ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 509

21 ກຸມພາ 2026

ຍິ່ງພຣະເຈົ້າຫຼໍ່ຫຼອມຜູ້ຄົນ, ຫົວໃຈຂອງພວກເຂົາຍິ່ງສາມາດຮັກພຣະເຈົ້າຫຼາຍສໍ່ານັ້ນ. ຄວາມທໍລະມານທີ່ຢູ່ໃນຫົວໃຈຂອງພວກເຂົາເປັນປະໂຫຍດຕໍ່ຊີວິດຂອງພວກເຂົາ, ພວກເຂົາສາມາດສະຫງົບສຸກຢູ່ຕໍ່ໜ້າພຣະເຈົ້າໄດ້ຫຼາຍຂຶ້ນ, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກໍໃກ້ຊິດຂຶ້ນ ແລະ ພວກເຂົາສາມາດເຫັນເຖິງຄວາມຮັກສູງສຸດຂອງພຣະເຈົ້າ ແລະ ຄວາມລອດພົ້ນສູງສຸດຂອງພຣະອົງໄດ້ດີຂຶ້ນ. ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ໂຢບປະສົບກັບການທົດລອງຫຼາຍຄັ້ງ. ຖ້າພວກເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ພວກເຈົ້າຕ້ອງປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງເຊັ່ນດຽວກັນ ເຊິ່ງພວກເຈົ້າຜ່ານຂະບວນການນີ້ ແລະ ເພິ່ງພາບາດກ້າວນີ້ ແລ້ວເມື່ອນັ້ນພວກເຈົ້າຈຶ່ງຈະສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າໄດ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ການຫຼໍ່ຫຼອມແມ່ນຫົນທາງທີ່ດີທີ່ສຸດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ; ການຫຼໍ່ຫຼອມ ແລະ ການທົດລອງຢ່າງໜັກເທົ່ານັ້ນ ຈຶ່ງຈະສາມາດນໍາຄວາມຮັກໃນຫົວໃຈຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າອອກມາໄດ້. ຫາກປາສະຈາກການທົນທຸກ, ຜູ້ຄົນກໍຂາດຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ; ຖ້າພວກເຂົາບໍ່ຖືກທົດສອບຢູ່ພາຍໃນ, ຖ້າພວກເຂົາບໍ່ຖືກປ່ອຍໃຫ້ຕົກຢູ່ໃນການຫຼໍ່ຫຼອມຢ່າງແທ້ຈິງ, ແລ້ວຫົວໃຈຂອງພວກເຂົາກໍຈະເລື່ອນລອຍຢູ່ຂ້າງນອກຕະຫຼອດເວລາ. ເມື່ອຖືກຫຼໍ່ຫຼອມຈົນຮອດຈຸດໃດໜຶ່ງ, ເຈົ້າຈະເຫັນຄວາມອ່ອນແອ ແລະ ຄວາມຫຍຸ້ງຍາກຂອງເຈົ້າເອງ, ເຈົ້າຈະເຫັນວ່າ ເຈົ້າກຳລັງຂາດເຂີນຫຼາຍສໍ່າໃດ ແລະ ເຈົ້າຈະບໍ່ສາມາດເອົາຊະນະບັນຫາຕ່າງໆທີ່ເຈົ້າຜະເຊີນຢູ່ ແລະ ເຈົ້າຈະເຫັນວ່າຄວາມກະບົດຂອງເຈົ້າເອງຫຼາຍສໍ່າໃດ. ຢູ່ໃນລະຫວ່າງການທົດສອບເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຮູ້ສະພາວະທີ່ແທ້ຈິງຂອງພວກເຂົາແທ້; ການທົດສອບຍິ່ງມີຄວາມສາມາດເຮັດໃຫ້ຜູ້ຄົນສົມບູນຍິ່ງຂຶ້ນ.

ໃນລະຫວ່າງເວລາຊົ່ວຊີວິດຂອງເພິ່ນ, ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ຜ່ານການລໍ້ລວງທີ່ທາລຸນຫຼາຍຄັ້ງ. ການຫຼໍ່ຫຼອມນີ້ກາຍເປັນພື້ນຖານຂອງຄວາມຮັກສູງສຸດທີ່ເພິ່ນມີໃຫ້ກັບພຣະເຈົ້າ ແລະ ເປັນປະສົບການທີ່ສຳຄັນທີ່ສຸດຕະຫຼອດທັງຊີວິດຂອງເພິ່ນ. ເຫດຜົນໜຶ່ງທີ່ເພິ່ນສາມາດມີຄວາມຮັກສູງສຸດໃຫ້ກັບພຣະເຈົ້າກໍຍ້ອນຄວາມຕັ້ງໃຈຂອງເພິ່ນທີ່ຈະຮັກພຣະເຈົ້າ; ເຖິງຢ່າງໃດກໍຕາມ ສໍາຄັນໄປກວ່ານັ້ນ ມັນແມ່ນຍ້ອນການຫຼໍ່ຫຼອມ ແລະ ການທົນທຸກທີ່ເພິ່ນໄດ້ປະສົບ. ການທົນທຸກນີ້ໄດ້ກາຍເປັນເຄື່ອງນໍາທາງໃນເສັ້ນທາງແຫ່ງການຮັກພຣະເຈົ້າ ແລະ ເປັນສິ່ງທີ່ໜ້າຈົດຈໍາທີ່ສຸດສຳລັບເພິ່ນ. ຖ້າຜູ້ຄົນບໍ່ໄດ້ປະສົບກັບຄວາມເຈັບປວດໃນການຫຼໍ່ຫຼອມ ໃນເວລາທີ່ຮັກພຣະເຈົ້າ, ແລ້ວຄວາມຮັກຂອງພວກເຂົາກໍຈະເຕັມໄປດ້ວຍຄວາມບໍ່ບໍລິສຸດ ແລະ ອີງຕາມຄວາມມັກຂອງພວກເຂົາເອງ; ຄວາມຮັກແບບນີ້ແມ່ນເຕັມໄປດ້ວຍແນວຄິດຂອງຊາຕານ ແລະ ໂດຍພື້ນຖານແລ້ວ ບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າໄດ້ເລີຍ. ການມີຄວາມຕັ້ງໃຈຮັກພຣະເຈົ້າບໍ່ຄືກັບການຮັກພຣະເຈົ້າແທ້ຈິງ. ເຖິງແມ່ນວ່າ ທຸກສິ່ງທີ່ພວກເຂົາຄິດໃນຫົວໃຈຂອງພວກເຂົາແມ່ນເພື່ອເຫັນແກ່ການຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍໃຈ ແລະ ເບິ່ງຄືວ່າ ມີເພື່ອພຣະເຈົ້າ ແລະ ຈະປາສະຈາກຄວາມຄິດຕ່າງໆຂອງມະນຸດ, ແຕ່ເມື່ອການປະຕິບັດດັ່ງກ່າວໃນການຮັກພຣະເຈົ້າຖືກນໍາມາຢູ່ຕໍ່ໜ້າພຣະອົງ, ພຣະອົງກໍບໍ່ຮັບຮອງ ຫຼື ໃຫ້ພອນຄວາມຄິດດັ່ງກ່າວນັ້ນ. ເຖິງວ່າຜູ້ຄົນຈະເຂົ້າໃຈຄວາມຈິງທັງໝົດ ແລະ ຮູ້ຈັກຄວາມຈິງທັງໝົດ, ນີ້ກໍບໍ່ສາມາດເວົ້າໄດ້ວ່າ ມັນເປັນເຄື່ອງໝາຍສະແດງໃຫ້ເຫັນເຖິງການຮັກພຣະເຈົ້າ, ມັນບໍ່ສາມາດເວົ້າໄດ້ວ່າ ຄົນເຫຼົ່ານີ້ມີຄວາມເປັນຈິງໃນການຮັກພຣະເຈົ້າ. ເຖິງແມ່ນວ່າຜູ້ຄົນຈະເຂົ້າໃຈຄວາມຈິງຫຼາຍຢ່າງໂດຍບໍ່ໄດ້ຜ່ານປະສົບການຫຼໍ່ຫຼອມກໍຕາມ, ພວກເຂົາກໍບໍ່ສາມາດນໍາຄວາມຈິງເຫຼົ່ານັ້ນເຂົ້າສູ່ການປະຕິບັດໄດ້; ມີພຽງໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຜູ້ຄົນຈຶ່ງສາມາດເຂົ້າໃຈເຖິງຄວາມໝາຍທີ່ແທ້ຈິງຂອງຄວາມຈິງເຫຼົ່ານີ້, ມີພຽງເມື່ອນັ້ນ ຜູ້ຄົນຈຶ່ງສາມາດເຫັນຄຸນຄ່າຄວາມໝາຍພາຍໃນຂອງພວກເຂົາຢ່າງແທ້ຈິງ. ໃນເວລານັ້ນ, ເມື່ອພວກເຂົາປະຕິບັດຄວາມຈິງເຫຼົ່ານີ້ອີກຄັ້ງ, ພວກເຂົາກໍຈະສາມາດເຮັດໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ; ໃນການປະຕິບັດຂອງພວກເຂົາໃນເວລານັ້ນ, ແນວຂອງພວກເຂົາເອງກໍຈະມີໜ້ອຍລົງ, ຄວາມເສື່ອມຊາມຂອງມະນຸດຂອງພວກເຂົາໄດ້ຫຼຸດລົງ ແລະ ຄວາມຮູ້ສຶກແບບມະນຸດຂອງພວກເຂົາກໍຫຼຸດລົງ; ມີແຕ່ໃນເວລານັ້ນ ການປະຕິບັດຂອງພວກເຂົາຈຶ່ງຈະເປັນການສະແດງອອກເຖິງຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ. ຜົນຂອງຄວາມຈິງກ່ຽວກັບຄວາມຮັກທີ່ມີຕໍ່ພຣະເຈົ້າ ບໍ່ໄດ້ຖືກບັນລຸດ້ວຍຄວາມຮູ້ທີ່ເວົ້າອອກມາ ຫຼື ທາງດ້ານຄວາມຄິດ ຫຼື ມັນບໍ່ສາມາດບັນລຸໄດ້ໂດຍການເຂົ້າໃຈຄວາມຈິງດັ່ງກ່າວພຽງຢ່າງດຽວ. ມັນຮຽກຮ້ອງໃຫ້ຜູ້ຄົນຈ່າຍລາຄາ ແລະ ພວກເຂົາຕ້ອງປະສົບກັບຄວາມເຈັບປວດຫຼາຍຢ່າງໃນລະຫວ່າງການຫຼໍ່ຫຼອມ ແລະ ມີແຕ່ເມື່ອນັ້ນ ຄວາມຮັກຂອງພວກເຂົາຈຶ່ງຈະບໍລິສຸດ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ