ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 502
16 ກຸມພາ 2026
ຜູ້ຄົນມັກເວົ້າເຖິງການໃຫ້ພຣະເຈົ້າເປັນຊີວິດຂອງພວກເຂົາ ແຕ່ປະສົບການຂອງພວກເຂົາຍັງບໍ່ໄດ້ມາເຖິງຈຸດນັ້ນເທື່ອ. ເຈົ້າພຽງແຕ່ເວົ້າວ່າ ພຣະເຈົ້າເປັນຊີວິດຂອງເຈົ້າ, ພຣະອົງນໍາພາເຈົ້າໃນແຕ່ລະມື້, ເຈົ້າກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້ ແລະ ເຈົ້າອະທິຖານຫາພຣະເຈົ້າໃນແຕ່ລະມື້, ດ້ວຍເຫດນັ້ນ ພຣະອົງໄດ້ກາຍມາເປັນຊີວິດຂອງເຈົ້າແລ້ວ. ຄວາມຮູ້ຂອງຄົນທີ່ເວົ້າສິ່ງນີ້ແມ່ນຕື້ນພໍສົມຄວນ. ຫຼາຍຄົນແມ່ນບໍ່ມີພື້ນຖານ; ພຣະທຳຂອງພຣະເຈົ້າຖືກປູກຝັງພາຍໃນພວກເຂົາ ແຕ່ພວກເຂົາຍັງບໍ່ທັນແຕກໜໍ່ເທື່ອ ຢ່າວ່າແຕ່ພວກເຂົາຈະເກີດໝາກຜົນເລີຍ. ໃນປັດຈຸບັນ ເຈົ້າໄດ້ມີປະສົບການຮອດຂັ້ນໃດແລ້ວ? ມີພຽງແຕ່ໃນປັດຈຸບັນນີ້ ຫຼັງຈາກທີ່ພຣະອົງໄດ້ບັງຄັບໃຫ້ເຈົ້າມາໄກສໍ່ານີ້ ເຈົ້າຈຶ່ງຮູ້ສຶກວ່າ ເຈົ້າບໍ່ສາມາດອອກຈາກພຣະເຈົ້າໄດ້. ມື້ໜຶ່ງ ເມື່ອປະສົບການຂອງເຈົ້າໄດ້ໄປເຖິງໃນລະດັບໃດໜຶ່ງ ຖ້າພຣະເຈົ້າຕ້ອງເຮັດໃຫ້ເຈົ້າອອກຈາກພຣະອົງ ເຈົ້າກໍຈະບໍ່ສາມາດເຮັດໄດ້. ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈົ້າບໍ່ສາມາດມີຊີວິດຢູ່ຫາກປາສະຈາກພຣະເຈົ້າຢູ່ຂ້າງໃນເຈົ້າ; ເຈົ້າສາມາດມີຊີວິດໂດຍປາສະຈາກສາມີ, ພັນລະຍາ ຫຼື ລູກໆ ຫຼື ປາສະຈາກຄອບຄົວ, ປາສະຈາກມານດາ ຫຼື ບິດາ, ປາສະຈາກຄວາມສຸກທາງເນື້ອໜັງ ແຕ່ເຈົ້າບໍ່ສາມາດມີຊີວິດໂດຍປາສະຈາກພຣະເຈົ້າໄດ້. ການປາສະຈາກພຣະເຈົ້າກໍຈະເປັນຄືກັບການສູນເສຍຊີວິດຂອງເຈົ້າ, ເຈົ້າຈະບໍ່ສາມາດມີຊີວິດຢູ່ ຫາກປາສະຈາກພຣະເຈົ້າ. ເມື່ອເຈົ້າໄດ້ມີປະສົບການຈົນຮອດຈຸດນີ້ແລ້ວ ເຈົ້າກໍຈະສຳເລັດໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ ແລະ ດ້ວຍວິທີນີ້ ພຣະເຈົ້າກໍຈະກາຍມາເປັນຊີວິດຂອງເຈົ້າ, ພຣະອົງຈະກາຍມາເປັນພື້ນຖານຂອງການເປັນຢູ່ຂອງເຈົ້າ. ເຈົ້າຈະບໍ່ສາມາດອອກຈາກພຣະເຈົ້າໄດ້ອີກຈັກເທື່ອ. ເມື່ອເຈົ້າມີປະສົບການຈົນຮອດຂັ້ນນີ້ ເຈົ້າຈະໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລະ ເມື່ອເຈົ້າມີຄວາມສຳພັນກັບພຣະເຈົ້າຢ່າງໃກ້ຊິດ, ພຣະອົງຈະເປັນຊີວິດຂອງເຈົ້າ, ຄວາມຮັກຂອງເຈົ້າ ແລະ ໃນເວລານັ້ນ ເຈົ້າຈະອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດອອກຈາກພຣະອົງໄດ້. ພຣະອົງຄືຊີວິດຂອງຂ້ານ້ອຍ, ຂ້ານ້ອຍສາມາດໄປໂດຍປາສະຈາກສິ່ງອື່ນ ແຕ່ຫາກປາສະຈາກພຣະອົງ ຂ້ານ້ອຍບໍ່ສາມາດມີຊີວິດຢູ່ຕໍ່ໄປໄດ້”. ນີ້ຄືວຸດທິພາວະທີ່ແທ້ຈິງຂອງຜູ້ຄົນ; ມັນຄືຊີວິດທີ່ແທ້ຈິງ. ບາງຄົນຖືກບັງຄັບໃຫ້ມາໄກຈົນຮອດບ່ອນທີ່ພວກເຂົາຢູ່ໃນປັດຈຸບັນ ນັ້ນກໍຄື ພວກເຂົາຕ້ອງຍ່າງໄປຂ້າງໜ້າບໍ່ວ່າພວກເຂົາຕ້ອງການ ຫຼື ບໍ່ ແລະ ພວກເຂົາຮູ້ສຶກຄືກັບວ່າ ພວກເຂົາຕິດຢູ່ໃນສະພາບທີ່ກືນບໍ່ເຂົ້າຄາຍບໍ່ອອກ. ເຈົ້າຕ້ອງມີປະສົບການໃນສິ່ງດັ່ງກ່າວທີ່ວ່າ ພຣະເຈົ້າເປັນຊີວິດຂອງເຈົ້າ, ໃນສິ່ງດັ່ງກ່າວທີ່ວ່າ ຖ້າພຣະເຈົ້າຖືກນໍາອອກໄປຈາກຫົວໃຈຂອງເຈົ້າ ມັນກໍຈະເປັນຄືກັບການສູນເສຍຊີວິດຂອງເຈົ້າ; ພຣະເຈົ້າຕ້ອງເປັນຊີວິດຂອງເຈົ້າ ແລະ ເຈົ້າຕ້ອງບໍ່ສາມາດອອກຈາກພຣະອົງໄດ້. ດ້ວຍວິທີນີ້ ເຈົ້າຈະມີປະສົບການກັບພຣະເຈົ້າຢ່າງແທ້ຈິງ ແລະ ໃນເວລານີ້ ເມື່ອເຈົ້າຮັກພຣະເຈົ້າ ເຈົ້າກໍຈະຮັກພຣະເຈົ້າຢ່າງແທ້ຈິງ ແລະ ມັນຈະເປັນຄວາມຮັກໜຶ່ງດຽວທີ່ບໍລິສຸດ. ມື້ໜຶ່ງ ເມື່ອປະສົບການດັ່ງກ່າວຂອງພວກເຈົ້າໄດ້ບັນລຸຈຸດໃດໜຶ່ງແລ້ວ ເມື່ອເຈົ້າອະທິຖານຫາພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະບໍ່ສາມາດອອກຈາກພຣະອົງທີ່ຢູ່ຂ້າງໃນໄດ້ ຫຼື ເຖິງແມ່ນວ່າເຈົ້າຕ້ອງການ ເຈົ້າກໍຈະບໍ່ສາມາດລືມພຣະອົງໄດ້. ພຣະເຈົ້າຈະກາຍມາເປັນຊີວິດຂອງເຈົ້າ; ເຈົ້າສາມາດລືມໂລກໄດ້, ເຈົ້າສາມາດລືມພັນລະຍາ, ສາມີ ຫຼື ລູກໆຂອງເຈົ້າ ແຕ່ເຈົ້າຈະມີບັນຫາໃນການລືມພຣະເຈົ້າ. ມັນເປັນໄປບໍ່ໄດ້ເລີຍ, ນີ້ຄືຊີວິດທີ່ແທ້ຈິງຂອງເຈົ້າ ແລະ ຄວາມຮັກແທ້ຈິງທີ່ເຈົ້າມີໃຫ້ພຣະເຈົ້າ. ເມື່ອຄວາມຮັກທີ່ຜູ້ຄົນມີຕໍ່ພຣະເຈົ້າໄດ້ມາເຖິງຈຸດໃດໜຶ່ງ ບໍ່ມີສິ່ງໃດອື່ນໃນຄວາມຮັກຂອງພວກເຂົາທີ່ຈະທຽບເທົ່າກັບຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າ; ຄວາມຮັກຂອງພວກເຂົາສຳລັບພຣະເຈົ້າມາກ່ອນ. ດ້ວຍວິທີນີ້ ພວກເຂົາສາມາດສະຫຼະສິ່ງອື່ນໆ ແລະ ເຕັມໃຈທີ່ຈະຍອມຮັບການລິຮານທຸກຢ່າງຈາກພຣະເຈົ້າ. ເມື່ອເຈົ້າໄດ້ບັນລຸຄວາມຮັກທີ່ມີຕໍ່ພຣະເຈົ້າທີ່ຢູ່ເໜືອທຸກສິ່ງທຸກຢ່າງ ເຈົ້າຈະມີຊີວິດໃນຄວາມຈິງ ແລະ ໃນຄວາມຮັກຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ