ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 351
04 ເດືອນກັນຍາ 2025
ເຮົາໄດ້ຊອກຫາຫຼາຍຄົນໃນໂລກທີ່ຈະເປັນຜູ້ຕິດຕາມຂອງເຮົາ. ໃນບັນດາຜູ້ຕິດຕາມທຸກຄົນນີ້, ມີຄົນທີ່ຮັບໃຊ້ເປັນນັກບວດ, ຄົນທີ່ນໍາພາ, ຄົນທີ່ເປັນບຸດຂອງພຣະເຈົ້າ, ຄົນທີ່ເປັນຄົນຂອງພຣະເຈົ້າ ແລະ ຄົນທີ່ເຮັດວຽກງານຮັບໃຊ້. ເຮົາໄດ້ຈັດແບ່ງພວກເຂົາອອກເປັນກຸ່ມໂດຍອີງຕາມຄວາມຈົງຮັກພັກດີທີ່ພວກເຂົາສະແດງຕໍ່ເຮົາ. ເມື່ອທຸກຄົນໄດ້ຖືກຈໍາແນກອອກຕາມປະເພດຂອງພວກເຂົາ ນັ້ນກໍ່ຄື ເມື່ອທໍາມະຊາດຂອງຄົນແຕ່ລະປະເພດໄດ້ຖືກເປີດເຜີຍ, ເຮົາຈະຖືເອົາພວກເຂົາແຕ່ລະຄົນຢູ່ທ່າມກາງປະເພດທີ່ຊອບທຳຂອງພວກເຂົາ ແລະ ຈັດວາງແຕ່ລະປະເພດເຂົ້າໃສ່ບ່ອນທີ່ເໝາະສົມຂອງພວກເຂົາ ເພື່ອບັນລຸເປົ້າໝາຍແຫ່ງຄວາມລອດພົ້ນຂອງເຮົາຕໍ່ມະນຸດຊາດ. ໃນກຸ່ມຕ່າງໆ, ເຮົາເອີ້ນເອົາຄົນທີ່ເຮົາປາຖະໜາຈະຊ່ວຍໃຫ້ເຂົ້າສູ່ເຮືອນຂອງເຮົາ, ແລ້ວຫຼັງຈາກນັ້ນ ເຮົາກໍ່ຈະເຮັດໃຫ້ພວກເຂົາທຸກຄົນຍອມຮັບເອົາພາລະກິດໃນຍຸກສຸດທ້າຍຂອງເຮົາ. ໃນເວລາດຽວກັນນັ້ນ, ເຮົາຈໍາແນກພວກເຂົາຕາມປະເພດ, ແລ້ວໃຫ້ລາງວັນ ຫຼື ລົງໂທດແຕ່ລະຄົນບົນພື້ນຖານການກະທໍາຂອງພວກເຂົາ. ນີ້ຄືຂັ້ນຕອນທີ່ປະກອບເປັນພາລະກິດຂອງເຮົາ.
ມື້ນີ້, ເຮົາດໍາລົງຊີວິດຢູ່ເທິງໂລກ ແລະ ເຮົາດໍາລົງຊີວິດຢູ່ທ່າມກາງມະນຸດ. ຜູ້ຄົນໄດ້ປະສົບກັບພາລະກິດຂອງເຮົາ ແລະ ເຝົ້າເບິ່ງຖ້ອຍຄຳຂອງເຮົາ ແລະ ພ້ອມກັນນີ້ ເຮົາກໍ່ປະທານຄວາມຈິງທັງໝົດໃຫ້ກັບຜູ້ຕິດຕາມຂອງເຮົາແຕ່ລະຄົນ ເພື່ອທີ່ພວກເຂົາອາດຈະໄດ້ຮັບຊີວິດຈາກເຮົາ ແລະ ຮັບເອົາເສັ້ນທາງທີ່ພວກເຂົາກ້າວເດີນ. ຍ້ອນເຮົາຄືພຣະເຈົ້າ, ຜູ້ໃຫ້ຊີວິດ. ໃນລະຫວ່າງເວລາຫຼາຍປີໃນພາລະກິດຂອງເຮົາ, ຜູ້ຄົນໄດ້ຮັບຫຼາຍຢ່າງ ແລະ ປະຖິ້ມຫຼາຍຢ່າງ, ແຕ່ເຖິງຢ່າງນັ້ນ ເຮົາກໍ່ຍັງເວົ້າໄດ້ວ່າພວກເຂົາບໍ່ເຊື່ອໃນເຮົາຢ່າງແທ້ຈິງ. ຍ້ອນຜູ້ຄົນພຽງແຕ່ຍອມຮັບດ້ວຍປາກຂອງພວກເຂົາວ່າເຮົາເປັນພຣະເຈົ້າ, ແຕ່ພວກເຂົາບໍ່ເຫັນດ້ວຍກັບຄວາມຈິງທີ່ເຮົາເວົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ປະຕິບັດຄວາມຈິງທີ່ເຮົາຮ້ອງຂໍຈາກພວກເຂົາ. ນັ້ນໝາຍຄວາມວ່າ ຜູ້ຄົນຮັບຮູ້ພຽງແຕ່ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບດ້ວຍຄວາມຈິງ; ຜູ້ຄົນຍອມຮັບພຽງແຕ່ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບຊີວິດ; ຜູ້ຄົນຍອມຮັບພຽງແຕ່ພຣະນາມຂອງພຣະເຈົ້າ, ແຕ່ບໍ່ຍອມຮັບແກ່ນແທ້ຂອງພຣະອົງ. ເຮົາລັງກຽດພວກເຂົາຍ້ອນຄວາມກະຕືລືລົ້ນຂອງພວກເຂົາ, ຍ້ອນພວກເຂົາພຽງແຕ່ໃຊ້ຄໍາເວົ້າທີ່ມ່ວນຫູເພື່ອຫຼອກລວງເຮົາ; ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ນະມັດສະການເຮົາຢ່າງແທ້ຈິງ. ຄໍາເວົ້າຂອງພວກເຈົ້າປະກອບມີການລໍ້ລວງຂອງງູພິດ; ຍິ່ງໄປກວ່ານັ້ນ, ພວກມັນຈອງຫອງຢ່າງສຸດຂີດ, ເປັນຄໍາປະກາດຢ່າງແທ້ຈິງຂອງຫົວໜ້າທູດສະຫວັນ. ຍິ່ງໄປກວ່ານັ້ນ, ການກະທໍາຂອງພວກເຈົ້າຈີກຂາດ ແລະ ແຕກຫັກຈົນເປັນຕາອັບອາຍ; ຄວາມປາດຖະໜາທີ່ເກີນຂອບເຂດ ແລະ ເຈດຕະນາທີ່ໂລບມາກຂອງພວກເຈົ້າເປັນສິ່ງທີ່ບໍ່ເປັນຕາຟັງ. ພວກເຈົ້າທຸກຄົນໄດ້ກາຍເປັນມອດໃນເຮືອນຂອງເຮົາ, ເປັນສິ່ງຂອງທີ່ຈະຖືກປະຕິເສດໂດຍເຮົາ. ຍ້ອນບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ຮັກຄວາມຈິງ; ກົງກັນຂ້າມ, ພວກເຈົ້າປາດຖະໜາເພື່ອຮັບພອນ, ເພື່ອຂຶ້ນສູ່ສະຫວັນ, ເພື່ອເບິ່ງນິມິດທີ່ສະຫງ່າຜ່າເຜີຍຂອງພຣະຄຣິດທີ່ມີລິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ. ແຕ່ພວກເຈົ້າເຄີຍຄິດບໍວ່າຄົນແບບພວກເຈົ້າ ເຊິ່ງເປັນຄົນທີ່ເສື່ອມຊາມຢ່າງຮ້າຍແຮງ ແລະ ເປັນຄົນທີ່ບໍ່ຮູ້ຈັກເລີຍວ່າພຣະເຈົ້າຄືຫຍັງ, ສົມຄວນທີ່ຈະຕິດຕາມພຣະເຈົ້າໄດ້ແນວໃດ? ພວກເຈົ້າຈະສາມາດຂຶ້ນສູ່ສະຫວັນໄດ້ຢ່າງໃດ? ເຈົ້າສົມຄວນທີ່ຈະເບິ່ງສາກອັນສະຫງ່າຜາເຜີຍແບບນັ້ນ ເຊິ່ງເປັນສາກງົດງາມທີ່ບໍ່ເຄີຍມີມາກ່ອນໄດ້ແນວໃດ? ປາກຂອງພວກເຈົ້າເຕັມໄປດ້ວຍຄຳເວົ້າທີ່ຫຼອກລວງ ແລະ ສົກກະປົກ, ການທໍລະຍົດ ແລະ ຄວາມຍິ່ງຍະໂສ. ພວກເຈົ້າບໍ່ເຄີຍເວົ້າຖ້ອຍຄໍາທີ່ຈິງໃຈຕໍ່ເຮົາ, ບໍ່ມີຖ້ອຍຄໍາໃດທີ່ບໍລິສຸດ, ບໍ່ມີຖ້ອຍຄໍາໃດທີ່ສະແດງເຖິງການຍອມອ່ອນນ້ອມເຮົາເມື່ອຜະເຊີນພຣະທໍາຂອງເຮົາ. ໃນທີ່ສຸດແລ້ວ, ຄວາມເຊື່ອຂອງພວກເຈົ້າເປັນແນວໃດແທ້? ຫົວໃຈຂອງພວກເຈົ້າມີພຽງແຕ່ຄວາມປາຖະໜາ ແລະ ເງິນ, ຄວາມຄິດຂອງພວກເຈົ້າມີພຽງແຕ່ວັດຖຸສິ່ງຂອງ. ແຕ່ລະມື້, ພວກເຈົ້າຄິດໄລ່ເບິ່ງວ່າຈະຮັບສິ່ງຕ່າງໆຈາກເຮົາໄດ້ແນວໃດ. ແຕ່ລະມື້, ພວກເຈົ້ານັບເບິ່ງວ່າໄດ້ຮັບຄວາມຮັ່ງມີ ແລະ ວັດຖຸສິ່ງຂອງຈາກເຮົາຫຼາຍປານໃດ. ແຕ່ລະມື້, ເຈົ້າລໍຄອຍໃຫ້ພອນຖອກເທລົງໃສ່ພວກເຈົ້າ ເພື່ອວ່າພວກເຈົ້າອາດມີຄວາມສຸກກັບສິ່ງຕ່າງໆທີ່ອາດເຮັດໃຫ້ມີຄວາມສຸກໃນປະລິມານທີ່ຫຼາຍຂຶ້ນ ແລະ ມາດຕະຖານທີ່ສູງຂຶ້ນ. ສິ່ງທີ່ຢູ່ໃນຄວາມຄິດຂອງພວກເຈົ້າໃນທຸກຊ່ວງເວລານັ້ນບໍ່ແມ່ນເຮົາ ແລະ ບໍ່ແມ່ນຄວາມຈິງທີ່ມາຈາກເຮົາ, ແຕ່ກົງກັນຂ້າມເປັນສາມີ ຫຼື ພັນລະຍາຂອງພວກເຈົ້າ, ລູກຊາຍ, ລູກສາວ ຫຼື ສິ່ງຕ່າງໆທີ່ພວກເຈົ້າກິນ ແລະ ສວມໃສ່. ພວກເຈົ້າຄິດວ່າເຈົ້າຈະສາມາດຮັບເອົາຄວາມສຸກທີ່ຫຼາຍຂຶ້ນ ແລະ ສູງສົ່ງຂຶ້ນໄດ້ແນວໃດ. ແຕ່ເຖິງແມ່ນເມື່ອພວກເຈົ້າຍັດອາຫານໃສ່ທ້ອງຈົນແໜ້ນ, ພວກເຈົ້າກໍ່ບໍ່ໄດ້ເປັນພຽງຊາກສົບບໍ? ເຖິງແມ່ນເມື່ອພວກເຈົ້າຕົບແຕ່ງຕົນເອງດ້ວຍເຄື່ອງອາພອນທີ່ສວຍງາມໃນພາຍນອກ, ພວກເຈົ້າກໍ່ບໍ່ໄດ້ເປັນພຽງຊາກສົບທີ່ຍ່າງໄດ້ແຕ່ບໍ່ມີຊີວິດບໍ? ພວກເຈົ້າເຮັດວຽກຢ່າງໜັກເພື່ອທ້ອງຂອງຕົນຈົນຜົມຂອງພວກເຈົ້າຫງອກ, ເຖິງປານນັ້ນກໍ່ບໍ່ມີພວກເຈົ້າຄົນໃດທີ່ຍອມສະຫຼະແມ່ນແຕ່ຜົມເສັ້ນດຽວເພື່ອພາລະກິດຂອງເຮົາ. ພວກເຈົ້າຫຍຸ້ງວຸ້ນວາຍຢູ່ຕະຫຼອດ, ໃຊ້ຮ່າງກາຍຢ່າງໜັກ ແລະ ທໍລະມານສະໝອງຕົນເອງເພື່ອເຫັນແກ່ເນື້ອໜັງຂອງເຈົ້າເອງ ແລະ ເພື່ອລູກຊາຍ ແລະ ລູກສາວຂອງພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍ່ບໍ່ມີພວກເຈົ້າຄົນໃດທີ່ກັງວົນ ຫຼື ເປັນຫ່ວງເຈດຕະນາຂອງເຮົາ. ເປັນຫຍັງພວກເຈົ້າຈຶ່ງຍັງຫວັງຈະໄດ້ຮັບສິ່ງຕ່າງໆຈາກເຮົາ?
ເມື່ອເຮົາເຮັດພາລະກິດ, ເຮົາບໍ່ເຄີຍຮີບຮ້ອນ. ບໍ່ວ່າຜູ້ຄົນຈະຕິດຕາມເຮົາແນວໃດກໍ່ຕາມ, ເຮົາເຮັດພາລະກິດຂອງເຮົາຕາມຂັ້ນຕອນແຕ່ລະຂັ້ນ, ຕາມແຜນການຂອງເຮົາ. ສະນັ້ນ, ເຖິງແມ່ນວ່າພວກເຈົ້າທຸກຄົນຈະກະບົດຕໍ່ເຮົາ, ເຮົາກໍ່ຍັງເຮັດພາລະກິດໂດຍບໍ່ຢຸດເຊົາ ແລະ ເຮົາຍັງຄົງສືບຕໍ່ກ່າວພຣະທໍາທີ່ເຮົາຕ້ອງກ່າວ. ເຮົາເອີ້ນເອົາຜູ້ຄົນທີ່ເຮົາໄດ້ກໍານົດໄວ້ລ່ວງໜ້າມາສູ່ເຮືອນຂອງເຮົາ ເພື່ອວ່າພວກເຂົາອາດກາຍເປັນຜູ້ຮັບຟັງພຣະທໍາຂອງເຮົາ. ເຮົາຈະນໍາເອົາທຸກຄົນທີ່ຍອມອ່ອນນ້ອມຕໍ່ພຣະທຳຂອງເຮົາ, ຄົນທີ່ປາຖະໜາຫາພຣະທໍາຂອງເຮົາມາຢູ່ຕໍ່ໜ້າບັນລັງຂອງເຮົາ; ທຸກຄົນທີ່ຫັນຫຼັງໃສ່ພຣະທໍາຂອງເຮົາ, ຄົນທີ່ບໍ່ເຊື່ອຟັງ ຫຼື ອ່ອນນ້ອມຕໍ່ເຮົາ ແລະ ຄົນທີ່ທ້າທາຍເຮົາຢ່າງເປີດເຜີຍ, ເຮົາຈະໂຍນລົງໄປອີກຂ້າງໜຶ່ງເພື່ອລໍຖ້າຮັບການລົງໂທດຄັ້ງສຸດທ້າຍຂອງພວກເຂົາ. ທຸກຄົນອາໄສຢູ່ທ່າມກາງຄວາມເສື່ອມຊາມ ແລະ ຢູ່ພາຍໃຕ້ມືຂອງສິ່ງຊົ່ວຮ້າຍ ແລະ ດ້ວຍເຫດນັ້ນ ບໍ່ມີຫຼາຍຄົນໃນບັນດາຄົນທີ່ຕິດຕາມເຮົາຈະປາດຖະໜາຫາຄວາມຈິງ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ໄດ້ນະມັດສະການເຮົາຢ່າງແທ້ຈິງ; ພວກເຂົາບໍ່ໄດ້ນະມັດສະການເຮົາດ້ວຍຄວາມຈິງ, ແຕ່ພະຍາຍາມຮັບເອົາຄວາມໄວ້ໃຈຂອງເຮົາຜ່ານຄວາມເສື່ອມຊາມ ແລະ ຄວາມກະບົດ, ດ້ວຍວິທີການທີ່ຫຼອກລວງ. ມັນເປັນຍ້ອນເຫດຜົນນີ້ເອງ, ເຮົາຈຶ່ງເວົ້າວ່າ: ຫຼາຍຄົນຖືກເອີ້ນມາ, ແຕ່ໜ້ອຍຄົນທີ່ຈະຖືກເລືອກ. ຄົນທີ່ຖືກເອີ້ນມາແມ່ນເສື່ອມຊາມຢ່າງສຸດໆ ແລະ ລ້ວນແລ້ວແຕ່ຢູ່ໃນຍຸກສະໄໝດຽວກັນ, ແຕ່ຜູ້ຄົນທີ່ຖືກເລືອກເປັນພຽງສ່ວນໜຶ່ງໃນພວກເຂົາ, ພວກເຂົາແມ່ນຄົນທີ່ເຊື່ອ ແລະ ຮັບຮູ້ໃນຄວາມຈິງ ແລະ ເປັນຄົນທີ່ປະຕິບັດຄວາມຈິງ. ຄົນເຫຼົ່ານີ້ເປັນພຽງຄົນສ່ວນໜ້ອຍຈາກກຸ່ມຄົນທັງໝົດ ແລະ ເຮົາຈະໄດ້ຮັບສະຫງ່າລາສີຫຼາຍຂຶ້ນຈາກພວກເຂົາ. ໂດຍວັດແທກຈາກຄໍາເວົ້າເຫຼົ່ານີ້, ພວກເຈົ້າຮູ້ບໍວ່າພວກເຈົ້າເປັນຄົນທີ່ໄດ້ຖືກເລືອກ ຫຼື ບໍ່? ຈຸດຈົບຂອງພວກເຈົ້າຈະເປັນແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຫຼາຍຄົນຖືກເອີ້ນ, ແຕ່ໜ້ອຍຄົນທີ່ຖືກເລືອກ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ