ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 546

29 ເດືອນສິງຫາ 2025

ການເປັນຜູ້ຄົນທີ່ເຊື່ອໃນພຣະເຈົ້າ ໝາຍຄວາມວ່າທຸກສິ່ງທີ່ເຈົ້າເຮັດຕ້ອງຖືກນຳມາວາງໄວ້ຕໍ່ໜ້າພຣະອົງ ແລະ ເຮັດໃຫ້ຢູ່ໃນການກວດສອບຂອງພຣະອົງ. ຖ້າສິ່ງທີ່ເຈົ້າເຮັດສາມາດນຳມາໄວ້ຕໍ່ໜ້າພຣະວິນຍານຂອງພຣະເຈົ້າ ແຕ່ບໍ່ແມ່ນຕໍ່ໜ້າເນື້ອໜັງຂອງພຣະເຈົ້າແລ້ວ, ນີ້ກໍສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ມາຢູ່ໃນການກວດສອບຂອງພຣະວິນຍານຂອງພຣະອົງ. ພຣະວິນຍານຂອງພຣະເຈົ້າແມ່ນໃຜ? ໃຜແມ່ນບຸກຄົນທີ່ພຣະເຈົ້າເປັນພະຍານໃຫ້? ພຣະອົງບໍ່ແມ່ນອັນໜຶ່ງ ແລະ ອັນດຽວກັນບໍ? ຄົນສ່ວນໃຫຍ່ເຫັນພຣະອົງເປັນສອງສິ່ງທີ່ແຍກອອກຈາກກັນ, ໂດຍເຊື່ອວ່າ ພຣະວິນຍານຂອງພຣະເຈົ້າແມ່ນພຣະວິນຍານຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້ກໍພຽງແຕ່ເປັນມະນຸດ. ແຕ່ເຈົ້າບໍ່ໄດ້ເຂົ້າໃຈຜິດບໍ? ບຸກຄົນນີ້ປະຕິບັດພາລະກິດແທນຜູ້ໃດ? ບັນດາຜູ້ທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມີຄວາມເຂົ້າໃຈຝ່າຍຈິດວິນຍານ. ພຣະວິນຍານຂອງພຣະເຈົ້າ ແລະ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງແມ່ນໜຶ່ງດຽວກັນ, ຍ້ອນວ່າພຣະວິນຍານຂອງພຣະເຈົ້າໄດ້ປາກົດຕົວໃນເນື້ອໜັງ. ຖ້າບຸກຄົນນີ້ບໍ່ເມດຕາຕໍ່ເຈົ້າ, ແລ້ວພຣະວິນຍານຂອງພຣະເຈົ້າຈະເມດຕາບໍ? ເຈົ້າບໍ່ສັບສົນບໍ? ໃນປັດຈຸບັນ, ທຸກຄົນທີ່ບໍ່ສາມາດຍອມຮັບການກວດສອບຂອງພຣະເຈົ້າກໍບໍ່ສາມາດໄດ້ຮັບການອະນຸມັດຈາກພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຜູ້ບັງເກີດເປັນມະນຸດກໍບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້. ຈົ່ງເບິ່ງທຸກສິ່ງທີ່ເຈົ້າເຮັດ ແລະ ເບິ່ງວ່າມັນສາມາດເອົາມາວາງໄວ້ຕໍ່ໜ້າພຣະເຈົ້າໄດ້ ຫຼື ບໍ່. ຖ້າເຈົ້າບໍ່ສາມາດນຳເອົາທຸກສິ່ງທີ່ເຈົ້າເຮັດນັ້ນມາວາງໄວ້ຕໍ່ໜ້າພຣະເຈົ້າແລ້ວ, ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າເປັນຄົນຊົ່ວຮ້າຍ. ຄົນຊົ່ວຮ້າຍສາມາດຖືກເຮັດໃຫ້ສົມບູນແບບໄດ້ບໍ? ທັງໝົດທີ່ເຈົ້າເຮັດ, ທຸກໆການກະທຳ, ທຸກເຈດຕະນາ ແລະ ທຸກປະຕິກິລະຍາຄວນຖືກນຳມາວາງໄວ້ຕໍ່ໜ້າພຣະເຈົ້າ. ແມ່ນແຕ່ຊີວິດຝ່າຍວິນຍານປະຈຳວັນຂອງເຈົ້າ ນັ້ນກໍຄື ຄຳອະທິຖານຂອງເຈົ້າ, ຄວາມໃກ້ຊິດຂອງເຈົ້າກັບພຣະເຈົ້າ, ວິທີທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການສົນທະນາຂອງເຈົ້າກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ຊີວິດຂອງເຈົ້າພາຍໃນຄຣິສຕະຈັກ ແລະ ການຮັບໃຊ້ຂອງເຈົ້າໂດຍການຮ່ວມມືກັນແມ່ນສາມາດນຳມາວາງໄວ້ຕໍ່ໜ້າພຣະເຈົ້າໃຫ້ຖືກກວດສອບໂດຍພຣະອົງ. ມັນຄືການປະຕິບັດດັ່ງກ່າວທີ່ຈະຊ່ວຍໃຫ້ເຈົ້າບັນລຸການເຕີບໂຕຂຶ້ນໃນຊີວິດ. ຂະບວນການຍອມຮັບການກວດສອບຂອງພຣະເຈົ້າແມ່ນຂະບວນການຂອງການເຮັດໃຫ້ບໍລິສຸດ. ຍິ່ງເຈົ້າສາມາດຍອມຮັບການກວດສອບຂອງພຣະເຈົ້າຫຼາຍເທົ່າໃດ, ເຈົ້າກໍຍິ່ງຖືກເຮັດໃຫ້ບໍລິສຸດຫຼາຍສໍ່ານັ້ນ ແລະ ເຈົ້າກໍຍິ່ງສອດຄ່ອງກັບເຈດຕະນາຂອງພຣະເຈົ້າຫຼາຍສໍ່ານັ້ນ, ເພື່ອວ່າເຈົ້າຈະບໍ່ຖືກດຶງເຂົ້າສູ່ຄວາມເສື່ອມຊາມ ແລະ ຫົວໃຈຂອງເຈົ້າກໍຈະດຳລົງຢູ່ຕໍ່ໜ້າຂອງພຣະອົງ. ຍິ່ງເຈົ້າຍອມຮັບການກວດສອບຂອງພຣະອົງຫຼາຍເທົ່າໃດ, ຄວາມອັບອາຍຂອງຊາຕານ ແລະ ຄວາມສາມາດຂອງເຈົ້າທີ່ຈະກະບົດຕໍ່ເນື້ອໜັງກໍຍິ່ງຫຼາຍສໍ່ານັ້ນ. ດັ່ງນັ້ນ, ການຍອມຮັບການກວດສອບຂອງພຣະເຈົ້າແມ່ນເສັ້ນທາງການປະຕິບັດທີ່ທຸກຄົນຄວນປະຕິບັດ. ບໍ່ວ່າເຈົ້າເຮັດສິ່ງໃດ, ແມ່ນແຕ່ໃນເວລາທີ່ສົນທະນາກັບອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍສາມາດນຳເອົາການກະທຳຂອງເຈົ້າວາງໄວ້ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາການກວດສອບຂອງພຣະອົງ ແລະ ຕັ້ງໃຈທີ່ຈະອ່ອນນ້ອມຕໍ່ພຣະອົງເອງ; ສິ່ງນີ້ຈະເຮັດໃຫ້ສິ່ງທີ່ເຈົ້າປະຕິບັດຍິ່ງຈະຖືກຕ້ອງກວ່າເກົ່າຫຼາຍ. ພຽງແຕ່ຖ້າເຈົ້ານຳເອົາທຸກສິ່ງທີ່ເຈົ້າເຮັດມາວາງໄວ້ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບການກວດສອບຂອງພຣະອົງເທົ່ານັ້ນ ເຈົ້າຈຶ່ງຈະສາມາດເປັນຄົນໜຶ່ງທີ່ດຳລົງຢູ່ຕໍ່ໜ້າຂອງພຣະເຈົ້າໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງເອງສົມບູນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ