ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 349
04 ເດືອນກັນຍາ 2025
ປະຫວັດສາດໄດ້ໃຊ້ຫຼາຍສິບຫຼາຍພັນກວ່າປີເພື່ອທີ່ມະນຸດຊາດຈະມາຮອດຈຸດທີ່ຕົນຢູ່ໃນປັດຈຸບັນ ແຕ່ມະນຸດຊາດທີ່ເຮົາໄດ້ສ້າງຂຶ້ນໃນຕອນຕົ້ນໄດ້ຈົມລົງໄປໃນຄວາມເສື່ອມຊາມແຕ່ດົນນານແລ້ວ. ມະນຸດຊາດບໍ່ແມ່ນມະນຸດຊາດທີ່ເຮົາປາຖະໜາອີກຕໍ່ໄປ ແລະ ດ້ວຍເຫດນັ້ນ ໃນສາຍຕາຂອງເຮົາ ຜູ້ຄົນຈຶ່ງບໍ່ຄູ່ຄວນທີ່ຈະໄດ້ຮັບຊື່ຂອງມະນຸດຊາດອີກຕໍ່ໄປ. ກົງກັນຂ້າມ, ພວກເຂົາແມ່ນມະນຸດຊາດຊັ້ນຕໍ່າທີ່ຊາຕານໄດ້ຈັບເປັນຊະເລີຍ, ແມ່ນຊາກສົບເນົ່າເປື່ອຍທີ່ຍ່າງໄດ້ທີ່ຊາຕານອາໄສຢູ່ ແລະ ເປັນສິ່ງທີ່ຊາຕານເອົາມາໃສ່ໃຫ້ຕົວມັນເອງ. ຜູ້ຄົນບໍ່ເຊື່ອໝັ້ນໃນການມີຢູ່ຂອງເຮົາ ແລະ ພວກເຂົາບໍ່ຕ້ອນຮັບການມາຂອງເຮົາ. ມະນຸດຊາດພຽງແຕ່ຕອບສະໜອງຄໍາຮ້ອງຂໍຂອງເຮົາແບບບໍ່ພໍໃຈ ໂດຍທີ່ຍອມເຮັດຕາມສິ່ງເຫຼົ່ານັ້ນຢ່າງຊົ່ວຄາວ ແລະ ບໍ່ແບ່ງປັນຄວາມສຸກ ແລະ ຄວາມເສຍໃຈໃນຊີວິດກັບເຮົາຢ່າງຈິງໃຈ. ເນື່ອງຈາກຜູ້ຄົນເຫັນເຮົາເປັນສິ່ງທີ່ລຶກລັບທີ່ເຂົ້າໃຈຍາກ, ພວກເຂົາຈຶ່ງທໍາທ່າຍິ້ມໃສ່ເຮົາແບບບໍ່ພໍໃຈ, ສ້າງນິໄສປະຈົບປະແຈງກັບຜູ້ມີອໍານາດ ຍ້ອນວ່າ ຜູ້ຄົນບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງເຮົາ ແລ້ວແຮງໄກທີ່ຈະຮູ້ເຖິງເຈດຕະນາຂອງເຮົາໃນປັດຈຸບັນ. ເຮົາຈະຂໍເວົ້າຢ່າງເປີດເຜີຍກັບພວກເຈົ້າດັ່ງນີ້: ເມື່ອວັນນັ້ນມາເຖິງ ຜູ້ທີ່ນະມັດສະການເຮົາຈະແບກຮັບຄວາມທຸກທໍລະມານໄດ້ງ່າຍກວ່າພວກເຈົ້າ. ໃນຄວາມເປັນຈິງແລ້ວ ລະດັບຄວາມເຊື່ອຂອງພວກເຈົ້າໃນຕົວເຮົາບໍ່ໄດ້ເໜືອຄວາມເຊື່ອຂອງໂຢບໄດ້, ແມ່ນແຕ່ຄວາມເຊື່ອຂອງພວກຟາຣີຊາຍທີ່ເປັນຢິວກໍຍັງຫຼາຍກວ່າຂອງພວກເຈົ້າແລ້ວ, ສະນັ້ນ ຖ້າວັນແຫ່ງການເຜົາໄໝ້ລົງມາ ຄວາມທຸກທໍລະມານຂອງພວກເຈົ້າຈະຮ້າຍແຮງກວ່າພວກຟາຣີຊາຍໃນຕອນພວກເຂົາຖືກຕໍານິຕິຕຽນໂດຍພຣະເຢຊູອີກ, ຮ້າຍແຮງກວ່າພວກຜູ້ນໍາ 250 ຄົນທີ່ຕໍ່ຕ້ານໂມເຊ ແລະ ຮ້າຍແຮງກວ່າເມືອງໂຊໂດມທີ່ຢູ່ພາຍໃຕ້ແປວໄຟເຜົາໄໝ້ທີ່ມັນກຳລັງທຳລາຍລ້າງ. ເມື່ອໂມເຊຕີກ້ອນຫີນ ແລ້ວນໍ້າທີ່ປະທານໂດຍພຣະເຢໂຮວາກໍໄຫຼພຸ່ງອອກມາ ນັ້ນກໍຍ້ອນມາຈາກຄວາມສັດທາຂອງໂມເຊ. ເມື່ອເດວິດຫຼິ້ນພີນສັນລະເສີນເຮົາ ກໍຄືພຣະເຢໂຮວາ ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມສຸກ ກໍຍ້ອນຄວາມສັດທາຂອງເດວິດ. ໂຢບສູນເສຍສັດລ້ຽງທີ່ເຕັມພູເຂົາ ແລະ ຄວາມຮັ່ງມີຢ່າງມະຫາສານ ແລະ ຕົນຕົວກໍເຕັມໄປດ້ວຍຕຸ່ມໜອງ ກໍຍ້ອນຄວາມສັດທາຂອງລາວ. ເມື່ອລາວສາມາດໄດ້ຍິນສຽງຂອງເຮົາ ກໍຄືພຣະເຢໂຮວາ ແລະ ເຫັນຄວາມສະຫງ່າລາສີຂອງເຮົາ ກໍຄືພຣະເຢໂຮວາ ນັ້ນກໍຍ້ອນຄວາມສັດທາຂອງລາວ. ເປໂຕສາມາດຕິດຕາມພຣະເຢຊູຄຣິດ ກໍຍ້ອນຄວາມສັດທາຂອງເປໂຕ. ລາວຖືກຕອກຕະປູຄຶງໃສ່ໄມ້ກາງແຂນເພື່ອເຮົາ ແລະ ເພື່ອມອບປະຈັກພະຍານອັນຍິ່ງໃຫຍ່ໃຫ້ແດ່ເຮົາ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ໂຢຮັນໄດ້ເຫັນຮູບຮ່າງອັນສະຫງ່າລາສີຂອງພຣະບຸດມະນຸດ ກໍຍ້ອນຄວາມສັດທາຂອງໂຢຮັນ. ລາວໄດ້ເຫັນນິມິດແຫ່ງຍຸກສຸດທ້າຍ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ສາເຫດກຸ່ມທີ່ຖືກເອີ້ນວ່າ ຕ່າງຊາດທັງຫຼາຍໄດ້ຮັບການເປີດເຜີຍຈາກເຮົາ ແລະ ມາຮູ້ຈັກວ່າເຮົາ ໄດ້ກັບຄືນມາໃນຮ່າງກາຍມະນຸດເພື່ອກະທໍາພາລະກິດໃນທ່າມກາງມະນຸດ ກໍຍ້ອນຄວາມສັດທາຂອງພວກເຂົາເຊັ່ນກັນ. ທຸກຄົນທີ່ຖືກຂ້ຽນຕີໂດຍພຣະທຳທີ່ຮຸນແຮງຂອງເຮົາ ແລະ ຍັງຖືກປອບໃຈໂດຍພຣະທຳເຫຼົ່ານັ້ນ ແລະ ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາບໍ່ໄດ້ຖືກປະຕິບັດແບບນັ້ນຍ້ອນຄວາມເຊື່ອຂອງພວກເຂົາບໍ? ຜູ້ທີ່ເຊື່ອໃນຕົວເຮົາ ແຕ່ຍັງທົນທຸກທໍລະມານຢູ່ກັບຄວາມທຸກຍາກຢູ່ນັ້ນ ພວກເຂົາບໍ່ໄດ້ຖືກປະຕິເສດຈາກໂລກນີ້ເຊັ່ນກັນບໍ? ຜູ້ທີ່ໃຊ້ຊີວິດຢູ່ນອກພຣະທໍາຂອງເຮົາ ໂດຍຫຼົບໜີການທໍລະມານແຫ່ງການທົດລອງ, ພວກເຂົາທຸກຄົນບໍ່ແມ່ນກໍາລັງລ່ອງລອຍທົ່ວໂລກນີ້ບໍ? ພວກເຂົາປຽບເໝືອນໃບໄມ້ຍາມລະດູໃບໄມ້ຫຼົ່ນທີ່ຖືກລົມພັດໄປທົ່ວທຸກແຫ່ງຫົນ ໂດຍທີ່ບໍ່ມີບ່ອນໃຫ້ພັກ ແລ້ວແຮງໄກທີ່ຈະໄດ້ຮັບພຣະທໍາແຫ່ງການປອບໃຈຂອງເຮົາ. ເຖິງແມ່ນວ່າ ການຂ້ຽນຕີ ແລະ ການຫຼໍ່ຫຼອມຂອງເຮົາບໍ່ໄດ້ຕິດຕາມພວກເຂົາ ແຕ່ພວກເຂົາບໍ່ແມ່ນຄົນຂໍທານບໍ ທີ່ລ່ອງລອຍໄປບ່ອນນັ້ນບ່ອນນີ້ ໂດຍຍ່າງໄປມາຕາມຖະໜົນຢູ່ນອກອານາຈັກສະຫວັນ? ໂລກນີ້ເປັນບ່ອນທີ່ເຈົ້າພັກເຊົາແທ້ບໍ? ເຈົ້າສາມາດໄດ້ຮັບຮອຍຍິ້ມທີ່ເລື່ອນລາງທີ່ສຸດແຫ່ງຄວາມພໍໃຈຈາກໂລກນີ້ແທ້ບໍ ໂດຍການຫຼີກຫຼ່ຽງການຂ້ຽນຕີຂອງເຮົາ? ເຈົ້າສາມາດໃຊ້ຄວາມສຸກໄລຍະສັ້ນໆຂອງເຈົ້າເພື່ອປົກປິດຄວາມວ່າງເປົ່າໃນຫົວໃຈຂອງເຈົ້າ ເຊິ່ງເປັນຄວາມວ່າງເປົ່າທີ່ບໍ່ສາມາດປົກປິດໄດ້ແທ້ບໍ? ເຈົ້າອາດຈະສາມາດຫຼອກລວງທຸກຄົນໃນຄອບຄົວຂອງເຈົ້າໄດ້ ແຕ່ເຈົ້າບໍ່ສາມາດຫຼອກລວງເຮົາໄດ້. ເພາະວ່າຄວາມເຊື່ອຂອງເຈົ້າແມ່ນມີໜ້ອຍເກີນໄປ, ຈົນເຖິງປັດຈຸບັນນີ້ ເຈົ້າຈຶ່ງອ່ອນແອທີ່ຈະຄົ້ນຫາຄວາມສຸກທີ່ຊີວິດມີໃຫ້. ເຮົາຂໍກະຕຸ້ນໃຫ້ເຈົ້າ: ໃຊ້ເຄິ່ງຊີວິດຂອງເຈົ້າເພື່ອເຮົາຢ່າງຈິງໃຈຈະດີກວ່າການໃຊ້ຊີວິດທັງຊີວິດໃນສະພາບທໍາມະດາ ແລະ ວຸ້ນວາຍຢູ່ກັບເນື້ອໜັງ ໂດຍທົນທຸກກັບຄວາມຍາກລໍາບາກທີ່ມະນຸດບໍ່ອາດສາມາດທົນໄດ້. ມັນມີຈຸດປະສົງຫຍັງທີ່ຈະຍົກຄຸນຄ່າຕົນເອງສູງເຖິງຂະໜາດນັ້ນ ແລະ ຫຼົບໜີຈາກການຂ້ຽນຕີຂອງເຮົາ? ມັນມີຈຸດປະສົງຫຍັງທີ່ຈະເຊື່ອງຕົນເອງຈາກການຂ້ຽນຕີຊົ່ວຄາວຂອງເຮົາພຽງແຕ່ໄດ້ຮັບຄວາມອັບອາຍຂາຍໜ້າຊົ່ວນິດນິລັນ ແລະ ການຂ້ຽນຕີຕະຫຼອດໄປເທົ່ານັ້ນ? ໃນຄວາມຈິງແລ້ວ, ເຮົາບໍ່ໄດ້ບັງຄັບໃຫ້ໃຜເຮັດຕາມຂໍ້ກໍານົດຂອງເຮົາ. ຖ້າຜູ້ໃດຜູ້ໜຶ່ງເຕັມໃຈຍອມອ່ອນນ້ອມຕໍ່ແຜນການທັງໝົດຂອງເຮົາຢ່າງແທ້ຈິງ, ເຮົາຈະບໍ່ປະຕິບັດຕໍ່ພວກເຂົາຢ່າງບໍ່ດີ. ແຕ່ເຮົາຕ້ອງການໃຫ້ທຸກຄົນເຊື່ອໃນຕົວເຮົາຄືດັ່ງໂຢບໄດ້ເຊື່ອໃນຕົວເຮົາ ເຊິ່ງນັ້ນກໍຄືພຣະເຢໂຮວາ. ຖ້າຄວາມເຊື່ອຂອງພວກເຈົ້າສູງກວ່າໂທມາ, ແລ້ວຄວາມເຊື່ອຂອງພວກເຈົ້າກໍຈະໄດ້ຮັບການຍ້ອງຍໍຈາກເຮົາ, ພວກເຈົ້າຈະພົບເຫັນຄວາມສຸກໃນຄວາມຈົງຮັກພັກດີຂອງພວກເຈົ້າ ແລະ ພວກເຈົ້າຈະໄດ້ຮັບສະຫງ່າລາສີຂອງເຮົາໃນວັນຂອງພວກເຈົ້າ. ຢ່າງໃດກໍຕາມ, ຜູ້ຄົນທີ່ເຊື່ອໃນໂລກ ແລະ ເຊື່ອໃນມານຮ້າຍ ແມ່ນໄດ້ເຮັດໃຫ້ຈິດໃຈຂອງພວກເຂົາແຂງກະດ້າງ ຄືກັບຜູ້ຄົນຂອງເມືອງໂຊໂດມ ໂດຍທີ່ມີເມັດຊາຍທີ່ລົມພັດມາເຕັມໃນດວງຕາຂອງພວກເຂົາ ແລະ ມີຂອງຖວາຍຈາກມານຮ້າຍໃນປາກຂອງພວກເຂົາ ແລະ ໃນຈິດໃຈຂອງພວກເຂົາແມ່ນຖືກຄອບງຳໂດຍສິ່ງຊົ່ວຮ້າຍທີ່ໄດ້ຍຶດເອົາໂລກແຕ່ດົນນານແລ້ວ. ຄວາມຄິດຂອງພວກເຂົາໄດ້ຖືກຈັບໃຫ້ເປັນຊະເລີຍໂດຍມານຮ້າຍໃນສະໄໝບູຮານ. ສະນັ້ນ, ຄວາມເຊື່ອຂອງມະນຸດໄດ້ຖືກພັດໄປກັບລົມ ແລະ ພວກເຂົາບໍ່ສາມາດແມ່ນແຕ່ຈະສັງເກດເຫັນພາລະກິດຂອງເຮົາ. ສິ່ງທີ່ພວກເຂົາສາມາດເຮັດໄດ້ກໍພຽງແຕ່ພະຍາຍາມດ້ວຍຄວາມອ່ອນແອໃນການປະຕິບັດຕໍ່ພາລະກິດຂອງເຮົາແບບພໍເປັນພິທີ ຫຼື ວິເຄາະມັນຢ່າງຫຍາບໆ ເພາະວ່າ ພວກເຂົາໄດ້ຖືກພິດຂອງຊາຕານຄອບງຳແຕ່ດົນນານແລ້ວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເປັນຄົນທີ່ແທ້ຈິງໝາຍເຖິງຫຍັງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ