ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 538
05 ມີນາ 2026
ກ່ອນອື່ນໝົດ ບາດກ້າວທຳອິດຂອງເສັ້ນທາງຂອງພຣະວິນຍານບໍລິສຸດໃນຕົວມະນຸດແມ່ນເພື່ອເຮັດໃຫ້ຫົວໃຈຂອງມະນຸດຫ່າງອອກຈາກຜູ້ຄົນ, ເຫດການ ແລະ ສິ່ງຂອງ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ, ເຮັດໃຫ້ຫົວໃຈຂອງມະນຸດເຊື່ອວ່າ ພຣະທຳຂອງພຣະເຈົ້າຢູ່ເໜືອຂໍ້ສົງໄສທຸກປະການ ແລະ ເປັນຈິງທັງໝົດ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າກໍຕ້ອງເຊື່ອໃນພຣະທຳຂອງພຣະອົງ; ຫຼັງຈາກເວລາຫຼາຍປີທີ່ໄດ້ເຊື່ອໃນພຣະເຈົ້າ ຖ້າເຈົ້າຍັງບໍ່ຮູ້ເສັ້ນທາງທີ່ພຣະວິນຍານບໍລິສຸດເດີນ, ແລ້ວເຈົ້າເປັນຜູ້ເຊື່ອແທ້ບໍ? ເພື່ອບັນລຸຊີວິດຂອງມະນຸດປົກກະຕິ, ຊີວິດທຳມະດາຂອງມະນຸດທີ່ມີຄວາມສໍາພັນປົກກະຕິກັບພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງເຊື່ອໃນພຣະທຳຂອງພຣະອົງ. ຖ້າເຈົ້າຍັງບໍ່ໄດ້ບັນລຸບາດກ້າວທຳອິດໃນພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນຜູ້ຄົນ, ແລ້ວເຈົ້າກໍບໍ່ມີຮາກຖານ. ຖ້າແມ່ນແຕ່ຫຼັກການທີ່ເລັກນ້ອຍທີ່ສຸດຍັງຢູ່ເໜືອເຈົ້າ, ເຈົ້າຈະຍ່າງໃນເສັ້ນທາງທີ່ຢູ່ເບື້ອງໜ້າໄດ້ແນວໃດ? ການຍ່າງຕາມເສັ້ນທາງທີ່ຖືກຕ້ອງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ ໝາຍເຖິງການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນພາລະກິດປັດຈຸບັນຂອງພຣະວິນຍານບໍລິສຸດ; ມັນໝາຍເຖິງການຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ. ຕອນນີ້ ເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງແມ່ນຕາມພຣະທຳໃນປັດຈຸບັນຂອງພຣະເຈົ້າ. ດັ່ງນັ້ນ ຖ້າຜູ້ຄົນຕ້ອງຍ່າງຕາມເສັ້ນທາງຂອງພຣະວິນຍານບໍລິສຸດ, ພວກເຂົາຕ້ອງອ່ອນນ້ອມ ແລະ ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດທີ່ພຣະອົງປະຕິບັດແມ່ນພາລະກິດແຫ່ງພຣະທຳ; ທຸກສິ່ງເລີ່ມຕົ້ນຈາກພຣະທຳຂອງພຣະອົງ ແລະ ທຸກສິ່ງແມ່ນຖືກສ້າງຂຶ້ນບົນພຣະທຳຂອງພຣະອົງ, ບົນພຣະທຳໃນປັດຈຸບັນຂອງພຣະອົງ. ບໍ່ວ່າຈະເປັນການໝັ້ນໃຈໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ການຮູ້ຈັກກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ລະຢ່າງແມ່ນຈຳເປັນຕ້ອງໃຊ້ຄວາມພະຍາຍາມຫຼາຍໃນພຣະທຳຂອງພຣະອົງ. ຖ້າບໍ່ດັ່ງນັ້ນ ຜູ້ຄົນກໍບໍ່ສາມາດສຳເລັດຫຍັງໄດ້ ແລະ ຈະບໍ່ເຫຼືອຫຍັງເລີຍ. ມີພຽງບົນຮາກຖານແຫ່ງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ການມາຮູ້ຈັກພຣະອົງ ແລະ ເຮັດໃຫ້ພຣະອົງພໍໃຈ, ຜູ້ຄົນຈຶ່ງຈະເລີ່ມມີຄວາມສຳພັນປົກກະຕິກັບພຣະເຈົ້າ. ສຳລັບມະນຸດແລ້ວ, ບໍ່ມີການຮ່ວມມືກັບພຣະເຈົ້າແບບໃດທີ່ດີກວ່າການກິນ ແລະ ດື່ມພຣະທຳຂອງພຣະອົງ ແລະ ການນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດ. ຜ່ານການປະຕິບັດດັ່ງກ່າວ ພວກເຂົາຈຶ່ງສາມາດຍຶດໝັ້ນໄດ້ດີທີ່ສຸດໃນຄຳພະຍານຂອງພວກເຂົາກ່ຽວກັບປະຊາຊົນຂອງພຣະເຈົ້າ. ເມື່ອຜູ້ຄົນເຂົ້າໃຈ ແລະ ສາມາດອ່ອນນ້ອມຕໍ່ແກ່ນແທ້ຂອງພາລະກິດໃນປັດຈຸບັນຂອງພຣະເຈົ້າ, ພວກເຂົາກໍຈະດຳລົງຊີວິດໃນເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ ແລະ ຍ່າງຕາມເສັ້ນທາງທີ່ຖືກຕ້ອງແຫ່ງການເຮັດໃຫ້ມະນຸດສົມບູນຂອງພຣະເຈົ້າ. ກ່ອນໜ້ານີ້ ຜູ້ຄົນສາມາດຮັບເອົາພາລະກິດຂອງພຣະເຈົ້າໂດຍການສະແຫວງຫາຄວາມກະລຸນາຂອງພຣະເຈົ້າເທົ່ານັ້ນ ຫຼື ໂດຍການສະແຫວງຫາສັນຕິສຸກ ແລະ ຄວາມປິຕິຍິນດີ, ແຕ່ສິ່ງຕ່າງໆແມ່ນບໍ່ຄືເກົ່າແລ້ວໃນຕອນນີ້. ຫາກປາສະຈາກພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ຫາກປາສະຈາກຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ, ຜູ້ຄົນບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະເຈົ້າ ແລະ ຈະຖືກພຣະເຈົ້າກຳຈັດຖິ້ມໝົດທຸກຄົນ. ເພື່ອບັນລຸຊີວິດຝ່າຍວິນຍານແບບປົກກະຕິ, ກ່ອນອື່ນ ຜູ້ຄົນຄວນກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດ ແລະ ຫຼັງຈາກນັ້ນ ບົນພື້ນຖານດັ່ງກ່າວນີ້ ຈຶ່ງຈະເກີດມີຄວາມສຳພັນປົກກະຕິກັບພຣະເຈົ້າ. ແລ້ວເຈົ້າຈະຮ່ວມມືແນວໃດ? ເຈົ້າຈະຍຶດໝັ້ນໃນຄຳພະຍານກ່ຽວກັບປະຊາຊົນຂອງພຣະເຈົ້າແນວໃດ? ເຈົ້າຈະສ້າງຄວາມສຳພັນປົກກະຕິກັບພຣະເຈົ້າແນວໃດ?
ວິທີທີ່ຈະຮູ້ຈັກວ່າ ເຈົ້າມີຄວາມສຳພັນປົກກະຕິກັບພຣະເຈົ້າໃນຊີວິດປະຈຳວັນຂອງເຈົ້າ ຫຼື ບໍ່ນັ້ນ:
1. ເຈົ້າເຊື່ອໃນຄຳພະຍານຂອງພຣະເຈົ້າເອງບໍ?
2. ເຈົ້າເຊື່ອດ້ວຍໃຈຂອງເຈົ້າບໍວ່າ ພຣະທຳຂອງພຣະເຈົ້າເປັນຈິງ ແລະ ສົມບູນ?
3. ເຈົ້າເປັນຄົນທີ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດບໍ?
4. ເຈົ້າຊື່ສັດຕໍ່ການມອບໝາຍຂອງພຣະອົງບໍ? ເຈົ້າຈະເຮັດຫຍັງເພື່ອຊື່ສັດຕໍ່ການມອບໝາຍຂອງພຣະອົງ?
5. ທຸກສິ່ງທີ່ເຈົ້າເຮັດແມ່ນເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ເປັນການຊື່ສັດຕໍ່ພຣະອົງບໍ?
ອີງຕາມແຕ່ລະຂໍ້ທີ່ກ່າວມາຂ້າງເທິງນັ້ນ, ເຈົ້າສາມາດປະເມີນໄດ້ວ່າເຈົ້າມີຄວາມສຳພັນປົກກະຕິກັບພຣະເຈົ້າໃນຂັ້ນຕອນປັດຈຸບັນ ຫຼື ບໍ່.
ຖ້າເຈົ້າສາມາດຮັບເອົາການມອບໝາຍຂອງພຣະເຈົ້າໄດ້, ຮັບເອົາສັນຍາຂອງພຣະອົງ ແລະ ຕິດຕາມເສັ້ນທາງຂອງພຣະວິນຍານບໍລິສຸດ, ແລ້ວເຈົ້າແມ່ນກໍາລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເສັ້ນທາງຂອງພຣະວິນຍານບໍລິສຸດຊັດເຈນໃນຕົວເຈົ້າຢູ່ບໍ? ຕອນນີ້ ເຈົ້າປະຕິບັດຕາມເສັ້ນທາງຂອງພຣະວິນຍານບໍລິສຸດບໍ? ຫົວໃຈຂອງເຈົ້າຫຍັບເຂົ້າໃກ້ພຣະເຈົ້າບໍ? ເຈົ້າປາຖະໜາທີ່ຈະນໍາໃຫ້ທັນແສງສະຫວ່າງໃໝ່ສຸດຂອງພຣະວິນຍານບໍລິສຸດບໍ? ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າຮັບເອົາຢູ່ບໍ? ເຈົ້າປາຖະໜາທີ່ຈະກາຍເປັນຄົນສະແດງເຖິງຄວາມສະຫງ່າລາສີຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກຢູ່ບໍ? ເຈົ້າມີຄວາມຕັ້ງໝັ້ນທີ່ຈະບັນລຸສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າບໍ? ເມື່ອພຣະທຳຂອງພຣະເຈົ້າຖືກກ່າວອອກ ຖ້າພາຍໃນຕົວເຈົ້າມີຄວາມຕັ້ງໝັ້ນທີ່ຈະຮ່ວມມື ແລະ ຄວາມເດັດດ່ຽວທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ຖ້ານີ້ແມ່ນຄວາມຄິດຂອງເຈົ້າ ມັນກໍໝາຍຄວາມວ່າ ພຣະທຳຂອງພຣະເຈົ້າໄດ້ເກີດໝາກຜົນຢູ່ໃນຫົວໃຈຂອງເຈົ້າແລ້ວ. ຖ້າເຈົ້າຂາດຄວາມຕັ້ງໝັ້ນດັ່ງກ່າວ, ຖ້າເຈົ້າບໍ່ມີເປົ້າໝາຍໃນການສະແຫວງຫາ, ມັນກໍໝາຍຄວາມວ່າ ຫົວໃຈຂອງເຈົ້າບໍ່ໄດ້ຖືກສຳຜັດໂດຍພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ