ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 547
29 ເດືອນສິງຫາ 2025
ຜູ້ທີ່ປາສະຈາກຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ຈະບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ຢ່າງສົມບູນ. ຄົນເຊັ່ນນີ້ແມ່ນລູກຫຼານຂອງຄວາມກະບົດ. ພວກເຂົາໃຝ່ສູງເກີນໄປ ແລະ ມີການກະບົດຫຼາຍເກີນໄປຢູ່ໃນຕົວພວກເຂົາ, ດັ່ງນັ້ນ ພວກເຂົາຈຶ່ງເຮັດໂຕຫ່າງເຫີນຈາກພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະຍອມຮັບການກວດສອບຂອງພຣະອົງ. ຄົນເຊັ່ນນີ້ບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້ໂດຍງ່າຍ. ບາງຄົນເລືອກວິທີການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ພວກເຂົາເລືອກການຍອມຮັບພຣະທຳເຫຼົ່ານັ້ນ. ພວກເຂົາຍອມຮັບຢ່າງໃດໜຶ່ງຂອງພຣະທຳຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດຂອງພວກເຂົາ ໃນຂະນະທີ່ ປະຕິເສດພຣະທຳທີ່ບໍ່ສອດຄ່ອງ. ນີ້ບໍ່ແມ່ນການກະບົດ ແລະ ການຕໍ່ຕ້ານພຣະເຈົ້າທີ່ຈະແຈ້ງທີ່ສຸດບໍ? ຖ້າຜູ້ໃດຜູ້ໜຶ່ງເຊື່ອໃນພຣະເຈົ້າມາເປັນເວລາຫຼາຍໆປີ ໂດຍບໍ່ໄດ້ຮັບຄວາມເຂົ້າໃຈແມ່ນແຕ່ໜ້ອຍດຽວກ່ຽວກັບພຣະອົງ, ແລ້ວພວກເຂົາແມ່ນເປັນຄົນບໍ່ເຊື່ອ. ບັນດາຜູ້ທີ່ເຕັມໃຈຍອມຮັບການກວດສອບຂອງພຣະເຈົ້າ ແມ່ນບັນດາຜູ້ທີ່ສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະອົງ, ຜູ້ທີ່ເຕັມໃຈຍອມຮັບພຣະທຳຂອງພຣະອົງ. ພວກເຂົາແມ່ນຜູ້ທີ່ຈະໄດ້ຮັບມໍລະດົກ ແລະ ພອນຂອງພຣະເຈົ້າ ແລະ ພວກເຂົາແມ່ນຜູ້ທີ່ໄດ້ຮັບພອນຫຼາຍທີ່ສຸດ. ພຣະເຈົ້າສາບແຊ່ງຜູ້ຄົນທີ່ບໍ່ມີບ່ອນວ່າງໃນໃຈຂອງພວກເຂົາໃຫ້ກັບພຣະອົງ ແລະ ພຣະອົງຂ້ຽນຕີ ແລະ ປະຖິ້ມຄົນດັ່ງກ່າວ. ຖ້າເຈົ້າບໍ່ຮັກພຣະເຈົ້າ ແລ້ວພຣະອົງກໍຈະປະຖິ້ມເຈົ້າ ແລະ ຖ້າເຈົ້າບໍ່ຟັງສິ່ງທີ່ເຮົາເວົ້າ, ແລ້ວເຮົາກໍສັນຍາວ່າພຣະວິນຍານຂອງພຣະເຈົ້າຈະປະຖິ້ມເຈົ້າ. ລອງເບິ່ງ ຖ້າເຈົ້າບໍ່ເຊື່ອ! ມື້ນີ້ ເຮົາຊີ້ແຈງເສັ້ນທາງແຫ່ງການປະຕິບັດໃຫ້ແກ່ເຈົ້າ, ແຕ່ເຈົ້າຈະເອົາໄປປະຕິບັດຕາມ ຫຼື ບໍ່ນັ້ນ ມັນກໍສຸດແລ້ວແຕ່ເຈົ້າ. ຖ້າເຈົ້າບໍ່ເຊື່ອ, ຖ້າເຈົ້າບໍ່ປະຕິບັດ, ເຈົ້າຈະເຫັນດ້ວຍຕົນເອງ ວ່າພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວເຈົ້າ ຫຼື ບໍ່! ຖ້າເຈົ້າບໍ່ສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດກໍຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ. ພຣະເຈົ້າປະຕິບັດພາລະກິດໃນຜູ້ຄົນທີ່ສະແຫວງຫາ ແລະ ເຊີດຊູພຣະທຳຂອງພຣະອົງ. ຍິ່ງເຈົ້າເຊີດຊູພຣະທຳຂອງພຣະເຈົ້າຫຼາຍເທົ່າໃດ, ພຣະວິນຍານຂອງພຣະອົງຍິ່ງຈະປະຕິບັດພາລະກິດຂອງພຣະອົງໃນຕົວເຈົ້າຫຼາຍເທົ່ານັ້ນ. ຍິ່ງຄົນໜຶ່ງເຊີດຊູພຣະທຳຂອງພຣະເຈົ້າຫຼາຍເທົ່າໃດ, ໂອກາດທີ່ພວກເຂົາຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບກໍມີຫຼາຍຂຶ້ນເທົ່ານັ້ນ. ພຣະເຈົ້າເຮັດໃຫ້ຜູ້ຮັກພຣະອົງຢ່າງແທ້ຈິງສົມບູນແບບ ແລະ ພຣະອົງເຮັດໃຫ້ຜູ້ທີ່ມີຫົວໃຈສະຫງົບສຸກຕໍ່ໜ້າພຣະອົງນັ້ນສົມບູນແບບ. ເພື່ອທີ່ຈະເຊີດຊູພາລະກິດທັງໝົດຂອງພຣະອົງ, ເພື່ອທີ່ຈະເຊີດຊູຄວາມສະຫວ່າງຂອງພຣະເຈົ້າ, ເພື່ອທີ່ຈະເຊີດຊູການສະຖິດຂອງພຣະເຈົ້າ, ເພື່ອທີ່ຈະເຊີດຊູການເບິ່ງແຍງ ແລະ ການປົກປ້ອງຂອງພຣະເຈົ້າ, ເພື່ອທີ່ຈະເຊີດຊູວິທີທີ່ພຣະທຳຂອງພຣະເຈົ້າກາຍເປັນຄວາມເປັນຈິງ ແລະ ສະໜອງໃຫ້ກັບຊີວິດຂອງເຈົ້າ, ທຸກຢ່າງນີ້ແມ່ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າໄດ້ດີທີ່ສຸດ. ຖ້າເຈົ້າເຊີດຊູພາລະກິດຂອງພຣະເຈົ້າ ນັ້ນກໍຄື ຖ້າເຈົ້າເຊີດຊູພາລະກິດທັງໝົດທີ່ພຣະອົງໄດ້ກະທຳຕໍ່ເຈົ້າ, ແລ້ວພຣະອົງກໍຈະອວຍພອນເຈົ້າ ແລະ ເຮັດໃຫ້ທຸກສິ່ງທີ່ເປັນຂອງເຈົ້າເພີ່ມທະວີຂຶ້ນ. ຖ້າເຈົ້າບໍ່ເຊີດຊູພຣະທຳຂອງພຣະເຈົ້າ, ພຣະອົງຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ, ແຕ່ພຣະອົງຈະມອບພຣະຄຸນພຽງເລັກນ້ອຍສຳລັບຄວາມເຊື່ອຂອງເຈົ້າ ຫຼື ອວຍພອນເຈົ້າດ້ວຍຄວາມຮັ່ງມີເລັກໆນ້ອຍໆ ຫຼື ຄວາມປອດໄພເລັກໆນ້ອຍໆສຳລັບຄອບຄົວຂອງເຈົ້າ. ເຈົ້າຄວນພະຍາຍາມເຮັດໃຫ້ພຣະທຳຂອງພຣະເຈົ້າກາຍເປັນຄວາມຈິງຂອງເຈົ້າ ແລະ ສາມາດເຮັດໃຫ້ພຣະອົງພໍໃຈ ແລະ ສອດຄ່ອງກັບເຈດຕະນາຂອງພຣະອົງ; ເຈົ້າບໍ່ຄວນພຽງແຕ່ຊື່ນຊົມພຣະຄຸນຂອງພຣະອົງເທົ່ານັ້ນ. ບໍ່ມີຫຍັງຈະສຳຄັນສຳລັບຜູ້ເຊື່ອ ໄປກວ່າການໄດ້ຮັບພາລະກິດຂອງພຣະເຈົ້າ, ໄດ້ຮັບຄວາມສົມບູນແບບ ແລະ ກາຍເປັນຜູ້ທີ່ເຮັດຕາມຄວາມປະສົງຂອງພຣະເຈົ້າ. ນີ້ແມ່ນເປົ້າໝາຍທີ່ເຈົ້າຄວນສະແຫວງຫາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງເອງສົມບູນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ