ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 347
10 ເດືອນທັນວາ 2025
ເນື້ອໜັງຂອງພວກເຈົ້າ, ຄວາມປາຖະໜາເກີນໂຕຂອງພວກເຈົ້າ, ຄວາມໂລບຂອງພວກເຈົ້າ ແລະ ຕັນຫາຂອງພວກເຈົ້າແມ່ນຖືກຝັງເລິກໃນພວກເຈົ້າ. ສິ່ງເຫຼົ່ານີ້ກຳລັງຄວບຄຸມຫົວໃຈຂອງພວກເຈົ້າຢູ່ຕະຫຼອດເວລາຈົນພວກເຈົ້າບໍ່ມີອຳນາດທີ່ຈະປົດແອກແຫ່ງຄວາມຄິດແບບສັກດິນາ ແລະ ເສື່ອມຊາມເຫຼົ່ານັ້ນໄດ້. ພວກເຈົ້າບໍ່ປາຖະໜາທີ່ຈະປ່ຽນແປງສະຖານະການໃນປັດຈຸບັນຂອງພວກເຈົ້າ ຫຼື ຫຼົບໜີຈາກອິດທິພົນແຫ່ງຄວາມມືດ. ພວກເຈົ້າຖືກຜູກມັດກັບສິ່ງເຫຼົ່ານັ້ນແທ້ໆ. ເຖິງແມ່ນພວກເຈົ້າທຸກຄົນຮູ້ຈັກວ່າຊີວິດແບບນີ້ເຈັບປວດຫຼາຍ ແລະ ໂລກຂອງມະນຸດໃບນີ້ມືດມົວຫຼາຍ, ແຕ່ຍັງບໍ່ມີຄົນໃດໃນບັນດາພວກເຈົ້າທີ່ກ້າປ່ຽນແປງຊີວິດຂອງພວກເຈົົ້າ. ພວກເຈົ້າພຽງແຕ່ຕ້ອງການຫຼົບໜີຈາກຄວາມເປັນຈິງຂອງຊີວິດນີ້, ບັນລຸການຢູ່ເໜືອວິນຍານ ແລະ ມີຊີວິດໃນສະພາບແວດລ້ອມທີ່ສະຫງົບສຸກ, ມີຄວາມສຸກ ແລະ ເປັນຄືກັບສະຫວັນ. ພວກເຈົ້າບໍ່ເຕັມໃຈທີ່ຈະອົດທົນກັບຄວາມລຳບາກເພື່ອປ່ຽນແປງຊີວິດໃນປັດຈຸບັນຂອງພວກເຈົ້າ; ພວກເຈົ້າບໍ່ເຕັມໃຈທີ່ຈະຄົ້ນຫາຊີວິດທີ່ພວກເຈົ້າຄວນເຂົ້າສູ່ໃນການພິພາກສາ ແລະ ການຕີສອນນີ້. ກົງກັນຂ້າມ ພວກເຈົ້າຝັນເຖິງສິ່ງທີ່ບໍ່ເປັນຈິງທັງໝົດກ່ຽວກັບໂລກອັນສວຍງາມທີ່ຢູ່ເໜືອເນື້ອໜັງ. ຊີວິດທີ່ພວກເຈົ້າປາຖະໜາແມ່ນຊີວິດທີ່ພວກເຈົ້າສາມາດໄດ້ຮັບໂດຍບໍ່ຕ້ອງໃຊ້ຄວາມພະຍາຍາມ ເຊິ່ງປາສະຈາກການທົນທຸກກັບຄວາມເຈັບປວດໃດໆ. ນັ້ນບໍ່ແມ່ນຄວາມຈິງຢ່າງສິ້ນເຊີງ! ເພາະສິ່ງທີ່ພວກເຈົ້າຄາດຫວັງນັ້ນບໍ່ແມ່ນການດຳລົງຊີວິດທີ່ມີຄວາມໝາຍໃນເນື້ອໜັງ ແລະ ການຮັບຄວາມຈິງໃນຊ່ວງເວລາຊີວິດ ນັ້ນກໍ່ຄື ການດຳລົງຊີວິດເພື່ອຄວາມຈິງ ແລະ ການລຸກຢືນຂຶ້ນເພື່ອຄວາມຍຸຕິທຳ. ນີ້ບໍ່ແມ່ນຊີວິດທີ່ພວກເຈົ້າຈະພິຈາລະນາເປັນສິ່ງທີ່ສົດໃສ ແລະ ແວວວາວ. ພວກເຈົ້າຮູ້ສຶກວ່າ ນີ້ບໍ່ແມ່ນຊີວິດທີ່ສວຍງາມ ຫຼື ມີຄວາມໝາຍ. ໃນສາຍຕາຂອງພວກເຈົ້າແລ້ວ ການດຳລົງຊີວິດແບບນັ້ນຈະຮູ້ສຶກຄືກັບວ່າບໍ່ຍຸຕິທຳ! ເຖິງແມ່ນວ່າພວກເຈົ້າຍອມຮັບເອົາການຕີສອນນີ້ໃນມື້ນີ້, ແຕ່ເຖິງຢ່າງນັ້ນ ສິ່ງທີ່ພວກເຈົ້າກຳລັງສະແຫວງຫາບໍ່ແມ່ນເພື່ອຮັບຄວາມຈິງ ຫຼື ເພື່ອດຳລົງຊີວິດຕາມຄວາມຈິງໃນປັດຈຸບັນ ແຕ່ກົງກັນຂ້າມແມ່ນເພື່ອທີ່ຈະສາມາດເຂົ້າສູ່ຊີວິດທີ່ມີຄວາມສຸກນອກເໜືອຈາກເນື້ອໜັງໃນພາຍຫຼັງ. ພວກເຈົ້າບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ພວກເຈົ້າບໍ່ລຸກຢືນຂຶ້ນເພື່ອຄວາມຈິງ ແລະ ພວກເຈົ້າບໍ່ໄດ້ມີຊີວິດຢູ່ເພື່ອຄວາມຈິງຢ່າງແນ່ນອນ. ພວກເຈົ້າບໍ່ສະແຫວງຫາທາງເຂົ້າໃນມື້ນີ້ ແຕ່ກົງກັນຂ້າມ ຄວາມຄິດຂອງພວກເຈົ້າຖືກຄອບງຳດ້ວຍອະນາຄົດ ແລະ ດ້ວຍສິ່ງທີ່ອາດກາຍມາເປັນຈິງໃນມື້ໜຶ່ງ: ພວກເຈົ້າຈ້ອງເບິ່ງທ້ອງຟ້າສີຄາມ, ຮ້ອງໄຫ້ຢ່າງຂົມຂື່ນ ແລະ ຄາດຫວັງທີ່ຈະຖືກຮັບຂຶ້ນສູ່ສະຫວັນໃນມື້ໜຶ່ງ. ພວກເຈົ້າບໍ່ຮູ້ຈັກບໍວ່າ ລັກສະນະການຄິດແບບນັ້ນຂອງພວກເຈົ້າແມ່ນອອກຈາກຄວາມເປັນຈິງແລ້ວ? ພວກເຈົ້າຍັງສືບຕໍ່ຄິດວ່າ ພຣະຜູ້ໄຖ່ແຫ່ງຄວາມກະລຸນາ ແລະ ຄວາມເມດຕາທີ່ບໍ່ມີມື້ສິ້ນສຸດຈະມາໃນມື້ໜຶ່ງໂດຍບໍ່ຕ້ອງສົງໄສ ເພື່ອຮັບເອົາເຈົ້າໄປກັບພຣະອົງ, ເຊິ່ງຮັບເອົາພວກເຈົ້າຜູ້ທີ່ໄດ້ອົດທົນຕໍ່ຄວາມລຳບາກ ແລະ ການທົນທຸກໃນໂລກໃບນີ້ ແລະ ພຣະອົງຈະແກ້ໄຂຂໍ້ຂ້ອງໃຈ ແລະ ແກ້ແຄ້ນໃຫ້ກັບເຈົ້າຜູ້ເຊິ່ງຕົກເປັນເຫຍື່ອ ແລະ ຖືກກົດຂີ່. ເຈົ້າບໍ່ໄດ້ເຕັມໄປດ້ວຍຄວາມບາບບໍ? ເຈົ້າເປັນພຽງຄົນດຽວທີ່ໄດ້ທົນທຸກໃນໂລກໃບນີ້ບໍ? ເຈົ້າໄດ້ຕົກຢູ່ພາຍໃຕ້ອຳນາດຂອງຊາຕານດ້ວຍຕົວເຈົ້າເອງ ແລະ ໄດ້ທົນທຸກລໍາບາກ, ພຣະເຈົ້າຍັງຈຳເປັນຕ້ອງແກ້ໄຂຂໍ້ຂ້ອງໃຈຂອງເຈົ້າບໍ? ຄົນທີ່ບໍ່ສາມາດເຮັດຕາມການຮຽກຮ້ອງຂອງພຣະເຈົ້າ, ພວກເຂົາທຸກຄົນບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ຄົນທີ່ບໍ່ເຊື່ອໃນພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ, ພວກເຂົາບໍ່ແມ່ນຄົນທີ່ຕໍ່ຕ້ານພຣະຄຣິດບໍ? ແລ້ວການກະທຳດີຂອງເຈົ້າຈະມີຄ່າຫຍັງ? ພວກມັນສາມາດເຂົ້າແທນຫົວໃຈທີ່ນະມັດສະການພຣະເຈົ້າບໍ? ເຈົ້າບໍ່ສາມາດຮັບການອວຍພອນຈາກພຣະເຈົ້າໂດຍການເຮັດດີພຽງບາງຢ່າງເທົ່ານັ້ນ ແລະ ພຣະເຈົ້າຈະບໍ່ແກ້ໄຂຂໍ້ຂ້ອງໃຈຂອງເຈົ້າ ແລະ ແກ້ແຄ້ນສິ່ງຊົ່ວຮ້າຍທີ່ເກີດຂຶ້ນກັບເຈົ້າ ພຽງແຕ່ຍ້ອນເຈົ້າຕົກເປັນເຫຍື່ອ ແລະ ຖືກກົດຂີ່. ຄົນທີ່ເຊື່ອພຣະເຈົ້າແຕ່ບໍ່ຮູ້ຈັກພຣະເຈົ້າ ແຕ່ເປັນຜູ້ທີ່ເຮັດດີ, ພວກເຂົາທຸກຄົນຍັງບໍ່ໄດ້ຖືກຕີສອນບໍ? ເຈົ້າພຽງແຕ່ເຊື່ອໃນພຣະເຈົ້າ, ພຽງແຕ່ຕ້ອງການໃຫ້ພຣະເຈົ້າແກ້ໄຂ ແລະ ແກ້ແຄ້ນສິ່ງຊົ່ວຮ້າຍທີ່ເກີດຂຶ້ນກັບເຈົ້າ ແລະ ເຈົ້າຕ້ອງການໃຫ້ພຣະເຈົ້າມອບມື້ຂອງເຈົ້າໃຫ້ແກ່ເຈົ້າ, ເຊິ່ງເປັນມື້ທີ່ເຈົ້າສາມາດເຊີດຊູຄໍຂອງເຈົ້າໄດ້ໃນທີ່ສຸດ. ແຕ່ເຈົ້າປະຕິເສດທີ່ຈະສົນໃຈຄວາມຈິງ ຫຼື ເຈົ້າບໍ່ກະຫາຍທີ່ຈະດຳລົງຊີວິດຕາມຄວາມຈິງ. ແຮງໄກທີ່ເຈົ້າຈະສາມາດຫຼຸດພົ້ນຈາກຊີວິດທີ່ລຳບາກ ແລະ ວ່າງເປົ່ານີ້ໄດ້. ກົງກັນຂ້າມ ໃນຂະນະທີ່ກຳລັງດຳລົງຊີວິດຂອງເຈົ້າໃນເນື້ອໜັງ ແລະ ຊີວິດທີ່ຜິດບາບຂອງເຈົ້າ, ເຈົ້າຫຼຽວເບິ່ງຫາພຣະເຈົ້າດ້ວຍຄວາມຄາດຫວັງເພື່ອໃຫ້ແກ້ໄຂຄວາມທຸກໃຈຂອງເຈົ້າ ແລະ ແຍກໝອກແຫ່ງການມີຊີວິດຢູ່ຂອງເຈົ້າ. ແຕ່ສິ່ງນີ້ເປັນໄປໄດ້ບໍ? ຖ້າເຈົ້າມີຄວາມຈິງ, ເຈົ້າສາມາດຕິດຕາມພຣະເຈົ້າໄດ້. ຖ້າເຈົ້າດໍາລົງຊີວິດຕາມນັ້ນ, ເຈົ້າກໍ່ສາມາດເປັນການສຳແດງອອກເຖິງພຣະທຳຂອງພຣະເຈົ້າ. ຖ້າເຈົ້າມີຊີວິດ, ເຈົ້າກໍ່ສາມາດມີຄວາມສຸກກັບພອນຂອງພຣະເຈົ້າໄດ້. ຄົນທີ່ມີຄວາມຈິງກໍ່ສາມາດມີຄວາມສຸກກັບພອນຂອງພຣະເຈົ້າ. ພຣະເຈົ້າຮັບປະກັນວ່າຈະແກ້ໄຂສຳລັບຄົນທີ່ຮັກພຣະອົງໝົດຫົວໃຈ ແລະ ຄົນທີ່ອົດທົນຕໍ່ຄວາມລຳບາກ ແລະ ການທົນທຸກ, ແຕ່ບໍ່ແມ່ນສຳລັບຄົນທີ່ພຽງແຕ່ຮັກຕົວເອງ ແລະ ໄດ້ຕົກເປັນເຫຍື່ອໃຫ້ກັບການຫຼອກລວງຂອງຊາຕານ. ມັນຈະສາມາດມີຄວາມດີໃນຄົນທີ່ບໍ່ຮັກຄວາມຈິງໄດ້ແນວໃດ? ມັນຈະສາມາດມີຄວາມຊອບທຳໃນຄົນທີ່ພຽງແຕ່ຮັກເນື້ອໜັງໄດ້ແນວໃດ? ຄວາມຊອບທຳ ແລະ ຄວາມດີບໍ່ແມ່ນຖືກເວົ້າເຖິງພຽງແຕ່ອ້າງເຖິງຄວາມຈິງບໍ? ພວກມັນບໍ່ໄດ້ຖືກສະຫງວນໄວ້ສຳລັບຄົນທີ່ຮັກພຣະເຈົ້າໝົດໃຈບໍ? ຄົນທີ່ບໍ່ຮັກຄວາມຈິງ ແລະ ຄົນທີ່ເປັນພຽງຊາກສົບທີ່ເນົ່າເປື່ອຍ, ທຸກຄົນເຫຼົ່ານີ້ບໍ່ໄດ້ເຊື່ອງຄວາມຊົ່ວຮ້າຍໄວ້ບໍ? ຄົນທີ່ບໍ່ສາມາດດຳລົງຊີວິດຕາມຄວາມຈິງ, ພວກເຂົາທຸກຄົນບໍ່ແມ່ນສັດຕູຂອງຄວາມຈິງບໍ? ແລ້ວພວກເຈົ້າເດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ