ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 496
11 ເດືອນກໍລະກົດ 2025
ການທີ່ພຣະເຈົ້າລິຮານອຸປະນິໄສພາຍນອກຂອງຜູ້ຄົນຍັງເປັນສ່ວນໜຶ່ງໃນການປະຕິບັດພາລະກິດຂອງພຣະອົງອີກດ້ວຍ; ຕົວຢ່າງເຊັ່ນ: ການລິຮານພາຍນອກຂອງຜູ້ຄົນ, ຄວາມເປັນມະນຸດທີ່ບໍ່ປົກກະຕິ ຫຼື ຮູບແບບຊີວິດ ແລະ ນິໄສຂອງພວກເຂົາ, ວິທີທາງ ແລະ ປະເພນີຂອງພວກເຂົາ ລວມເຖິງພາກປະຕິບັດພາຍນອກຂອງພວກເຂົາ ແລະ ຄວາມກະຕືລືລົ້ນຂອງພວກເຂົາ. ແຕ່ເມື່ອພຣະອົງຮຽກຮ້ອງໃຫ້ ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ, ສິ່ງທີ່ຖືກລິຮານຫຼັກໆ ແມ່ນເຈດຕະນາ ແລະ ຄວາມຄິດທີ່ຢູ່ພາຍໃນພວກເຂົາ. ພຽງແຕ່ການລິຮານອຸປະນິໄສພາຍນອກຂອງເຈົ້າເທົ່ານັ້ນແມ່ນບໍ່ຍາກ; ມັນເໝືອນກັບການຮຽກຮ້ອງບໍ່ໃຫ້ເຈົ້າກິນສິ່ງທີ່ເຈົ້າຮັກ ເຊິ່ງເປັນເລື່ອງງ່າຍດາຍ. ແຕ່ສິ່ງທີ່ແຕະຕ້ອງເຖິງຄວາມຄິດພາຍໃນຕົວເຈົ້ານັ້ນ ແມ່ນຍາກທີ່ຈະປະຖິ້ມໄດ້. ມັນຮຽກຮ້ອງໃຫ້ຜູ້ຄົນກໍ່ການກະບົດຕໍ່ເນື້ອໜັງ, ຍອມເສຍສະຫຼະ ແລະ ທົນທຸກທໍລະມານຕໍ່ໜ້າພຣະເຈົ້າ. ສິ່ງນີ້ແມ່ນຖືກທີ່ສຸດ ໂດຍສະເພາະກ່ຽວກັບເຈດຕະນາຂອງຜູ້ຄົນ. ຕັ້ງແຕ່ຜູ້ຄົນເລິ່ມເຊື່ອໃນພຣະເຈົ້າ, ພວກເຂົາກໍໄດ້ເຊື່ອງຊ້ອນເຈດຕະນາທີ່ບໍ່ຖືກຕ້ອງຫຼາຍຢ່າງ. ເມື່ອເຈົ້າບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າຮູ້ສຶກວ່າ ເຈດຕະນາທຸກຢ່າງຂອງເຈົ້າແມ່ນຖືກຕ້ອງ ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຈະເຫັນວ່າ ເຈດຕະນາທີ່ບໍ່ຖືກຕ້ອງຫຼາຍຢ່າງພາຍໃນຕົວເຈົ້າ. ສະນັ້ນ ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບ, ພຣະອົງເຮັດໃຫ້ພວກເຂົາສຳນຶກວ່າ ມີຄວາມຄິດຫຼາຍຢ່າງພາຍໃນຕົວພວກເຂົາທີ່ກຳລັງຂັດຂວາງຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ. ເມື່ອເຈົ້າຮັບຮູ້ວ່າ ເຈດຕະນາຂອງເຈົ້າຜິດໄປ, ຖ້າເຈົ້າສາມາດຢຸດປະຕິບັດຕາມຄວາມຄິດ ແລະ ເຈດຕະນາຂອງເຈົ້າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ຍຶດໝັ້ນໃນຕໍາແໜ່ງຂອງເຈົ້າໃນທຸກສິ່ງທຸກຢ່າງທີ່ເກີດຂຶ້ນກັບເຈົ້າ, ສິ່ງນີ້ກໍພິສູດແລ້ວວ່າ ເຈົ້າໄດ້ກໍ່ການກະບົດຕໍ່ເນື້ອໜັງແລ້ວ. ເມື່ອເຈົ້າກໍ່ການກະບົດຕໍ່ເນື້ອໜັງ ກໍຈະມີສົງຄາມເກີດຂຶ້ນພາຍໃນຕົວເຈົ້າໂດຍຫຼີກເວັ້ນບໍ່ໄດ້. ຊາຕານຈະພະຍາຍາມ ແລະ ເຮັດໃຫ້ຜູ້ຄົນປະຕິບັດຕາມມັນ, ຈະພະຍາຍາມ ແລະ ເຮັດໃຫ້ພວກເຂົາປະຕິບັດຕາມຄວາມຄິດແຫ່ງເນື້ອໜັງ ແລະ ປ້ອງກັນຜົນປະໂຫຍດຂອງເນື້ອໜັງ, ແຕ່ພຣະທຳຂອງພຣະເຈົ້າຈະໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບຜູ້ຄົນຢູ່ພາຍໃນ ແລະ ໃນເວລານີ້ ມັນກໍຂຶ້ນຢູ່ກັບເຈົ້າແລ້ວວ່າ ເຈົ້າຈະຕິດຕາມພຣະເຈົ້າ ຫຼື ຕິດຕາມຊາຕານ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດຫຼັກໆ ກໍແມ່ນເພື່ອລິຮານສິ່ງຕ່າງໆທີ່ຢູ່ພາຍໃນພວກເຂົາ, ເພື່ອລິຮານຄວາມຄິດ ແລະ ແນວຄວາມຄິດຂອງພວກເຂົາທີ່ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ພຣະວິນຍານບໍລິສຸດສຳຜັດຜູ້ຄົນໃນຫົວໃຈຂອງພວກເຂົາ, ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບພວກເຂົາ. ສະນັ້ນ ເບື້ອງຫຼັງທຸກສິ່ງຢ່າງທີ່ເກີດຂຶ້ນແມ່ນມີການຕໍ່ສູ້ ນັ້ນກໍຄື: ທຸກຄັ້ງທີ່ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ນໍາຄວາມຮັກທີ່ມີຕໍ່ພຣະເຈົ້າເຂົ້າສູ່ການປະຕິບັດກໍຈະມີການຕໍ່ສູ້ຢ່າງຍິ່ງໃຫຍ່ ແລະ ເຖິງແມ່ນວ່າທຸກສິ່ງທຸກຢ່າງຈະເບິ່ງຄືປົກກະຕິກັບເນື້ອໜັງຂອງພວກເຂົາ, ໃນຄວາມຈິງແລ້ວ ການຕໍ່ສູ້ເອົາເປັນເອົາຕາຍໄດ້ດໍາເນີນຂຶ້ນໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ພຽງແຕ່ຫຼັງຈາກການຕໍ່ສູ້ທີ່ຮຸນແຮງນີ້, ຫຼັງຈາກການໄຕ່ຕອງຢ່າງໜັກຈຶ່ງຈະສາມາດຕັດສິນໄຊຊະນະ ຫຼື ຄວາມພ່າຍແພ້ໄດ້. ຄົນໃດໜຶ່ງບໍ່ຮູ້ຈັກວ່າຈະຫົວ ຫຼື ຈະໄຫ້ດີ. ເພາະເຈດຕະນາຫຼາຍຢ່າງທີ່ຢູ່ພາຍໃນຜູ້ຄົນແມ່ນບໍ່ຖືກຕ້ອງ ຫຼື ບໍ່ດັ່ງນັ້ນກໍຍ້ອນວ່າ ພາລະກິດສ່ວນຫຼາຍຂອງພຣະເຈົ້າແມ່ນບໍ່ສອດຄ່ອງກັບຄວາມຄິດຂອງພວກເຂົາ, ເມື່ອຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ການຕໍ່ສູ້ຢ່າງຍິ່ງໃຫຍ່ແມ່ນເກີດຂຶ້ນຢູ່ເບື້ອງຫຼັງ. ເມື່ອເວລານໍາຄວາມຈິງນີ້ເຂົ້າສູ່ການປະຕິບັດ ແລະ ກ່ອນທີ່ຈະຕັດສິນໃຈເຮັດໃຫ້ພຣະເຈົ້າພໍໃຈໃນທີ່ສຸດ ຢູ່ເບື້ອງຫຼັງຈະມີຜູ້ຄົນລັ່ງນໍ້າຕາແຫ່ງຄວາມໂສກເສົ້າຢ່າງນັບບໍ່ຖ້ວນ. ເປັນຍ້ອນການຕໍ່ສູ້ນີ້, ຜູ້ຄົນຈຶ່ງອົດກັ້ນຕໍ່ການທົນທຸກທໍລະມານ ແລະ ການຫຼໍ່ຫຼອມ; ນີ້ແມ່ນການທົນທຸກທໍລະມານທີ່ແທ້ຈິງ. ເມື່ອການຕໍ່ສູ້ມາເຖິງເຈົ້າ, ຖ້າເຈົ້າສາມາດຢືນຢູ່ຂ້າງພຣະເຈົ້າຢ່າງແທ້ຈິງໄດ້, ເຈົ້າກໍຈະສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ໃນລະຫວ່າງການປະຕິບັດຄວາມຈິງ ມັນບໍ່ສາມາດຫຼີກເວັ້ນໄດ້ທີ່ຄົນໜຶ່ງຈະທົນທຸກທໍລະມານພາຍໃນ; ເມື່ອພວກເຂົານໍາຄວາມຈິງເຂົ້າໃນການປະຕິບັດ ຖ້າທຸກສິ່ງທຸກຢ່າງຢູ່ພາຍໃນຜູ້ຄົນນັ້ນຖືກຕ້ອງ, ພວກເຂົາຈະບໍ່ຈຳເປັນຕ້ອງຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ກໍຈະບໍ່ມີການຕໍ່ສູ້ ແລະ ພວກເຂົາກໍຈະບໍ່ທົນທຸກທໍລະມານ. ຍ້ອນວ່າ ມີຫຼາຍສິ່ງທີ່ຢູ່ພາຍໃນຜູ້ຄົນເຊິ່ງບໍ່ເໝາະສົມແກ່ການນໍາໃຊ້ໂດຍພຣະເຈົ້າ ແລະ ຍ້ອນວ່າມີອຸປະນິໄສຂອງເນື້ອໜັງຫຼາຍຢ່າງທີ່ເປັນປໍລະປັກ, ຜູ້ຄົນຈຳເປັນຕ້ອງຮຽນຮູ້ບົດຮຽນແຫ່ງການກໍ່ການກະບົດຕໍ່ເນື້ອໜັງໃຫ້ເລິກເຊິ່ງຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ພຣະເຈົ້າເອີ້ນວ່າ ການທົນທຸກທໍລະມານ ທີ່ພຣະອົງຮຽກຮ້ອງໃຫ້ມະນຸດປະສົບກັບພຣະອົງ. ເມື່ອເຈົ້າຜະເຊີນກັບຄວາມຫຍຸ້ງຍາກ ໃຫ້ຟ້າວ ແລະ ອະທິຖານຫາພຣະເຈົ້າວ່າ “ໂອ ຂ້າແດ່ພຣະອົງເຈົ້າ! ຂ້ານ້ອຍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍພຣະໄທ, ຂ້ານ້ອຍປາຖະໜາທີ່ຈະອົດທົນຕໍ່ຄວາມຍາກລໍາບາກຂັ້ນສຸດທ້າຍເພື່ອເຮັດໃຫ້ພຣະອົງພໍພຣະໄທ ແລະ ບໍ່ວ່າຂ້ານ້ອຍຈະຜະເຊີນກັບຄວາມລົ້ມເຫຼວທີ່ຍິ່ງໃຫຍ່ພຽງໃດກໍຕາມ, ຂ້ານ້ອຍກໍຕ້ອງເຮັດໃຫ້ພຣະອົງພໍພຣະໄທ. ເຖິງແມ່ນວ່າ ຂ້ານ້ອຍຕ້ອງເສຍສະຫຼະຊີວິດທັງໝົດຂອງຂ້ານ້ອຍ, ຂ້ານ້ອຍກໍຕ້ອງເຮັດໃຫ້ພຣະອົງພໍພຣະໄທ!” ດ້ວຍຄວາມຕັ້ງໃຈແບບນີ້, ເມື່ອເຈົ້າອະທິຖານແບບນັ້ນ ເຈົ້າກໍຈະສາມາດຍຶດໝັ້ນໃນຄໍາພະຍານຂອງເຈົ້າ. ທຸກເທື່ອທີ່ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດ, ທຸກເທື່ອທີ່ພວກເຂົາປະສົບກັບການຫຼໍ່ຫຼອມ, ທຸກເທື່ອທີ່ພວກເຂົາຖືກທົດລອງ ແລະ ທຸກເທື່ອທີ່ພາລະກິດຂອງພຣະເຈົ້າມາເຖິງພວກເຂົາ, ຜູ້ຄົນກໍຕ້ອງອົດທົນຕໍ່ຄວາມເຈັບປວດຢ່າງຫຼວງຫຼາຍ. ທຸກສິ່ງນີ້ແມ່ນເປັນການທົດສອບສຳລັບຜູ້ຄົນ ແລະ ດ້ວຍເຫດນັ້ນ ຈຶ່ງມີການຕໍ່ສູ້ພາຍໃນພວກເຂົາໝົດທຸກຄົນ. ນີ້ແມ່ນລາຄາແທ້ຈິງທີ່ພວກເຂົາຈ່າຍ. ການອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ແລະ ການດິ້ນຮົນຫຼາຍຂຶ້ນແມ່ນພາກສ່ວນຂອງລາຄານັ້ນ. ແຕ່ມັນແມ່ນສິ່ງທີ່ຜູ້ຄົນຄວນເຮັດ, ມັນຄືໜ້າທີ່ຂອງພວກເຂົາ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນເຮັດໃຫ້ສຳເລັດ, ແຕ່ຜູ້ຄົນຕ້ອງປະຖິ້ມສິ່ງທີ່ຢູ່ພາຍໃນພວກເຂົາທີ່ຈຳເປັນຕ້ອງປະຖິ້ມ. ຖ້າເຈົ້າບໍ່ປະຖິ້ມ, ບໍ່ວ່າການທົນທຸກພາຍນອກຂອງເຈົ້າຈະຫຼາຍສໍ່າໃດ ແລະ ບໍ່ວ່າເຈົ້າຈະດິ້ນຮົນຫຼາຍພຽງໃດກໍຕາມ, ທຸກສິ່ງກໍຈະສູນເປົ່າ! ເຊິ່ງເວົ້າໄດ້ວ່າ ມີພຽງແຕ່ການປ່ຽນແປງພາຍໃນເຈົ້າເທົ່ານັ້ນທີ່ສາມາດກຳນົດວ່າ ຄວາມຍາກລຳບາກພາຍນອກຂອງເຈົ້າມີຄຸນຄ່າ ຫຼື ບໍ່. ເມື່ອອຸປະນິໄສພາຍໃນຂອງເຈົ້າໄດ້ຮັບການປ່ຽນແປງ ແລະ ເຈົ້າໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ, ການທົນທຸກພາຍນອກທັງໝົດຂອງເຈົ້າກໍຈະໄດ້ຮັບການເຫັນດີຈາກພຣະເຈົ້າ; ຖ້າບໍ່ມີການປ່ຽນແປງໃນອຸປະນິໄສພາຍໃນຂອງເຈົ້າ, ບໍ່ວ່າເຈົ້າຈະອົດທົນກັບການທົນທຸກຫຼາຍສໍ່າໃດກໍຕາມ ຫຼື ເຈົ້າຈະດິ້ນຮົນດ້ານພາຍນອກພຽງໃດກໍຕາມ, ກໍຈະບໍ່ມີການເຫັນດີຈາກພຣະເຈົ້າ ແລະ ຄວາມຍາກລຳບາກທີ່ພຣະເຈົ້າບໍ່ຮອງຮັບກໍສູນເປົ່າ. ສະນັ້ນ, ບໍ່ວ່າລາຄາທີ່ເຈົ້າໄດ້ຈ່າຍນັ້ນໄດ້ຮັບການເຫັນດີຈາກພຣະເຈົ້າ ຫຼື ບໍ່ ແມ່ນຖືກກຳນົດໂດຍເງື່ອນໄຂທີ່ວ່າ ມີການປ່ຽນແປງໃນຕົວເຈົ້າ ຫຼື ບໍ່ ແລະ ເຈົ້າໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ກະບົດຕໍ່ເຈດຕະນາ ແລະ ຄວາມຄິດຂອງເຈົ້າເອງເພື່ອຮັບເອົາຄວາມພໍໃຈຕາມເຈດຕະນາຂອງພຣະເຈົ້າ, ຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ຫຼື ບໍ່. ບໍ່ວ່າເຈົ້າຈະດິ້ນຮົນສໍ່າໃດກໍຕາມ, ຖ້າເຈົ້າບໍ່ຮູ້ຈັກທີ່ຈະກະບົດຕໍ່ເຈດຕະນາຂອງເຈົ້າເອງ, ແຕ່ມີພຽງແຕ່ສະແຫວງຫາການກະທຳພາຍນອກ ແລະ ຄວາມກະຕືລືລົ້ນ ແລະ ບໍ່ເຄີຍສົນໃຈຊີວິດຂອງເຈົ້າ, ແລ້ວຄວາມຍາກລຳບາກຂອງເຈົ້າກໍຈະສູນເປົ່າ. ຖ້າໃນສະພາບແວດລ້ອມໃດໜຶ່ງ ເຈົ້າມີບາງສິ່ງທີ່ເຈົ້າຕ້ອງການເວົ້າ, ແຕ່ໃນໃຈເຈົ້າ ເຈົ້າຮູ້ສຶກວ່າ ການເວົ້າສິ່ງນັ້ນແມ່ນບໍ່ຖືກຕ້ອງ, ການເວົ້າສິ່ງນັ້ນແມ່ນບໍ່ມີຜົນປະໂຫຍດຫຍັງໃຫ້ກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ອາດທຳຮ້າຍພວກເຂົາ, ແລ້ວເຈົ້າກໍບໍ່ຄວນເວົ້າມັນອອກໄປ ໂດຍເລືອກທີ່ຈະຮັບຄວາມເຈັບປວດຢູ່ພາຍໃນ, ຍ້ອນຄຳເວົ້າເຫຼົ່ານີ້ບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ໃນເວລານີ້ ຈະມີການຕໍ່ສູ້ເກີດຂຶ້ນພາຍໃນຕົວເຈົ້າ, ແຕ່ເຈົ້າກໍຈະເຕັມໃຈທົນທຸກກັບຄວາມເຈັບປວດ ແລະ ເສຍສະຫຼະໃນສິ່ງທີ່ເຈົ້າຮັກ. ເຈົ້າຈະເຕັມໃຈອົດກັ້ນຕໍ່ຄວາມຍາກລໍາບາກເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າເຈົ້າທົນທຸກກັບຄວາມເຈັບປວດຢູ່ພາຍໃນ, ເຈົ້າກໍຈະບໍ່ຍອມເຮັດຕາມເນື້ອໜັງ ແລະ ພຣະເຈົ້າກໍຈະພໍໃຈ ແລະ ດ້ວຍເຫດນັ້ນ ເຈົ້າກໍຍັງຈະໄດ້ຮັບການປອບໃຈຢູ່ພາຍໃນອີກດ້ວຍ. ນີ້ແມ່ນການຈ່າຍລາຄາທີ່ແທ້ຈິງ ແລະ ເປັນລາຄາທີ່ພຣະເຈົ້າປາຖະໜາ. ຖ້າເຈົ້າປະຕິບັດໃນລັກສະນະນີ້, ພຣະເຈົ້າກໍຈະອວຍພອນເຈົ້າຢ່າງແນ່ນອນ; ຖ້າເຈົ້າບໍ່ສາມາດບັນລຸຕາມນີ້ໄດ້, ບໍ່ວ່າເຈົ້າຈະເຂົ້າໃຈຫຼາຍສໍ່າໃດກໍຕາມ ຫຼື ເຈົ້າສາມາດກ່າວໄດ້ດີພຽງໃດກໍຕາມ, ມັນກໍຈະບໍ່ເປັນປະໂຫຍດຫຍັງເລີຍ! ຖ້າໃນລະຫວ່າງເສັ້ນທາງໄປສູ່ການຮັກພຣະເຈົ້າ ເຈົ້າສາມາດຢືນຢູ່ຂ້າງພຣະເຈົ້າ ເມື່ອພຣະອົງຕໍ່ສູ້ກັບຊາຕານ ແລະ ເຈົ້າບໍ່ກັບຄືນໄປຫາຊາຕານ, ເຈົ້າກໍຈະບັນລຸຄວາມຮັກຕໍ່ພຣະເຈົ້າ ແລະ ເຈົ້າກໍຈະຍຶດໝັ້ນໃນຄຳພະຍານຂອງເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ