ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 555

15 ມີນາ 2026

ການຖືກພຣະເຈົ້າເຮັດໃຫ້ສົມບູນແບບບໍ່ສາມາດຈຳກັດພຽງການສົມບູນແບບໂດຍການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ປະສົບການດັ່ງກ່າວແມ່ນເປັນປະສົບການດ້ານດຽວຫຼາຍເກີນໄປ, ມັນຈະຄັບແຄບເກີນໄປ ແລະ ພຽງແຕ່ຈະຈຳກັດມະນຸດໃຫ້ຢູ່ໃນຂອບເຂດເລັກນ້ອຍເທົ່ານັ້ນ. ໃນກໍລະນີນີ້, ມະນຸດຈະຂາດການບຳລຸງທາງຈິດວິນຍານຢ່າງຫຼວງຫຼາຍທີ່ພວກເຂົາຕ້ອງການ. ຖ້າເຈົ້າປາຖະໜາໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຕ້ອງຮຽນຮູ້ທີ່ຈະຜະເຊີນກັບທຸກໆເລື່ອງ ແລະ ສາມາດໄດ້ຮັບແສງສະຫວ່າງໃນທຸກສິ່ງທີ່ເກີດຂຶ້ນກັບເຈົ້າ. ບໍ່ວ່າດີ ຫຼື ບໍ່ດີ ເຈົ້າກໍ່ຄວນໄດ້ຮັບຜົນປະໂຫຍດຈາກມັນ ແລະ ມັນບໍ່ຄວນເຮັດໃຫ້ເຈົ້າກາຍເປັນຄົນຄິດລົບ. ບໍ່ວ່າເລື່ອງໃດກໍຕາມ, ເຈົ້າຄວນພິຈາລະນາສິ່ງຕ່າງໆໃນຂະນະທີ່ຢືນຢູ່ຂ້າງພຣະເຈົ້າ ແລະ ບໍ່ວິເຄາະ ຫຼື ຮຽນຮູ້ມັນຕາມມຸມມອງຂອງມະນຸດ (ນີ້ຈະເປັນການຫັນປ່ຽນໃນປະສົບການຂອງເຈົ້າ). ຖ້າເຈົ້າມີປະສົບການເຊັ່ນນີ້ ແລ້ວຫົວໃຈຂອງເຈົ້າກໍຈະເຕັມໄປດ້ວຍພາລະໃນຊີວິດຂອງເຈົ້າ; ເຈົ້າຈະມີຊີວິດຢູ່ພາຍໃຕ້ແສງສະຫວ່າງແຫ່ງລັດສະໝີຂອງພຣະເຈົ້າຕະຫຼອດເວລາ ແລະ ຈະບໍ່ຫັນປ່ຽນຈາກການປະຕິບັດຂອງເຈົ້າໄດ້ຢ່າງງ່າຍດາຍ. ຄົນປະເພດນີ້ມີອະນາຄົດທີ່ສົດໄສ. ມີໂອກາດຫຼາຍທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ທຸກຢ່າງຂຶ້ນຢູ່ກັບວ່າພວກເຈົ້າແມ່ນຜູ້ທີ່ຮັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແລະ ເຈົ້າມີຄວາມເດັດດ່ຽວທີ່ຈະໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ຫຼື ບໍ່, ຖືກຮັບໂດຍພຣະເຈົ້າ ແລະ ໄດ້ຮັບພຣະພອນ ແລະ ມໍລະດົກຂອງພຣະອົງ ຫຼື ບໍ່. ພຽງແຕ່ມີຄວາມເດັດດ່ຽວເທົ່ານັ້ນແມ່ນບໍ່ພຽງພໍ, ພວກເຈົ້າຕ້ອງມີຄວາມຮູ້ຢ່າງຫຼວງຫຼາຍ, ບໍ່ດັ່ງນັ້ນ ພວກເຈົ້າກໍຈະຫັນປ່ຽນໃນການປະຕິບັດຂອງພວກເຈົ້າຢູ່ຕະຫລອດ. ພຣະເຈົ້າເຕັມໃຈທີ່ຈະເຮັດໃຫ້ພວກເຈົ້າທຸກຄົນສົມບູນແບບ. ເຖິງວ່າ ໃນຕອນນີ້, ຫຼາຍຄົນໄດ້ຍອມຮັບເອົາພາລະກິດຂອງພຣະເຈົ້າມາເປັນເວລາດົນນານແລ້ວກໍ່ຕາມ, ພວກເຂົາໄດ້ຈຳກັດໂຕເອງພຽງເພື່ອຊື່ນຊົມໃນພຣະຄຸນຂອງພຣະເຈົ້າ ແລະ ພຽງແຕ່ເຕັມໃຈຍອມໃຫ້ພຣະເຈົ້າມອບຄວາມສະບາຍທາງເນື້ອໜັງໃຫ້ກັບພວກເຂົາເທົ່ານັ້ນ. ແຕ່ບໍ່ປາຖະໜາທີ່ຈະໄດ້ຮັບການເປີດເຜີຍຫຼາຍຂຶ້ນ ຫຼື ສູງຂຶ້ນ, ນີ້ສະແດງໃຫ້ເຫັນວ່າຫົວໃຈຂອງມະນຸດຍັງຄົງຢູ່ຂ້າງນອກຢູ່ສະເໝີ. ເຖິງແມ່ນວ່າພາລະກິດຂອງມະນຸດ, ການຮັບໃຊ້ຂອງເຂົາ ແລະ ຫົວໃຈທີ່ຮັກ ພຣະເຈົ້ານັ້ນມີຄວາມບໍ່ບໍລິສຸດພຽງເລັກນ້ອຍກໍຕາມ, ຕາບໃດທີ່ແກ່ນແທ້ພາຍໃນມະນຸດ ແລະ ສະເພາະຄວາມຄິດຫຼ້າຫຼັງຂອງເຂົາແລ້ວ, ມະນຸດຍັງສະແຫວງຫາຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີຂອງເນື້ອໜັງຢູ່ຕະຫຼອດເວລາ ແລະ ບໍ່ໃສ່ໃຈຫຍັງເລີຍວ່າເງື່ອນໄຂ ແລະ ວັດຖຸປະສົງຂອງການຖືກພຣະເຈົ້າເຮັດໃຫ້ສົມບູນນັ້ນອາດມີຫຍັງແດ່. ດັ່ງນັ້ນ ຊີວິດຂອງຄົນສ່ວນໃຫຍ່ແມ່ນຍັງຫຍາບຊ້າ ແລະ ເສື່ອມໂຊມ. ຊີວິດຂອງພວກເຂົາບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ຄຳນຶງເຖິງຄວາມສັດທາໃນພຣະເຈົ້າວ່າເປັນເລື່ອງສຳຄັນເລີຍ, ມັນເປັນຄືກັບວ່າພວກເຂົາພຽງມີຄວາມສັດທາເພື່ອປະໂຫຍດຂອງຄົນອື່ນ ໂດຍບໍ່ມີຄວາມໃສ່ໃຈ ແລະ ເຮັດໄປແບບບໍ່ສົນໃຈ ດຳລົງຢູ່ຢ່າງບໍ່ມີຈຸດໝາຍ. ມີພຽງໜ້ອຍຄົນທີ່ສາມາດສະແຫວງຫາເພື່ອເຂົ້າສູ່ພຣະທໍາຂອງພຣະເຈົ້າໃນທຸກສິ່ງ, ໄດ້ຮັບສິ່ງຕ່າງໆຢ່າງອຸດົມສົມບູນ, ກາຍເປັນຜູ້ທີ່ມີຄວາມ ຮັ່ງມີຫຼາຍຂຶ້ນຢູ່ໃນເຮືອນຂອງພຣະເຈົ້າໃນປັດຈຸບັນ ແລະ ໄດ້ຮັບພຣະພອນຂອງພຣະເຈົ້າຫຼາຍຂຶ້ນ. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບໃນທຸກສິ່ງ ແລະ ສາມາດຮັບເອົາສິ່ງທີ່ພຣະເຈົ້າໃຫ້ຄໍາໝັ້ນສັນຍາຢູ່ໃນໂລກນີ້; ຖ້າເຈົ້າສະແຫວງຫາໃຫ້ພຣະເຈົ້າເປີດແສງສະຫວ່າງໃຫ້ເຈົ້າໃນທຸກສິ່ງ ແລະ ບໍ່ປ່ອຍໃຫ້ການເວລາຜ່ານພົ້ນໄປລ້າໆ, ນີ້ແມ່ນເສັ້ນທາງທີ່ເໝາະສົມທີ່ຈະເຂົ້າສູ່ຢ່າງຈິງຈັງ. ມີພຽງເຊັ່ນນີ້ເທົ່ານັ້ນທີ່ເຈົ້າຈະສົມຄວນ ແລະ ມີສິດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ເຈົ້າແມ່ນຜູ້ທີ່ສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບແທ້ບໍ? ເຈົ້າແມ່ນຄົນທີ່ຈິງຈັງກັບທຸກສິ່ງແທ້ບໍ? ເຈົ້າມີຈິດວິນຍານແຫ່ງຄວາມຮັກຕໍ່ພຣະເຈົ້າແບບດຽວກັບທີ່ເປໂຕມີບໍ? ເຈົ້າມີຄວາມຕັ້ງໃຈທີ່ຈະຮັກພຣະເຈົ້າແບບພຣະເຢຊູຮັກບໍ? ເຈົ້າໄດ້ມີຄວາມເຊື່ອໃນພຣະເຢຊູມາເປັນເວລາຫຼາຍປີ; ເຈົ້າໄດ້ເຫັນບໍວ່າພຣະເຢຊູຮັກພຣະເຈົ້າແນວໃດ? ພຣະເຢຊູແມ່ນຜູ້ທີ່ເຈົ້າເຊື່ອແທ້ບໍ? ເຈົ້າເຊື່ອໃນພຣະເຈົ້າທີ່ແທ້ຈິງຂອງມື້ນີ້ບໍ; ເຈົ້າເຫັນບໍວ່າພຣະເຈົ້າທີ່ແທ້ຈິງທີ່ເປັນມະນຸດຮັກພຣະເຈົ້າທີ່ຢູ່ເທິງສະຫວັນແນວໃດ? ເຈົ້າມີຄວາມເຊື່ອໃນພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດ; ນັ້ນກໍ່ຍ້ອນການຖືກຄຶງກາງແຂນຂອງພຣະເຢຊູເພື່ອໄຖ່ບາບມະນຸດຊາດ ແລະ ສິ່ງອັດສະຈັນຕ່າງໆທີ່ພຣະອົງໄດ້ເຮັດນັ້ນເປັນຄວາມຈິງທີ່ຍອມຮັບກັນໂດຍທົ່ວໄປ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມເຊື່ອຂອງມະນຸດບໍ່ໄດ້ມາຈາກຄວາມຮູ້ ແລະ ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຢຊູຄຣິດ. ເຈົ້າເຊື່ອພຽງໃນນາມຂອງພຣະເຢຊູເທົ່ານັ້ນ ແຕ່ເຈົ້າບໍ່ເຊື່ອໃນພຣະວິນຍານຂອງພຣະອົງ, ເພາະວ່າເຈົ້າບໍ່ໄດ້ໃສ່ໃຈວ່າພຣະເຢຊູໄດ້ຮັກພຣະເຈົ້າແນວໃດ. ຄວາມເຊື່ອຂອງເຈົ້າໃນພຣະເຈົ້າແມ່ນໄຮ້ດຽງສາເກີນໄປ. ເຖິງແມ່ນວ່າເຈົ້າໄດ້ມີຄວາມເຊື່ອໃນພຣະເຢຊູມາເປັນເວລາຫຼາຍປີແລ້ວກໍ່ຕາມ, ແຕ່ເຈົ້າບໍ່ຮູ້ວ່າຈະຮັກພຣະເຈົ້າແນວໃດ. ນີ້ຈະບໍ່ເຮັດໃຫ້ເຈົ້າເປັນຄົນທີ່ໂງ່ຈ້າທີ່ສຸດໃນໂລກບໍ? ສິ່ງນີ້ພິສູດໃຫ້ເຫັນວ່າຫຼາຍໆປີທີ່ເຈົ້າໄດ້ກິນອາຫານຂອງພຣະຜູ້ເປັນເຈົ້າພຣະເຢຊູຄຣິດຢ່າງໄຮ້ຄ່າ. ບໍ່ພຽງແຕ່ເຮົາບໍ່ມັກຄົນປະເພດນີ້, ເຮົາເຊື່ອວ່າພຣະຜູ້ເປັນເຈົ້າພຣະເຢຊູຄຣິດ ຜູ້ເຈົ້ານະມັດສະການກໍ່ຈະບໍ່ມັກພວກເຂົາເຊັ່ນດຽວກັນ. ຄົນເຊັ່ນນີ້ຈະຖືກເຮັດໃຫ້ສົມບູນແບບໄດ້ແນວໃດ? ເຈົ້າບໍ່ໜ້າແດງໄປດ້ວຍຄວາມລະອາຍບໍ? ເຈົ້າບໍ່ຮູ້ສຶກລະອາຍໃຈແດ່ບໍ? ເຈົ້າຍັງມີໜ້າທີ່ຈະພົບພຣະເຢຊູຄຣິດຂອງເຈົ້າບໍ? ພວກເຈົ້າທັງໝົດເຂົ້າໃຈໃນສິ່ງທີ່ເຮົາເວົ້າບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນແບບ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ