ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 130

21 ເດືອນເມສາ 2021

ຊີວິດທີ່ໃຊ້ເພື່ອສະແຫວງຫາຊື່ສຽງ ແລະ ໂຊກລາບເຮັດໃຫ້ຄົນເສຍໃຈເມື່ອຜະເຊີນໜ້າກັບຄວາມຕາຍ

ຍ້ອນອຳນາດອະທິປະໄຕ ແລະ ການກຳນົດໄວ້ລ່ວງໜ້າຂອງພຣະຜູ້ຊົງສ້າງ, ດວງວິນຍານທີ່ໂດດດ່ຽວເລີ່ມຕົ້ນດ້ວຍການບໍ່ມີຫຍັງໄປສູ່ການມີຊື່ສຽງ, ມີພໍ່ແມ່ ແລະ ຄອບຄົວ, ມີໂອກາດທີ່ຈະກາຍເປັນສະມາຊິກຂອງມະນຸດຊາດ, ມີໂອກາດທີ່ຈະປະສົບກັບຊີວິດມະນຸດ ແລະ ເຫັນໂລກ. ດວງວິນຍານດັ່ງກ່າວນີ້ຍັງໄດ້ຮັບໂອກາດທີ່ຈະປະສົບກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງອີກດ້ວຍ, ມີໂອກາດຮູ້ຈັກຄວາມອັດສະຈັນແຫ່ງການສ້າງຂອງພຣະຜູ້ຊົງສ້າງ ແລະ ຍິ່ງໄປກວ່ານັ້ນກໍຄື ໄດ້ຮູ້ຈັກ ແລະ ໄດ້ຢູ່ພາຍໃຕ້ສິດອຳນາດຂອງພຣະຜູ້ຊົງສ້າງ. ແຕ່ເຖິງຢ່າງນັ້ນກໍຕາມ ຄົນສ່ວນໃຫຍ່ບໍ່ຍອມຄວ້າໂອກາດທີຫາຍາກ ແລະ ຊົ່ວຄາວນີ້. ຜູ້ຄົນໃຊ້ກໍາລັງຕະຫຼອດຊີວິດໃນການຕໍ່ສູ້ກັບໂຊກຊະຕາ, ໃຊ້ເວລາທັງໝົດຂອງພວກເຂົາຢ່າງຄຶກຄື້ນ, ພະຍາຍາມລ້ຽງດູຄອບຄົວຂອງຕົນ ແລະ ແລ່ນໄປມາລະຫວ່າງຄວາມຮັ່ງມີ ແລະ ສະຖານະພາບ. ສິ່ງທີ່ຄົນສະຫງວນໄວ້ຄືຄອບຄົວ, ເງິນ ແລະ ຊື່ສຽງ ແລະ ພວກເຂົາເບິ່ງສິ່ງເຫຼົ່ານີ້ເປັນສິ່ງທີ່ມີຄ່າທີ່ສຸດໃນຊີວິດ. ທຸກຄົນຈົ່ມກ່ຽວກັບໂຊກຊະຕາຂອງຕົວເອງ, ແຕ່ພວກເຂົາກໍເກັບບັນຫາທີ່ສຳຄັນທີ່ສຸດທີ່ຕ້ອງສໍາຫຼວດ ແລະ ທຳຄວາມເຂົ້າໃຈໄວ້ດ້ານຫຼັງຈິດໃຈຂອງພວກເຂົາ: ເປັນຫຍັງມະນຸດຈິ່ງມີຊີວິດຢູ່, ມະນຸດຄວນດຳລົງຊີວິດແບບໃດ, ຄຸນຄ່າ ແລະ ຄວາມໝາຍຂອງຊີວິດແມ່ນຫຍັງ. ບໍ່ວ່າພວກເຂົາຈະມີຊີວິດຍືນຍາວພຽງໃດກໍຕາມ, ພວກເຂົາຈະໃຊ້ຊີວິດທັງໝົດຂອງພວກເຂົາ ຟ້າວຊອກຫາພຽງແຕ່ຊື່ສຽງ ແລະ ໂຊກລາບ ຈົນກວ່າໄວໜຸ່ມຂອງພວກເຂົາໄດ້ຈາກໄປ ແລະ ພວກເຂົາໄດ້ກາຍເປັນຄົນເຖົ້າ ແລະ ແຫ່ວຍານ. ພວກເຂົາໃຊ້ຊີວິດໃນລັກສະນະນີ້ຈົນກວ່າພວກເຂົາເຫັນວ່າ ຊື່ສຽງ ແລະ ໂຊກລາບບໍ່ສາມາດຢຸດການຍ່າງໄປສູ່ຄວາມເຖົ້າແກ່ໄດ້, ເງິນບໍ່ສາມາດຕື່ມເຕັມຄວາມຫວ່າງເປົ່າຂອງຫົວໃຈໄດ້, ບໍ່ມີໃຜໄດ້ຮັບການຍົກເວັ້ນຈາກກົດແຫ່ງການກໍາເນີດ, ອາຍຸໄຂ, ຄວາມເຈັບປ່ວຍ ແລະ ຄວາມຕາຍນີ້ໄດ້, ບໍ່ມີໃຜສາມາດຫຼົບໜີຈາກສິ່ງທີ່ໂຊກຊະຕາກໍານົດໄວ້. ເມື່ອພວກເຂົາຖືກບັງຄັບໃຫ້ຜະເຊີນກັບຊ່ວງເວລາສຸດທ້າຍຂອງຊີວິດ ພວກເຂົາກໍຈະເຂົ້າໃຈຢ່າງແທ້ຈິງວ່າ ເຖິງແມ່ນວ່າຜູ້ຄົນຈະໄດ້ເປັນເຈົ້າຂອງຊັບສິນຢ່າງຫຼວງຫຼາຍ ແລະ ຊັບສົມບັດອັນມະຫາສານ, ເຖິງແມ່ນວ່າຜູ້ຄົນຈະໄດ້ຮັບສິດທິພິເສດ ແລະ ມີຕໍາແໜ່ງສູງ ພວກເຂົາກໍ່ຍັງບໍ່ສາມາດໜີພົ້ນຄວາມຕາຍໄດ້ ແລະ ຕ້ອງກັບໄປສູ່ຖານະເດີມຂອງພວກເຂົາ: ນັ້ນກໍຄື ດວງວິນຍານທີ່ໂດດດ່ຽວ ທີ່ບໍ່ມີຊື່ສຽງຫຍັງເລີຍ. ເມື່ອຄົນມີພໍ່ແມ່, ພວກເຂົາເຊື່ອວ່າພໍ່ແມ່ຄືທຸກສິ່ງ; ເມື່ອຄົນມີຊັບສິນ, ພວກເຂົາຄິດວ່າເງິນແມ່ນຫຼັກສຳຄັນຂອງຄົນ ເຊິ່ງມັນຄືຫົນທາງທີ່ຜູ້ຄົນມີຊີວິດຢູ່; ເມື່ອຄົນມີສະຖານະ ພວກເຂົາຢຶດຕິດກັບມັນຢ່າງແໜ້ນ ແລະ ຍອມສ່ຽງຊີວິດຂອງພວກເຂົາເພື່ອມັນ. ມີແຕ່ເມື່ອຄົນໃກ້ຈະຈາກໂລກນີ້ໄປເທົ່ານັ້ນ ພວກເຂົາຈິ່ງຮູ້ວ່າ ສິ່ງຕ່າງໆທີ່ພວກເຂົາໄດ້ໃຊ້ທັງຊີວິດໃນການສະແຫວງຫານັ້ນບໍ່ມີປະໂຫຍດຫຍັງເລີຍ ແຕ່ເປັນພຽງເມກທີ່ເລື່ອນລອຍໄປ, ບໍ່ມີຫຍັງທີ່ພວກເຂົາສາມາດຍຶດຄອງໄດ້, ບໍ່ມີຫຍັງທີ່ພວກເຂົາສາມາດເອົາໄປນຳໄດ້, ບໍ່ມີຫຍັງທີ່ສາມາດຍົກເວັ້ນພວກເຂົາຈາກຄວາມຕາຍໄດ້, ບໍ່ມີສິ່ງໃດສາມາດໃຫ້ເພື່ອນຮ່ວມທາງ ຫຼື ການປອບໃຈໃຫ້ແກ່ດວງວິນຍານທີ່ໂດດດ່ຽວບົນເສັ້ນທາງກັບຄືນເມືອຂອງມັນໄດ້; ຮ້າຍແຮງໄປກວ່ານັ້ນ, ບໍ່ມີສິ່ງໃດທ່າມກາງສິ່ງເຫຼົ່ານີ້ສາມາດຊ່ວຍຄົນ ແລະ ເຮັດໃຫ້ພວກເຂົາພົ້ນຈາກຄວາມຕາຍໄດ້. ຊື່ສຽງ ແລະ ໂຊກລາບທີ່ຄົນໄດ້ຮັບໃນໂລກແຫ່ງວັດຖຸຈະໃຫ້ຄວາມເພິ່ງພໍໃຈພຽງຊົ່ວຄາວ, ໃຫ້ຄວາມສຸກ ແລະ ຄວາມຮູ້ສຶກສະບາຍແບບຈອບປອມ; ໃນຂະນະດຽວກັນ, ພວກມັນເຮັດໃຫ້ຜູ້ຄົນສູນເສຍວິຖີຂອງພວກເຂົາ. ດັ່ງນັ້ນຜູ້ຄົນ ໃນຂະນະທີ່ພວກເຂົາຖືກພັດໄປມາໃນທະເລອັນກວ້າງໃຫຍ່ຂອງມະນຸດຊາດ, ປາດສະໜາຄວາມສະຫງົບສຸກ, ຄວາມສະດວກສະບາຍ ແລະ ຄວາມງຽບສະຫງົບຂອງຫົວໃຈ, ຖືກກືນກິນດ້ວຍຄື້ນທະເລຢ່າງບໍ່ຢຸດຢັ້ງ. ເມື່ອຜູ້ຄົນຍັງຄິດຫາຄຳຖາມທີ່ສຳຄັນທີ່ສຸດບໍ່ໄດ້ວ່າ ພວກເຂົາມາຈາກໃສ, ເປັນຫຍັງພວກເຂົາຈິ່ງມີຊີວິດຢູ່, ພວກເຂົາຈະໄປໃສ ແລະ ອື່ນໆ, ພວກເຂົາກໍຈະຖືກລໍ້ລວງດ້ວຍຊື່ສຽງ ແລະ ໂຊກລາບ, ຖືກພວກມັນເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມ ແລະ ສູນເສຍຢ່າງຖາວອນ. ເວລາຜ່ານໄປໂດຍໄວ; ຫຼາຍປີຜ່ານໄປໃນຊົ່ວພິບຕາ ແລະ ກ່ອນທີ່ຜູ້ຄົນຈະຮູ້ສຶກຕົວ, ພວກເຂົາກໍ່ໄດ້ສູນເສຍຊ່ວງເວລາດີທີ່ສຸດຂອງຊີວິດຂອງພວກເຂົາໄປແລ້ວ. ເມື່ອເຖິງເວລາທີ່ຜູ້ຄົນຈະຈາກໂລກໄປໃນບໍ່ຊ້າ, ພວກເຂົາກໍຈະຮູ້ວ່າທຸກສິ່ງທຸກຢ່າງໃນໂລກນີ້ກຳລັງເລື່ອນລອຍໄປ, ພວກເຂົາບໍ່ສາມາດຄອບຄອງສິ່ງທີ່ເປັນຂອງພວກເຂົາໄດ້ອີກຕໍ່ໄປ; ເມື່ອນັ້ນ ຜູ້ຄົນກໍຈະຮູ້ສຶກໄດ້ຢ່າງແທ້ຈິງວ່າ ພວກເຂົາບໍ່ຕ່າງຫຍັງກັບເດັກນ້ອຍທີ່ຮ້ອງໄຫ້ເກີດມາໃນໂລກ ທີ່ບໍ່ມີຫຍັງເປັນຂອງພວກເຂົາເທື່ອ. ໃນຈຸດນີ້, ຜູ້ຄົນຖືກບັງຄັບໃຫ້ໄຕ່ຕອງເຖິງສິ່ງທີ່ໄດ້ເຮັດໃນຊີວິດ, ແມ່ນຫຍັງຄືຄຸນຄ່າຂອງການມີຊີວິດ, ຊີວິດໝາຍເຖິງຫຍັງ, ແລະ ເປັນຫຍັງຄົນຈຶ່ງເກີດມາໃນໂລກ. ໃນຈຸດນີ້ເອງທີ່ຜູ້ຄົນຢາກຮູ້ເພີ່ມເຕີມວ່າ ຊາດໜ້າມີແທ້ບໍ, ສະຫວັນມີແທ້ບໍ, ມີເວນກຳແທ້ບໍ... ຍິ່ງຜູ້ຄົນເຂົ້າໃກ້ຄວາມຕາຍຫຼາຍເທົ່າໃດ ພວກເຂົາກໍຍິ່ງຢາກເຂົ້າໃຈວ່າຊີວິດແມ່ນຫຍັງກັນແທ້; ຍິ່ງຜູ້ຄົນເຂົ້າໃກ້ຄວາມຕາຍຫຼາຍເທົ່າໃດ ຍິ່ງຫົວໃຈຂອງພວກເຂົາວ່າງເປົ່າຂຶ້ນເທົ່ານັ້ນ; ຍິ່ງຜູ້ຄົນເຂົ້າໃກ້ຄວາມຕາຍຫຼາຍເທົ່າໃດ ພວກເຂົາກໍຍິ່ງຮູ້ສຶກໄຮ້ຄ່າຫຼາຍເທົ່ານັ້ນ; ແລະ ແຕ່ລະມື້ຄວາມຮູ້ສຶກຢ້ານຕາຍຂອງພກວເຂົາກໍຮ້າຍແຮງຂຶ້ນເລື້ອຍໆ. ມີສອງເຫດຜົນທີ່ຄວາມຮູ້ສຶກດັ່ງກ່າວສະແດງອອກໃນຜູ້ຄົນໃນເວລາທີ່ພວກເຂົາເຂົ້າໃກ້ຄວາມຕາຍ: ເຫດຜົນທີໜຶ່ງ, ພວກເຂົາກຳລັງຈະສູນເສຍຊື່ສຽງ ແລະ ຊັບສິນທີ່ຊີວິດຂອງພວກເຂົາໄດ້ເພິ່ງພາ, ພວກເຂົາກໍາລັງຈະຈາກລາທຸກສິ່ງທີ່ຕາເຫັນໃນໂລກນີ້; ແລະ ເຫດຜົນທີສອງກໍຄື ພວກເຂົາກຳລັງຈະຜະເຊີນກັບໂລກທີ່ບໍ່ຄຸ້ນເຄີຍໂດຍລໍາພັງ, ໄປສູ່ດິນແດນທີ່ເລີກລັບ ແລະ ບໍ່ຮູ້ຈັກ ເປັນໂລກທີພວກເຂົາບໍ່ກ້າວາງຕີນລົງ, ບ່ອນທີ່ບໍ່ມີຄົນທີ່ພວກເຂົາຮັກ ແລະ ບໍ່ມີຫົນທາງແຫ່ງການຊ່ວຍເຫຼືອ. ດ້ວຍເຫດຜົນທັງສອງນີ້, ທຸກຄົນທີ່ຜະເຊີນກັບຄວາມຕາຍຮູ້ສຶກບໍ່ສະບາຍໃຈ, ປະສົບກັບຄວາມຕົກໃຈ ແລະ ຄວາມຮູ້ສຶກສິ້ນຫວັງດັ່ງທີ່ພວກເຂົາບໍ່ເຄີຍຮູ້ມາກ່ອນ. ເມື່ອຜູ້ຄົນມາເຖິງຈຸດນີ້ຢ່າງແທ້ຈິງເທົ່ານັ້ນ ພວກເຂົາຈິ່ງຮູ້ວ່າ ໃນເວລາພວກເຂົາວາງຕີນລົງເທິງແຜ່ນດິນໂລກ, ສິ່ງທຳອິດທີ່ພວກເຂົາຕ້ອງເຂົ້າໃຈຄື ມະນຸດມາຈາກໃສ, ເປັນຫຍັງຜູ້ຄົນຈິ່ງມີຊີວິດຢູ່, ໃຜເປັນຜູ້ກຳນົດໂຊກຊະຕາມະນຸດ ແລະ ໃຜເປັນຜູ້ສະໜອງ ແລະ ມີອຳນາດອະທິປະໄຕເໜືອການມີຊີວິດຢູ່ຂອງມະນຸດ. ຄວາມຮູ້ນີ້ຄືຫົນທາງແທ້ຈິງໃນການມີຊີວິດຢູ່ຂອງຜູ້ຄົນ ແລະ ເປັນພຶ້ນຖານທີ່ສຳຄັນສຳລັບການຢູ່ລອດຂອງມະນຸດ. ມັນບໍ່ແມ່ນການຮຽນຮູ້ວິທີສະໜອງໃຫ້ກັບຄອບຄົວ ຫຼື ວິທີການໄດ້ຮັບຊືສຽງ ແລະ ຄວາມຮັ່ງມີ, ບໍ່ແມ່ນການຮຽນຮູ້ວິທີເປັນຄົນໂດດເດັ່ນໃນທ່າມກາງຝູງຊົນ ຫຼື ວິທີໃຊ້ຊີວິດທີ່ລ້ຳລວຍຂຶ້ນ, ແຮງໄກທີ່ຈະແມ່ນການຮຽນຮູ້ວິທີເຮັດໃຫ້ໂຕເອງເກັ່ງ ແລະ ແຂ່ງຂັ້ນກັບຄົນອື່ນຢ່າງສຳເລັດ. ເຖິງແມ່ນວ່າຫຼາກຫຼາຍທັກທະໃນການເອົາຊີວິດລອດທີ່ຜູ້ຄົນໃຊ້ທັງຊີວິດຂອງພວກເຂົາຮຽນຮູ້ຈະສາມາດໃຫ້ຄວາມອຸດົມສົມບູນແຫ່ງຄວາມສະດວກສະບາຍທາງວັດຖຸ, ພວກມັນບໍ່ເຄີຍນຳເອົາຄວາມສະຫງົບສຸກທີ່ແທ້ຈິງມາສູ່ພວກເຂົາ ແລະ ນໍາຄວາມປອບໃຈມາສູ່ຫົວໃຈຂອງຜູ້ຄົນ, ກົງກັນຂ້າມ ພວກມັນເຮັດໃຫ້ຜູ້ຄົນສູນເສຍທິດທາງຂອງພວກເຂົາຢູ່ຕະຫຼອດ, ເຮັດໃຫ້ຫຍຸ້ງຍາກໃນການຄອບຄຸມຕົວເອງ ແລະ ພາດໂອກາດທີ່ຈະຮຽນຮູ້ຄວາມໝາຍຂອງຊີວິດ; ທັກສະໃນການເອົາຊີວິດລອດເຫຼົ່ານີ້ສ້າງກະແສແຫ່ງຄວາມວິຕົກກັງວົນກ່ຽວກັບວິທີທາງຜະເຊີນກັບຄວາມຕາຍທີ່ເໝາະສົມ. ຊີວິດຂອງຄົນຖືກທຳລາຍດ້ວຍວິທີນີ້. ພຣະຜູ້ຊົງສ້າງປະຕິບັດຕໍ່ທຸກຄົນຢ່າງເປັນທຳ, ມອບໂອກາດທີ່ມີຄຸນຄ່າທັງຊີວິດໃຫ້ກັບທຸກຄົນເພື່ອຜະເຊີນ ແລະ ຮູ້ຈັກອຳນາດອະທິປະໄຕຂອງພຣະອົງ, ແຕ່ເຖິງຢ່າງນັ້ນກໍຕາມ ມີພຽງແຕ່ເມື່ອຄວາມຕາຍຫຍັບເຂົ້າມາໃກ້ ແລະ ເມື່ອມັດຈຸລາດປາກົດຕົວ ຜູ້ຄົນຈິ່ງເລີ່ມເຫັນແສງສະຫວ່ງ. ເຖິງເວລານັ້ນ ມັນກໍຊ້າເກີນໄປເສຍແລ້ວ.

ຄົນໃຊ້ທັງຊີວິດຂອງພວກເຂົາຕາມຫາເງິນ ແລະ ຊື່ສຽງ; ພວກເຂົາຈ່ອງດືງເຟືອງເຫຼົ່ານີ້ໂດຍຄິດວ່າ ພວກມັນແມ່ນວິທີການຊ່ວຍເຫຼືອດຽວຂອງພວກເຂົາ, ຄືກັບວ່າ ການມີພວກມັນ ພວກເຂົາສາມາດມີຊີວິດຢູ່ຕໍ່ໄປໄດ້ ແລະ ພົ້ນຈາກຄວາມຕາຍໄດ້. ມີພຽງແຕ່ເມື່ອພວກເຂົາໃກ້ຈະຕາຍເທົ່ານັ້ນ ພວກເຂົາຈິ່ງຮູ້ວ່າ ສິ່ງເຫຼົ່ານີ້ຢູ່ຫ່າງໃກຈາກພວກເຂົາພຽງໃດ, ພວກເຂົາອ່ອນແອພຽງໃດເມື່ອຜະເຊີນກັບຄວາມຕາຍ, ພວກເຂົາໝົດກໍາລັງໃຈງ່າຍພຽງໃດ, ພວກເຂົາໂດດດ່ຽວ ແລະ ສິ້ນຫວັງພຽງໃດ ໂດຍບໍ່ມີບ່ອນທີ່ຈະເພິ່ງພາ. ພວກເຂົາຮູ້ວ່າຊີວິດບໍ່ສາມາດຊື້ດ້ວຍເງິນ ຫຼື ດ້ວຍຊື່ສຽງໄດ້, ບໍ່ວ່າຜູ້ຄົນຈະລ້ຳລວຍພຽງໃດ, ບໍ່ວ່າຖານະຂອງພວກເຂົາຈະສູງສົ່ງພຽງໃດ, ທຸກຄົນລ້ວນແລ້ວແຕ່ເປັນຄົນທຸກຍາກ ແລະ ບໍ່ມີຄວາມສຳຄັນຫຍັງເມື່ອຢູ່ຕໍ່ໜ້າຄວາມຕາຍ. ພວກເຂົາຮູ້ວ່າເງິນບໍ່ສາມາດຊື້ຊີວິດໄດ້, ຊື່ສຽງບໍ່ສາມາດລົບລ້າງຄວາມຕາຍໄດ້ ແລະ ທັງເງິນ ແລະ ຊື່ສຽງບໍ່ສາມາດເຮັດໃຫ້ຊີວິດຂອງຜູ້ຄົນຍືນຍາວໄດ້ແມ່ນແຕ່ນາທີດຽວ ຫຼື ວິນາທີດຽວ. ຍິ່ງຄົນຮູ້ສຶກແບບນີ້ຫຼາຍເທົ່າໃດ ພວກເຂົາຍິ່ງຢາກມີຊີວິດຢູ່ຕໍ່ໄປຫຼາຍເທົ່ານັ້ນ; ຍິ່ງຄົນຮູ້ສຶກແບບນີ້ຫຼາຍເທົ່າໃດ ພວກເຂົາຍິ່ງຢ້ານການຫຍັບເຂົ້າໃກ້ຂອງຄວາມຕາຍຫຼາຍເທົ່ານັ້ນ. ມີພຽງແຕ່ເຖິງຈຸດນີ້ເທົ່ານັ້ນ ພວກເຂົາຈິ່ງຮູ້ຢ່າງແທ້ຈິງວ່າ ຊີວິດຂອງພວກເຂົາບໍ່ແມ່ນເປັນຂອງພວກເຂົາ, ພວກເຂົາບໍ່ແມ່ນເປັນຜູ້ຄວບຄຸມ ແລະ ບໍ່ວ່າຜູ້ຄົນຈະມີຊີວິດຢູ່ ຫຼື ຕາຍ ພວກເຂົາແມ່ນບໍ່ມີສິດອໍານາດຫຍັງ, ທັງໝົດນີ້ຢູ່ນອກເໜືອການຄວບຄຸມຂອງຜູ້ຄົນ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ