ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 360
22 ເດືອນທັນວາ 2025
ຜູ້ໃດກໍຕາມລ້ວນແລ້ວແຕ່ສາມາດນໍາໃຊ້ຄໍາເວົ້າ ແລະ ການກະທໍາຂອງພວກເຂົາເອງ ເພື່ອສະແດງເຖິງໃບໜ້າທີ່ແທ້ຈິງຂອງພວກເຂົາ. ແນ່ນອນ ໃບໜ້າທີ່ແທ້ຈິງນີ້ແມ່ນທໍາມະຊາດຂອງພວກເຂົາ. ຖ້າເຈົ້າເວົ້າຈາໃນລັກສະນະທີ່ອ້ອມຄ້ອມ, ເຈົ້າກໍມີທໍາມະຊາດທີ່ຄົດໂຄ້ງ. ຖ້າທໍາມະຊາດຂອງເຈົ້າມີເລ່ຫຼ່ຽມ, ແລ້ວເຈົ້າກໍກະທຳໃນລັກສະນະທີ່ມີເລ່ຫຼ່ຽມ ແລະ ເຈົ້າເຮັດໃຫ້ມັນເປັນເລື່ອງງ່າຍຫຼາຍທີ່ຈະໃຫ້ຄົນອື່ນຖືກເຈົ້າຫຼອກລວງ. ຖ້າທໍາມະຊາດຂອງເຈົ້າຊົ່ວຮ້າຍ, ຄໍາເວົ້າຂອງເຈົ້າອາດຈະຟັງມ່ວນ, ແຕ່ການກະທໍາຂອງເຈົ້າບໍ່ສາມາດປິດບັງກົນລວງທີ່ຊົ່ວຮ້າຍຂອງເຈົ້າໄດ້. ຖ້າທໍາມະຊາດຂອງເຈົ້າຂີ້ຄ້ານ, ແລ້ວທຸກຢ່າງທີ່ເຈົ້າເວົ້າກໍຈະແມ່ນເພື່ອຫຼີກເວັ້ນຄວາມຮັບຜິດຊອບສຳລັບຄວາມເຮັດພໍເປັນພິທີ ແລະ ຄວາມຂີ້ຄ້ານຂອງເຈົ້າ ແລະ ການກະທໍາຂອງເຈົ້າຈະຊ້າ ແລະ ພໍເປັນພິທີ ແລະ ຂ້ອນຂ້າງເກັ່ງໃນການປິດບັງຄວາມຈິງ. ຖ້າທໍາມະຊາດຂອງເຈົ້າມີຄວາມເຫັນອົກເຫັນໃຈ, ແລ້ວຄໍາເວົ້າຂອງເຈົ້າກໍຈະມີເຫດຜົນ ແລະ ການກະທໍາຂອງເຈົ້າກໍຍັງຈະສອດຄ່ອງກັບຄວາມຈິງເປັນຢ່າງດີເຊັ່ນກັນ. ຖ້າທໍາມະຊາດຂອງເຈົ້າຄືຄວາມຈົງຮັກພັກດີ, ແລ້ວຄໍາເວົ້າຂອງເຈົ້າຈິງໃຈຢ່າງແນ່ນອນ ແລະ ວິທີເຈົ້າເຮັດສິ່ງຕ່າງໆກໍໝັ້ນຄົງ, ປາສະຈາກສິ່ງທີ່ອາດເຮັດໃຫ້ເຈົ້ານາຍຂອງເຈົ້າກັງວົນ. ຖ້າທໍາມະຊາດຂອງເຈົ້າແມ່ນເຕັມໄປດ້ວຍຕັນຫາ ຫຼື ໂລບມາເພື່ອເງິນ, ແລ້ວຫົວໃຈຂອງເຈົ້າກໍມັກຈະເຕັມໄປດ້ວຍສິ່ງເຫຼົ່ານີ້ ແລະ ເຈົ້າຈະກະທຳສິ່ງທີ່ຜິດປົກກະຕິ ແລະ ໄຮ້ສິນທຳໂດຍບໍ່ຮູ້ໂຕ ເຊິ່ງຜູ້ຄົນຈະບໍ່ລືມໄດ້ຢ່າງງ່າຍດາຍ ແລະ ຈະເຮັດໃຫ້ຜູ້ຄົນລັງກຽດ. ດັ່ງທີ່ເຮົາໄດ້ເວົ້າມາ, ຖ້າເຈົ້າມີທໍາມະຊາດຂອງການທໍລະຍົດ ແລ້ວເຈົ້າກໍສາມາດປົດປ່ອຍຕົນເອງອອກຈາກມັນໄດ້ຍາກ. ຢ່າໄວ້ໃຈໃນໂຊກທີ່ວ່າ ຖ້າເຈົ້າບໍ່ໄດ້ຜິດຕໍ່ຄົນອື່ນ, ແລ້ວເຈົ້າກໍຈະບໍ່ມີທໍາມະຊາດຂອງການທໍລະຍົດ. ຖ້ານັ້ນແມ່ນສິ່ງທີ່ເຈົ້າຄິດ ເຈົ້າກໍເປັນຄົນທີ່ໜ້າລັງກຽດຢ່າງແທ້ຈິງ. ພຣະທໍາທັງໝົດຂອງເຮົາໃນແຕ່ລະຄັ້ງທີ່ເຮົາໄດ້ກ່າວແມ່ນແນໃສ່ທຸກຄົນ, ບໍ່ແມ່ນພຽງແຕ່ໜຶ່ງຄົນ ຫຼື ຄົນປະເພດໃດໜຶ່ງ. ພຽງແຕ່ຍ້ອນເຈົ້າບໍ່ໄດ້ທໍລະຍົດເຮົາໃນເລື່ອງໜຶ່ງ ບໍ່ໄດ້ພິສູດວ່າ ເຈົ້າບໍ່ສາມາດທໍລະຍົດເຮົາໃນທຸກໆເລື່ອງ. ໃນລະຫວ່າງຄວາມລົ້ມເຫຼວໃນຊີວິດຄູ່ຂອງພວກເຂົາ, ບາງຄົນສູນເສຍຄວາມໝັ້ນໃຈຂອງພວກເຂົາໃນການສະແຫວງຫາຄວາມຈິງ. ບາງຄົນປະຖິ້ມພັນທະຂອງພວກເຂົາທີ່ຈະຈົງຮັກພັກດີຕໍ່ເຮົາໃນລະຫວ່າງທີ່ຄອບຄົວແຕກແຍກ. ບາງຄົນປະຖິ້ມເຮົາເພື່ອສະແຫວງຫາຊ່ວງເວລາແຫ່ງຄວາມສຸກ ແລະ ຄວາມຕື່ນເຕັ້ນ. ບາງຄົນຍອມຕົກຢູ່ໃນຮ່ອມພູທີ່ມືດແທນທີ່ຈະອາໄສຢູ່ໃນແສງສະຫວ່າງ ແລະ ຮັບຄວາມສຸກຈາກພາລະກິດຂອງພຣະວິນຍານບໍລິສຸດ. ບາງຄົນເມີນເສີຍຄໍາແນະນໍາຂອງໝູ່ເພື່ອນ ເພື່ອເຫັນແກ່ການຕອບສະໜອງຕັນຫາພວກເຂົາສໍາລັບຄວາມຮັ່ງມີ ແລະ ແມ່ນແຕ່ດຽວນີ້ກໍບໍ່ສາມາດຮັບຮູ້ເຖິງຄວາມຜິດພາດຂອງພວກເຂົາ ແລະ ປ່ຽນເສັ້ນທາງຂອງພວກເຂົາໄດ້. ບາງຄົນພຽງແຕ່ດໍາເນີນຊີວິດຊົ່ວຄາວພາຍໃຕ້ຊື່ຂອງເຮົາເທົ່ານັ້ນ ເພື່ອໄດ້ຮັບການປົກປ້ອງຈາກເຮົາ, ໃນຂະນະທີ່ຄົນອື່ນພຽງແຕ່ອຸທິດເລັກນ້ອຍຕໍ່ເຮົາພາຍໃຕ້ການຖືກບີບບັງຄັບ ຍ້ອນວ່າພວກເຂົາຍຶດຕິດກັບຊີວິດ ແລະ ຢ້ານກົວຄວາມຕາຍ. ການກະທໍາເຫຼົ່ານີ້ ແລະ ການກະທໍາອື່ນໆທີ່ຜິດສິນທໍາ ເຊິ່ງຍິ່ງໄປກວ່ານັ້ນແມ່ນການກະທຳທີ່ບໍ່ມີຄວາມຊື່ສັດ ບໍ່ແມ່ນພຶດຕິກໍາທີ່ຜູ້ຄົນໄດ້ທໍລະຍົດເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຂົາແຕ່ດົນແລ້ວບໍ? ແນ່ນອນຢູ່, ເຮົາຮູ້ຈັກວ່າ ຜູ້ຄົນບໍ່ໄດ້ວາງແຜນລ່ວງໜ້າທີ່ຈະທໍລະຍົດເຮົາ; ການທໍລະຍົດຂອງພວກເຂົາແມ່ນການເປີດເຜີຍໂດຍທຳມະຊາດເຖິງທຳມະຊາດຂອງພວກເຂົາ. ບໍ່ມີໃຜຕ້ອງການຈະທໍລະຍົດຕໍ່ເຮົາ ແລະ ບໍ່ມີໃຜມີຄວາມສຸກ ຍ້ອນພວກເຂົາໄດ້ເຮັດບາງສິ່ງທີ່ທໍລະຍົດຕໍ່ເຮົາ. ໃນທາງກົງກັນຂ້າມ, ພວກເຂົາກໍາລັງສັ່ນເຊັນດ້ວຍຄວາມຢ້ານກົວ ບໍ່ແມ່ນບໍ? ສະນັ້ນ ພວກເຈົ້າກໍາລັງຄິດ ກ່ຽວກັບວິທີທີ່ຈະໄຖ່ການທໍລະຍົດເຫຼົ່ານີ້ ແລະ ວິທີທີ່ຈະປ່ຽນແປງສະຖານະການໃນປັດຈຸບັນບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ