ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 199
09 ເດືອນກັນຍາ 2025
ເມື່ອໂມເຊຕີກ້ອນຫີນ ແລ້ວນໍ້າທີ່ປະທານໂດຍພຣະເຢໂຮວາກໍໄຫຼພຸ່ງອອກມາ ນັ້ນກໍຍ້ອນມາຈາກຄວາມສັດທາຂອງໂມເຊ. ເມື່ອເດວິດຫຼິ້ນພີນສັນລະເສີນເຮົາ ກໍຄືພຣະເຢໂຮວາ ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມສຸກ ກໍຍ້ອນຄວາມສັດທາຂອງເດວິດ. ໂຢບສູນເສຍສັດລ້ຽງທີ່ເຕັມພູເຂົາ ແລະ ຄວາມຮັ່ງມີຢ່າງມະຫາສານ ແລະ ຕົນຕົວກໍເຕັມໄປດ້ວຍຕຸ່ມໜອງ ກໍຍ້ອນຄວາມສັດທາຂອງລາວ. ເມື່ອລາວສາມາດໄດ້ຍິນສຽງຂອງເຮົາ ກໍຄືພຣະເຢໂຮວາ ແລະ ເຫັນຄວາມສະຫງ່າລາສີຂອງເຮົາ ກໍຄືພຣະເຢໂຮວາ ນັ້ນກໍຍ້ອນຄວາມສັດທາຂອງລາວ. ເປໂຕສາມາດຕິດຕາມພຣະເຢຊູຄຣິດ ກໍຍ້ອນຄວາມສັດທາຂອງເປໂຕ. ລາວຖືກຕອກຕະປູຄຶງໃສ່ໄມ້ກາງແຂນເພື່ອເຮົາ ແລະ ເພື່ອມອບປະຈັກພະຍານອັນຍິ່ງໃຫຍ່ໃຫ້ແດ່ເຮົາ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ໂຢຮັນໄດ້ເຫັນຮູບຮ່າງອັນສະຫງ່າລາສີຂອງພຣະບຸດມະນຸດ ກໍຍ້ອນຄວາມສັດທາຂອງໂຢຮັນ. ລາວໄດ້ເຫັນນິມິດແຫ່ງຍຸກສຸດທ້າຍ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ສາເຫດກຸ່ມທີ່ຖືກເອີ້ນວ່າ ຕ່າງຊາດທັງຫຼາຍໄດ້ຮັບການເປີດເຜີຍຈາກເຮົາ ແລະ ມາຮູ້ຈັກວ່າເຮົາ ໄດ້ກັບຄືນມາໃນຮ່າງກາຍມະນຸດເພື່ອກະທໍາພາລະກິດໃນທ່າມກາງມະນຸດ ກໍຍ້ອນຄວາມສັດທາຂອງພວກເຂົາເຊັ່ນກັນ. ທຸກຄົນທີ່ຖືກຂ້ຽນຕີໂດຍພຣະທຳທີ່ຮຸນແຮງຂອງເຮົາ ແລະ ຍັງຖືກປອບໃຈໂດຍພຣະທຳເຫຼົ່ານັ້ນ ແລະ ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາບໍ່ໄດ້ຖືກປະຕິບັດແບບນັ້ນຍ້ອນຄວາມເຊື່ອຂອງພວກເຂົາບໍ? ຜູ້ຄົນໄດ້ຮັບຢ່າງຫຼວງຫຼາຍຍ້ອນຄວາມເຊື່ອຂອງພວກເຂົາ ແລະ ມັນກໍບໍ່ແມ່ນພອນຢູ່ສະເໝີໄປ. ພວກເຂົາອາດບໍ່ໄດ້ຮັບຄວາມສຸກ ແລະ ຄວາມປິຕິຍິນດີແບບດຽວກັນກັບທີ່ເດວິດຮູ້ສຶກ ຫຼື ມີນໍ້າທີ່ປະທານໂດຍພຣະເຢໂຮວາດັ່ງທີ່ໂມເຊມີ. ຕົວຢ່າງເຊັ່ນ ໂຢບໄດ້ຮັບພອນຈາກພຣະເຢໂຮວາຍ້ອນຄວາມເຊື່ອຂອງເພິ່ນ, ແຕ່ເພິ່ນກໍຍັງທົນທຸກກັບໄພພິບັດເຊັ່ນກັນ. ບໍ່ວ່າເຈົ້າຈະຖືກອວຍພອນ ຫຼື ທົນທຸກກັບໄພພິບັດ, ທັງສອງແມ່ນເຫດການແຫ່ງພອນ. ຫາກປາສະຈາກຄວາມເຊື່ອ, ເຈົ້າຈະບໍ່ສາມາດຮັບເອົາພາລະກິດແຫ່ງການເອົາຊະນະນີ້ໄດ້, ແຮງໄກທີ່ຈະໄດ້ເຫັນເຖິງການກະທຳຂອງພຣະເຢໂຮວາທີ່ສະແດງອອກຕໍ່ໜ້າຂອງເຈົ້າໃນປັດຈຸບັນ. ເຈົ້າຈະບໍ່ສາມາດເຫັນໄດ້, ແຮງໄກທີ່ເຈົ້າຈະສາມາດຮັບເອົາ. ໄພພິບັດເຫຼົ່ານີ້, ໄພໃຫຍ່ຫຼວງເຫຼົ່ານີ້ ແລະ ການພິພາກສາທັງໝົດ, ຖ້າພວກມັນບໍ່ໄດ້ເກີດຂຶ້ນກັບເຈົ້າ, ເຈົ້າຈະສາມາດເຫັນການກະທຳຂອງພຣະເຢໂຮວາໃນປັດຈຸບັນບໍ? ໃນປັດຈຸບັນ, ມັນແມ່ນຄວາມເຊື່ອທີ່ເຮັດໃຫ້ເຈົ້າຖືກເອົາຊະນະ ແລະ ມັນຄືການຖືກເອົາຊະນະທີ່ເຮັດໃຫ້ເຈົ້າເຊື່ອໃນການກະທຳທຸກຢ່າງຂອງພຣະເຢໂຮວາ. ຍ້ອນຄວາມເຊື່ອເທົ່ານັ້ນ ເຈົ້າຈຶ່ງໄດ້ຮັບການຂ້ຽນຕີ ແລະ ການພິພາກສາດັ່ງກ່າວ. ຜ່ານການຂ້ຽນຕີ ແລະ ການພິພາກສານີ້, ເຈົ້າຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາແບບທີ່ເຈົ້າກຳລັງໄດ້ຮັບໃນປັດຈຸບັນນີ້, ຄວາມເຊື່ອຂອງເຈົ້າກໍຈະສູນເປົ່າ, ເພາະເຈົ້າຈະບໍ່ຮູ້ຈັກພຣະເຈົ້າ; ບໍ່ວ່າເຈົ້າຈະເຊື່ອໃນພຣະອົງຫຼາຍສໍ່າໃດກໍຕາມ, ຄວາມເຊື່ອຂອງເຈົ້າຈະຍັງເປັນພຽງຄໍາເວົ້າວ່າງເປົ່າເຊິ່ງບໍ່ໄດ້ມີພື້ນຖານໃນຄວາມເປັນຈິງ. ພຽງແຕ່ຫຼັງຈາກທີ່ເຈົ້າໄດ້ຮັບພາລະກິດແຫ່ງການເອົາຊະນະນີ້, ພາລະກິດທີ່ເຮັດໃຫ້ເຈົ້າອ່ອນນ້ອມຢ່າງສົມບູນ, ຄວາມເຊື່ອຂອງເຈົ້າຈຶ່ງຈະກາຍເປັນຈິງ ແລະ ເພິ່ງພາໄດ້ ແລະ ຫົວໃຈຂອງເຈົ້າກໍຈະຫັນໄປຫາພຣະເຈົ້າ. ເຖິງແມ່ນເຈົ້າທົນທຸກກັບການພິພາກສາ ແລະ ການສາບແຊ່ງຢ່າງຫຼວງຫຼາຍຍ້ອນຄຳວ່າ “ຄວາມເຊື່ອ”, ເຖິງຢ່າງນັ້ນກໍຕາມ ເຈົ້າກໍມີຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າໄດ້ຮັບເອົາສິ່ງທີ່ແທ້ຈິງທີ່ສຸດ, ເປັນຈິງທີ່ສຸດ ແລະ ລໍ້າຄ່າທີ່ສຸດ. ນີ້ແມ່ນຍ້ອນລະຫວ່າງການພິພາກສາເທົ່ານັ້ນທີ່ເຈົ້າເຫັນເຖິງຈຸດໝາຍປາຍທາງສຸດທ້າຍຂອງສິ່ງຊົງສ້າງຂອງພຣະເຈົ້າ; ຢູ່ໃນການພິພາກສານີ້, ເຈົ້າຈຶ່ງໄດ້ເຫັນວ່າ ພຣະຜູ້ສ້າງແມ່ນເປັນທີ່ຮັກ; ຢູ່ໃນພາລະກິດແຫ່ງການເອົາຊະນະດັ່ງກ່າວ ເຈົ້າຈຶ່ງໄດ້ເຫັນເຖິງແຂນຂອງພຣະເຈົ້າ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈຢ່າງສົມບູນເຖິງຊີວິດຂອງມະນຸດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງຮັບເອົາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ເລີ່ມເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງ “ມະນຸດ”; ຢູ່ໃນການເອົາຊະນະນີ້ເທົ່ານັ້ນ ເຈົ້າຈຶ່ງເຫັນເຖິງອຸປະນິໄສອັນຊອບທຳຂອງອົງຊົງລິດທານຸພາບສູງສຸດ ແລະ ໃບໜ້າທີ່ສວຍງາມ ແລະ ສະຫງ່າງາມຂອງພຣະອົງ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງຮຽນຮູ້ເຖິງຈຸດກຳເນີດຂອງມະນຸດ ແລະ ເຂົ້າໃຈເຖິງ “ປະຫວັດສາດທີ່ອຳມະຕະ” ຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈເຖິງບັນພະບຸລຸດຂອງມະນຸດຊາດ ແລະ ຈຸດກຳເນີດຂອງຄວາມເສື່ອມຊາມຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບເອົາຄວາມປິຕິຍິນດີ ແລະ ຄວາມສຸກສະບາຍ ພ້ອມກັບການຕີສອນທີ່ບໍ່ສິ້ນສຸດ, ການລົງວິໄນ ແລະ ພຣະທຳແຫ່ງການຕໍານິຕິເຕືອນຈາກພຣະຜູ້ສ້າງຕໍ່ມະນຸດຊາດທີ່ພຣະອົງສ້າງຂຶ້ນ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບພອນ ພ້ອມກັບໄພພິບັດທີ່ມະນຸດຄວນຈະໄດ້ຮັບ... ນີ້ບໍ່ແມ່ນຍ້ອນຄວາມເຊື່ອທີ່ເລັກນ້ອຍຂອງເຈົ້າບໍ? ແລ້ວຄວາມເຊື່ອຂອງເຈົ້າຈະບໍ່ໄດ້ເຕີບໃຫຍ່ຫຼັງຈາກທີ່ເຈົ້າໄດ້ຮັບເອົາສິ່ງເຫຼົ່ານີ້ບໍ? ເຈົ້າບໍ່ໄດ້ຮັບເອົາຢ່າງຫຼວງຫຼາຍບໍ? ບໍ່ແມ່ນແຕ່ເຈົ້າໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ໄດ້ເຫັນເຖິງສະຕິປັນຍາຂອງພຣະເຈົ້າ, ແຕ່ເຈົ້າຍັງຜະເຊີນກັບແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງເປັນການສ່ວນຕົວ. ບາງເທື່ອເຈົ້າຈະເວົ້າວ່າ ຖ້າເຈົ້າບໍ່ມີຄວາມເຊື່ອ, ແລ້ວເຈົ້າກໍຈະບໍ່ທົນທຸກກັບການຂ້ຽນຕີແບບນີ້ ຫຼື ກັບການພິພາກສາແບບນີ້. ແຕ່ເຈົ້າຄວນຮູ້ວ່າ ຫາກປາສະຈາກຄວາມເຊື່ອ, ບໍ່ແມ່ນພຽງເຈົ້າຈະບໍ່ສາມາດຮັບເອົາການຂ້ຽນຕີແບບນີ້ ຫຼື ການດູແລແບບນີ້ຈາກອົງຊົງລິດທານຸພາບສູງສຸດ, ແຕ່ເຈົ້າຍັງຈະສູນເສຍໂອກາດທີ່ຈະພົບກັບພຣະຜູ້ສ້າງຕະຫຼອດໄປ. ເຈົ້າຈະບໍ່ຮູ້ຈັກຕົ້ນກຳເນີດຂອງມະນຸດຊາດຈັກເທື່ອ ແລະ ບໍ່ເຂົ້າໃຈເຖິງຄວາມໝາຍຂອງຊີວິດມະນຸດຈັກເທື່ອ. ເຖິງແມ່ນຮ່າງກາຍຂອງເຈົ້າຕາຍໄປ ແລະ ວິນຍານຂອງເຈົ້າຈາກໄປ, ເຈົ້າກໍຍັງຈະບໍ່ເຂົ້າໃຈການກະທຳທັງໝົດຂອງພຣະຜູ້ສ້າງ, ແຮງໄກທີ່ເຈົ້າຈະຮູ້ຈັກວ່າພຣະຜູ້ສ້າງປະຕິບັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວເທິງແຜ່ນດິນໂລກ ຫຼັງຈາກທີ່ພຣະອົງສ້າງມະນຸດຊາດ. ໃນຖານະສະມາຊິກຂອງມະນຸດຊາດທີ່ພຣະອົງສ້າງຂຶ້ນມາ, ເຈົ້າເຕັມໃຈທີ່ຈະຕົກລົງສູ່ຄວາມມືດມິດໂດຍບໍ່ຮູ້ຈັກຫຍັງແບບນີ້ ແລະ ທົນທຸກກັບການລົງໂທດຊົ່ວນິດນິລັນບໍ? ຖ້າເຈົ້າແຍກຕົນເອງອອກຈາກການຂ້ຽນຕີ ແລະ ການພິພາກສາໃນປັດຈຸບັນ, ແມ່ນຫຍັງຄືສິ່ງທີ່ເຈົ້າຈະໄດ້ພົບ? ເຈົ້າຄິດວ່າຫຼັງຈາກທີ່ອອກຈາກການພິພາກສາໃນປັດຈຸບັນ, ເຈົ້າຈະສາມາດຫຼົບໜີຈາກຊີວິດທີ່ຫຍຸ້ງຍາກນີ້ໄດ້ບໍ? ມັນບໍ່ແມ່ນຄວາມຈິງບໍວ່າ ຖ້າເຈົ້າອອກຈາກ “ບ່ອນນີ້” ໄປ, ສິ່ງທີ່ເຈົ້າຈະຜະເຊີນຄືຄວາມທໍລະມານຢ່າງເຈັບປວດ ຫຼື ການຂົ່ມເຫັງຢ່າງໂຫດຮ້າຍທີ່ເກີດຈາກຜີຮ້າຍ? ເຈົ້າອາດຜະເຊີນກັບກາງເວັນ ແລະ ກາງຄືນທີ່ບໍ່ສາມາດທົນໄດ້? ເຈົ້າຄິດວ່າ ພຽງແຕ່ຍ້ອນເຈົ້າຫຼົບໜີການພິພາກສານີ້ໃນມື້ນີ້, ເຈົ້າກໍສາມາດຫຼົບຫຼີກການທໍລະມານໃນອະນາຄົດໄດ້ບໍ? ແມ່ນຫຍັງຈະເກີດຂຶ້ນກັບເຈົ້າ? ມັນສາມາດເປັນ ແຊງກຣີລາ ແທ້ໆບໍທີ່ເຈົ້າຫວັງວ່າຈະໄດ້ຮັບ? ເຈົ້າຄິດວ່າເຈົ້າສາມາດຫຼົບໜີການຂ້ຽນຕີຊົ່ວນິດນິລັນໃນອະນາຄົດໂດຍພຽງແຕ່ແລ່ນໜີຈາກຄວາມເປັນຈິງແບບທີ່ເຈົ້າເຮັດໃນຕອນນີ້ບໍ? ຫຼັງຈາກມື້ນີ້, ເຈົ້າຈະສາມາດຄົ້ນພົບໂອກາດແບບນີ້ ແລະ ພອນແບບນີ້ອີກບໍ? ເຈົ້າຈະສາມາດຄົ້ນພົບສິ່ງເຫຼົ່ານັ້ນ ເມື່ອໄພພິບັດເກີດຂຶ້ນກັບເຈົ້າບໍ? ເຈົ້າຈະສາມາດຊອກຫາສິ່ງເຫຼົ່ານັ້ນ ເມື່ອມະນຸດຊາດທັງປວງເຂົ້າສູ່ຄວາມສະຫງົບບໍ? ຊີວິດທີ່ມີຄວາມສຸກຂອງເຈົ້າໃນປັດຈຸບັນ ແລະ ຄອບຄົວນ້ອຍໆທີ່ປອງດອງກັນຂອງເຈົ້າ, ພວກເຂົາສາມາດແທນຈຸດໝາຍປາຍທາງຊົ່ວນິດນິລັນໃນອະນາຄົດຂອງເຈົ້າບໍ? ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງ ແລະ ຖ້າເຈົ້າໄດ້ຮັບຢ່າງຫຼວງຫຼາຍ ຍ້ອນຄວາມເຊື່ອຂອງເຈົ້າ, ແລ້ວທຸກສິ່ງນັ້ນກໍເປັນສິ່ງທີ່ເຈົ້າ ເຊິ່ງເປັນສິ່ງຖືກສ້າງ ຄວນຈະໄດ້ຮັບ ແລະ ຍັງເປັນສິ່ງທີ່ເຈົ້າຄວນມີຕັ້ງແຕ່ຕອນທຳອິດແລ້ວ. ບໍ່ມີຫຍັງທີ່ເປັນປະໂຫຍດຕໍ່ຄວາມເຊື່ອ ແລະ ຊີວິດຂອງເຈົ້າໄດ້ຫຼາຍກວ່າການເອົາຊະນະດັ່ງກ່າວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ