ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 454

10 ກຸມພາ 2026

ພຣະເຢຊູສາມາດສຳເລັດການຝາກຝັງຂອງພຣະເຈົ້າ ນັ້ນກໍ່ຄື ພາລະກິດການໄຖ່ບາບມະນຸດຊາດທັງປວງ ຍ້ອນວ່າພຣະອົງໄດ້ສະແດງເຖິງການຄໍານຶງເຖິງເຈດຕະນາຂອງພຣະເຈົ້າໂດຍບໍ່ໄດ້ມີການວາງແຜນການ ຫຼື ການຈັດແຈງໃດໆສຳລັບພຣະອົງເອງ. ດັ່ງນັ້ນ ພຣະອົງກໍ່ຄືມິດສະຫາຍຂອງພຣະເຈົ້າເຊັ່ນກັນ ນັ້ນກໍ່ຄືພຣະອົງເອງ ເຊິ່ງເປັນສິ່ງທີ່ພວກເຈົ້າທຸກຄົນເຂົ້າໃຈເປັນຢ່າງດີຫຼາຍ. (ໃນຄວາມຈິງແລ້ວ, ພຣະອົງກໍ່ຄືພຣະເຈົ້າເອງທີ່ໄດ້ຖືກພຣະເຈົ້າເປັນພະຍານໃຫ້. ເຮົາເວົ້າເຖິງເລື່ອງນີ້ໃນທີ່ນີ້ເພື່ອໃຊ້ຂໍ້ແທ້ຈິງກ່ຽວກັບພຣະເຢຊູເພື່ອບັນລະຍາຍເຖິງບັນຫານີ້). ພຣະອົງສາມາດວາງແຜນການຄຸ້ມຄອງຂອງພຣະເຈົ້າໃສ່ສູນກາງແທ້ໆ ແລະ ອະທິຖານຫາພຣະບິດາທີ່ຢູ່ໃນສະຫວັນຢູ່ສະເໝີ ແລະ ສະແຫວງຫາຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ. ພຣະອົງໄດ້ອະທິຖານ ແລະ ກ່າວວ່າ: “ພຣະເຈົ້າພຣະບິດາ! ຂໍໃຫ້ສໍາເລັດຜົນຕາມຄວາມປະສົງຂອງພຣະອົງດ້ວຍ ແລະ ຢ່າໃຫ້ເປັນໄປຕາມຄວາມປະສົງຂອງຂ້ານ້ອຍເລີຍ ແຕ່ຂໍໃຫ້ເປັນໄປຕາມແຜນການຂອງພຣະອົງ. ມະນຸດອາດອ່ອນແອ, ແຕ່ເປັນຫຍັງພຣະອົງຈຶ່ງຕ້ອງເປັນຫ່ວງພວກເຂົາດ້ວຍ? ມະນຸດເຊິ່ງເປັນຄືກັບມົດໃນມືຂອງພຣະອົງຈະຄູ່ຄວນກັບຄວາມຫ່ວງໃຍຂອງພຣະອົງໄດ້ແນວໃດ? ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍພຽງແຕ່ປາຖະໜາທີ່ຈະໃຫ້ບັນລຸຕາມຄວາມປະສົງຂອງພຣະອົງເທົ່ານັ້ນ ແລະ ຂ້ານ້ອຍຂໍໃຫ້ພຣະອົງປະຕິບັດໃນຕົວຂ້ານ້ອຍຕາມຄວາມປາຖະໜາຂອງພຣະອົງເອງດ້ວຍ”. ໃນການເດີນທາງໄປເມືອງເຢຣູຊາເລັມ, ພຣະເຢຊູຮູ້ສຶກເຈັບປວດເໝືອນດັ່ງກັບວ່າມີມີດມາສຽບແທງຫົວໃຈຂອງພຣະອົງ, ແຕ່ພຣະອົງກໍ່ບໍ່ເຄີຍມີເຈດຕະນາທີ່ຈະຄືນຄໍາເວົ້າຂອງພຣະອົງແມ່ນແຕ່ໜ້ອຍດຽວ; ມີພະລັງອໍານາດບາງຢ່າງທີ່ກະຕຸ້ນໃຫ້ພຣະອົງເດີນໜ້າໄປຫາບ່ອນທີ່ພຣະອົງຈະຖືກຄຶງໃສ່ເທິງໄມ້ກາງແຂນຢູ່ເລື້ອຍໆ. ໃນທີ່ສຸດ, ພຣະອົງກໍ່ຖືກຕອກຕະປູໃສ່ໄມ້ກາງແຂນ ແລະ ກາຍເປັນເໝືອນເນື້ອໜັງທີ່ເຕັມໄປດ້ວຍຄວາມບາບ, ສໍາເລັດພາລະກິດແຫ່ງການໄຖ່ບາບຂອງມະນຸດຊາດ. ພຣະອົງໄດ້ເປັນອິດສະຫຼະຈາກໂສ້ເຫຼັກແຫ່ງຄວາມຕາຍ ແລະ ແດນມໍລະນາ. ຕໍ່ໜ້າພຣະອົງ, ຄວາມຕາຍ, ນະຮົກ ແລະ ແດນມໍລະນາໄດ້ໝົດອໍານາດຂອງພວກມັນ ແລະ ຖືກທໍາລາຍໂດຍພຣະອົງ. ພຣະອົງມີຊີວິດຢູ່ໄດ້ສາມສິບສາມປີ ເຊິ່ງຕະຫຼອດໄລຍະເວລານັ້ນ ພຣະອົງໄດ້ປະຕິບັດສຸດຄວາມສາມາດຂອງພຣະອົງເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ, ຕາມພາລະກິດຂອງພຣະເຈົ້າໃນເວລານັ້ນ ໂດຍພຣະອົງບໍ່ເຄີຍຄໍານຶງເຖິງຜົນໄດ້ ຫຼື ຜົນເສຍຂອງພຣະອົງເອງ ແລະ ມີແຕ່ຄິດເຖິງເຈດຕະນາຂອງພຣະເຈົ້າພຣະບິດາຢູ່ສະເໝີ. ດັ່ງນັ້ນ, ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ, ພຣະເຈົ້າໄດ້ກ່າວວ່າ: “ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ”. ຍ້ອນການຮັບໃຊ້ຂອງພຣະອົງຕໍ່ໜ້າພຣະເຈົ້າສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ພຣະເຈົ້າຈຶ່ງໄດ້ມອບພາລະອັນໜັກໜ່ວງໃນການໄຖ່ບາບໃຫ້ແກ່ມະນຸດຊາດທັງໝົດໄວ້ເທິງບ່າໄລ່ຂອງພຣະອົງ ແລະ ເຮັດໃຫ້ພຣະອົງປະຕິບັດມັນຈົນສໍາເລັດ ແລະ ພຣະອົງມີຄຸນສົມບັດ ແລະ ມີສິດທີ່ຈະສຳເລັດໜ້າທີ່ສໍາຄັນນີ້. ຕະຫຼອດຊີວິດຂອງພຣະອົງ, ພຣະອົງອົດທົນກັບການທົນທຸກຫຼາຍຈົນນັບບໍ່ຖ້ວນເພື່ອພຣະເຈົ້າ ແລະ ພຣະອົງໄດ້ຖືກຊາຕານລໍ້ລວງຈົນນັບບໍ່ຖ້ວນ, ແຕ່ພຣະອົງກໍບໍ່ເຄີຍທໍ້ໃຈ. ພຣະເຈົ້າມອບໜ້າທີ່ອັນໃຫຍ່ຫຼວງໃຫ້ກັບພຣະອົງ ເພາະພຣະເຈົ້າໄວ້ໃຈພຣະອົງ ແລະ ຮັກພຣະອົງ ແລະ ດ້ວຍເຫດນີ້, ພຣະເຈົ້າຈຶ່ງໄດ້ກ່າວດ້ວຍຕົນເອງວ່າ: “ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ”. ໃນເວລານັ້ນ, ມີພຽງພຣະເຢຊູເທົ່ານັ້ນທີ່ສາມາດປະຕິບັດການຝາກຝັງນີ້ໃຫ້ສໍາເລັດ ແລະ ນີ້ຄືລັກສະນະຕົວຈິງໜຶ່ງຢ່າງທີ່ພຣະເຈົ້າສຳເລັດພາລະກິດຂອງພຣະອົງໃນການໄຖ່ບາບມະນຸດຊາດທັງໝົດໃນຍຸກແຫ່ງພຣະຄຸນ.

ຖ້າພວກເຈົ້າສາມາດເອົາໃຈໃສ່ພາລະຂອງພຣະເຈົ້າຢ່າງຖີ່ຖ້ວນຄືກັບພຣະເຢຊູ ແລະ ກະບົດຕໍ່ເນື້ອໜັງຂອງພວກເຈົ້າ, ພຣະເຈົ້າຈະມອບໝາຍໜ້າວຽກທີ່ສໍາຄັນຂອງພຣະອົງໃຫ້ແກ່ພວກເຈົ້າ ເພື່ອວ່າພວກເຈົ້າຈະບັນລຸເງື່ອນໄຂທີ່ຈໍາເປັນໃນການຮັບໃຊ້ພຣະເຈົ້າ. ມີແຕ່ພາຍໃຕ້ສະຖານະການດັ່ງກ່າວເທົ່ານັ້ນ, ພວກເຈົ້າຈຶ່ງຈະກ້າເວົ້າວ່າພວກເຈົ້າກໍາລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຮັດການຝາກຝັງຂອງພຣະອົງຈົນສໍາເລັດ ແລະ ເມື່ອນັ້ນເອງ ພວກເຈົ້າຈຶ່ງຈະກ້າເວົ້າວ່າ ພວກເຈົ້າກຳລັງຮັບໃຊ້ພຣະເຈົ້າຢ່າງແທ້ຈິງ. ເມື່ອສົມທຽບໃສ່ຕົວຢ່າງຂອງພຣະເຢຊູແລ້ວ, ເຈົ້າກ້າເວົ້າວ່າເຈົ້າເປັນມິດສະຫາຍຂອງພຣະເຈົ້າບໍ? ເຈົ້າກ້າເວົ້າວ່າເຈົ້າກຳລັງເຮັດຕາມຄວາມປະສົງຂອງພຣະເຈົ້າບໍ? ເຈົ້າກ້າເວົ້າວ່າ ເຈົ້າກຳລັງຮັບໃຊ້ພຣະເຈົ້າຢ່າງແທ້ຈິງບໍ? ມື້ນີ້ ເຈົ້າບໍ່ເຂົ້າໃຈວິທີການຮັບໃຊ້ພຣະເຈົ້າ, ເຈົ້າກ້າເວົ້າວ່າເຈົ້າເປັນມິດສະຫາຍຂອງພຣະເຈົ້າບໍ? ຖ້າເຈົ້າເວົ້າວ່າເຈົ້າຮັບໃຊ້ພຣະເຈົ້າ, ເຈົ້າຈະບໍ່ໝິ່ນປະໝາດພຣະອົງບໍ? ໃຫ້ຄິດກ່ຽວກັບມັນເບິ່ງ: ເຈົ້າກໍາລັງຮັບໃຊ້ພຣະເຈົ້າ ຫຼື ຕົວເຈົ້າເອງ? ເຈົ້າຮັບໃຊ້ຊາຕານ, ແຕ່ເຈົ້າເວົ້າຢ່າງດື້ດ້ານວ່າ ເຈົ້າກຳລັງຮັບໃຊ້ພຣະເຈົ້າ ເຊິ່ງໃນສິ່ງນີ້ແລ້ວ ເຈົ້າບໍ່ໄດ້ໝິ່ນປະໝາດພຣະເຈົ້າບໍ? ຫຼາຍຄົນທີ່ຢູ່ລັບຫຼັງເຮົາປາຖະໜາຢາກໄດ້ຜົນປະໂຫຍດຈາກສະຖານະ, ພວກເຂົາໃສ່ໃຈຕົນເອງແຕ່ເລື່ອງອາຫານ, ພວກເຂົາມັກການຫຼັບນອນ ແລະ ເອົາໃຈໃສ່ກັບເນື້ອໜັງຢ່າງຖີ່ຖ້ວນ, ຢ້ານຢູ່ສະເໝີວ່າຈະບໍ່ມີທາງອອກສຳລັບເນື້ອໜັງໄດ້. ພວກເຂົາບໍ່ປະຕິບັດໜ້າທີ່ທີ່ຖືກຕ້ອງຂອງພວກເຂົາໃນຄຣິສຕະຈັກ ແລະ ໄປຄຣິສະຕະຈັກເພື່ອກິນຂອງຟຣີ ຫຼື ຖ້າບໍ່ດັ່ງນັ້ນ ພວກເຂົາກໍ່ຕັກເຕືອນອ້າຍເອື້ອຍນ້ອງຂອງພວກເຂົາດ້ວຍພຣະທໍາຂອງເຮົາ, ຈໍາກັດຄົນອື່ນຈາກຕຳແໜ່ງທີ່ມີສິດອຳນາດ. ຜູ້ຄົນເຫຼົ່ານີ້ມັກເວົ້າວ່າພວກເຂົາປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເວົ້າຢູ່ສະເໝີວ່າພວກເຂົາຄືມິດສະຫາຍຂອງພຣະເຈົ້າ, ແລ້ວນີ້ບໍ່ແມ່ນເລື່ອງໄຮ້ສາລະບໍ? ຖ້າເຈົ້າມີແຮງຈູງໃຈທີ່ຖືກຕ້ອງ ແຕ່ບໍ່ສາມາດຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າ, ແລ້ວເຈົ້າກໍ່ກຳລັງເປັນຄົນທີ່ໂງ່ຈ້າ; ແຕ່ຖ້າແຮງຈູງໃຈຂອງເຈົ້າບໍ່ຖືກຕ້ອງ ແລະ ເຈົ້າຍັງບອກວ່າເຈົ້າຮັບໃຊ້ພຣະເຈົ້າ, ແລ້ວເຈົ້າກໍ່ເປັນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ເຈົ້າຄວນຖືກພຣະເຈົ້າລົງໂທດ! ເຮົາບໍ່ມີຄວາມເມດຕາສໍາລັບຜູ້ຄົນດັ່ງກ່າວ! ໃນເຮືອນຂອງພຣະເຈົ້າ, ພວກເຂົາເອົາປຽບຄົນອື່ນ, ຫຼົງໄຫຼກັບຄວາມສຸກສະບາຍທາງເນື້ອໜັງຢູ່ສະເໝີ ແລະ ບໍ່ເຄີຍຄໍານຶງເຖິງຜົນປະໂຫຍດຂອງພຣະເຈົ້າ. ພວກເຂົາມີແຕ່ສະແຫວງຫາສິ່ງທີ່ດີສໍາລັບພວກເຂົາຢູ່ສະເໝີ ແລະ ພວກເຂົາບໍ່ເຄີຍໃສ່ໃຈເຈດຕະນາຂອງພຣະເຈົ້າເລີຍ. ພວກເຂົາບໍ່ຍອມຮັບການກວດສອບຂອງພຣະວິນຍານຂອງພຣະເຈົ້າໃນສິ່ງໃດກໍ່ຕາມທີ່ພວກເຂົາເຮັດ. ພວກເຂົາທຸດຈະລິດ ແລະ ຫຼອກລວງ ແລະ ສໍ້ໂກງອ້າຍເອື້ອຍນ້ອງຂອງພວກເຂົາຢູ່ສະເໝີ, ເປັນຄົນສອງໜ້າຄືກັບໝາຈອກໃນສວນອະງຸ່ນທີ່ລັກກິນໝາກອະງຸ່ນ ແລະ ຢຽບຢ່ຳສວນອະງຸ່ນຢູ່ສະເໝີ. ຜູ້ຄົນດັ່ງກ່າວຈະສາມາດເປັນມິດສະຫາຍຂອງພຣະເຈົ້າໄດ້ບໍ? ເຈົ້າເໝາະສົມທີ່ຈະໄດ້ຮັບພອນຈາກພຣະເຈົ້າບໍ? ເຈົ້າບໍ່ແບກຮັບພາລະສໍາລັບຊີວິດຂອງເຈົ້າ ແລະ ຄຣິສຕະຈັກ, ເຈົ້າເໝາະສົມທີ່ຈະຮັບເອົາການຝາກຝັງຂອງພຣະເຈົ້າບໍ? ຜູ້ໃດຈະກ້າໄວ້ວາງໃຈຄົນຄືເຈົ້າ? ເມື່ອເຈົ້າຮັບໃຊ້ແບບນີ້, ພຣະເຈົ້າຈະມອບໝາຍໜ້າວຽກທີ່ຍິ່ງໃຫຍ່ໃຫ້ກັບເຈົ້າໄດ້ບໍ? ສິ່ງນີ້ຈະບໍ່ເຮັດໃຫ້ພາລະກິດເກີດການຊັກຊ້າບໍ?

ເຮົາເວົ້າແບບນີ້ເພື່ອວ່າພວກເຈົ້າອາດຈະຮູ້ວ່າມີເງື່ອນໄຂຫຍັງແດ່ທີ່ຕ້ອງປະຕິບັດຕາມເພື່ອຮັບໃຊ້ໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ຖ້າພວກເຈົ້າບໍ່ມອບຫົວໃຈຂອງພວກເຈົ້າໃຫ້ກັບພຣະເຈົ້າ, ຖ້າພວກເຈົ້າບໍ່ສະແດງໃຫ້ເຫັນເຖິງການຄໍານຶງຕໍ່ເຈດຕະນາຂອງພຣະເຈົ້າຢ່າງຖີ່ຖ້ວນເໝືອນດັ່ງພຣະເຢຊູ, ແລ້ວພວກເຈົ້າກໍ່ບໍ່ສາມາດເປັນຄົນທີ່ພຣະເຈົ້າໄວ້ວາງໃຈໄດ້ ແລະ ໃນທ້າຍທີ່ສຸດແລ້ວກໍ່ຈະຖືກພິພາກສາໂດຍພຣະເຈົ້າ. ບາງເທື່ອໃນມື້ນີ້, ໃນການຮັບໃຊ້ພຣະເຈົ້າຂອງເຈົ້າ, ເຈົ້າມີເຈດຕະນາເພື່ອຫຼອກລວງພຣະເຈົ້າຢູ່ສະເໝີ ແລະ ພົວພັນກັບພຣະອົງພໍເປັນພິທີຢູ່ສະເໝີ. ສະຫຼຸບຄື ບໍ່ວ່າຫຍັງກໍ່ຕາມ, ຖ້າເຈົ້າຫຼອກລວງພຣະເຈົ້າ, ການພິພາກສາທີ່ໄຮ້ປານີຈະມາຫາເຈົ້າ. ພວກເຈົ້າຄວນໃຊ້ປະໂຫຍດຈາກການຫາກໍ່ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຮັບໃຊ້ພຣະເຈົ້າເພື່ອມອບຫົວໃຈຂອງພວກເຈົ້າໃຫ້ກັບພຣະອົງກ່ອນ ໂດຍບໍ່ຕ້ອງມີຄວາມຈົງຮັກພັກດີທີ່ເດັດດ່ຽວ. ບໍ່ວ່າເຈົ້າຈະຢູ່ຕໍ່ໜ້າພຣະເຈົ້າ ຫຼື ຕໍ່ໜ້າຄົນອື່ນໆ, ຫົວໃຈຂອງເຈົ້າຄວນຫັນເຂົ້າຫາພຣະເຈົ້າຢູ່ສະເໝີ ແລະ ເຈົ້າຄວນເດັດດ່ຽວທີ່ຈະຮັກພຣະເຈົ້າເໝືອນດັ່ງພຣະເຢຊູ. ໃນວິທີນີ້ເທົ່ານັ້ນ, ພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າສົມບູນ, ເພື່ອວ່າເຈົ້າຈະໄດ້ກາຍເປັນຄົນຮັບໃຊ້ພຣະເຈົ້າ ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງ. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າຢ່າງແທ້ຈິງ ແລະ ເພື່ອໃຫ້ການຮັບໃຊ້ຂອງເຈົ້າສອດຄ່ອງກັບຄວາມປະສົງຂອງພຣະອົງ, ແລ້ວເຈົ້າຄວນປ່ຽນທັດສະນະກ່ອນໜ້ານັ້ນຂອງເຈົ້າກ່ຽວກັບເຈດຕະນາໃນພຣະເຈົ້າ ແລະ ປ່ຽນວິທີທາງເດີມທີ່ເຈົ້າເຄີຍໃຊ້ເພື່ອຮັບໃຊ້ພຣະເຈົ້າ ເພື່ອວ່າຈະມີພວກເຈົ້າອີກຫຼາຍຄົນທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ດ້ວຍວິທີນີ້, ພຣະເຈົ້າຈະບໍ່ປະຖິ້ມເຈົ້າ ແລະ ເໝືອນເປໂຕ ເຈົ້າຈະຖືກຈັດຢູ່ແຖວໜ້າຂອງຄົນທີ່ຮັກພຣະເຈົ້າ. ຖ້າເຈົ້າຍັງບໍ່ຍອມກັບໃຈ, ເຈົ້າຈະພົບຈຸດຈົບເໝືອນດັ່ງຢູດາ. ທຸກຄົນທີ່ເຊື່ອພຣະເຈົ້າຄວນເຂົ້າໃຈໃນສິ່ງນີ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີຮັບໃຊ້ໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ