ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 359
22 ເດືອນທັນວາ 2025
ພຶດຕິກໍາທີ່ບໍ່ສາມາດອ່ອນນ້ອມຕໍ່ເຮົາຢ່າງເດັດຂາດແມ່ນການທໍລະຍົດ. ພຶດຕິກໍາທີ່ບໍ່ສາມາດຈົງຮັກພັກດີຕໍ່ເຮົາແມ່ນການທໍລະຍົດ. ການສໍ້ໂກງເຮົາ ແລະ ການໃຊ້ຄວາມຂີ້ຕົວະເພື່ອຫຼອກລວງເຮົາແມ່ນການທໍລະຍົດ. ການມີແນວຄິດຫຼາຍຢ່າງ ແລະ ການເຜີຍແຜ່ແນວຄິດເຫຼົ່ານັ້ນໄປທຸກບ່ອນແມ່ນການທໍລະຍົດ. ການບໍ່ສາມາດຢືນຢັດຄຳພະຍານ ແລະ ຜົນປະໂຫຍດຂອງເຮົາແມ່ນການທໍລະຍົດ. ການທໍາທ່າຍິ້ມແບບປອມໆເມື່ອຫົວໃຈຢູ່ຫ່າງໄກຈາກເຮົາແມ່ນການທໍລະຍົດ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການກະທຳທີ່ທໍລະຍົດ ເຊິ່ງພວກເຈົ້າສາມາດເຮັດໄດ້ຢູ່ສະເໝີ ແລະ ພວກມັນກໍຍັງແມ່ນເລື່ອງທໍາມະດາໃນບັນດາພວກເຈົ້າ. ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າທີ່ຄິດວ່າສິ່ງນີ້ແມ່ນບັນຫາ, ແຕ່ນັ້ນບໍ່ແມ່ນສິ່ງທີ່ເຮົາຄິດ. ເຮົາບໍ່ສາມາດຖືເອົາການທີ່ບຸກຄົນໃດໜຶ່ງທໍລະຍົດເຮົາເປັນເລື່ອງທີ່ບໍ່ສຳຄັນ ແລະ ເຮົາບໍ່ສາມາດເມີນເສີຍກັບມັນໄດ້ຢ່າງແນ່ນອນ. ບັດນີ້ ເມື່ອເຮົາປະຕິບັດພາລະກິດໃນທ່າມກາງພວກເຈົ້າ, ພວກເຈົ້າກໍປະພຶດໃນລັກສະນະນີ້, ຖ້າມື້ໜຶ່ງມາເຖິງເມື່ອບໍ່ມີໃຜເຝົ້າເບິ່ງພວກເຈົ້າ, ພວກເຈົ້າຈະບໍ່ເປັນຄືກັບໂຈນທີ່ແຕ່ງຕັ້ງຕົນເອງເປັນກະສັດແຫ່ງພູເຂົານ້ອຍໆຂອງພວກເຂົາບໍ? ເມື່ອສິ່ງນັ້ນເກີດຂຶ້ນ ແລະ ພວກເຈົ້າໄດ້ສ້າງໄພພິບັດ, ຜູ້ໃດຈະຢູ່ທີ່ນັ້ນເພື່ອຈັດການກັບຜົນທີ່ຕາມມາໃຫ້ພວກເຈົ້າ? ພວກເຈົ້າຄິດວ່າ ການກະທຳທີ່ທໍລະຍົດຈໍານວນໜຶ່ງເປັນພຽງແຕ່ເຫດການບາງຄັ້ງຄາວເທົ່ານັ້ນ, ບໍ່ແມ່ນພຶດຕິກໍາຢ່າງຕໍ່ເນື່ອງຂອງພວກເຈົ້າ ແລະ ບໍ່ມີຄວາມສໍາຄັນທີ່ຈະເວົ້າເຖິງຢ່າງຈິງຈັງໃນລັກສະນະທີ່ທຳຮ້າຍຄວາມທະນົງຕົນຂອງພວກເຈົ້າ. ຖ້າພວກເຈົ້າຄິດແບບນັ້ນແທ້ໆ, ພວກເຈົ້າກໍຂາດສໍານຶກ. ການຄິດແບບນັ້ນເປັນຕົວຢ່າງ ແລະ ແມ່ພິມຂອງຄວາມກະບົດ. ທໍາມະຊາດຂອງມະນຸດແມ່ນຊີວິດຂອງເຂົາ; ມັນແມ່ນຫຼັກການທີ່ເຂົາເພິ່ງພາເພື່ອຢູ່ລອດ ແລະ ເຂົາບໍ່ສາມາດປ່ຽນແປງມັນໄດ້. ຍົກຕົວຢ່າງແມ່ນທຳມະຊາດແຫ່ງຄວາມທໍລະຍົດ. ຖ້າຫາກເຈົ້າສາມາດເຮັດບາງຢ່າງເພື່ອທໍລະຍົດຍາດຕິພີ່ນ້ອງ ຫຼື ໝູ່ເພື່ອນ, ມັນກໍພິສູດວ່າ ມັນເປັນສ່ວນໜຶ່ງຂອງຊີວິດຂອງເຈົ້າ ແລະ ທໍາມະຊາດທີ່ເຈົ້າເກີດມາພ້ອມ. ນີ້ແມ່ນສິ່ງທີ່ບໍ່ມີໃຜສາມາດປະຕິເສດໄດ້. ຕົວຢ່າງເຊັ່ນ: ຖ້າບຸກຄົນໃດໜຶ່ງມັກລັກເຄື່ອງຂອງຄົນອື່ນ, ແລ້ວການມັກລັກ ນີ້ກໍແມ່ນສ່ວນໜຶ່ງໃນຊີວິດຂອງພວກເຂົາ, ເຖິງແມ່ນພວກເຂົາອາດລັກໃນບາງຄັ້ງ ແລະ ບາງຄັ້ງພວກເຂົາກໍບໍ່ລັກ. ບໍ່ວ່າພວກເຂົາຈະລັກ ຫຼື ບໍ່, ມັນບໍ່ສາມາດພິສູດວ່າ ການລັກຂອງພວກເຂົາເປັນພຽງພຶດຕິກຳປະເພດໜຶ່ງ. ກົງກັນຂ້າມ, ມັນພິສູດວ່າ ການລັກຂອງພວກເຂົາແມ່ນສ່ວນໜຶ່ງໃນຊີວິດຂອງພວກເຂົາ ນັ້ນກໍຄື ທໍາມະຊາດຂອງພວກເຂົາ. ບາງຄົນຈະຖາມວ່າ: ຍ້ອນມັນເປັນທໍາມະຊາດຂອງພວກເຂົາ, ແລ້ວເປັນຫຍັງເມື່ອພວກເຂົາເຫັນສິ່ງທີ່ສວຍງາມ, ບາງຄັ້ງພວກເຂົາກໍບໍ່ລັກເອົາສິ່ງເຫຼົ່ານັ້ນ? ຄໍາຕອບແມ່ນງ່າຍຫຼາຍ. ມີຫຼາຍເຫດຜົນທີ່ພວກເຂົາບໍ່ລັກ. ພວກເຂົາອາດບໍ່ລັກບາງສິ່ງ ຍ້ອນມັນໃຫຍ່ເກີນໄປທີ່ຈະຍາດເອົາພາຍໃຕ້ສາຍຕາທີ່ຄອຍເຝົ້າເບິ່ງຢູ່ ຫຼື ຍ້ອນບໍ່ມີເວລາທີ່ເໝາະສົມທີ່ຈະເຮັດ ຫຼື ບາງສິ່ງມີລາຄາແພງເກີນໄປ, ມີການເຝົ້າຍາມຢ່າງເຂັ້ມງວດເກີນໄປ ຫຼື ບາງຄັ້ງ ພວກເຂົາບໍ່ມີຄວາມສົນໃຈເປັນພິເສດໃນສິ່ງນັ້ນ ຫຼື ບໍ່ສາມາດເຫັນວ່າມັນອາດມີປະໂຫຍດຫຍັງຕໍ່ພວກເຂົາ ແລະ ອື່ນໆອີກ. ເຫດຜົນທັງໝົດເຫຼົ່ານີ້ແມ່ນເປັນໄປໄດ້. ແຕ່ບໍ່ວ່າຫຍັງກໍຕາມ, ບໍ່ວ່າພວກເຂົາຈະລັກບາງສິ່ງ ຫຼື ບໍ່, ມັນກໍບໍ່ສາມາດພິສູດໄດ້ວ່າ ຄວາມຄິດນີ້ພຽງແຕ່ມີຢູ່ຊົ່ວຂະນະເທົ່ານັ້ນ ເຊິ່ງຜ່ານໄປຢ່າງໄວວາ. ໃນທາງກົງກັນຂ້າມ, ມັນແມ່ນສ່ວນໜຶ່ງຂອງທໍາມະຊາດຂອງພວກເຂົາ ເຊິ່ງຍາກທີ່ຈະປ່ຽນແປງໃຫ້ດີຂຶ້ນໄດ້. ຄົນດັ່ງກ່າວແມ່ນບໍ່ພໍໃຈກັບການລັກແຕ່ຄັ້ງດຽວ; ຄວາມຄິດດັ່ງກ່າວທີ່ຈະເອົາເຄື່ອງຂອງຄົນອື່ນມາເປັນຂອງຕົນເອງເກີດຂຶ້ນເມື່ອໃດກໍຕາມທີ່ພວກເຂົາພົບກັບບາງສິ່ງທີ່ສວຍງາມ ຫຼື ຢູ່ໃນສະຖານະການທີ່ເໝາະສົມ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ແຫຼ່ງທີ່ມາຂອງຄວາມຄິດນີ້ບໍ່ແມ່ນສິ່ງທີ່ເກີດຂຶ້ນເປັນຄັ້ງຄາວ ແຕ່ແມ່ນຢູ່ໃນທໍາມະຊາດຂອງບຸກຄົນນີ້ເອງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ