ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 465
04 ມີນາ 2026
ບັດນີ້ ເຈົ້າຮູ້ສາເຫດທີ່ແທ້ຈິງແລ້ວບໍ່ວ່າ ເປັນຫຍັງພວກເຈົ້າຈຶ່ງເຊື່ອໃນເຮົາ? ພວກເຈົ້າຮູ້ຈຸດປະສົງ ແລະ ຄວາມໝາຍທີ່ແທ້ຈິງຂອງພາລະກິດຂອງເຮົາບໍ? ເຈົ້າຮູ້ໜ້າທີ່ທີ່ແທ້ຈິງຂອງເຈົ້າແລ້ວບໍ? ເຈົ້າຮູ້ການເປັນປະຈັກພະຍານຂອງເຮົາຢ່າງແທ້ຈິງບໍ? ຖ້າຫາກເຈົ້າພຽງແຕ່ເຊື່ອໃນເຮົາ, ແຕ່ຍັງບໍ່ມີວີ່ແວວຄວາມສະຫງ່າລາສີ ຫຼື ປະຈັກພະຍານຂອງເຮົາໃນຕົວເຈົ້າ, ແລ້ວເຮົາກໍໄດ້ກຳຈັດພວກເຈົ້າໄປດົນນານແລ້ວ. ສຳລັບຜູ້ທີ່ຮູ້ຈັກທຸກຢ່າງ, ພວກເຂົາຍິ່ງເປັນສ້ຽນໝາມໃນຕາຂອງເຮົາ ແລະ ໃນເຮືອນຂອງເຮົາ, ພວກເຂົາບໍ່ແມ່ນຫຍັງນອກຈາກເປັນອຸປະສັກທີ່ຂວາງທາງຂອງເຮົາ, ພວກເຂົາເປັນເຂົ້ານົກທີ່ຕ້ອງຖືກຝັດຖິ້ມໃຫ້ໝົດໃນພາລະກິດຂອງເຮົາ, ພວກເຂົາໃຊ້ການບໍ່ໄດ້, ພວກເຂົາບໍ່ມີຄຸນຄ່າຫຍັງເລີຍ ແລະ ເຮົາໄດ້ລັງກຽດພວກເຂົາມາເປັນເວລາດົນແລ້ວ. ຄວາມໂກດຮ້າຍຂອງເຮົາຈະໂຍນລົງໃສ່ກັບທຸກຄົນທີ່ບໍ່ເປັນປະຈັກພະຍານ ແລະ ໄມ້ຄ້ອນເທົ້າຂອງເຮົາຈະບໍ່ເຄີຍຫ່າງຈາກພວກເຂົາ. ເຮົາໄດ້ມອບພວກເຂົາໄວ້ໃນກໍາມືຂອງມານຮ້າຍມາດົນນານແລ້ວ; ພວກເຂົາບໍ່ໄດ້ຮັບພອນຂອງເຮົາ. ເມື່ອມື້ນັ້ນມາເຖິງ, ການຂ້ຽນຕີຂອງພວກເຂົາຈະໂສກເສົ້າຫຼາຍກວ່າຜູ້ຍິງໂງ່. ມື້ນີ້, ເຮົາພຽງແຕ່ປະຕິບັດພາລະກິດຕາມໜ້າທີ່ຂອງເຮົາ; ເຮົາຈະມັດກົກເຂົ້າສາລີທັງໝົດ ພ້ອມກັບເຂົ້ານົກເຫຼົ່ານັ້ນເຂົ້າກັນ. ນີ້ແມ່ນພາລະກິດຂອງເຮົາໃນມື້ນີ້. ເຂົ້ານົກທັງໝົດຈະຖືກຝັດຖິ້ມໃນເວລາຂອງການຝັດເຂົ້າຂອງເຮົາ, ຫຼັງຈາກນັ້ນ ເມັດເຂົ້າສາລີຈະຖືກເກັບຮັກສາໄວ້ໃນສາງ ແລະ ເຂົ້ານົກເຫຼົ່ານັ້ນທີ່ຖືກຝັດອອກຈະຖືກນຳໄປຈູດເຜົາໃນໄຟໃຫ້ໄໝ້ກາຍເປັນຂີ້ຝຸ່ນ. ພາລະກິດຂອງເຮົາໃນຕອນນີ້ແມ່ນພຽງແຕ່ມັດມະນຸດທຸກຄົນເຂົ້າກັນນັ້ນກໍຄືເພື່ອເອົາຊະນະພວກເຂົາຢ່າງສິ້ນເຊີງ. ຫຼັງຈາກນັ້ນ ເຮົາຈະເລີ່ມຝັດເພື່ອເປີດເຜີຍຈຸດຈົບຂອງມະນຸດທັງໝົດ. ບັດນີ້ ເຈົ້າຄວນຈະຮູ້ວ່າເຈົ້າຄວນຈະເຮັດໃຫ້ເຮົາພໍໃຈແນວໃດ ແລະ ເຈົ້າຄວນຈະກຳນົດເສັ້ນທາງທີ່ຖືກຕ້ອງແນວໃດໃນຄວາມສັດທາຂອງເຈົ້າໃນເຮົາ. ສິ່ງທີ່ເຮົາປາດຖະໜາຈາກເຈົ້າໃນຕອນນີ້ກໍຄືຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງເຈົ້າ, ຄວາມຮັກ ແລະ ການເປັນປະຈັກພະຍານຂອງເຈົ້າ. ເຖິງແມ່ນວ່າ ໃນຕອນນີ້ເຈົ້າບໍ່ຮູ້ວ່າການເປັນປະຈັກພະຍານແມ່ນຫຍັງ ຫຼື ຄວາມຮັກແມ່ນຫຍັງ, ເຈົ້າຄວນມອບໃຫ້ເຮົາທັງໝົດທີ່ເຈົ້າມີ ແລະ ຍົກສົມບັດຊິ້ນດຽວທີ່ເຈົ້າມີໃຫ້ເຮົາ: ຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງເຈົ້າ. ເຈົ້າຄວນຮູ້ວ່າການເປັນປະຈັກພະຍານຕໍ່ການເອົາຊະນະຊາຕານຂອງເຮົາຂຶ້ນຢູ່ກັບຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງມະນຸດ, ເຊັ່ນດຽວກັນ ການເປັນປະຈັກພະຍານຕໍ່ການເອົາຊະນະມະນຸດທັງໝົດຂອງເຮົາ. ໜ້າທີ່ໃນຄວາມສັດທາຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນເພື່ອເປັນພະຍານໃຫ້ກັບເຮົາ, ເພື່ອສະແດງຄວາມຈົງຮັກພັກດີຕໍ່ເຮົາ ແລະ ບໍ່ແມ່ນສິ່ງໃດທັງສິ້ນ ແລະ ເພື່ອອ່ອນນ້ອມຈົນເຖິງທີ່ສຸດ. ກ່ອນທີ່ເຮົາຈະເລີ່ມຂັ້ນຕອນຕໍ່ໄປໃນພາລະກິດຂອງເຮົາ, ເຈົ້າຈະເປັນພະຍານຕໍ່ເຮົາແນວໃດ? ເຈົ້າຈະຈົງຮັກພັກດີ ແລະ ເຊື່ອຟັງເຮົາແນວໃດ? ເຈົ້າຈະອຸທິດຄວາມຈົງຮັກພັກດີຂອງເຈົ້າທັງໝົດຕໍ່ໜ້າທີ່ຂອງເຈົ້າບໍ ຫຼື ເຈົ້າພຽງແຕ່ຈະຍອມຈໍານົນເທົ່ານັ້ນບໍ? ເຈົ້າຈະຍອມຮັບເອົາການຈັດແຈງທຸກຢ່າງຂອງເຮົາ (ເຖິງມັນຈະເປັນຄວາມຕາຍ ຫຼື ການທຳລາຍ) ຫຼື ຈະໜີໄປກາງທາງເພື່ອຫຼີກເວັ້ນການຂ້ຽນຕີຂອງເຮົາ? ເຮົາຂ້ຽນຕີເຈົ້າ ເພື່ອວ່າ ເຈົ້າຈະເປັນພະຍານຕໍ່ເຮົາ ແລະ ຈົງຮັກພັກດີ ແລະ ອ່ອນນ້ອມຕໍ່ເຮົາ. ຍິ່ງໄປກວ່ານັ້ນ, ການຂ້ຽນຕີໃນປັດຈຸບັນ ແມ່ນການເປີດເຜີຍຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ ແລະ ເພື່ອເຮັດໃຫ້ພາລະກິດມີຄວາມກ້າວໜ້າຢ່າງບໍ່ມີສິ່ງໃດກີດຂວາງທັງນັ້ນ. ເພາະສະນັ້ນ, ເຮົາຂໍແນະນຳໃຫ້ເຈົ້າເປັນຄົນສະຫຼາດ ແລະ ປະຕິບັດຕໍ່ຊີວິດຂອງເຈົ້າ ຫຼື ຄວາມໝາຍຂອງການມີຊີວິດຂອງເຈົ້າບໍ່ໃຫ້ຄືກັບດິນຊາຍທີ່ບໍ່ມີຄຸນຄ່າ. ເຈົ້າສາມາດຮູ້ໄດ້ຢ່າງແນ່ນອນບໍ່ວ່າພາລະກິດຂອງເຮົາທີ່ຈະມາເຖິງແມ່ນຫຍັງ? ເຈົ້າຮູ້ບໍວ່າ ເຮົາຈະປະຕິບັດພາລະກິດແບບໃດໃນວັນຂ້າງໜ້າ ແລະ ພາລະກິດຂອງເຮົາຈະດໍາເນີນການແບບໃດ? ເຈົ້າຄວນຮູ້ຄວາມໝາຍຂອງປະສົບການຂອງເຈົ້າໃນພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ຄວາມໝາຍຂອງຄວາມສັດທາຂອງພວກເຈົ້າໃນເຮົາ. ເຮົາໄດ້ເຮັດມາຫຼາຍແລ້ວ; ເຮົາຈະຍອມຈໍານົນກາງທາງດັ່ງທີ່ເຈົ້າຈິນຕະນາການໄດ້ແນວໃດ? ເຮົາໄດ້ເຮັດພາລະກິດຢ່າງຫຼວງຫຼາຍ; ເຮົາຈະທຳລາຍມັນໄດ້ແນວໃດ? ແທ້ຈິງແລ້ວ, ເຮົາໄດ້ມາເພື່ອເຮັດໃຫ້ຍຸກນີ້ສິ້ນສຸດລົງ. ນີ້ແມ່ນຄວາມຈິງ, ແຕ່ຍິ່ງໄປກວ່ານັ້ນ ເຈົ້າຕ້ອງຮູ້ວ່າ ເຮົາຈະເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ສໍາຄັນໄປກວ່ານັ້ນແມ່ນເພື່ອເຜີຍແຜ່ຂ່າວປະເສີດຂອງອານາຈັກ. ສະນັ້ນ ເຈົ້າຄວນຮູ້ວ່າ ພາລະກິດໃນປັດຈຸບັນ ແມ່ນພຽງແຕ່ເປັນການເລີ່ມຕົ້ນຂອງຍຸກ ແລະ ວາງພື້ນຖານສຳລັບການເຜີຍແຜ່ຂ່າວປະເສີດໃນອະນາຄົດ ແລະ ເຮັດໃຫ້ຍຸກນີ້ສິ້ນສຸດລົງໃນອະນາຄົດ. ພາລະກິດຂອງເຮົາບໍ່ແມ່ນເລື່ອງງ່າຍດາຍດັ່ງທີ່ເຈົ້າຄິດ ແລະ ມັນບໍ່ມີຄ່າ ຫຼື ບໍ່ມີຄວາມໝາຍຄືກັບເຈົ້າເຊື່ອ. ສະນັ້ນ ເຮົາຍັງຕ້ອງເວົ້າກັບເຈົ້າວ່າ: ເຈົ້າຄວນສະຫຼະຊີວິດຂອງເຈົ້າໃຫ້ກັບພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ເຈົ້າຄວນອຸທິດຕົວເຈົ້າເອງຕໍ່ຄວາມສະຫງ່າລາສີຂອງເຮົາ. ເຮົາປາຖະໜາໃຫ້ເຈົ້າເປັນພະຍານຕໍ່ເຮົາມາດົນນານແລ້ວ ແລະ ຍິ່ງໄປກວ່ານັ້ນ ເຮົາປາຖະໜາໃຫ້ເຈົ້າເຜີຍແຜ່ຂ່າວປະເສີດຂອງເຮົາ. ເຈົ້າຄວນເຂົ້າໃຈສິ່ງທີ່ຢູ່ໃນໃຈຂອງເຮົາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ