ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 358
22 ເດືອນທັນວາ 2025
ພາລະກິດຂອງເຮົາຈະສໍາເລັດໃນອີກໄວໆນີ້ ແລະ ຫຼາຍປີຮ່ວມກັນໄດ້ກາຍມາເປັນຄວາມຊົງຈໍາທີ່ເຫຼືອທົນ. ເຮົາໄດ້ເວົ້າຊໍ້າພຣະທໍາຂອງເຮົາຢ່າງບໍ່ຢຸດເຊົາ ແລະ ເຮັດໃຫ້ພາລະກິດໃໝ່ຂອງເຮົາຄືບໜ້າຢູ່ເລື້ອຍໆ. ແນ່ນອນ ຄໍາແນະນໍາຂອງເຮົາແມ່ນອົງປະກອບທີ່ຈຳເປັນໃນແຕ່ລະສ່ວນຂອງພາລະກິດທີ່ເຮົາເຮັດ. ຫາກປາສະຈາກຄໍາປຶກສາຂອງເຮົາ, ພວກເຈົ້າທຸກຄົນຈະພະເນຈອນຫຼົງທາງ ແລະ ເຖິງກັບຄົ້ນພົບວ່າຕົນເອງສັບສົນຢ່າງສິ້ນເຊີງ. ໃນຕອນນີ້ ພາລະກິດຂອງເຮົາແມ່ນເກືອບຈະສໍາເລັດ ແລະ ຢູ່ໃນຂັ້ນຕອນສຸດທ້າຍ. ເຮົາຍັງປາຖະໜາທີ່ຈະປະຕິບັດພາລະກິດໃນການໃຫ້ຄຳປຶກສາ ນັ້ນກໍຄື ໃຫ້ຄໍາແນະນໍາໃຫ້ພວກເຈົ້າຟັງ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະບໍ່ເຮັດໃຫ້ຄວາມພຽນພະຍາຍາມຂອງເຮົາຕ້ອງເສຍຖິ້ມ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຂົ້າໃຈເຖິງເຈດຕະນາອັນພຽນພະຍາຍາມທີ່ເຮົາມີ ແລະ ປະຕິບັດຕໍ່ພຣະທຳຂອງເຮົາດັ່ງພື້ນຖານຂອງວິທີການທີ່ພວກເຈົ້າປະພຶດໃນຖານະມະນຸດ. ບໍ່ວ່າພວກມັນຈະເປັນພຣະທໍາທີ່ພວກເຈົ້າເຕັມໃຈຮັບຟັງ ຫຼື ບໍ່, ບໍ່ວ່າພວກເຈົ້າຈະມີຄວາມສຸກໃນການຍອມຮັບພວກມັນ ຫຼື ພຽງແຕ່ສາມາດຍອມຮັບພວກມັນດ້ວຍຄວາມອຶດອັດ, ພວກເຈົ້າກໍຕ້ອງປະຕິບັດຕໍ່ພຣະທໍາຢ່າງຈິງຈັງ. ບໍ່ດັ່ງນັ້ນ, ອຸປະນິໄສ ແລະ ການປະພຶດຕົວຕາມສະບາຍ ແລະ ບໍ່ກັງວົນຂອງພວກເຈົ້າຈະເຮັດໃຫ້ເຮົາເສຍໃຈຢ່າງຮຸນແຮງ ແລະ ເຮັດໃຫ້ເຮົາລັງກຽດຢ່າງແນ່ນອນ. ເຮົາຫວັງຢ່າງຍິ່ງວ່າ ພວກເຈົ້າທຸກຄົນຈະສາມາດອ່ານພຣະທໍາຂອງເຮົາຊໍ້າແລ້ວຊໍ້າອີກເປັນພັນໆຄັ້ງ ແລະ ພວກເຈົ້າອາດເຖິງກັບມາຈື່ພຣະທຳເຫຼົ່ານັ້ນຂຶ້ນໃຈ. ມີພຽງວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະບໍ່ເຮັດໃຫ້ເຮົາຜິດຫວັງໃນໂຕພວກເຈົ້າ. ເຖິງຢ່າງໃດກໍຕາມ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ດໍາລົງຊີວິດແບບນີ້ໃນປັດຈຸບັນ. ໃນທາງກົງກັນຂ້າມ, ພວກເຈົ້າທຸກຄົນແມ່ນມົວເມົາຢູ່ກັບຊີວິດທີ່ມົວເມົາ, ຊີວິດແຫ່ງການກິນ ແລະ ດື່ມຕາມໃຈຂອງພວກເຈົ້າເອງ ແລະ ບໍ່ມີຜູ້ໃດໃນບັນດາພວກເຈົ້າໃຊ້ພຣະທໍາຂອງເຮົາເພື່ອເພີ່ມພູນຫົວໃຈ ແລະ ວິນຍານຂອງພວກເຈົ້າ. ຍ້ອນເຫດຜົນນີ້ ເຮົາຈຶ່ງມີຂໍ້ສະຫຼຸບກ່ຽວກັບໃບໜ້າທີ່ແທ້ຈິງຂອງມະນຸດຊາດວ່າ: ມະນຸດສາມາດທໍລະຍົດຕໍ່ເຮົາໄດ້ທຸກເວລາ ແລະ ບໍ່ມີຜູ້ໃດສາມາດຊື່ສັດກັບພຣະທໍາຂອງເຮົາໄດ້ຢ່າງແນ່ນອນ.
“ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຫຼາຍຈົນເຂົາບໍ່ມີຮູບລັກສະນະຂອງມະນຸດອີກຕໍ່ໄປ”. ບັດນີ້ ຄົນສ່ວນໃຫຍ່ຮັບຮູ້ວະລີນີ້ຈົນເຖິງລະດັບໃດໜຶ່ງ. ເຮົາເວົ້າສິ່ງນີ້ ກໍຍ້ອນວ່າ “ການຮັບຮູ້” ທີ່ເຮົາໝາຍເຖິງເປັນພຽງການຍອມຮັບແບບຜິວເຜີນ ເຊິ່ງຂັດກັບຄວາມຮູ້ທີ່ແທ້ຈິງ. ເນື່ອງຈາກວ່າ ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າສາມາດປະເມີນຕົນເອງຢ່າງຖືກຕ້ອງ ຫຼື ແຍກແຍະຕົວເອງຢ່າງທົ່ວເຖິງ, ພວກເຈົ້າຈຶ່ງຍັງບໍ່ແນ່ນອນກ່ຽວກັບພຣະທໍາຂອງເຮົາ. ແຕ່ຄັ້ງນີ້ ເຮົາກໍາລັງໃຊ້ຄວາມຈິງເພື່ອອະທິບາຍບັນຫາທີ່ຮ້າຍແຮງທີ່ສຸດທີ່ມີຢູ່ພາຍໃນພວກເຈົ້າ. ບັນຫານັ້ນກໍຄືການທໍລະຍົດ. ພວກເຈົ້າທຸກຄົນແມ່ນຄຸ້ນເຄີຍກັບຄໍາວ່າ “ການທໍລະຍົດ” ຍ້ອນຜູ້ຄົນສ່ວນໃຫຍ່ໄດ້ເຮັດບາງສິ່ງທີ່ທໍລະຍົດຄົນອື່ນ, ເຊັ່ນ: ຜົວທໍລະຍົດເມຍຂອງລາວ, ເມຍທໍລະຍົດຜົວຂອງນາງ, ລູກຊາຍທໍລະຍົດພໍ່ຂອງລາວ, ລູກສາວທໍລະຍົດແມ່ຂອງນາງ, ທາດທໍລະຍົດເຈົ້ານາຍຂອງຕົນ, ໝູ່ເພື່ອນທໍລະຍົດກັນເອງ, ຍາດຕິພີ່ນ້ອງທໍລະຍົດກັນເອງ, ຜູ້ຂາຍທໍລະຍົດຜູ້ຊື້ ແລະ ອື່ນໆອີກ. ຕົວຢ່າງທັງໝົດນີ້ປະກອບມີແກ່ນແທ້ຂອງການທໍລະຍົດ. ເວົ້າສັ້ນໆກໍຄື ການທໍລະຍົດແມ່ນພຶດຕິກໍາຮູບແບບໜຶ່ງທີ່ຜິດຄຳສັນຍາ, ລະເມີດຫຼັກສິນທໍາ ຫຼື ປະພຶດໂດຍຂັດກັບຈັນຍາບັນຂອງມະນຸດ ເຊິ່ງສະແດງໃຫ້ເຫັນເຖິງການສູນເສຍຂອງຄວາມເປັນມະນຸດ. ເວົ້າໂດຍລວມແລ້ວ ໃນຖານະເປັນມະນຸດ ຜູ້ທີ່ເກີດໃນໂລກນີ້, ເຈົ້າຈະໄດ້ເຮັດບາງສິ່ງທີ່ປະກອບເປັນການລະເມີດຄວາມຈິງ, ບໍ່ວ່າເຈົ້າຈະຈື່ວ່າເຄີຍເຮັດບາງສິ່ງທີ່ທໍລະຍົດຄົນອື່ນ ຫຼື ບໍ່ ຫຼື ເຈົ້າໄດ້ທໍລະຍົດຄົນອື່ນຫຼາຍຄັ້ງກ່ອນໜ້ານີ້. ຍ້ອນເຈົ້າສາມາດທໍລະຍົດພໍ່ແມ່ ຫຼື ໝູ່ເພື່ອນຂອງເຈົ້າ, ແລ້ວເຈົ້າກໍສາມາດທໍລະຍົດຜູ້ອື່ນ ແລະ ຍິ່ງໄປກວ່ານັ້ນ ເຈົ້າສາມາດທໍລະຍົດເຮົາ ແລະ ເຮັດສິ່ງຕ່າງໆທີ່ເຮົາກຽດຊັງ. ເວົ້າອີກແບບໜຶ່ງກໍຄື ການທໍລະຍົດບໍ່ພຽງແຕ່ເປັນພຶດຕິກຳທີ່ໄຮ້ສິນທຳແບບຜິວເຜີນ, ແຕ່ເປັນສິ່ງທີ່ຂັດແຍ້ງກັບຄວາມຈິງ. ນີ້ແມ່ນແຫຼ່ງທີ່ມາຂອງການທີ່ມະນຸດຊາດຕໍ່ຕ້ານ ແລະ ກະບົດຕໍ່ເຮົາຢ່າງແທ້ຈິງ. ນີ້ແມ່ນເຫດຜົນທີ່ ເຮົາໄດ້ສະຫຼຸບມັນຕາມຖ້ອຍຄໍາດັ່ງຕໍ່ໄປນີ້: ການທໍລະຍົດແມ່ນທໍາມະຊາດຂອງມະນຸດ ແລະ ທໍາມະຊາດນີ້ແມ່ນສັດຕູທີ່ຍິ່ງໃຫຍ່ຂອງຄວາມສອດຄ່ອງຂອງແຕ່ລະຄົນກັບເຮົາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ