ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 348

13 ເດືອນກໍລະກົດ 2025

ມັນຄືໜ້າທີ່ຂອງເຮົາຢູ່ສະເໝີທີ່ຈະຄຸ້ມຄອງມະນຸດ. ຍິ່ງໄປກວ່ານັ້ນ, ການເອົາຊະນະມະນຸດແມ່ນສິ່ງທີ່ເຮົາກຳນົດໄວ້ລ່ວງໜ້າເມື່ອເຮົາສ້າງໂລກ. ຜູ້ຄົນອາດຈະບໍ່ຮູ້ວ່າ ເຮົາຈະເອົາຊະນະມະນຸດໃນຍຸກສຸດທ້າຍຢ່າງສົມບູນ ຫຼື ການເອົາຊະນະຜູ້ທີ່ກະບົດໃນທ່າມກາງມະນຸດຊາດແມ່ນຫຼັກຖານໃນການເອົາຊະນະຊາຕານຂອງເຮົາ. ແຕ່ເມື່ອເວລາສັດຕູຂອງເຮົາໄດ້ມາສູ້ຮົບກັບເຮົາ, ເຮົາກໍໄດ້ບອກມັນແລ້ວວ່າ ເຮົາຈະເອົາຊະນະຜູ້ທີ່ຊາຕານໄດ້ຈັບກຸມໄປເປັນສະເລີຍ ແລະ ເຮັດໃຫ້ເປັນລູກຂອງມັນ ເຊິ່ງເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີ ທີ່ເຝົ້າເບິ່ງເຮືອນຂອງມັນ. ຄວາມໝາຍດັ້ງເດີມຂອງການເອົາຊະນະກໍຄືການປາບ, ການເຮັດໃຫ້ອັບອາຍ; ໃນພາສາຂອງຊາວອິດສະຣາເອນ, ມັນໝາຍເຖິງການເອົາຊະນະຢ່າງສິ້ນເຊີງ, ການທໍາລາຍ ແລະ ເຮັດໃຫ້ບໍ່ສາມາດຕໍ່ຕ້ານເຮົາໄດ້ອີກຕໍ່ໄປ. ແຕ່ໃນປັດຈຸບັນ ເມື່ອຖືກນໍາໃຊ້ໃນທ່າມກາງພວກເຈົ້າ ແມ່ນໝາຍເຖິງການເອົາຊະນະ. ພວກເຈົ້າຄວນຮູ້ວ່າ ເຈດຕະນາຂອງເຮົາແມ່ນເພື່ອທໍາລາຍ ແລະ ເອົາຊະນະມະນຸດຊາດທີ່ຊົ່ວຮ້າຍຢ່າງສິ້ນເຊີງ ເພື່ອວ່າ ພວກເຂົາຈະບໍ່ສາມາດທໍລະຍົດເຮົາອີກຕໍ່ໄປ ແລ້ວແຮງໄກທີ່ຈະໃຫ້ມີຮອດລົມຫາຍໃຈທີ່ຈະມາຂັດຂວາງ ຫຼື ລົບກວນພາລະກິດຂອງເຮົາ. ສະນັ້ນ, ເທົ່າທີ່ມະນຸດຮູ້, ຄຳເວົ້ານີ້ແມ່ນໝາຍເຖິງການເອົາຊະນະ. ບໍ່ວ່າຄວາມໝາຍເພີ່ມຂອງຄໍາສັບຈະສື່ເຖິງຫຍັງກໍຕາມ ແຕ່ພາລະກິດຂອງເຮົາແມ່ນເພື່ອເອົາຊະນະມວນມະນຸດ. ໃນຊົ່ວໄລຍະໜຶ່ງ ມັນແມ່ນຄວາມຈິງທີ່ມະນຸດຊາດເປັນສ່ວນປະກອບໃນການຄຸ້ມຄອງຂອງເຮົາ ແຕ່ຖ້າໃຫ້ເວົ້າໃຫ້ຖືກຕ້ອງກວ່ານີ້ ມວນມະນຸດກໍບໍ່ໄດ້ເປັນຫຼາຍກວ່າສັດຕູຂອງເຮົາ. ມວນມະນຸດເປັນສິ່ງຊົ່ວຮ້າຍທີ່ຕໍ່ຕ້ານ ແລະ ກະບົດຕໍ່ເຮົາ. ມະນຸດຊາດບໍ່ໄດ້ເປັນຫຼາຍກວ່າລູກຫຼານຂອງສິ່ງຊົ່ວຮ້າຍທີ່ເຮົາໄດ້ສາບແຊ່ງ. ມວນມະນຸດບໍ່ໄດ້ເປັນຫຼາຍກວ່າລູກຫຼານຂອງນາຍເທວະດາທີ່ທໍລະຍົດເຮົາ. ມວນມະນຸດບໍ່ໄດ້ເປັນຫຼາຍກວ່າມໍລະດົກຂອງພວກມານຮ້າຍທີ່ເຮົາໄດ້ປະຕິເສດມາດົນນານແລ້ວ ແລະ ໄດ້ເປັນສັດຕູອັນຮ້າຍກາດຂອງເຮົາທີ່ບໍ່ສາມາດຄືນດີກັນໄດ້ຈົນເຖິງທຸກວັນນີ້. ເນື່ອງຈາກທ້ອງຟ້າທີ່ຢູ່ເທິງມະນຸດຊາດທຸກຄົນບໍ່ສົດໃສ ແລະ ມືດມົວ ໂດຍທີ່ບໍ່ມີຄວາມແຈ່ມແຈ້ງແມ່ນແຕ່ໜ້ອຍ ແລະ ໂລກມະນຸດຖືກໂຍນລົງສູ່ຄວາມມືດສະນິດ ເພື່ອວ່າ ຈະບໍ່ມີຜູ້ໃດທີ່ໃຊ້ຊີວິດຢູ່ໃນໂລກມະນຸດນັ້ນບໍ່ສາມາດເຫັນມືຂອງເຂົາທີ່ຍື່ນອອກໄປຢູ່ຕໍ່ໜ້າຂອງເຂົາ ຫຼື ເຫັນຕາເວັນເມື່ອເຂົາເງີຍຫົວຂອງເຂົາຂຶ້ນ. ເສັ້ນທາງທີ່ຢູ່ກ້ອງຕີນຂອງພວກເຂົາແມ່ນຂີ້ຕົມ ແລະ ເຕັມໄປດ້ວຍບວກຂຸມ ເຊິ່ງກ້ຽວໄປກ້ຽວມາຢ່າງຄົດລ້ຽວ; ທົ່ວແຜ່ນດິນແມ່ນຮົກໄປດ້ວຍຊາກສົບ. ມຸມມືດແມ່ນເຕັມໄປດ້ວຍຊາກສົບຂອງຄົນຕາຍ ແລະ ໃນມຸມທີ່ເຢັນ ແລະ ມີຮົ່ມແມ່ນມີພວກມານຮ້າຍອາໄສຢູ່. ທົ່ວທຸກແຫ່ງຫົນໃນໂລກມະນຸດແມ່ນມີພວກມານຮ້າຍໄປມາຢ່າງຫຼວງຫຼາຍ. ລູກຫຼານຂອງສັດຮ້າຍທຸກປະເພດ ທີ່ປົກຄຸມໄປດ້ວຍສິ່ງທີ່ສົກກະປົກ ແມ່ນຕິດຢູ່ໃນສົງຄາມທີ່ຈັດກອງກໍາລັງທະຫານຢ່າງເປັນລະບຽບ ໂດຍມີສຽງດັງກ້ອງສະທ້ານຫວັ່ນໄຫວໃນຫົວໃຈ. ໃນເວລາດັ່ງກ່າວນັ້ນ, ໃນໂລກດັ່ງກ່າວ, “ສະຫວັນເທິງແຜ່ນດິນໂລກ” ດັ່ງກ່າວ, ຜູ້ຄົນຈະສະແຫວງຫາຄວາມສຸກແຫ່ງຊີວິດໄດ້ຢູ່ໃສ? ຄົນໆໜຶ່ງຈະຄົ້ນຫາຈຸດໝາຍປາຍທາງຊີວິດຂອງຕົນໄດ້ຢູ່ໃສ? ມະນຸດຊາດໄດ້ຖືກຢຽບຢໍ່າຢູ່ພາຍໃຕ້ຕີນຂອງຊາຕານມາດົນນານ, ໄດ້ເປັນນັກສະແດງໃນຮູບພາບຂອງຊາຕານຕັ້ງແຕ່ທຳອິດ, ຍິ່ງໄປກວ່ານັ້ນ ມະນຸດຊາດທີ່ເປັນຕົວຢ່າງຂອງຊາຕານ ແລະ ເຮັດໜ້າທີ່ເປັນເຄື່ອງພິສູດຢັ້ງຢືນວ່າມະນຸດເປັນພະຍານໃຫ້ກັບຊາຕານຢ່າງຊັດເຈນ. ເມື່ອເປັນເຊັ່ນນັ້ນ ມະນຸດຊາດ ເຊິ່ງເປັນຄົນທີ່ຕໍ່າຊາມ, ເຊື້ອສາຍຂອງຊາດມະນຸດທີ່ຊົ່ວຊ້າເຫຼົ່ານີ້ຈະສາມາດເປັນພະຍານຝ່າຍພຣະເຈົ້າໄດ້ແນວໃດ? ແລ້ວຄວາມສະຫງ່າລາສີຂອງເຮົາມີຢູ່ໃສ? ໃຜສາມາດເລີ່ມກ່າວຄໍາພະຍານຂອງເຮົາ? ເພາະວ່າສັດຕູທີ່ເຮັດໃຫ້ມະນຸດເສື່ອມໂຊມ, ທີ່ຕັ້ງຕົນເປັນປໍລະປັກຕໍ່ເຮົາ ໄດ້ຍຶດເອົາມະນຸດທີ່ເຮົາສ້າງມາແຕ່ດົນນານທີ່ເຕັມໄປດ້ວຍຄວາມສະຫງ່າລາສີຂອງເຮົາ ແລະ ຄວາມເປັນຢູ່ຂອງເຮົາ ທີ່ເຮົາໃຫ້ການດູແລພວກເຂົາ. ມັນໄດ້ຍາດຊີງເອົາຄວາມສະຫງ່າລາສີຂອງເຮົາໄປ ແລະ ສິ່ງດຽວທີ່ມັນເຮັດຄືປູກຝັງຈິດໃຈມະນຸດດ້ວຍຢາພິດທີ່ເຕັມໄປດ້ວຍຄວາມຊົ່ວຮ້າຍຂອງຊາຕານ ແລະ ດ້ວຍນໍ້າໝາກໄມ້ຈາກຕົ້ນໄມ້ແຫ່ງສະຕິປັນຍາຂອງຄົນດີ ແລະ ຄົນຊົ່ວ. ໃນຕົ້ນເດີມນັ້ນ ເຮົາສ້າງມະນຸດ ນັ້ນກໍຄື ເຮົາສ້າງອາດາມຜູ້ທີ່ເປັນບັນພະບຸລຸດຂອງມະນຸດ. ອາດາມມີຮູບຮ່າງ ແລະ ຮູບພາບທີ່ເຕັມໄປດ້ວຍຄວາມກະຕືລືລົ້ນ ແລະ ຊີວິດຊີວາ ແລະ ຍິ່ງໄປກວ່ານັ້ນ ເປັນຄົນທີ່ຢູ່ໃນຄວາມສະຫງ່າລາສີຂອງພຣະເຈົ້າ. ນັ້ນແມ່ນວັນແຫ່ງຄວາມສະຫງ່າລາສີໃນການສ້າງມະນຸດຂອງເຮົາ. ຫລັງຈາກນັ້ນ ເຮົາສ້າງເອວາຈາກຮ່າງກາຍຂອງອາດາມ ແລະ ເຊັ່ນດຽວກັນ ເອວາກໍແມ່ນບັນພະບຸລຸດຂອງມະນຸດ. ດັ່ງນັ້ນຜູ້ຄົນທີ່ເຮົາສ້າງແມ່ນເຕັມໄປດ້ວຍລົມຫາຍໃຈ ແລະ ຄວາມສະຫງ່າລາສີຂອງເຮົາ. ອາດາມແມ່ນເກີດຈາກກໍາມືຂອງເຮົາ ແລະ ເປັນຕົວແທນໜ້າຕາຂອງເຮົາ. ດ້ວຍເຫດນັ້ນ ຄວາມໝາຍດັ່ງເດີມຂອງ “ອາດາມ” ກໍຄືເປັນມະນຸດທີ່ເຮົາເປັນຜູ້ສ້າງທີ່ເຕັມໄປດ້ວຍຊີວິດຈິດໃຈ ແລະ ຄວາມສະຫງ່າລາສີຂອງເຮົາ ທີ່ມີຮູບຮ່າງ, ໜ້າຕາ, ຈິດໃຈ ແລະ ລົມຫາຍໃຈ. ອາດາມຄືຜູ້ດຽວທີ່ມີຈິດໃຈ, ສາມາດເປັນຕົວແທນ, ເປັນໃບໜ້າ ແລະ ເປັນຊີວິດຈິດໃຈຂອງເຮົາ. ເມື່ອຕົ້ນເດີມນັ້ນ ເອວາເປັນມະນຸດຜູ້ທີ່ສອງທີ່ເຮົາສ້າງຂຶ້ນ ສະນັ້ນ ຄວາມໝາຍດັ່ງເດີມຂອງ “ເອວາ” ກໍຄືເປັນຜູ້ທີ່ເຮົາສ້າງເພື່ອສືບຕໍ່ກຽດຕິຍົດຂອງເຮົາ ເຊິ່ງນາງເປັນຜູ້ທີ່ເຕັມໄປດ້ວຍຊີວິດຊີວາຂອງເຮົາ ແລະ ນອກນັ້ນນາງຍັງເປັນຜູ້ໄດ້ຮັບຄວາມສະຫງ່າລາສີຈາກເຮົາ. ເອວາມາຈາກອາດາມ ສະນັ້ນ ນາງເປັນອີກຄົນໜຶ່ງທີ່ເປັນໜ້າຕາຂອງເຮົາ ເພາະວ່ານາງເປັນມະນຸດຜູ້ທີ່ສອງທີ່ຖືກສ້າງຂຶ້ນໃນຮູບພາບຂອງເຮົາ. ຄວາມໝາຍດັ່ງເດີມຂອງ “ເອວາ” ກໍຄືເປັນມະນຸດທີ່ມີຊີວິດ, ມີຈິດໃຈ, ເນື້ອຫນັງ ແລະ ກະດູກທີ່ເປັນພະຍານ ແລະ ໃບໜ້າຄົນທີ່ສອງຂອງເຮົາໃນທ່າມກາງມະນຸດຊາດ. ພວກເຂົາເປັນບັນພະບຸລຸດຂອງມະນຸດ, ເປັນມະນຸດທີ່ບໍລິສຸດ ແລະ ເປັນສົມບັດທີ່ມີຄຸນຄ່າທີ່ສຸດ. ພວກເຂົາເປັນສິ່ງທີ່ມີຊີວິດທໍາອິດທີ່ມີຈິດໃຈ. ແນວໃດກໍຕາມ ມານຮ້າຍໄດ້ຢຽບຢໍ່າ ແລະ ເອົາລູກຫຼານຂອງບັນພະບຸລຸດຂອງມະນຸດເປັນຊະເລີຍ ແລະ ຢຽບຢໍ່າທໍາລາຍ, ນໍາເອົາໂລກມະນຸດໄປສູ່ຄວາມມືດ ແລະ ເຮັດໃຫ້ລູກຫຼານຂອງມະນຸດບໍ່ເຊື່ອໃນຕົວເຮົາ. ຍິ່ງເປັນຕາເບື່ອໜ່າຍໄປກວ່ານັ້ນ ໃນຂະນະມານຮ້າຍໄດ້ເຮັດໃຫ້ຜູ້ຄົນເສື່ອມໂຊມ ແລະ ຢຽບຢໍ່າພວກເຂົາທຸກຫົນທຸກແຫ່ງ, ມັນເປັນການທໍາລາຍກຽດຕິດຍົດ, ຄໍາພະຍານ, ຊີວິດຈິດໃຈທີ່ເຮົາມອບໃຫ້ເຂົາ. ທໍາລາຍລົມຫາຍໃຈ ແລະ ຊີວິດທີ່ເຮົາມອບໃຫ້ເຂົາ. ທໍາລາຍຄວາມສະຫງ່າລາສີຂອງເຮົາໃນໂລກມະນຸດ ແລະ ທໍາລາຍເລືອດເນື້ອເຫື່ອແຮງທີ່ເຮົາສະຫຼະໃຫ້ມະນຸດ. ມະນຸດບໍ່ໄດ້ຢູ່ໃນແສງສະຫວ່າງອີກຕໍ່ໄປ, ຜູ້ຄົນໄດ້ສູນເສຍທຸກຢ່າງທີ່ເຮົາມອບໃຫ້ແກ່ພວກເຂົາ ແລະ ພວກເຂົາໄດ້ໂຍນຖິ້ມຄວາມສະຫງ່າລາສີທີ່ເຮົາມອບໃຫ້. ແລ້ວພວກເຂົາຈະຮັບຮູ້ໄດ້ແນວໃດວ່າເຮົາເປັນພຣະຜູ້ເປັນເຈົ້າຂອງທຸກສິ່ງທີ່ສ້າງຂຶ້ນ? ພວກເຂົາຈະສືບຕໍ່ເຊື່ອວ່າເຮົາມີຕົວຕົນໃນສະຫວັນໄດ້ແນວໃດ? ພວກເຂົາຈະຄົ້ນພົບການສະແດງສະຫງ່າລາສີຂອງເຮົາເທິງແຜ່ນດິນໂລກນີ້ໄດ້ແນວໃດ? ພວກຫຼານຊາຍ ຫຼານສາວເຫຼົ່ານີ້ຈະຮັບເອົາພຣະເຈົ້າທີ່ບັນພະບຸລຸດຂອງພວກເຂົາຢໍາເກງວ່າເປັນພຣະຜູ້ເປັນເຈົ້າທີ່ສ້າງພວກເຂົາໄດ້ແນວໃດ? ພວກຫຼານຊາຍ ແລະ ຫຼານສາວທີ່ໜ້າອະນາດເຫຼົ່ານີ້ໄດ້ເຕັມໃຈ “ສະເໜີ” ຄວາມສະຫງ່າລາສີ, ໜ້າຕາ ແລະ ຄໍາພະຍານທີ່ເຮົາມອບໃຫ້ແກ່ອາດາມ ແລະ ເອວາ ໃຫ້ກັບມານຮ້າຍໄປໝົດ. ພ້ອມທັງຊີວິດທີ່ເຮົາມອບໃຫ້ແກ່ມະນຸດ ເຊິ່ງພວກເຂົາໄດ້ອາໄສມັນເພື່ອຄວາມຢູ່ລອດ; ແລະ ພວກເຂົາບໍ່ສົນໃຈຕໍ່ການເປັນຢູ່ຂອງສິ່ງຊົ່ວຮ້າຍແທ້ໆ ແລະ ໄດ້ມອບຄວາມສະຫງ່າລາສີຂອງເຮົາທັງໝົດມອບໃຫ້ມັນ. ນີ້ບໍ່ແມ່ນແຫຼ່ງທີ່ມາຂອງຄໍາວ່າ “ຕໍ່າຊາມ” ບໍ? ແລ້ວຈະໃຫ້ພວກມະນຸດ, ພວກມານຊົ່ວຮ້າຍ, ພວກຊາກຜີດິບ, ພວກຕົວຢ່າງຂອງຊາຕານ ແລະ ສັດຕູດັ່ງກ່າວຂອງເຮົາຮັບເອົາຄວາມສະຫງ່າລາສີຂອງເຮົາໄດ້ແນວໃດ? ເຮົາຈະຍຶດຄວາມສະຫງ່າລາສີຂອງເຮົາ, ຍຶດຄໍາພະຍານຂອງເຮົາທີ່ມີໃນບັນດາມະນຸດ ແລະ ທຸກສິ່ງທີ່ເປັນຂອງເຮົາທີ່ເຮົາມອບໃຫ້ມະນຸດໃນເມື່ອກ່ອນນັ້ນຄືນມາ. ເຮົາຈະເອົາຊະນະມະນຸດທັງໝົດ. ແຕ່ວ່າ ເຈົ້າຄວນຮູ້ວ່າ ມະນຸດທີ່ເຮົາສ້າງນັ້ນແມ່ນເປັນຄົນບໍລິສຸດທີ່ເປັນໜ້າຕາ ແລະ ເປັນກຽດຕິຍົດຂອງເຮົາ. ພວກເຂົາບໍ່ແມ່ນຄົນຂອງຊາຕານ ຫຼື ຢູ່ພາຍໃຕ້ການຢຽບຢໍ່າຂອງມັນ ແຕ່ພວກເຂົາເປັນຕົວຢ່າງຂອງເຮົາທີ່ປາສະຈາກພິດຊົ່ວຮ້າຍຂອງຊາຕານ. ສະນັ້ນ ເຮົາແຈ້ງແກ່ມະນຸດຮູ້ວ່າ ເຮົາຕ້ອງການແຕ່ຜູ້ທີ່ເຮົາສ້າງດ້ວຍກໍາມືຂອງເຮົາ ແລະ ຜູ້ທີ່ບໍລິສຸດທີ່ເຮົາຮັກ ແລະ ຜູ້ທີ່ບໍ່ເປັນຄົນຢູ່ພາຍໃຕ້ອໍານາດໃດໆ. ນອກນັ້ນ ເຮົາຈະຊື່ນຊົມໃນຕົວພວກເຂົາ ແລະ ພິຈາລະນາພວກເຂົາໃຫ້ເປັນກຽດຕິຍົດຂອງເຮົາ. ແນວໃດກໍຕາມ ສິ່ງທີ່ເຮົາຕ້ອງການບໍ່ແມ່ນມະນຸດທີ່ຖືກເສື່ອມໂຊມດ້ວຍຊາຕານ, ທີ່ເປັນຄົນຂອງຊາຕານໃນປັດຈຸບັນ ແລະ ເປັນຄົນທີ່ບໍ່ແມ່ນເຮົາສ້າງດັ່ງເດີມ. ເນື່ອງຈາກວ່າເຮົາມີຈຸດປະສົງທີ່ຈະຍຶດເອົາກຽດຕິຍົດຂອງເຮົາໃນໂລກມະນຸດຄືນມາ, ເຮົາຈະເອົາຊະນະຜູ້ຢູ່ລອດພົ້ນໃນບັນດາມະນຸດຊາດ ເພື່ອພິສູດຄວາມຍິ່ງໃຫຍ່ໃນການເອົາຊະນະຊາຕານ. ເຮົາຮັບເອົາແຕ່ຄໍາພະຍານທີ່ເປັນແກ້ວປະເສີດສໍາລັບເຮົາ ແລະ ເປັນສິ່ງທີ່ເຮົາຊື່ນຊົມ. ນີ້ແມ່ນເຈດຕະນາຂອງເຮົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເປັນຄົນທີ່ແທ້ຈິງໝາຍເຖິງຫຍັງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ