ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 495

11 ເດືອນກໍລະກົດ 2025

ໃນປັດຈຸບັນ, ເມື່ອພວກເຈົ້າສະແຫວງຫາທີ່ຈະຮັກ ແລະ ຮູ້ຈັກພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງອົດກັ້ນຕໍ່ຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ ແລະ ໃນອີກດ້ານໜຶ່ງ ພວກເຈົ້າຕ້ອງຍອມເສຍສະຫຼະ. ບໍ່ມີບົດຮຽນໃດທີ່ເລິກເຊິ່ງໄປກວ່າບົດຮຽນແຫ່ງການຮັກພຣະເຈົ້າ ແລະ ສາມາດເວົ້າໄດ້ວ່າ ບົດຮຽນທີ່ຜູ້ຄົນຮຽນຮູ້ຊົ່ວຊີວິດກ່ຽວກັບຄວາມເຊື່ອແມ່ນວິທີການຮັກພຣະເຈົ້າ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ຖ້າເຈົ້າພຽງແຕ່ເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ຮັກພຣະອົງ ແລະ ບໍ່ໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ເຄີຍໄດ້ຮັກພຣະເຈົ້າດ້ວຍຄວາມຮັກທີ່ແທ້ຈິງເຊິ່ງມາຈາກພາຍໃນຫົວໃຈຂອງເຈົ້າຈັກເທື່ອ, ແລ້ວຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າກໍບໍ່ມີປະໂຫຍດຫຍັງ; ໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ ຖ້າເຈົ້າບໍ່ຮັກພຣະເຈົ້າ ແລ້ວເຈົ້າກໍດຳລົງຊີວິດຢ່າງໄຮ້ຄ່າ ແລະ ຊີວິດທັງໝົດຂອງເຈົ້າກໍຕໍ່າຕ້ອຍທີ່ສຸດໃນບັນດາຊີວິດທັງປວງ. ຕະຫຼອດທັງຊີວິດຂອງເຈົ້າ ຖ້າເຈົ້າບໍ່ເຄີຍຮັກ ຫຼື ເຮັດໃຫ້ພຣະເຈົ້າພໍພຣະໄທເລີຍ, ແລ້ວແມ່ນຫຍັງຄືຄວາມໝາຍໃນການດຳລົງຊີວິດຂອງເຈົ້າ? ແລ້ວແມ່ນຫຍັງຄືຄວາມໝາຍຂອງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ? ນັ້ນບໍ່ແມ່ນຄວາມພະຍາຍາມທີ່ສູນເປົ່າບໍ? ນີ້ໝາຍຄວາມວ່າ ຖ້າຜູ້ຄົນຕ້ອງເຊື່ອ ແລະ ຮັກພຣະເຈົ້າ, ແລ້ວພວກເຂົາຕ້ອງຍອມເສຍສະຫຼະ. ແທນທີ່ຈະພະຍາຍາມປະພຶດໃນລັກສະນະໃດໜຶ່ງດ້ານພາຍນອກ, ພວກເຂົາຄວນສະແຫວງຫາຄວາມເຂົ້າໃຈທີ່ແທ້ຈິງໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ຖ້າເຈົ້າກະຕືລືລົ້ນໃນການຮ້ອງເພງ ແລະ ເຕັ້ນລໍາ, ແຕ່ບໍ່ສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງ, ຈະສາມາດເວົ້າໄດ້ບໍວ່າ ເຈົ້າຮັກພຣະເຈົ້າ? ການຮັກພຣະເຈົ້າຕ້ອງການໆສະແຫວງຫາເຈດຕະນາຂອງພຣະເຈົ້າໃນທຸກສິ່ງທຸກຢ່າງ ແລະ ເຈົ້າຕ້ອງສືບສວນຢ່າງເລິກເຊິ່ງຢູ່ພາຍໃນ ເມື່ອມີສິ່ງໃດກໍຕາມເກີດຂຶ້ນກັບເຈົ້າ, ພະຍາຍາມທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ພະຍາຍາມທີ່ຈະເຫັນວ່າ ແມ່ນຫຍັງຄືເຈດຕະນາຂອງພຣະເຈົ້າໃນເລື່ອງເຫຼົ່ານີ້, ພຣະອົງຮຽກຮ້ອງທີ່ຈະໃຫ້ເຈົ້າບັນລຸຫຍັງ ແລະ ເຈົ້າຄວນຄຳນຶງແນວໃດກ່ຽວກັບເຈດຕະນາຂອງພຣະອົງ. ຕົວຢ່າງຄື: ບາງສິ່ງບາງຢ່າງເກີດຂຶ້ນ ໂດຍຮຽກຮ້ອງໃຫ້ເຈົ້າອົດກັ້ນຕໍ່ຄວາມຍາກລຳບາກ ໃນເວລາທີ່ເຈົ້າຄວນເຂົ້າໃຈວ່າ ເຈດຕະນາຂອງພຣະເຈົ້າແມ່ນຫຍັງ ແລະ ເຈົ້າຄວນຄຳນຶງແນວໃດກ່ຽວກັບເຈດຕະນາຂອງພຣະອົງ. ເຈົ້າບໍ່ຕ້ອງເຮັດໃຫ້ຕົວເຈົ້າເອງພໍໃຈ ນັ້ນກໍຄື ໃຫ້ປະຖິ້ມຕົວເຈົ້າເອງໄວ້. ບໍ່ມີຫຍັງທີ່ເປັນຕາສັງເວດຫຼາຍກວ່າເນື້ອໜັງ. ເຈົ້າຕ້ອງສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕ້ອງປະຕິບັດໜ້າທີ່ຂອງເຈົ້າ. ດ້ວຍຄວາມຄິດດັ່ງກ່າວ, ພຣະເຈົ້າຈະນໍາແສງສະຫວ່າງທີ່ພິເສດມາໃຫ້ເຈົ້າໃນບັນຫານີ້ ແລະ ຫົວໃຈຂອງເຈົ້າກໍຈະຄົ້ນພົບຄວາມສຸກສະບາຍ. ບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ເມື່ອບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງປະຖິ້ມຕົວເຈົ້າເອງໄວ້ ແລະ ເບິ່ງເນື້ອໜັງເປັນສິ່ງທີ່ຕໍ່າຕ້ອຍທີ່ສຸດໃນບັນດາທຸກສິ່ງທຸກຢ່າງ. ຍິ່ງເຈົ້າເຮັດໃຫ້ເນື້ອໜັງພໍໃຈສໍ່າໃດ ມັນກໍຈະມີອິດສະຫຼະຫຼາຍສໍ່ານັ້ນ; ຖ້າເຈົ້າເຮັດໃຫ້ເນື້ອໜັງພໍໃຈໃນເວລານີ້ ຄັ້ງຕໍ່ໄປ ມັນກໍຈະຮຽກຮ້ອງຫຼາຍຂຶ້ນຕື່ມ ເມື່ອສືບຕໍ່ເປັນແບບນີ້, ຜູ້ຄົນກໍຈະຮັກເນື້ອໜັງຫຼາຍຍິ່ງຂຶ້ນ. ເນື້ອໜັງມີຄວາມປາຖະໜາຫຼາຍເກີນຂອບເຂດຢູ່ສະເໝີ; ມັນຮຽກຮ້ອງໃຫ້ເຈົ້າເຮັດໃຫ້ມັນພໍໃຈຢູ່ຕະຫຼອດເວລາ ແລະ ໃຫ້ເຈົ້າສະໜອງຄວາມຕ້ອງການໃຫ້ກັບມັນຢູ່ພາຍໃນ, ບໍ່ວ່າຈະເປັນສິ່ງທີ່ເຈົ້າກິນ, ສິ່ງທີ່ເຈົ້ານຸ່ງ ຫຼື ໃນການສູນເສຍອາລົມຂອງເຈົ້າ ຫຼື ຍອມຕາມຄວາມອ່ອນແອ ແລະ ຄວາມຂີ້ຄ້ານຂອງເຈົ້າເອງ... ຍິ່ງເຈົ້າເຮັດໃຫ້ເນື້ອໜັງພໍໃຈຫຼາຍສໍ່າໃດ, ຄວາມປາຖະໜາຂອງມັນກໍຈະຍິ່ງເພິ່ມຂຶ້ນຫຼາຍສໍ່ານັ້ນ ແລະ ເນື້ອໜັງກໍຍິ່ງເສື່ອມຊາມຫຼາຍສໍ່ານັ້ນ ຈົນເຖິງຈຸດທີ່ວ່າ ເນື້ອໜັງຂອງມະນຸດເຊື່ອງຄວາມຄິດທີ່ເລິກເຊິ່ງຫຼາຍກວ່າເກົ່າ ແລະ ກະບົດຕໍ່ພຣະເຈົ້າ ແລະ ສັນລະເສີນຕົວມັນເອງ ແລະ ສົງໄສກ່ຽວກັບພາລະກິດຂອງພຣະເຈົ້າ. ຍິ່ງເຈົ້າເຮັດໃຫ້ເນື້ອໜັງພໍໃຈຫຼາຍສໍ່າໃດ, ຄວາມອ່ອນແອຂອງເນື້ອໜັງກໍຈະຍິ່ງເພີ່ມຂຶ້ນຫຼາຍສໍ່ານັ້ນ; ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ບໍ່ມີໃຜເຫັນອົກເຫັນໃຈກັບຄວາມອ່ອນແອຂອງເຈົ້າເລີຍ, ເຈົ້າຈະເຊື່ອຢູ່ສະເໝີວ່າ ພຣະເຈົ້າເຮັດຫຼາຍເກີນໄປ ແລະ ເຈົ້າຈະເວົ້າວ່າ “ພຣະເຈົ້າໂຫດຮ້າຍແບບນີ້ໄດ້ແນວໃດ? ເປັນຫຍັງພຣະອົງຈຶ່ງບໍ່ປ່ອຍໃຫ້ຜູ້ຄົນພັກຜ່ອນແດ່?” ເມື່ອຜູ້ຄົນເພິ່ງພໍໃຈເນື້ອໜັງ ແລະ ຖະໜອມມັນຫຼາຍເກີນໄປ, ແລ້ວພວກເຂົາກໍທຳລາຍຕົວພວກເຂົາເອງ. ຖ້າເຈົ້າຮັກພຣະເຈົ້າຢ່າງແທ້ຈິງ ແລະ ບໍ່ເຮັດໃຫ້ເນື້ອໜັງພໍໃຈ, ແລ້ວເຈົ້າກໍຈະເຫັນວ່າ ທຸກສິ່ງທີ່ພຣະເຈົ້າກະທຳແມ່ນຖືກຕ້ອງຫຼາຍ ແລະ ດີຫຼາຍ ແລະ ການທີ່ພຣະອົງສາບແຊ່ງຄວາມກະບົດຂອງເຈົ້າ ແລະ ພິພາກສາຄວາມບໍ່ຊອບທຳຂອງເຈົ້າກໍຖືກຕ້ອງແລ້ວ. ຈະມີຊ່ວງເວລາທີ່ພຣະເຈົ້າຕີສອນ ແລະ ລົງວິໄນກັບເຈົ້າ ແລະ ຍົກສະພາບແວດລ້ອມຂຶ້ນເພື່ອເຮັດໃຫ້ເຈົ້າເຂັ້ມແຂງໂດຍບັງຄັບໃຫ້ເຈົ້າມາຢູ່ຕໍ່ໜ້າພຣະອົງ ແລະ ເຈົ້າກໍຈະຮູ້ສຶກຢູ່ສະເໝີວ່າ ສິ່ງທີ່ພຣະເຈົ້າກຳລັງກະທຳນັ້ນເປັນສິ່ງທີ່ມະຫັດສະຈັນ. ສະນັ້ນ ເຈົ້າຈະຮູ້ສຶກຄືກັບວ່າ ບໍ່ມີຄວາມເຈັບປວດຫຼາຍ ແລະ ພຣະເຈົ້າກໍເປັນຕາຮັກຫຼາຍ. ຖ້າເຈົ້າຍອມຕາມຄວາມອ່ອນແອຂອງເນື້ອໜັງ ແລະ ເວົ້າວ່າ ພຣະເຈົ້າເຮັດຫຼາຍເກີນໄປ ແລ້ວເຈົ້າກໍຈະຮູ້ສຶກເຈັບປວດ ແລະ ເສົ້າໃຈຢູ່ຕະຫຼອດເວລາ ແລະ ເຈົ້າກໍຈະບໍ່ຊັດເຈນກ່ຽວກັບພາລະກິດທັງໝົດຂອງພຣະເຈົ້າ ແລະ ຈະເບິ່ງຄືກັບວ່າພຣະເຈົ້າບໍ່ມີຄວາມເຫັນອົກເຫັນໃຈຕໍ່ຄວາມອ່ອນແອຂອງມະນຸດເລີຍ ແລະ ບໍ່ຮັບຮູ້ເຖິງຄວາມຫຍຸ້ງຍາກຂອງມະນຸດ. ແລ້ວດ້ວຍເຫດນັ້ນ ເຈົ້າຈຶ່ງຮູ້ສຶກໂສກເສົ້າຫຼາຍ ແລະ ໂດດດ່ຽວຢູ່ສະເໝີ ເໝືອນກັບວ່າເຈົ້າໄດ້ທົນທຸກກັບຄວາມບໍ່ຍຸຕິທຳຫຼາຍແທ້ໆ ແລະ ໃນຊ່ວງເວລານີ້ ເຈົ້າກໍຈະຈົ່ມ. ຍິ່ງເຈົ້າຍອມຕາມຄວາມອ່ອນແອຂອງເນື້ອໜັງໃນລັກສະນະນີ້ຫຼາຍສໍ່າໃດ ເຈົ້າກໍຈະຮູ້ສຶກວ່າ ພຣະເຈົ້າເຮັດເກີນໄປຫຼາຍສໍ່ານັ້ນ, ເຮັດເກີນໄປຈົນເຈົ້າປະຕິເສດພາລະກິດຂອງພຣະເຈົ້າ ແລະ ເລີ່ມຕໍ່ຕ້ານພຣະເຈົ້າ ແລະ ເຕັມໄປດ້ວຍຄວາມກະບົດ. ສະນັ້ນ, ເຈົ້າຕ້ອງຂັດຂືນເນື້ອໜັງ ແລະ ບໍ່ຍອມຕາມໃຈມັນ ໂດຍເວົ້າວ່າ “ສາມີ (ພັນລະຍາ) ຂອງຂ້ານ້ອຍ, ລູກໆ, ໂອກາດ, ການແຕ່ງງານ, ຄອບຄົວຂອງຂ້ານ້ອຍ, ບໍ່ມີຫຍັງທີ່ສຳຄັນເລີຍ! ໃນຫົວໃຈຂອງຂ້ານ້ອຍ ມີພຽງແຕ່ພຣະເຈົ້າເທົ່ານັ້ນ ແລະ ຂ້ານ້ອຍຕ້ອງພະຍາຍາມຢ່າງສຸດຄວາມສາມາດເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ບໍ່ເຮັດໃຫ້ເນື້ອໜັງພໍໃຈ”. ເຈົ້າຕ້ອງມີຄວາມຕັ້ງໃຈແບບນີ້. ຖ້າເຈົ້າມີຄວາມຕັ້ງໃຈແບບນີ້ຢູ່ສະເໝີ ແລ້ວເມື່ອເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຖິ້ມຕົວເຈົ້າເອງ, ເຈົ້າຈຶ່ງຈະສາມາດກະທຳສິ່ງດັ່ງກ່າວພຽງໃຊ້ຄວາມພະຍາຍາມເລັກນ້ອຍ. ມີເລື່ອງເລົ່າທີ່ວ່າ ກາລະຄັ້ງໜຶ່ງ ໄດ້ມີຊາວນາຄົນໜຶ່ງເຫັນງູທີ່ແຂງກະດ້າງຍ້ອນຄວາມໜາວໃນຫົນທາງ. ຊາວນາຄົນນັ້ນຈຶ່ງຈັບມັນຂຶ້ນມາ ແລ້ວຖືມັນໄວ້ໃກ້ກັບເອິກຂອງລາວ ແລະ ຫຼັງຈາກທີ່ງູໂຕນັ້ນຟື້ນຄືນ, ມັນກໍຕອດຊາວນາຈົນເຖິງແກ່ຄວາມຕາຍ. ເນື້ອໜັງຂອງມະນຸດກໍເໝືອນກັບງູດັ່ງກ່າວ ນັ້ນກໍຄື: ແກ່ນແທ້ຂອງມັນກໍຄືການທຳລາຍຊີວິດຂອງພວກເຂົາ ແລະ ເມື່ອມັນໄດ້ສິ່ງທີ່ມັນຕ້ອງການ, ຊີວິດຂອງເຈົ້າກໍກາຍເປັນສິ່ງທີ່ສູນເສຍໄປ. ເນື້ອໜັງເປັນຂອງຊາຕານ. ມີຄວາມປາຖະໜາເກີນຂອບເຂດຢູ່ພາຍໃນຕົວມັນ, ມັນຄິດພຽງແຕ່ເພື່ອຕົວມັນເອງ, ມັນຕ້ອງການເພີດເພີນກັບຄວາມສະດວກສະບາຍ ແລະ ດີອົກດີໃຈໃນເວລາຫວ່າງ, ຊົມຊື່ນກັບຄວາມຂີ້ຄ້ານ ແລະ ຄວາມເຊື່ອງຊ້າ ແລະ ພໍໃຈກັບມັນຈົນເຖິງຂັ້ນທີ່ວ່າ ເຈົ້າຈະຖືກມັນກືນກິນໄປໃນທີ່ສຸດ. ເວົ້າໄດ້ວ່າ ຖ້າເຈົ້າເຮັດໃຫ້ມັນພໍໃຈໃນເວລານີ້, ຄັ້ງຕໍ່ໄປ ມັນກໍຈະຮຽກຮ້ອງອີກ. ມັນມີຄວາມປາຖະໜາທີ່ເກີນຂອບເຂດ ແລະ ຄວາມຮຽກຮ້ອງໃໝ່ຢູ່ສະເໝີ ແລະ ຖືໂອກາດທີ່ເຈົ້າຍອມຕາມເນື້ອໜັງ ເພື່ອເຮັດໃຫ້ເຈົ້າຖະໜອມມັນຫຼາຍຍິ່ງຂຶ້ນ ແລະ ດຳລົງຊີວິດທ່າມກາງຄວາມສະດວກສະບາຍຂອງມັນ ແລະ ຖ້າເຈົ້າບໍ່ເອົາຊະນະມັນ, ເຈົ້າຈະທຳລາຍຕົວເຈົ້າເອງໄປໃນທີ່ສຸດ. ເຈົ້າຈະສາມາດມີຊີວິດຕໍ່ໜ້າພຣະເຈົ້າໄດ້ ຫຼື ບໍ່ ແລະ ແມ່ນຫຍັງຈະເປັນຈຸດຈົບຂອງເຈົ້າໃນທີ່ສຸດແມ່ນຂຶ້ນຢູ່ກັບວ່າ ເຈົ້າຈະຕໍ່ຕ້ານກັບເນື້ອໜັງຂອງເຈົ້າແນວໃດ. ພຣະເຈົ້າໄດ້ຊ່ວຍເຈົ້າໃຫ້ລອດພົ້ນ ແລະ ໄດ້ເລືອກ ແລະ ລິຂິດເຈົ້າໄວ້ແລ້ວ, ແຕ່ຖ້າໃນປັດຈຸບັນ ເຈົ້າບໍ່ເຕັມໃຈທີ່ຈະເຮັດໃຫ້ພຣະອົງພໍໃຈ, ເຈົ້າກໍບໍ່ໄດ້ເຕັມໃຈທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າບໍ່ໄດ້ເຕັມໃຈທີ່ຈະກະບົດຕໍ່ເນື້ອໜັງຂອງເຈົ້າເອງ ດ້ວຍຫົວໃຈທີ່ຮັກພຣະເຈົ້າຢ່າງແທ້ຈິງ, ໃນທີ່ສຸດແລ້ວ ເຈົ້າກໍຈະທຳລາຍຕົວເຈົ້າເອງ ແລະ ສະນັ້ນກໍຈະໄດ້ທົນຮັບຄວາມເຈັບປວດທີ່ຮຸນແຮງ. ຖ້າເຈົ້າຍອມຕາມເນື້ອໜັງຢູ່ສະເໝີ, ຊາຕານກໍຈະກືນກິນເຈົ້າເທື່ອລະໜ້ອຍ ແລະ ປ່ອຍໃຫ້ເຈົ້າປາສະຈາກຊີວິດ ຫຼື ການສຳຜັດຂອງພຣະວິນຍານ ຈົນຮອດມື້ທີ່ເຈົ້າມືດມົນຢ່າງສົມບູນຢູ່ຂ້າງໃນ. ເມື່ອເຈົ້າດຳລົງຊີວິດໃນຄວາມມືດ, ເຈົ້າກໍຈະຕົກເປັນຊະເລີຍຂອງຊາຕານ, ເຈົ້າຈະບໍ່ມີພຣະເຈົ້າໃນຫົວໃຈຂອງເຈົ້າອີກຕໍ່ໄປ ແລະ ໃນເວລານັ້ນ ເຈົ້າຈະປະຕິເສດການມີຕົວຕົນຂອງພຣະເຈົ້າ ແລະ ປະຖິ້ມພຣະອົງ. ສະນັ້ນ ຖ້າຜູ້ຄົນປາຖະໜາທີ່ຈະຮັກພຣະເຈົ້າ, ພວກເຂົາຕ້ອງຈ່າຍລາຄາແຫ່ງຄວາມເຈັບປວດ ແລະ ອົດກັ້ນກັບຄວາມຍາກລຳບາກ. ບໍ່ຈຳເປັນຕ້ອງມີຄວາມກະຕືລືລົ້ນທາງດ້ານພາຍນອກ ແລະ ທົນທຸກກັບຄວາມຍາກລຳບາກ, ບໍ່ຈໍາເປັນຕ້ອງອ່ານ ແລະ ດິ້ນຮົນຫຍັງຫຼາຍ; ກົງກັນຂ້າມ ພວກເຂົາຄວນປະຖິ້ມສິ່ງຕ່າງໆທີ່ຢູ່ພາຍໃນຕົວພວກເຂົາ ນັ້ນກໍຄື: ຄວາມຄິດທີ່ເກີນຂອບເຂດ, ຜົນປະໂຫຍດສ່ວນຕົວ ແລະ ການໄຕ່ຕອງ, ຄວາມຄິດ ແລະ ຄວາມຕັ້ງໃຈຂອງພວກເຂົາເອງ. ນີ້ແມ່ນເຈດຕະນາຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ