ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 545
29 ເດືອນສິງຫາ 2025
ປັດຈຸບັນນີ້, ພຣະເຈົ້າຕ້ອງການໄດ້ຮັບຄົນກຸ່ມໃດໜຶ່ງ, ກຸ່ມທີ່ປະກອບມີຄົນທີ່ພະຍາຍາມຮ່ວມມືກັບພຣະອົງ, ຄົນທີ່ສາມາດອ່ອນນ້ອມຕໍ່ພາລະກິດຂອງພຣະອົງ, ຄົນທີ່ເຊື່ອພຣະທຳທີ່ພຣະເຈົ້າກ່າວນັ້ນເປັນຄວາມຈິງ ແລະ ຄົນທີ່ສາມາດນໍາເງື່ອນໄຂຂອງພຣະເຈົ້າເຂົ້າສູ່ການປະຕິບັດ; ພວກເຂົາແມ່ນຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງຢູ່ໃນຫົວໃຈຂອງພວກເຂົາ, ພວກເຂົາແມ່ນຄົນທີ່ສາມາດຖືກເຮັດໃຫ້ສົມບູນແບບ ແລະ ພວກເຂົາຈະສາມາດເດີນຕາມເສັ້ນທາງແຫ່ງຄວາມສົມບູນແບບຢ່າງຫຼີກເວັ້ນບໍ່ໄດ້. ຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນແມ່ນຄົນທີ່ປາສະຈາກຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າ, ຄົນທີ່ບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຄົນທີ່ບໍ່ໃສ່ໃຈຕໍ່ພຣະທຳຂອງພຣະອົງ ແລະ ຄົນທີ່ບໍ່ມີຫົວໃຈທີ່ຮັກພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ຄົນທີ່ສົງໄສໃນພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນບໍ່ແນ່ໃຈກ່ຽວກັບພຣະອົງ, ບໍ່ເຄີຍປະຕິບັດຕໍ່ພຣະທຳຂອງພຣະອົງຢ່າງຈິງຈັງຈັກເທື່ອ ແລະ ຫຼອກລວງພຣະອົງຢູ່ສະເໝີ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານ; ບໍ່ມີທາງທີ່ຈະເຮັດໃຫ້ຄົນດັ່ງກ່າວສົມບູນແບບໄດ້.
ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນແບບ, ແລ້ວກ່ອນອື່ນ ເຈົ້າຕ້ອງເປັນທີ່ໂປດປານຂອງພຣະເຈົ້າ ຍ້ອນວ່າ ພຣະເຈົ້າເຮັດໃຫ້ຄົນທີ່ພຣະອົງໂປດປານ ແລະ ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງສົມບູນ. ຖ້າເຈົ້າປາຖະໜາທີ່ເປັນທີ່ຈະມີຄວາມສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ແລ້ວເຈົ້າຕ້ອງມີຫົວໃຈທີ່ອ່ອນນ້ອມຕໍ່ພາລະກິດຂອງພຣະອົງ, ເຈົ້າຕ້ອງພະຍາຍາມສະແຫວງຫາຄວາມຈິງ ແລະ ເຈົ້າຕ້ອງຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ທຸກສິ່ງທີ່ເຈົ້າເຮັດໄດ້ຜ່ານການກວດສອບຂອງພຣະເຈົ້າແລ້ວບໍ? ເຈດຕະນາຂອງເຈົ້າຖືກຕ້ອງບໍ? ຖ້າເຈດຕະນາຂອງເຈົ້າຖືກຕ້ອງ, ແລ້ວພຣະເຈົ້າຈະຊົມເຊີຍເຈົ້າ; ຖ້າເຈດຕະນາຂອງເຈົ້ານັ້ນຜິດ, ສິ່ງນີ້ສະແດງໃຫ້ເຫັນວ່າ ສິ່ງທີ່ຫົວໃຈຂອງເຈົ້າຮັກບໍ່ແມ່ນພຣະເຈົ້າ, ແຕ່ຮັກເນື້ອໜັງ ແລະ ຊາຕານ. ສະນັ້ນ, ເຈົ້າຕ້ອງໃຊ້ການອະທິຖານເປັນວິທີຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ເມື່ອເຈົ້າອະທິຖານ, ເຖິງແມ່ນວ່າເຮົາບໍ່ໄດ້ຢືນຢູ່ຕໍ່ໜ້າເຈົ້າດ້ວຍຕົນເອງ, ພຣະວິນຍານບໍລິດສຸດກໍຈະຢູ່ກັບເຈົ້າ ແລະ ມັນແມ່ນທັງເຮົາເອງ ແລະ ພຣະວິນຍານຂອງພຣະເຈົ້າທີ່ເຈົ້າອະທິຖານຫາ. ເປັນຫຍັງເຈົ້າຈຶ່ງເຊື່ອໃນເນື້ອໜັງນີ້? ເຈົ້າເຊື່ອກໍຍ້ອນວ່າພຣະອົງມີພຣະວິນຍານຂອງພຣະເຈົ້າ. ເຈົ້າຈະເຊື່ອໃນຄົນນີ້ບໍ ຖ້າພຣະອົງປາສະຈາກພຣະວິນຍານຂອງພຣະເຈົ້າ? ເມື່ອເຈົ້າເຊື່ອໃນບຸກຄົນນີ້, ເຈົ້າເຊື່ອໃນພຣະວິນຍານຂອງພຣະເຈົ້າ. ເມື່ອເຈົ້າຢໍາເກງບຸກຄົນນີ້, ເຈົ້າຢໍາເກງພຣະວິນຍານຂອງພຣະເຈົ້າ. ຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າແມ່ນຄວາມເຊື່ອໃນບຸກຄົນນີ້ ແລະ ຄວາມເຊື່ອໃນບຸກຄົນນີ້ກໍ່ແມ່ນຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າເຊັ່ນກັນ. ເມື່ອເຈົ້າອະທິຖານ, ເຈົ້າຮູ້ສຶກໄດ້ວ່າພຣະວິນຍານຂອງພຣະເຈົ້າຢູ່ກັບເຈົ້າ ແລະ ພຣະເຈົ້າຢູ່ຕໍ່ໜ້າເຈົ້າ ແລະ ສະນັ້ນ ເຈົ້າຈຶ່ງອະທິຖານຫາພຣະວິນຍານຂອງພຣະອົງ. ມື້ນີ້, ຜູ້ຄົນສ່ວນຫຼາຍຢ້ານຫຼາຍເກີນໄປທີ່ຈະນຳເອົາການກະທຳຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ; ໃນຂະນະທີ່ເຈົ້າອາດຈະຫຼອກລວງເນື້ອໜັງຂອງພຣະອົງ, ເຈົ້າບໍ່ສາມາດຫຼອກລວງພຣະວິນຍານຂອງພຣະອົງໄດ້. ເລື່ອງໃດກໍ່ຕາມທີ່ບໍ່ສາມາດທົນຕໍ່ການກວດສອບຂອງພຣະເຈົ້າໄດ້ ກໍບໍ່ສອດຄ່ອງກັບຄວາມຈິງ ແລະ ຄວນຖືກໂຍນຖິ້ມ; ບໍ່ດັ່ງນັ້ນມັນກໍຈະເປັນບາບຕໍ່ພຣະເຈົ້າ. ດັ່ງນັ້ນ, ເຈົ້າຕ້ອງວາງຫົວໃຈຂອງເຈົ້າໄວ້ຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາ ເມື່ອເຈົ້າອະທິຖານ, ເມື່ອເຈົ້າເວົ້າ ແລະ ສົນທະນາກັບບັນດາອ້າຍເອື້ອຍນ້ອງຂອງເຈົ້າ ແລະ ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ຈັດການທຸລະກິດຂອງເຈົ້າ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ພຣະເຈົ້າຈະສະຖິດຢູ່ກັບເຈົ້າ ແລະ ຕາບໃດທີ່ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລະ ສຳລັບພາລະກິດໃນເຮືອນຂອງພຣະເຈົ້າ, ພຣະອົງຈະຍອມຮັບທຸກສິ່ງທີ່ເຈົ້າເຮັດ; ເຈົ້າຄວນອຸທິດຕົນເອງຢ່າງຈິງຈັງເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ສໍາເລັດ. ເມື່ອເຈົ້າອະທິຖານ, ຖ້າເຈົ້າມີຫົວໃຈທີ່ຮັກພຣະເຈົ້າ ແລະ ສະແຫວງຫາການເບິ່ງແຍງ, ການປົກປ້ອງ ແລະ ການກວດສອບ, ຖ້າສິ່ງເຫຼົ່ານີ້ແມ່ນເຈດຕະນາຂອງເຈົ້າ, ຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບ. ຕົວຢ່າງເຊັ່ນ ເມື່ອເຈົ້າອະທິຖານໃນທີ່ປະຊຸມ, ຖ້າເຈົ້າເປີດໃຈຂອງເຈົ້າ ແລະ ອະທິຖານຫາພຣະເຈົ້າ ແລະ ບອກກັບພຣະອົງສິ່ງທີ່ຢູ່ໃນໃຈຂອງເຈົ້າໂດຍບໍ່ມີການເວົ້າຕົວະ ແລ້ວຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບຢ່າງແນ່ນອນ. ຖ້າເຈົ້າມີຫົວໃຈທີ່ຮັກພຣະເຈົ້າຢ່າງແທ້ຈິງ, ແລ້ວເຈົ້າກໍຄວນສາບານກັບພຣະເຈົ້າວ່າ: “ພຣະເຈົ້າ, ຜູ້ຢູ່ໃນສະຫວັນ ແລະ ເທິງແຜ່ນດິນ ແລະ ທ່າມກາງທຸກສິ່ງ, ຂ້ານ້ອຍຂໍສາບານຕໍ່ພຣະອົງວ່າ: ຂໍໃຫ້ພຣະວິນຍານຂອງພຣະອົງກວດສອບທຸກສິ່ງທີ່ຂ້ານ້ອຍເຮັດ ແລະ ປົກປ້ອງ ແລະ ເບິ່ງແຍງຂ້ານ້ອຍຕະຫຼອດເວລາ ແລະ ເຮັດໃຫ້ທຸກສິ່ງທີ່ຂ້ານ້ອຍເຮັດເປັນໄປຕາມຄວາມປະສົງເພື່ອຢືນຢູ່ຕໍ່ໜ້າພຣະອົງ. ຫາກຫົວໃຈຂອງຂ້ານ້ອຍຢຸດຮັກພຣະອົງ ຫຼື ມັນທໍລະຍົດຕໍ່ພຣະອົງ, ຂໍໃຫ້ພຣະອົງຂ້ຽນຕີ ແລະ ສາບແຊ່ງຂ້ານ້ອຍຢ່າງສາຫັດດ້ວຍ. ຢ່າຍົກໂທດໃຫ້ຂ້ານ້ອຍບໍ່ວ່າໃນໂລກນີ້ ຫຼື ໂລກໜ້າ!” ເຈົ້າກ້າສາບານແບບນັ້ນບໍ? ຖ້າເຈົ້າບໍ່ກ້າ, ນັ້ນກໍສະແດງວ່າ ເຈົ້າເປັນຄົນຂີ້ຢ້ານ ແລະ ເຈົ້າຍັງຮັກຕົວເຈົ້າເອງຢູ່. ພວກເຈົ້າມີວິທີການແກ້ໄຂບັນຫານີ້ບໍ? ຖ້ານີ້ແມ່ນວິທີການແກ້ໄຂບັນຫາຂອງເຈົ້າແທ້ໆ, ເຈົ້າຄວນສາບານແບບນີ້. ຖ້າເຈົ້າມີຄວາມຕັ້ງໃຈທີ່ຈະສາບານແບບນັ້ນ, ແລ້ວພຣະເຈົ້າຈະເຮັດໃຫ້ຄວາມຕັ້ງໃຈຂອງເຈົ້າສຳເລັດ. ເມື່ອເຈົ້າສາບານກັບພຣະເຈົ້າ, ພຣະອົງກໍຟັງ. ພຣະເຈົ້າກຳນົດວ່າເຈົ້າເປັນຄົນບາບ ຫຼື ເປັນຄົນຊອບທຳໂດຍການວັດແທກແຫ່ງຄຳອະທິຖານຂອງເຈົ້າ ແລະ ການປະຕິບັດຂອງເຈົ້າ. ປັດຈຸບັນນີ້, ນີ້ແມ່ນຂະບວນການຂອງການເຮັດໃຫ້ພວກເຈົ້າສົມບູນແບບ ແລະ ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງໃນການຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະນຳເອົາທຸກສິ່ງທີ່ເຈົ້າເຮັດມາໄວ້ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບເອົາການກວດສອບຂອງພຣະອົງ; ຖ້າເຈົ້າເຮັດບາງສິ່ງບາງຢ່າງທີ່ເປັນກະບົດຢ່າງຮ້າຍແຮງ ຫຼື ຖ້າເຈົ້າທໍລະຍົດພຣະເຈົ້າ, ແລ້ວພຣະອົງກໍຈະເຮັດໃຫ້ຄໍາສາບານຂອງເຈົ້າເປັນຈິງ ແລະ ສະນັ້ນ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເຈົ້າກໍຕາມ, ບໍ່ວ່າມັນຈະເປັນການລົງໂທດສູ່ອະເວຈີ ຫຼື ການຂ້ຽນຕີ, ນີ້ກໍເປັນການກະທຳຂອງເຈົ້າເອງ. ເຈົ້າໃຫ້ຄຳສາບານແລ້ວ, ດັ່ງນັ້ນ, ເຈົ້າກໍຄວນປະຕິບັດຕາມຄຳສາບານນັ້ນ. ຖ້າເຈົ້າໃຫ້ຄຳສາບານ, ແຕ່ບໍ່ປະຕິບັດຕາມຄຳສາບານນັ້ນ, ເຈົ້າກໍຈະພົບກັບການລົງໂທດສູ່ອະເວຈີ. ຍ້ອນຄໍາສາບານເປັນຂອງເຈົ້າ, ພຣະເຈົ້າກໍຈະເຮັດໃຫ້ຄໍາສາບານຂອງເຈົ້ານັ້ນບັນລຸຜົນ. ບາງຄົນຢ້ານ ຫຼັງຈາກທີ່ພວກເຂົາອະທິຖານ ແລະ ອາໄລອາວອນວ່າ, “ທຸກຢ່າງຜ່ານໄປແລ້ວ! ໂອກາດຂອງຂ້ານ້ອຍໃນການມຶນເມົາໄດ້ຫາຍໄປແລ້ວ; ໂອກາດຂອງຂ້ານ້ອຍໃນການເຮັດສິ່ງຊົ່ວຮ້າຍໄດ້ຫາຍໄປແລ້ວ; ໂອກາດຂອງຂ້ານ້ອຍທີ່ຈະໝົກມຸ້ນກັບຄວາມປາຖະໜາທາງໂລກຂອງຂ້ານ້ອຍໄດ້ຫາຍໄປແລ້ວ!” ຜູ້ຄົນເຫຼົ່ານີ້ຍັງຄົງຮັກໂລກ ແລະ ຄວາມບາບຢູ່ ແລະ ພວກເຂົາຈະພົບກັບຄວາມຫາຍະນະແນ່ນອນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງເອງສົມບູນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ