຼັງຈາກໄດ້ປະສົບກັບການພິພາກສາ. ການທົນທຸກໝາຍເຖິງເວລາທີ່ໃຈຂອງບາງຄົນບໍ່ປ່ຽນແປງຫລັງຈາກປະສົບກັບການຂ້ຽນຕີ ແລະ ການພິພາກສາ; ພວກເຂົາບໍ່ໄດ້ປະສົບກັບການຖືກເຮັດໃຫ້ສົມບູນ ນອກຈາກຖືກລົງໂທດ. ແຕ່ຢ່າງໃດກໍຕາມ ບໍ່ວ່າຈະໄດ້ຮັບພອນ ຫຼື ທົນທຸກກໍຕາມ, ສິ່ງມີຊີວິດທີ່ຖືກສ້າງຂຶ້ນກໍຄວນສໍາເລັດໜ້າທີ່ຂອງຕົນ, ປະຕິບັດສິ່ງທີ່ພວກເຂົາຄວນປະຕິບັດ ແລະ ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້; ນີ້ຄືຢ່າງໜ້ອຍທີ່ຄົນທີ່ສະແຫວງຫາພຣະເຈົ້າຄວນເຮັດ. ເຈົ້າບໍ່ຄວນປະຕິບັດໜ້າທີ່ຂອງເຈົ້າພຽງເພື່ອແຕ່ຮັບພອນ ແລະ ເຈົ້າບໍ່ຄວນປະຕິເສດທີ່ຈະກະທໍາເພາະຢ້ານທົນທຸກ. ເຮົາຂໍບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ການປະຕິບັດໜ້າທີ່ຂອງມະນຸດແມ່ນສິ່ງທີ່ເຂົາຄວນເຮັດ ແລະ ຖ້າເຂົາບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ ນັ້ນແມ່ນຄວາມກະບົດຂອງເຂົາ. ຜ່ານຂະບວນການຂອງການປະຕິບັດໜ້າທີ່ຂອງຕົນເທົ່ານັ້ນ, ມະນຸດຈຶ່ງຈະຄ່ອຍປ່ຽນແປງ ແລະ ຜ່ານຂະບວນການນີ້ເທົ່ານັ້ນ ມະນຸດຈຶ່ງຈະສະແດງເຖິງຄວາມສັດຊື່ຂອງຕົນໄດ້. ດັ່ງນັ້ນ, ຍິ່ງເຈົ້າສາມາດປະຕິບັດໜ້າທີ່ຂອງຕົນຫຼາຍເທົ່າໃດ, ເຈົ້າກໍຍິ່ງໄດ້ຮັບຄວາມຈິງຫຼາຍເທົ່ານັ້ນ ແລະ ການສະແດງອອກຂອງເຈົ້າກໍຍິ່ງຈະກາຍເປັນຈິງຫຼາຍຂຶ້ນ. ຜູ້ທີ່ພຽງແຕ່ເຮັດໜ້າທີ່ແບບຜິວເຜີນ ແລະ ບໍ່ສະແຫວງຫາຄວາມຈິງຈະຖືກໂຍນອອກໃນທີ່ສຸດ ເພາະວ່າມະນຸດດັ່ງກ່າວບໍ່ໄດ້ເຮັດໜ້າທີ່ຂອງຕົນໃນການປະຕິບັດຄວາມຈິງ ແລະ ບໍ່ໄດ້ປະຕິບັດຄວາມຈິງເຂົ້າໃນການປະຕິບັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດ. ພວກເຂົາແມ່ນຜູ້ຄົນທີ່ຍັງບໍ່ປ່ຽນແປງ ແລະ ທົນທຸກ. ບໍ່ມີພຽງແຕ່ການສະແດງອອກຂອງພວກເຂົາທີ່ບໍ່ບໍລິສຸດ, ແຕ່ທຸກສິ່ງທີ່ພວກເຂົາສະແດງອອກນັ້ນ ແມ່ນຊົ່ວຮ້າຍໝົດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ