ເພງຄຣິດສະຕຽນ “ພຣະພັກຂອງກະສັດແຫ່ງລາຊະອານາຈັກແມ່ນຮຸ່ງເຮືອງເກີນກວ່າຈະປຽບທຽບໄດ້”

18 ເດືອນເມສາ 2022

ພຣະເຈົ້າໄດ້ມີການເລີ່ມຕົ້ນໃໝ່ຢູ່ເທິງແຜ່ນດິນໂລກ

ແລະ ໄດ້ຮັບສະຫງ່າລາສີຢູ່ເທິງແຜ່ນດິນໂລກ.

ຍ້ອນພາບສຸດທ້າຍ ທີ່ງົດງາມ

ພຣະເຈົ້າຈຶ່ງບໍ່ສາມາດຊ່ວຍໄດ້

ນອກຈາກສະແດງຄວາມຫຼົງໄຫຼໃນໃຈຂອງພຣະອົງວ່າ:

“ຫົວໃຈຂອງເຮົາເຕັ້ນ

ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈ

ຕາມຈັງວະເຕັ້ນຂອງຫົວໃຈຂອງເຮົາ,

ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ

ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫີນ.

ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ”.

ສິ່ງທີ່ ພຣະເຈົ້າວາງແຜນໄວ້ ພຣະອົງໄດ້ເຮັດສໍາເລັດແລ້ວ;

ມັນຖືກກໍານົດລ່ວງໜ້າໂດຍພຣະເຈົ້າ

ແລະ ມັນແມ່ນສິ່ງທີ່ພຣະເຈົ້າເຮັດໃຫ້ຜູ້ຄົນປະສົບ

ແລະ ເຫັນຢ່າງແທ້ຈິງ.

ຄວາມຫວັງຂອງອານາຈັກແມ່ນສວຍງາມ;

ກະສັດຂອງອານາຈັກແມ່ນຜູ້ໄດ້ຮັບໄຊຊະນະ,

ບໍ່ເຄີຍມີຮ່ອງຮອຍຂອງເນື້ອໜັງ ຫຼື ເລືອດ,

ມີອົງປະກອບຂອງຄວາມເປັນພຣະເຈົ້າ

ທັງໝົດນັບແຕ່ຫົວຮອດຕີນຂອງພຣະອົງ.

ຮ່າງກາຍທັງໝົດຂອງພຣະອົງເຮືອງແສງດ້ວຍລັດລະໝີທີ່ສັກສິດ

ເຊິ່ງບໍ່ມີມົນທິນຈາກແນວຄິດຂອງມະນຸດທັງສິ້ນ;

ຮ່າງກາຍທັງໝົດຂອງພຣະອົງນັບແຕ່

ສ່ວນເທິງຮອດລຸ່ມແມ່ນເຕັມໄປດ້ວຍຄວາມຊອບທໍາ ແລະ

ກິ່ນອາຍຂອງສະຫວັນ ທີ່ປ່ອຍກິ່ນຫອມອອກມາຢ່າງໜ້າຈັບໃຈ.

ດັ່ງສຽງເພງຂອງເພງແຫ່ງຄວາມຮັກ,

ພຣະອົງແມ່ນງົດງາມຫຼາຍກວ່າໄພ່ພົນທັງໝົດ

ແລະ ສູງສົ່ງກວ່າໄພ່ພົນບູຮານ;

ພຣະອົງແມ່ນຕົວຢ່າງໃນທ່າມກາງທຸກຄົນ

ແລະ ບໍ່ສາມາດປຽບທຽບກັບມະນຸດໄດ້;

ຜູ້ຄົນແມ່ນບໍ່ຄູ່ຄວນທີ່ຈະຫຼຽວເບິ່ງພຣະອົງໂດຍກົງ.

ບໍ່ມີຜູ້ໃດສາມາດໄດ້ຮັບໃບໜ້າອັນສະຫງ່າງາມຂອງພຣະເຈົ້າ,

ລັກສະນະຂອງພຣະເຈົ້າ ຫຼື ພາບລັກຂອງພຣະເຈົ້າ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ