ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 361
11 ກຸມພາ 2026
ທໍາມະຊາດຂອງມະນຸດແມ່ນຂ້ອນຂ້າງແຕກຕ່າງຈາກແກ່ນແທ້ຂອງເຮົາ, ຍ້ອນທໍາມະຊາດທີ່ເສື່ອມຊາມຂອງມະນຸດແມ່ນເກີດມາຈາກຊາຕານທັງສິ້ນ; ທໍາມະຊາດຂອງມະນຸດໄດ້ຖືກຊາຕານແປຮູບ ແລະ ເຮັດໃຫ້ເສື່ອມຊາມ. ນັ້ນກໍຄື ມະນຸດດຳລົງຊີວິດພາຍໃຕ້ອິດທິພົນຂອງຄວາມຊົ່ວຮ້າຍ ແລະ ຄວາມຂີ້ຮ້າຍຂອງຊາຕານ. ມະນຸດບໍ່ໄດ້ເຕີບໃຫຍ່ຢູ່ໂລກແຫ່ງຄວາມຈິງ ຫຼື ສະພາບແວດລ້ອມທີ່ບໍລິສຸດ ແລະ ແຮງໄກທີ່ມະນຸດຈະດຳລົງຊີວິດໃນແສງສະຫວ່າງ. ດັ່ງນັ້ນ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຜູ້ໃດຜູ້ໜຶ່ງຈະມີຄວາມຈິງພາຍໃນທໍາມະຊາດຂອງພວກເຂົາຕັ້ງແຕ່ຊ່ວງເວລາທີ່ເກີດມາ ແລະ ແຮງໄກທີ່ຜູ້ໃດຜູ້ໜຶ່ງຈະເກີດມາພ້ອມກັບແກ່ນແທ້ທີ່ຢໍາເກງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ໃນທາງກົງກັນຂ້າມ ຜູ້ຄົນມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ, ກະບົດຕໍ່ພຣະເຈົ້າ ແລະ ບໍ່ມີຄວາມຮັກສຳລັບຄວາມຈິງ. ທໍາມະຊາດນີ້ແມ່ນບັນຫາທີ່ເຮົາຕ້ອງການສົນທະນາ ນັ້ນກໍຄື ການທໍລະຍົດ. ການທໍລະຍົດແມ່ນແຫຼ່ງທີ່ມາຂອງການທີ່ແຕ່ລະຄົນຕໍ່ຕ້ານພຣະເຈົ້າ. ນີ້ແມ່ນບັນຫາທີ່ມີຢູ່ໃນມະນຸດເທົ່ານັ້ນ ແລະ ບໍ່ໄດ້ມີຢູ່ໃນຕົວເຮົາ. ບາງຄົນຈະຖາມວ່າ: ຍ້ອນມະນຸດທຸກຄົນດໍາລົງຊີວິດໃນໂລກດັ່ງທີ່ພຣະຄຣິດດຳລົງຢູ່, ເປັນຫຍັງມະນຸດທຸກຄົນຈຶ່ງມີທໍາມະຊາດທີ່ທໍລະຍົດພຣະເຈົ້າ ແຕ່ພຣະຄຣິດບໍ່ມີ? ນີ້ແມ່ນບັນຫາທີ່ຕ້ອງໄດ້ອະທິບາຍໃຫ້ແກ່ພວກເຈົ້າຢ່າງຊັດເຈນ.
ພື້ນຖານການເປັນຢູ່ຂອງມະນຸດຊາດ ແມ່ນການກັບມາເກີດໃໝ່ຂອງວິນຍານຊໍ້າໄປຊໍ້າມາ. ເວົ້າອີກແບບໜຶ່ງກໍຄື ແຕ່ລະຄົນແມ່ນໄດ້ຮັບຊີວິດມະນຸດເປັນເນື້ອໜັງ ເມື່ອວິນຍານຂອງພວກເຂົາໄດ້ກັບມາເກີດໃໝ່. ຫຼັງຈາກທີ່ຮ່າງກາຍຂອງບຸກຄົນໜຶ່ງເກີດມາ, ຊີວິດນັ້ນແມ່ນສືບຕໍ່ຈົນເນື້ອໜັງໄປເຖິງຂອບເຂດຂອງມັນໃນທີ່ສຸດ ເຊິ່ງກໍຄືຊ່ວງເວລາສຸດທ້າຍ ເມື່ອວິນຍານອອກຈາກເປືອກນອກຂອງມັນ. ຂະບວນການນີ້ແມ່ນເກີດຂຶ້ນຊໍ້າແລ້ວຊໍ້າອີກ ໂດຍທີ່ວິນຍານຂອງບຸກຄົນໃດໜຶ່ງມາ ແລະ ໄປຄັ້ງແລ້ວຄັ້ງເລົ່າ ແລະ ດ້ວຍເຫດນັ້ນ ການເປັນຢູ່ຂອງມະນຸດຊາດຈຶ່ງຖືກຮັກສາ. ຊີວິດຂອງເນື້ອໜັງຍັງເປັນຊີວິດຂອງວິນຍານຂອງມະນຸດ ແລະ ວິນຍານຂອງມະນຸດສະໜັບສະໜູນການມີຢູ່ຂອງເນື້ອໜັງຂອງມະນຸດ. ນັ້ນໝາຍຄວາມວ່າ ຊີວິດຂອງແຕ່ລະຄົນແມ່ນມາຈາກວິນຍານຂອງພວກເຂົາ ແລະ ຊີວິດບໍ່ໄດ້ມີມາແຕ່ກຳເນີດໃນເນື້ອໜັງ. ດັ່ງນັ້ນ, ທໍາມະຊາດຂອງມະນຸດແມ່ນມາຈາກວິນຍານ, ບໍ່ແມ່ນມາຈາກເນື້ອໜັງ. ມີພຽງແຕ່ວິນຍານຂອງແຕ່ລະຄົນເທົ່ານັ້ນ ທີ່ຮູ້ຈັກວ່າ ພວກເຂົາໄດ້ປະສົບກັບການລໍ້ລວງ, ຄວາມທຸກທໍລະມານ ແລະ ຄວາມເສື່ອມຊາມຈາກຊາຕານແນວໃດ. ສິ່ງເຫຼົ່ານີ້ແມ່ນບໍ່ສາມາດຮູ້ຈັກໄດ້ຕໍ່ເນື້ອໜັງຂອງມະນຸດ. ດັ່ງນັ້ນ, ມະນຸດຊາດຈຶ່ງມືດມົວຍິ່ງຂຶ້ນ, ສົກກະປົກຍິ່ງຂຶ້ນ ແລະ ຊົ່ວຮ້າຍຍິ່ງຂຶ້ນໂດຍບໍ່ຮູ້ຕົວ, ໃນຂະນະທີ່ໄລຍະຫ່າງລະຫວ່າງມະນຸດ ແລະ ເຮົາເອງແມ່ນໄກອອກໄປເລື້ອຍໆ ແລະ ຊີວິດຍິ່ງມືດມົວຂຶ້ນສຳລັບມະນຸດຊາດ. ຊາຕານຈັບວິນຍານຂອງມະນຸດໄວ້ໃນກຳມືຂອງມັນ, ສະນັ້ນ ແນ່ນອນວ່າເນື້ອໜັງຂອງມະນຸດແມ່ນຍັງຖືກຊາຕານຄອບງຳອີກດ້ວຍ. ເນື້ອໜັງດັ່ງກ່າວ ແລະ ມະນຸດດັ່ງກ່າວສາມາດທີ່ຈະບໍ່ຕໍ່ຕ້ານພຣະເຈົ້າໄດ້ແນວໃດ? ພວກເຂົາຈະສາມາດເຂົ້າກັບພຣະອົງໂດຍກຳເນີດໄດ້ແນວໃດ? ເຫດຜົນທີ່ເຮົາໂຍນຊາຕານລົງສູ່ກາງອາກາດກໍຍ້ອນວ່າ ມັນທໍລະຍົດເຮົາ. ແລ້ວມະນຸດຈະຫຼຸດພົ້ນຈາກການມີສ່ວນຮ່ວມຂອງພວກເຂົາໄດ້ແນວໃດ? ນີ້ແມ່ນເຫດຜົນທີ່ວ່າ ການທໍລະຍົດແມ່ນທໍາມະຊາດຂອງມະນຸດ. ເຮົາໄວ້ວາງໃຈວ່າ ຫຼັງຈາກທີ່ພວກເຈົ້າເຂົ້າໃຈເຫດຜົນນີ້ແລ້ວ, ພວກເຈົ້າກໍຄວນມີຄວາມເຊື່ອໃນລະດັບໃດໜຶ່ງໃນແກ່ນແທ້ຂອງພຣະຄຣິດເຊັ່ນກັນ. ເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່ແມ່ນເນື້ອໜັງຂອງພຣະເຈົ້າເອງ. ພຣະວິນຍານຂອງພຣະເຈົ້າສູງສຸດ; ພຣະອົງຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາ. ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງກໍສູງສຸດ, ຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາເຊັ່ນກັນ. ເນື້ອໜັງດັ່ງກ່າວແມ່ນພຽງແຕ່ສາມາດເຮັດໃນສິ່ງທີ່ຊອບທໍາ ແລະ ເປັນປະໂຫຍດແກ່ມະນຸດຊາດ, ເຮັດໃນສິ່ງທີ່ບໍລິສຸດ, ມີສະຫງ່າລາສີ ແລະ ຍິ່ງໃຫຍ່; ພຣະອົງບໍ່ສາມາດເຮັດສິ່ງທີ່ລະເມີດຄວາມຈິງ, ລະເມີດສິນທໍາ ແລະ ຄວາມຍຸຕິທໍາ ແລ້ວແຮງໄກທີ່ພຣະອົງຈະສາມາດເຮັດສິ່ງທີ່ທໍລະຍົດພຣະວິນຍານຂອງພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ດ້ວຍເຫດນັ້ນ ເນື້ອໜັງຂອງພຣະອົງຈຶ່ງບໍ່ສາມາດຖືກຊາຕານເຮັດໃຫ້ເສື່ອມຊາມ; ເນື້ອໜັງຂອງພຣະອົງມີແກ່ນແທ້ທີ່ແຕກຕ່າງຈາກເນື້ອໜັງຂອງມະນຸດ. ຍ້ອນເປັນມະນຸດ ບໍ່ແມ່ນພຣະເຈົ້າ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຊາຕານບໍ່ສາມາດເຮັດໃຫ້ເນື້ອໜັງຂອງພຣະເຈົ້າເອງເສື່ອມຊາມໄດ້. ສະນັ້ນ, ເຖິງວ່າມະນຸດ ແລະ ພຣະຄຣິດຈະອາໄສຢູ່ພາຍໃນພື້ນທີ່ດຽວກັນ, ມີພຽງແຕ່ມະນຸດເທົ່ານັ້ນທີ່ສາມາດຖືກຊາຕານຄອບງຳ ແລະ ນໍາໃຊ້ ແລະ ຖືກກົນອຸບາຍຂອງຊາຕານທຳຮ້າຍ. ໃນທາງກົງກັນຂ້າມ, ພຣະຄຣິດແມ່ນບໍ່ສາມາດຖືກແຊກຊືມໄດ້ໂດຍຄວາມເສື່ອມຊາມຂອງຊາຕານຕະຫຼອດການ ຍ້ອນວ່າ ຊາຕານຈະບໍ່ສາມາດຂຶ້ນໄປຢູ່ບ່ອນທີ່ສູງທີ່ສຸດຈັກເທື່ອ ແລະ ຈະບໍ່ສາມາດຫຍັບເຂົ້າໃກ້ພຣະເຈົ້າໄດ້ຈັກເທື່ອ. ມື້ນີ້, ພວກເຈົ້າທຸກຄົນຄວນເຂົ້າໃຈວ່າ ມີແຕ່ມະນຸດເທົ່ານັ້ນ ຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ທີ່ທໍລະຍົດເຮົາ. ການທໍລະຍົດຈະບໍ່ມີວັນເປັນບັນຫາທີ່ກ່ຽວຂ້ອງກັບພຣະຄຣິດໄດ້ແມ່ນແຕ່ໜ້ອຍດຽວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ