ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 356
04 ມີນາ 2026
ໃນຫົວໃຈຂອງເຈົ້ານັ້ນມີຄວາມລຶກລັບຢ່າງມະຫາສານ ທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ ຍ້ອນວ່າເຈົ້າດໍາລົງຊີວິດຢູ່ໃນໂລກທີ່ຂາດແສງສະຫວ່າງ. ຫົວໃຈ ແລະ ຈິດວິນຍານຂອງເຈົ້າໄດ້ຖືກຜູ້ທີ່ຊົ່ວຮ້າຍແຍ່ງເອົາໄປ. ດວງຕາຂອງເຈົ້າຖືກປິດບັງດ້ວຍຄວາມມືດ ແລະ ເຈົ້າບໍ່ສາມາດເຫັນແສງອາທິດໃນທ້ອງຟ້າ ຫຼື ດວງດາວທີ່ສ່ອງແສງແວວວາວໃນຄໍ່າຄືນ. ຫູຂອງເຈົ້າຖືກອຸດຕັນດ້ວຍຖ້ອຍຄໍາທີ່ຫຼອກລວງ ແລະ ເຈົ້າບໍ່ສາມາດໄດ້ຍິນສຽງຟ້າລັ່ນຂອງພຣະເຢໂຮວາ ຫຼື ສຽງແຫ່ງສາຍນໍ້າທີ່ໄຫຼຈາກບັນລັງ. ເຈົ້າໄດ້ສູນເສຍທຸກສິ່ງທີ່ເປັນຂອງເຈົ້າໂດຍຊອບທໍາ ແລະ ເສຍທຸກສິ່ງທີ່ອົງຊົງລິດທານຸພາບສູງສຸດໄດ້ປະທານໃຫ້ເຈົ້າ. ເຈົ້າໄດ້ເຂົ້າສູ່ທະເລແຫ່ງຄວາມທຸກທໍລະມານຢ່າງບໍ່ສິ້ນສຸດ, ບໍ່ມີແຮງທີ່ຈະຊ່ວຍເຈົ້າ, ບໍ່ມີຄວາມຫວັງແຫ່ງການຢູ່ລອດ, ເຈົ້າໄດ້ແຕ່ດີ້ນຮົນ ແລະ ແລ່ນວົກວົນໄປມາ... ແລ້ວຈາກຊ່ວງເວລານັ້ນເປັນຕົ້ນມາ ເຈົ້າກໍຖືກທໍລະມານໂດຍມານຜູ້ທີ່ຊົ່ວຮ້າຍ, ເຊິ່ງໄກຈາກພອນຂອງອົງຊົງລິດທານຸພາບສູງສຸດ, ໄກຈາກການສະໜອງຂອງອົງຊົງລິດທານຸພາບສູງສຸດ ແລະ ກໍາລັງຍ່າງຕາມເສັ້ນທາງທີ່ບໍ່ມີວັນຫວນຄືນ. ເອີ້ນຫາເປັນລ້ານຄັ້ງກໍບໍ່ສາມາດປຸກໃຈ ແລະ ຈິດວິນຍານຂອງເຈົ້າໄດ້. ເຈົ້ານອນຫຼັບສະບາຍໃນກໍາມືຂອງຜູ້ທີ່ຊົ່ວຮ້າຍ ເຊິ່ງແມ່ນຜູ້ທີ່ໄດ້ຫຼອກລວງເຈົ້າເຂົ້າສູ່ດິນແດນທີ່ບໍ່ມີຂອບເຂດ ໂດຍຂາດທິດທາງ ຫຼື ສິ່ງໝາຍບອກທາງ. ຈາກນັ້ນເຈົ້າຈຶ່ງສູນເສຍຄວາມໄຮ້ດຽງສາ ແລະ ຄວາມບໍລິສຸດດັ່ງເດີມຂອງເຈົ້າ ແລະ ເລີ່ມຫຼີກເວັ້ນການເບິ່ງແຍງຂອງອົງຊົງລິດທານຸພາບສູງສຸດ. ພາຍໃນໃຈຂອງເຈົ້າ, ຜູ້ທີ່ຊົ່ວຮ້າຍນຳພາເຈົ້າໃນທຸກເລື່ອງ ແລະ ໄດ້ກາຍເປັນຊີວິດຂອງເຈົ້າ. ເຈົ້າບໍ່ຢ້ານມັນ, ຫຼີກເວັ້ນມັນ ຫຼື ສົງໄສມັນອີກຕໍ່ໄປ; ກົງກັນຂ້າມ ເຈົ້າປະຕິບັດຕໍ່ມັນຄືດັ່ງພຣະເຈົ້າໃນຫົວໃຈຂອງເຈົ້າ. ເຈົ້າເລີ່ມບູຊາ ແລະ ນະມັດສະການເຂົາ ແລະ ພວກເຈົ້າທັງສອງໄດ້ກາຍມາເປັນຮ່າງກາຍ ແລະ ເງົາທີ່ບໍ່ສາມາດແຍກອອກຈາກກັນໄດ້ ໂດຍຍຶດໝັ້ນຕໍ່ກັນວ່າຈະເປັນ ແລະ ຕາຍນໍາກັນ. ເຈົ້າບໍ່ຮູ້ວ່າເຈົ້າມາຈາກໃສ, ສາເຫດໃດເຈົ້າຈຶ່ງເກີດມາ ຫຼື ເປັນຫຍັງເຈົ້າຈຶ່ງຕາຍ. ເຈົ້າເບິ່ງອົງຊົງລິດທານຸພາບສູງສຸດຄືດັ່ງຄົນແປກໜ້າ; ເຈົ້າບໍ່ຮູ້ຈັກຕົ້ນກໍາເນີດຂອງພຣະອົງ ແລ້ວແຮງໄກທີ່ຈະຮູ້ຈັກທຸກສິ່ງຢ່າງທີ່ພຣະອົງໄດ້ກະທໍາເພື່ອເຈົ້າ. ທຸກສິ່ງທີ່ມາຈາກພຣະອົງໄດ້ກາຍເປັນຄວາມກຽດຊັງສໍາລັບເຈົ້າ; ເຈົ້າບໍ່ຖະໜຸຖະໜອມມັນ ຫຼື ຮູ້ຈັກຄຸນຄ່າຂອງມັນເລີຍ. ເຈົ້າຍ່າງຄຽງຂ້າງຜູ້ທີ່ຊົ່ວຮ້າຍເລີ່ມຕັ້ງແຕ່ມື້ທີ່ເຈົ້າໄດ້ຮັບການສະໜອງຂອງອົງຊົງລິດທານຸພາບສູງສຸດ. ເຈົ້າໄດ້ຜ່ານຜ່າຟ້າລົມ ແລະ ພາຍຸກັບຜູ້ທີ່ຊົ່ວຮ້າຍມາເປັນເວລາຫຼາຍພັນປີ ແລະ ເຈົ້າຢືນຮ່ວມກັບມັນເພື່ອຂັດກັບພຣະເຈົ້າຜູ້ຊົງເປັນແຫຼ່ງຊີວິດຂອງເຈົ້າ. ເຈົ້າບໍ່ຮູ້ຈັກກັບໃຈ ແລ້ວແຮງໄກທີ່ເຈົ້າຈະຮູ້ວ່າເຈົ້າໃກ້ເຖິງຂອບເຂດແຫ່ງການດັບສະຫຼາຍ. ເຈົ້າໄດ້ລືມໄປວ່າ ຜູ້ທີ່ຊົ່ວຮ້າຍໄດ້ລໍ້ລວງ ແລະ ທໍລະມານເຈົ້າ; ເຈົ້າໄດ້ລືມຈຸດເລີ່ມຕົ້ນຂອງເຈົ້າ. ດັ່ງນັ້ນ, ຜູ້ທີ່ຊົ່ວຮ້າຍຈຶ່ງໄດ້ທໍລະມານເຈົ້າທຸກບາດກ້າວເດີນຈົນເຖິງປັດຈຸບັນນີ້. ຫົວໃຈ ແລະ ຈິດວິນຍານຂອງເຈົ້າແມ່ນມືນຊາ ແລະ ເນົ່າເປື່ອຍ. ເຈົ້າໄດ້ເຊົາຕໍ່ວ່າກ່ຽວກັບຄວາມວຸ້ນວາຍຂອງໂລກມະນຸດ; ເຈົ້າບໍ່ເຊື່ອວ່າ ໂລກນີ້ບໍ່ຍຸຕິທໍາອີກຕໍ່ໄປ ແລ້ວແຮງໄກທີ່ເຈົ້າຈະສົນໃຈວ່າ ອົງຊົງລິດທານຸພາບສູງສຸດນັ້ນມີຢູ່ຈິງ ຫຼື ບໍ່. ນີ້ກໍຍ້ອນວ່າ ແຕ່ໃດມາ ເຈົ້າຄິດວ່າຜູ້ທີ່ຊົ່ວຮ້າຍຄືບິດາແທ້ຈິງຂອງເຈົ້າ ແລະ ບໍ່ສາມາດໜີຫ່າງຈາກມັນໄດ້. ນີ້ຄືຄວາມລຶກລັບພາຍໃນຫົວໃຈເຈົ້າ.
ເມື່ອຮອດຍາມຮຸ່ງເຊົ້າ ດວງດາວຍາມຮຸ່ງເຊົ້າກໍເລີ່ມທໍແສງຈາກທິດຕາເວັນອອກ. ນີ້ແມ່ນດວງດາວທີ່ບໍ່ເຄີຍມີມາກ່ອນ, ມັນເຍືອງທ້ອງຟ້າທີ່ແວວວາວ ແລະ ງຽບສະຫງັດ ແລະ ໄຕ້ແສງໄຟທີ່ດັບມອດຢູ່ໃນຫົວໃຈຂອງມະນຸດນັ້ນໃຫ້ຮຸ່ງຄືນໃໝ່. ມະນຸດບໍ່ໄດ້ຢູ່ໂດດດ່ຽວອີກຕໍ່ໄປກໍຍ້ອນແສງສະຫວ່າງນີ້ ເຊິ່ງສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ຄົນອື່ນ. ແຕ່ເຈົ້າຄົນດຽວກໍຍັງຫຼັບນອນຢູ່ໃນຄວາມມືດຂອງກາງຄືນ. ເຈົ້າບໍ່ໄດ້ຍິນສຽງ ແລະ ເຫັນແສງສະຫວ່າງນັ້ນເລີຍ; ເຈົ້າບໍ່ຮັບຮູ້ກ່ຽວກັບການມາເຖິງຂອງສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ການມາເຖິງຂອງຍຸກໃໝ່ ຍ້ອນວ່າ ບິດາຂອງເຈົ້າບອກເຈົ້າວ່າ “ລູກເຮົາເອີຍ, ຢ່າຕື່ນຂຶ້ນເລີຍ ມັນຍັງເຊົ້າຢູ່. ອາກາດກໍໜາວ ດັ່ງນັ້ນຢ່າໄດ້ອອກໄປຂ້າງນອກ ບໍ່ດັ່ງນັ້ນ ດວງຕາຂອງເຈົ້າຈະຖືກແທງດ້ວຍດາບ ແລະ ຫອກ”. ເຈົ້າເຊື່ອແຕ່ຄໍາໂອວາດຂອງບິດາຂອງເຈົ້າ ຍ້ອນເຈົ້າເຊື່ອວ່າ ມີພຽງບິດາຂອງເຈົ້າເທົ່ານັ້ນທີ່ຖືກຕ້ອງ ເພາະບິດາຂອງເຈົ້າເຖົ້າກວ່າເຈົ້າ ແລະ ລາວກໍຮັກເຈົ້າສຸດຫົວໃຈ. ຄໍາໂອວາດ ແລະ ຄວາມຮັກດັ່ງກ່າວເຮັດໃຫ້ເຈົ້າເຊົາເຊື່ອໃນຕໍານານທີ່ວ່າ ມີແສງສະຫວ່າງໃນໂລກ; ພວກມັນເຮັດໃຫ້ເຈົ້າບໍ່ສົນໃຈວ່າຄວາມຈິງຍັງມີຢູ່ໃນໂລກນີ້. ເຈົ້າບໍ່ກ້າທີ່ຈະຄາດຫວັງໃຫ້ອົງຊົງລິດທານຸພາບສູງສຸດຊ່ວຍອີກຕໍ່ໄປ. ເຈົ້າພໍໃຈກັບສະຖານະພາບທີ່ເປັນຢູ່, ເຈົ້າບໍ່ຄາດຫວັງໃນການມາຂອງແສງສະຫວ່າງອີກຕໍ່ໄປ, ເຈົ້າບໍ່ໄດ້ເຝົ້າຕິດຕາມການສະເດັດມາຂອງອົງຊົງລິດທານຸພາບສູງສຸດຕາມທີ່ຖືກກ່າວໄວ້ໃນຕໍານານອີກຕໍ່ໄປ. ສໍາລັບແນວຄິດຂອງເຈົ້າແລ້ວ ທຸກສິ່ງຢ່າງທີ່ສະຫງ່າງາມແມ່ນບໍ່ສາມາດຟື້ນຟູໄດ້, ມັນບໍ່ສາມາດດໍາລົງຢູ່ໄດ້. ໃນສາຍຕາຂອງເຈົ້າ ມື້ອື່ນຂອງມະນຸດຊາດ ແລະ ອະນາຄົດຂອງມະນຸດຊາດຈະສາບສູນ ແລະ ຖືກທໍາລາຍ. ເຈົ້າຈ່ອງດຶງເສື້ອຜ້າຂອງບິດາຂອງເຈົ້າໄວ້ດ້ວຍກໍາລັງທັງໝົດທີ່ເຈົ້າມີ, ເຕັມໃຈທີ່ຈະແບ່ງປັນຄວາມຍາກລໍາບາກ ໂດຍຢ້ານຢ່າງເລິກໆວ່າຈະສູນເສຍເພື່ອນຮ່ວມເດີນທາງຂອງເຈົ້າ ແລະ ສູນເສຍທິດທາງແຫ່ງການເດີນທາງໄກຂອງເຈົ້າ. ໂລກແຫ່ງມະນຸດທີ່ກວ້າງໃຫຍ່ໄພສານ ແລະ ມົວນີ້ໄດ້ສ້າງພວກເຈົ້າຫຼາຍຄົນບໍ່ໃຫ້ຖົດຖອຍ ແລະ ຫວາດຫວັ່ນໃນການປະກອບມີບົດບາດຕ່າງໆໃນໂລກນີ້. ມັນໄດ້ສ້າງ “ນັກຮົບ” ທີ່ບໍ່ຢ້ານກົວຕໍ່ຄວາມຕາຍ. ຍິ່ງໄປກວ່ານັ້ນ ມັນໄດ້ສ້າງກຸ່ມມະນຸດທີ່ເປັນອໍາມະພາດ ແລະ ມືນຊາຫຼາຍກຸ່ມ ທີ່ບໍ່ຮູ້ຈັກຈຸດປະສົງໃນການຊົງສ້າງຂອງຕົນເອງ. ສາຍຕາຂອງອົງຊົງລິດທານຸພາບສູງສຸດສໍາຫຼວດແຕ່ລະເຜົ່າພັນຂອງມະນຸດຊາດທີ່ໄດ້ຮັບຄວາມທຸກທໍລະມານຢ່າງໜັກ. ສິ່ງທີ່ພຣະອົງໄດ້ຍິນຄືສຽງຮ້ອງໄຫ້ຂອງຜູ້ທີ່ທົນທຸກ, ສິ່ງທີ່ພຣະອົງເຫັນຄືຄວາມບໍ່ລະອາຍໃຈຂອງຜູ້ທີ່ໄດ້ຮັບຄວາມທຸກທໍລະມານ ແລະ ສິ່ງທີ່ພຣະອົງສໍາຜັດແມ່ນຄວາມສິ້ນຫວັງ ແລະ ຄວາມຢ້ານກົວຂອງມະນຸດຊາດທີ່ໄດ້ສູນເສຍພຣະຄຸນແຫ່ງຄວາມລອດພົ້ນ. ມະນຸດຊາດປະຕິເສດການດູແລຂອງພຣະອົງ ໂດຍເລືອກເດີນຕາມທາງຂອງພວກເຂົາ ແລະ ພະຍາຍາມຫຼີກເວັ້ນການສໍາຫຼວດຈາກສາຍຕາຂອງພຣະອົງ, ເລືອກທີ່ຈະຊີມລົດຊາດຂອງຄວາມຂົມຂື່ນແຫ່ງທະເລເລິກກັບສັດຕູຈົນເຖິງຢົດສຸດທ້າຍ. ມະນຸດຈະບໍ່ໄດ້ຍິນສຽງຖອນຫາຍໃຈຂອງອົງຊົງລິດທານຸພາບສູງສຸດອີກຕໍ່ໄປ; ອົງຊົງລິດທານຸພາບສູງສຸດຈະບໍ່ເຕັມໃຈໂອບກອດມະນຸດຊາດທີ່ສັງເວດນີ້ດ້ວຍມືຂອງພຣະອົງອີກຕໍ່ໄປ. ເທື່ອແລ້ວເທື່ອເລົ່າທີ່ພຣະອົງຍຶດຄືນໄດ້ ແລະ ເທື່ອແລ້ວເທື່ອເລົ່າພຣະອົງກໍເສຍຄືນໄປ ແລະ ສະນັ້ນ ພຣະອົງຈຶ່ງປະຕິບັດພາລະກິດຊໍ້າໄປຊໍ້າມາ. ຈາກຊ່ວງເວລານັ້ນເປັນຕົ້ນມາ ພຣະອົງເລີ່ມອິດເມື່ອຍ ແລະ ຮູ້ສຶກເບື່ອໜ່າຍ ດັ່ງນັ້ນພຣະອົງຈຶ່ງປ່ອຍວາງພາລະກິດໃນມືຂອງພຣະອົງ ແລະ ເຊົາຍ່າງທ່າມກາງມະນຸດຊາດ... ມະນຸດບໍ່ຮັບຮູ້ເຖິງການປ່ຽນແປງເຫຼົ່ານີ້ທັງສິ້ນ, ບໍ່ຮັບຮູ້ກ່ຽວກັບການສະເດັດມາ ແລະ ສະເດັດໄປ, ບໍ່ຮູ້ເຖິງຄວາມເສົ້າໃຈ ແລະ ຄວາມໂສກເສົ້າຂອງອົງຊົງລິດທານຸພາບສູງສຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຖອນຫາຍໃຈຂອງອົງຊົງລິດທານຸພາບສູງສຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ