ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 507

16 ກຸມພາ 2026

ພວກເຈົ້າທຸກຄົນຢູ່ໃນທ່າມກາງການທົດລອງ ແລະ ການຫຼໍ່ຫຼອມ. ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ເມື່ອໄດ້ປະສົບກັບການຫຼໍ່ຫຼອມ, ໃນລະຫວ່າງການຫຼໍ່ຫຼອມ ຜູ້ຄົນສາມາດມອບການສັນລະເສີນທີ່ແທ້ຈິງໃຫ້ແກ່ພຣະເຈົ້າ ແລະ ທ່າມກາງການຫຼໍ່ຫຼອມ ພວກເຂົາສາມາດເຫັນວ່າ ພວກເຂົາກຳລັງຂາດເຂີນຢ່າງຫຼວງຫຼາຍ. ຍິ່ງການຫຼໍ່ຫຼອມຍິ່ງໃຫຍ່ຫຼາຍສໍ່າໃດ, ເຈົ້າຍິ່ງສາມາດກະບົດຕໍ່ເນື້ອໜັງຫຼາຍສໍ່ານັ້ນ; ຍິ່ງການຫຼໍ່ຫຼອມຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາຍິ່ງມີຄວາມຮັກສຳລັບພຣະເຈົ້າຫຼາຍສໍ່ານັ້ນ. ນີ້ແມ່ນສິ່ງທີ່ພວກເຈົ້າຕ້ອງເຂົ້າໃຈ. ເປັນຫຍັງຜູ້ຄົນຕ້ອງຖືກຫຼໍ່ຫຼອມ? ການຫຼໍ່ຫຼອມແມ່ນແນໃສ່ເພື່ອບັນລຸຫຍັງ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດແຫ່ງການຫຼໍ່ຫຼອມຂອງພຣະເຈົ້າທີ່ຢູ່ໃນມະນຸດ? ຖ້າເຈົ້າສະແຫວງຫາພຣະເຈົ້າຢ່າງແທ້ຈິງ, ແລ້ວການໄດ້ປະສົບກັບການຫຼໍ່ຫຼອມຂອງພຣະອົງຈົນເຖິງຈຸດໃດໜຶ່ງ ເຈົ້າຈະຮູ້ສຶກວ່າ ມັນດີຫຼາຍ ແລະ ເປັນສິ່ງທີ່ຈຳເປັນທີ່ສຸດ. ມະນຸດຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ໂດຍການຕັ້ງໃຈຮັກພຣະເຈົ້າເພື່ອຍອມຮັບເອົາການຫຼໍ່ຫຼອມຂອງພຣະອົງ ນັ້ນກໍຄື ໃນລະຫວ່າງການຫຼໍ່ຫຼອມ ເຈົ້າທໍລະມານຢູ່ຂ້າງໃນ, ຄືກັບວ່າ ມີມີດສຽບບິດຢູ່ໃນຫົວໃຈຂອງເຈົ້າ, ແຕ່ເຈົ້າກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈໂດຍໃຊ້ຫົວໃຈຂອງເຈົ້າຮັກພຣະອົງ ແລະ ເຈົ້າກໍບໍ່ເຕັມໃຈທີ່ຈະສົນໃຈເນື້ອໜັງ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກຕໍ່ພຣະເຈົ້າ. ເຈົ້າເຈັບຢູ່ຂ້າງໃນ ແລະ ການທົນທຸກຂອງເຈົ້າແມ່ນເຖິງຈຸດໃດໜຶ່ງ ແຕ່ເຈົ້າກໍຍັງເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດຈາກພຣະອົງໄປໄດ້. ເຖິງແມ່ນວ່າມີຄວາມມືດຢູ່ພາຍໃນຕົວຂ້ານ້ອຍ, ຂ້ານ້ອຍກໍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍໃຈ; ພຣະອົງຮູ້ຈັກຫົວໃຈຂອງຂ້ານ້ອຍ ແລະ ຂໍໃຫ້ພຣະອົງຈົ່ງສ້າງຄວາມຮັກຂອງພຣະອົງໃຫ້ເກີດຂື້ນພາຍໃນຕົວຂ້ານ້ອຍໃຫ້ຫຼາຍຍິ່ງຂຶ້ນ”. ນີ້ແມ່ນການປະຕິບັດໃນລະຫວ່າງການຫຼໍ່ຫຼອມ. ຖ້າເຈົ້າໃຊ້ຫົວໃຈທີ່ຮັກພຣະເຈົ້າເປັນພື້ນຖານ, ການຫຼໍ່ຫຼອມສາມາດນໍາເຈົ້າໃຫ້ເຂົ້າໃກ້ພຣະເຈົ້າໄດ້ ແລະ ເຮັດໃຫ້ເຈົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງມອບຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ. ຖ້າເຈົ້າຖວາຍ ແລະ ວາງຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ, ແລ້ວໃນລະຫວ່າງການຫຼໍ່ຫຼອມ ມັນເປັນໄປບໍ່ໄດ້ທີ່ເຈົ້າຈະປະຕິເສດພຣະເຈົ້າ ຫຼື ຈາກພຣະເຈົ້າໄປ. ດ້ວຍວິທີນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະຍິ່ງໃກ້ຊິດຂຶ້ນກວ່າເກົ່າ ແລະ ຍິ່ງເປັນປົກກະຕິຫຼາຍຂຶ້ນ ແລະ ການໂອ້ລົມຂອງເຈົ້າກັບພຣະເຈົ້າກໍຈະຫຼາຍຂຶ້ນ. ຖ້າເຈົ້າປະຕິບັດແບບນີ້ຢູ່ສະເໝີ, ແລ້ວເຈົ້າກໍຈະໃຊ້ເວລາຫຼາຍຍິ່ງຂຶ້ນໃນແສງສະຫວ່າງຂອງພຣະເຈົ້າ ແລະ ໃຊ້ເວລາຢູ່ພາຍໃຕ້ການນໍາພາຂອງພຣະທຳຂອງພຣະອົງຫຼາຍຂຶ້ນ. ມີການປ່ຽນແປງຫຼາຍຂຶ້ນເລື້ອຍໆໃນອຸປະນິໄສຂອງເຈົ້າ ແລະ ຄວາມຮູ້ຂອງເຈົ້າກໍຈະເພີ່ມຂຶ້ນໃນແຕ່ລະມື້. ເມື່ອມື້ນັ້ນມາເຖິງ ມື້ທີ່ການທົດລອງຂອງພຣະເຈົ້າເກີດຂຶ້ນກັບເຈົ້າທັນທີ, ເຈົ້າຈະບໍ່ພຽງແຕ່ສາມາດຢືນຢູ່ຂ້າງພຣະເຈົ້າເທົ່ານັ້ນ, ແຕ່ຈະສາມາດເປັນພະຍານໃຫ້ກັບພຣະເຈົ້າອີກດ້ວຍ. ໃນເວລານັ້ນ, ເຈົ້າຈະເປັນຄືກັບໂຢບ ແລະ ເປໂຕ. ເມື່ອໄດ້ເປັນພະຍານໃຫ້ກັບພຣະເຈົ້າ ເຈົ້າຈະຮັກພຣະອົງຢ່າງແທ້ຈິງ ແລະ ຍິນດີທີ່ຈະມອບຊີວິດຂອງເຈົ້າໃຫ້ກັບພຣະອົງ; ເຈົ້າຈະເປັນພະຍານຂອງພຣະເຈົ້າ ແລະ ເປັນຄົນທີ່ພຣະເຈົ້າຮັກ. ຄວາມຮັກທີ່ໄດ້ຜ່ານການຫຼໍ່ຫຼອມເປັນສິ່ງໝັ້ນຄົງ ແລະ ບໍ່ບອບບາງ. ບໍ່ວ່າພຣະເຈົ້າຈະວາງເຈົ້າໄວ້ໃນການທົດລອງຂອງພຣະອົງເມື່ອໃດ ຫຼື ແນວໃດກໍຕາມ, ເຈົ້າກໍຈະສາມາດປ່ອຍວາງຄວາມກັງວົນຂອງເຈົ້າ ບໍ່ວ່າເຈົ້າຈະເປັນ ຫຼື ຕາຍ, ປະຖິ້ມທຸກສິ່ງເພື່ອພຣະເຈົ້າດ້ວຍຄວາມຍິນດີ ແລະ ອົດກັ້ນຕໍ່ທຸກສິ່ງຢ່າງມີຄວາມສຸກເພື່ອພຣະເຈົ້າ, ສະນັ້ນ ຄວາມຮັກຂອງເຈົ້າກໍຈະບໍລິສຸດ ແລະ ຄວາມເຊື່ອຂອງເຈົ້າກໍຈະມີຄວາມເປັນຈິງ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະກາຍເປັນຄົນທີ່ພຣະເຈົ້າຮັກແທ້ຈິງ ແລະ ຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ