ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 189

10 ເດືອນກໍລະກົດ 2025

ໃນແຜນງານຂອງພຣະເຈົ້າໃນເວລາຫຼາຍພັນປີ, ພາລະກິດສອງພາກສ່ວນແມ່ນສຳເລັດໂດຍຜ່ານເນື້ອໜັງ: ສ່ວນທຳອິດແມ່ນພາລະກິດຂອງການຖືກຄຶງທີ່ໄມ້ກາງແຂນ ເຊິ່ງພຣະອົງໄດ້ຮັບລັດສະໝີ; ອີກສ່ວນຄືພາລະກິດແຫ່ງໄຊຊະນະ ແລະ ຄວາມສົມບູນໃນຍຸກສຸດທ້າຍ ເຊິ່ງພຣະອົງໄດ້ຮັບລັດສະໝີ. ນີ້ແມ່ນການຄຸ້ມຄອງຂອງພຣະເຈົ້າ. ດັ່ງນັ້ນ, ຢ່າຄິດວ່າ ພາລະກິດຂອງພຣະເຈົ້າ ຫຼື ການມອບໝາຍຂອງພຣະເຈົ້າທີ່ໃຫ້ກັບພວກເຈົ້າວ່າເປັນເລື່ອງງ່າຍດາຍ. ພວກເຈົ້າເປັນຜູ້ສືບທອດມໍລະດົກແຫ່ງລັດສະໝີຂອງພຣະເຈົ້າທີ່ເໜືອກວ່າສິ່ງໃດຫຼາຍເທົ່າ ແລະ ເປັນນິລັນດອນ ແລະ ນີ້ຄືສິ່ງທີ່ຖືກບັນຊາໂດຍພຣະເຈົ້າເປັນພິເສດ. ຈາກສອງສ່ວນຂອງລັດສະໝີຂອງພຣະອົງ, ສ່ວນໜຶ່ງແມ່ນຖືກສຳແດງໃນຕົວພວກເຈົ້າ; ສ່ວນໜຶ່ງທັງໝົດຂອງລັດສະໝີຂອງພຣະເຈົ້າໄດ້ຖືກປະທານໃຫ້ກັບພວກເຈົ້າ ເພື່ອວ່າມັນຈະເປັນມໍລະດົກຂອງພວກເຈົ້າ. ນີ້ຄືການສັນລະເສີນພຣະເຈົ້າຂອງພວກເຈົ້າ ແລະ ມັນຍັງເປັນແຜນງານທີ່ພຣະອົງໄດ້ກຳນົດໄວ້ລ່ວງໜ້າດົນນານມາແລ້ວ. ເມື່ອເຫັນເຖິງຄວາມຍິ່ງໃຫຍ່ຂອງພາລະກິດຂອງພຣະເຈົ້າທີ່ໄດ້ກະທຳໃນດິນແດນທີ່ມັງກອນແດງທີ່ຍິ່ງໃຫຍ່ອາໄສຢູ່, ຖ້າພາລະກິດນີ້ຖືກຍ້າຍໄປບ່ອນອື່ນ ມັນກໍຈະເກີດຜົນຢ່າງໃຫຍ່ຫຼວງເປັນເວລາດົນແລ້ວ ແລະ ພ້ອມທີ່ຈະຖືກຍອມຮັບໂດຍມະນຸດ. ຍິ່ງໄປກວ່ານັ້ນ, ພາລະກິດນີ້ກໍຈະງ່າຍເກີນໄປ ທີ່ຈະຍອມຮັບເອົາຜູ້ສອນສາສະໜາໃນພາກຕາເວັນຕົກທີ່ເຊື່ອໃນພຣະເຈົ້າ ເນື່ອງຈາກວ່າ ຂັ້ນຕອນຂອງພາລະກິດ ທີ່ພຣະເຢຊູໄດ້ເຮັດເປັນແບບຢ່າງດັ່ງທີ່ເຄີຍມີມາ. ນີ້ຄືເຫດຜົນທີ່ພຣະເຈົ້າບໍ່ສາມາດສຳເລັດຂັ້ນຕອນນີ້ຂອງພາລະກິດໃນການໄດ້ຮັບລັດສະໝີນີ້ຢູ່ໃນບ່ອນອື່ນ; ເມື່ອພາລະກິດໄດ້ຮັບການສະໜັບສະໜູນຈາກຜຸ້ຄົນ ແລະ ເປັນທີ່ຍອມຮັບຂອງບັນດາປະຊາຊາດ, ລັດສະໝີຂອງພຣະເຈົ້າບໍ່ສາມາດຍຶດຄອງໄດ້. ນີ້ຄືຄວາມໝາຍພິເສດທີ່ແຈ່ມແຈ້ງ ເຊິ່ງບາດກ້າວນີ້ຂອງພາລະກິດມີໃນດິນແດນແຫ່ງນີ້. ບໍ່ມີມະນຸດຜູ້ໃດໃນບັນດາພວກເຈົ້າທີ່ໄດ້ຮັບການປົກປ້ອງຈາກພຣະບັນຍັດ; ໃນທາງກົງກັນຂ້າມ, ພວກເຈົ້າຖືກລົງໂທດໂດຍພຣະບັນຍັດ. ທີ່ເປັນບັນຫາຫຼາຍກວ່ານັ້ນກໍ່ຄື ຜູ້ຄົນບໍ່ເຂົ້າໃຈພວກເຈົ້າ: ບໍ່ວ່າຈະເປັນພີ່ນ້ອງຂອງພວກເຈົ້າ, ພໍ່ແມ່ຂອງພວກເຈົ້າ, ໝູ່ເພື່ອນຂອງພວກເຈົ້າ ຫຼື ເພື່ອນຮ່ວມງານຂອງພວກເຈົ້າ, ບໍ່ມີໃຜເຂົ້າໃຈພວກເຈົ້າເລີຍ. ເມື່ອພຣະເຈົ້າປະຖິ້ມພວກເຈົ້າ, ກໍເປັນໄປບໍ່ໄດ້ທີ່ພວກເຈົ້າຈະສືບຕໍ່ອາໄສຢູ່ໃນໂລກ, ແຕ່ເຖິງແນວໃດກໍຕາມ, ຜູ້ຄົນກໍບໍ່ສາມາດຢູ່ຫ່າງຈາກພຣະເຈົ້າໄດ້ ເຊິ່ງແມ່ນຄວາມໝາຍແຫ່ງໄຊຊະນະຂອງພຣະເຈົ້າຕໍ່ຜູ້ຄົນ ແລະ ແມ່ນລັດສະໝີຂອງພຣະເຈົ້າ. ສິ່ງທີ່ພວກເຈົ້າໄດ້ສືບທອດໃນມື້ນີ້ດີເກີນກວ່າສິ່ງທີ່ອັກຄະສາວົກ ແລະ ພະສາດສະດາທັງໝົດຕະຫຼອດຍຸກຕ່າງໆໄດ້ຮັບ ແລະ ຍິ່ງໃຫຍ່ກວ່າສິ່ງທີ່ໂມເຊ ແລະ ເປໂຕໄດ້ຮັບ. ບໍ່ສາມາດຮັບເອົາພຣະພອນພາຍໃນໜຶ່ງມື້ ຫຼື ສອງມື້; ສາມາດຮັບເອົາພຣະພອນຜ່ານການເສຍສະຫຼະອັນຍິ່ງໃຫຍ່. ໝາຍຄວາມວ່າ ພວກເຈົ້າຕ້ອງມີຄວາມຮັກທີ່ຜ່ານການເຮັດໃຫ້ບໍລິສຸດ, ພວກເຈົ້າຕ້ອງມີຄວາມເຊື່ອທີ່ຍິ່ງໃຫຍ່ ແລະ ພວກເຈົ້າຕ້ອງມີຄວາມຈິງຫຼາຍໆຢ່າງທີ່ພຣະເຈົ້າຂໍໃຫ້ພວກເຈົ້າຮັບໄວ້; ນອກຈາກນັ້ນ, ພວກເຈົ້າຕ້ອງຫັນຫາຄວາມຍຸຕິທຳໂດຍບໍ່ຢ້ານກົວ ຫຼື ຫຼີກລ້ຽງ ແລະ ຕ້ອງມີຫົວໃຈທີ່ຮັກພຣະເຈົ້າ ເຊິ່ງສິ່ງນັ້ນຄົງຢູ່ຈົນຕາຍ. ພວກເຈົ້າຕ້ອງມີຄວາມເດັດດ່ຽວ, ການປ່ຽນແປງຕ້ອງເກີດຂຶ້ນໃນອຸປະນິໄສຊີວິດຂອງພວກເຈົ້າ; ຄວາມເສື່ອມຊາມຂອງພວກເຈົ້າຕ້ອງຖືກແກ້ໄຂ, ພວກເຈົ້າຕ້ອງຍອມຮັບການຈັດຕຽມທຸກຢ່າງຈາກພຣະເຈົ້າໂດຍບໍ່ຈົ່ມ ແລະ ພວກເຈົ້າຕ້ອງອ່ອນນ້ອມຈົນຕາຍ. ນີ້ຄືສິ່ງທີ່ພວກເຈົ້າຄວນໄດ້ຮັບ, ນີ້ຄືຄວາມປະສົງສຸດທ້າຍຂອງພາລະກິດຂອງພຣະເຈົ້າ ແລະ ເປັນສິ່ງທີ່ພຣະເຈົ້າຮ້ອງຂໍຈາກຄົນກຸ່ມນີ້. ເມື່ອພຣະອົງປະທານໃຫ້ກັບພວກເຈົ້າ, ພຣະອົງກໍຈະຂໍສິ່ງຕອບແທນຈາກພວກເຈົ້າຢ່າງແນ່ນອນ ແລະ ຈະເຮັດໃຫ້ພວກເຈົ້າເໝາະສົມກັບຄວາມຕ້ອງການນັ້ນຢ່າງແນ່ນອນ. ດັ່ງນັ້ນ, ມີເຫດຜົນໃນທຸກພາລະກິດທີ່ພຣະເຈົ້າປະຕິບັດ ເຊິ່ງສາມາດເຫັນໄດ້ວ່າ ເປັນຫຍັງພຣະເຈົ້າຈຶ່ງໄດ້ປະຕິບັດພາລະກິດທີ່ມີມາດຕະຖານສູງ ແລະ ເງື່ອນໄຂທີ່ເຄັ່ງຄັດຊໍ້າແລ້ວຊໍ້າອີກ. ດ້ວຍເຫດນີ້ພວກເຈົ້າຈຶ່ງຄວນມີຄວາມເຊື່ອໃນພຣະເຈົ້າ. ສະຫຼຸບກໍຄື ພາລະກິດທຸກຢ່າງຂອງພຣະເຈົ້າຖືກປະຕິບັດເພື່ອຜົນປະໂຫຍດຂອງພວກເຈົ້າ ເພື່ອພວກເຈົ້າອາດຈະເໝາະສົມທີ່ຈະຮັບມໍລະດົກຂອງພຣະອົງ. ນີ້ບໍ່ແມ່ນເພື່ອຜົນປະໂຫຍດຂອງລັດສະໝີຂອງພຣະເຈົ້າເອງ ແຕ່ເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ທີ່ໄດ້ຮັບຄວາມເຈັບປວດຢ່າງເລິກເຊິ່ງໃນດິນແດນທີ່ບໍ່ບໍລິສຸດມີຄວາມສົມບູນ. ພວກເຈົ້າຄວນເຂົ້າໃຈເຈດຕະນາຂອງພຣະເຈົ້າ. ສະນັ້ນ, ເຮົາກໍຂໍຕັກເຕືອນຜູ້ຄົນທີ່ໂງ່ຈ້າທັງຫຼາຍທີ່ບໍ່ມີຄວາມຮູ້ ແລະ ຄວາມສຳນຶກ: ຢ່າທົດສອບພຣະເຈົ້າ ແລະ ຢ່າຕໍ່ຕ້ານອີກເລີຍ. ພຣະເຈົ້າໄດ້ຜ່ານຄວາມທໍລະມານທັງໝົດທີ່ມະນຸດບໍ່ເຄີຍທົນທຸກມາກ່ອນ ແລະ ທົນທຸກຕໍ່ການເຍາະເຍີ້ຍທີ່ຍິ່ງໃຫຍ່ກວ່າແທນທີ່ຂອງມະນຸດດົນນານມາແລ້ວ. ແມ່ນຫຍັງອີກທີ່ພວກເຈົ້າບໍ່ສາມາດປະຖິ້ມໄດ້? ແມ່ນຫຍັງທີ່ສຳຄັນໄປກວ່າເຈດຕະນາຂອງພຣະເຈົ້າ? ແມ່ນຫຍັງທີ່ສູງສົ່ງກວ່າຄວາມຮັກຂອງພຣະເຈົ້າ? ມັນຍາກພໍແລ້ວສຳລັບພຣະເຈົ້າທີ່ຕ້ອງປະຕິບັດພາລະກິດຂອງພຣະອົງໃນດິນແດນທີ່ບໍ່ບໍລິສຸດນີ້: ຍິ່ງໄປກວ່ານັ້ນ, ຖ້າມະນຸດລະເມີດໂດຍທີ່ຮູ້ ແລະ ຕັ້ງໃຈ, ພາລະກິດຂອງພຣະເຈົ້າກໍຕ້ອງໄດ້ຊັກຊ້າລົງ. ເວົ້າສັ້ນໆກໍ່ຄື, ນີ້ບໍ່ແມ່ນເລື່ອງທີ່ໜ້າສົນໃຈໃຫ້ກັບໃຜເລີຍ ແລະ ບໍ່ມີຜົນປະໂຫຍດໃຫ້ກັບໃຜຄືກັນ. ພຣະເຈົ້າບໍ່ໄດ້ຖືກຜູກມັດກັບເວລາ; ພາລະກິດຂອງພຣະອົງ ແລະ ລັດສະໝີຂອງພຣະອົງແມ່ນມາກ່ອນ. ດ້ວຍເຫດນີ້, ບໍ່ວ່າມັນຈະດົນພຽງໃດກໍຕາມ, ພຣະອົງຈະຈ່າຍລາຄາໃດໆແກ່ພາລະກິດຂອງພຣະອົງ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ: ພຣະອົງຈະບໍ່ພັກຜ່ອນຈົນກວ່າພາລະກິດຂອງພຣະອົງຈະສຳເລັດ. ພາລະກິດຂອງພຣະອົງຈຶ່ງຈະສາມາດສິ້ນສຸດລົງໄດ້. ເມື່ອພຣະອົງຈະຮັບສ່ວນທີສອງຂອງລັດສະໝີຂອງພຣະອົງ. ໃນທົ່ວທັງຈັກກະວານ, ຖ້າພຣະເຈົ້າບໍ່ສຳເລັດພາລະກິດສ່ວນທີສອງຂອງພຣະອົງໃນການໄດ້ຮັບລັດສະໝີ, ມື້ຂອງພຣະອົງກໍຈະບໍ່ມາຮອດຈັກເທື່ອ, ພຣະຫັດຂອງພຣະອົງກໍຈະບໍ່ອອກມາຈາກຄົນທີ່ພຣະອົງຊົງເລືອກຈັກເທື່ອ, ລັດສະໝີຂອງພຣະອົງຈະບໍ່ລົງມາເຖິງອິດສະຣາເອນ ແລະ ແຜນງານຂອງພຣະອົງຈະບໍ່ສິ້ນສຸດລົງຈັກເທື່ອ. ພວກເຈົ້າຄວນຈະສາມາດເຫັນເຈດຕະນາຂອງພຣະເຈົ້າ ແລະ ຄວນເຫັນວ່າ ພາລະກິດຂອງພຣະເຈົ້າບໍ່ງ່າຍດາຍຄືກັບການຊົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ. ນັ້ນກໍ່ຍ້ອນວ່າພາລະກິດໃນມື້ນີ້ແມ່ນການປ່ຽນແປງຄົນເຫຼົ່ານັ້ນທີ່ເສື່ອມຊາມ, ຄົນທີ່ບໍ່ມີຄວາມຮູ້ສຶກຫຼາຍທີ່ສຸດ ແລະ ມັນແມ່ນເພື່ອເຮັດໃຫ້ຄົນເຫຼົ່ານັ້ນທີ່ຖືກສ້າງ ແຕ່ຖືກຈັດການໂດຍຊາຕານນັ້ນມີຄວາມບໍລິສຸດ, ບໍ່ແມ່ນການສ້າງອາດາມ ຫຼື ເອວາ, ແຮງໄກທີ່ຈະເປັນການສ້າງແສງສະຫວ່າງ ຫຼື ການສ້າງພືດ ແລະ ສັດທຸກຊະນິດ. ພຣະເຈົ້າເຮັດໃຫ້ທຸກສິ່ງທີ່ຊາຕານເຮັດໃຫ້ເສື່ອມຊາມກັບມາບໍລິສຸດອີກຄັ້ງ ຈາກນັ້ນກໍ່ເຮັດໃຫ້ພວກເຂົາໄດ້ຮັບອີກຄັ້ງພວກເຂົາກາຍເປັນສິ່ງທີ່ເປັນຂອງພຣະອົງ ແລະ ພວກເຂົາກໍ່ກາຍມາເປັນລັດສະໝີຂອງພຣະອົງ. ສິ່ງນີ້ບໍ່ໄດ້ງ່າຍດາຍຄືກັບທີ່ມະນຸດຈິນຕະນາການ, ມັນບໍ່ງ່າຍຄືກັບການຊົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງໃນພວກມັນ ຫຼື ພາລະກິດການສາບແຊ່ງຊາຕານໃຫ້ຕົກລົງໃນເຫວເລິກທີ່ບໍ່ມີບ່ອນສິ້ນສຸດ; ໃນທາງກົງກັນຂ້າມ, ມັນແມ່ນພາລະກິດແຫ່ງການປ່ຽນແປງມະນຸດ, ປ່ຽນສິ່ງຕ່າງໆທີ່ເປັນດ້ານລົບບໍ່ແມ່ນຂອງພຣະອົງ ໃຫ້ກາຍເປັນດ້ານບວກ ແລະ ເປັນຂອງພຣະອົງ. ນີ້ແມ່ນຄວາມຈິງທີ່ຢູ່ເບື້ອງຫຼັງຂັ້ນຕອນນີ້ໃນພາລະກິດຂອງພຣະເຈົ້າ. ພວກເຈົ້າຕ້ອງເຂົ້າໃຈສິ່ງນີ້ ແລະ ຫຼີກລ້ຽງບັນຫາທີ່ງ່າຍດາຍເກີນໄປ. ພາລະກິດຂອງພຣະເຈົ້າບໍ່ຄືກັບພາລະກິດທຳມະດາທົ່ວໄປ. ຄວາມມະຫັດສະຈັນ ແລະ ສະຕິປັນຍາຂອງມັນຢູ່ເໜືອຄວາມຄິດຂອງມະນຸດ. ພຣະເຈົ້າບໍ່ໄດ້ສ້າງທຸກສິ່ງໃນໄລຍະບາດກ້າວນີ້ຂອງພາລະກິດ ແລະ ພຣະອົງກໍ່ບໍ່ໄດ້ທຳລາຍພວກມັນ. ໃນທາງກົງກັນຂ້າມ, ພຣະອົງປ່ຽນແປງທຸກສິ່ງທີ່ພຣະອົງຊົງສ້າງ ແລະ ຊຳລະລ້າງທຸກສິ່ງທີ່ຊາຕານເຮັດໃຫ້ເສຍຄວາມບໍລິສຸດ. ດ້ວຍເຫດນີ້, ພຣະເຈົ້າຈຶ່ງຊົງດຳເນີນກິດຈະການອັນຍິ່ງໃຫຍ່ ເຊິ່ງແມ່ນຄວາມໝາຍທັງໝົດຂອງພາລະກິດຂອງພຣະເຈົ້າ. ເຈົ້າເຫັນໃນພຣະທຳເຫຼົ່ານີ້ວ່າພາລະກິດຂອງພຣະເຈົ້າງ່າຍດາຍແທ້ໆບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ?

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ