ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 213
10 ເດືອນທັນວາ 2025
ເປົ້າໝາຍຫຼັກຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອຊໍາລະລ້າງມະນຸດຊາດ ເພື່ອວ່າມະນຸດຈະສາມາດມີຄວາມຈິງ, ເພາະມະນຸດເຂົ້າໃຈຄວາມຈິງໜ້ອຍເກີນໄປ! ການປະຕິບັດພາລະກິດແຫ່ງການເອົາຊະນະໃນຜູ້ຄົນເຫຼົ່ານັ້ນແມ່ນມີຄວາມໝາຍທີ່ສຸດ. ພວກເຈົ້າໄດ້ຕົກຢູ່ພາຍໃຕ້ອິດທິພົນແຫ່ງຄວາມມືດ ແລະ ຖືກທຳຮ້າຍຢ່າງຮຸນແຮງ. ສະນັ້ນ ເປົ້າໝາຍຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ພວກເຈົ້າສາມາດຮູ້ຈັກທຳມະຊາດຂອງມະນຸດ ແລະ ດຳລົງຊີວິດຕາມຄວາມຈິງ. ການຖືກເຮັດໃຫ້ສົມບູນຄືສິ່ງທີ່ສິ່ງຖືກສ້າງທັງໝົດຄວນຮັບເອົາ. ຖ້າພາລະກິດໃນຂັ້ນຕອນນີ້ພຽງແຕ່ກ່ຽວພັນກັບການເຮັດໃຫ້ຜູ້ຄົນສົມບູນ, ແລ້ວມັນກໍ່ສາມາດຖືກປະຕິບັດໃນປະເທດອັງກິດ ຫຼື ອາເມຣິກາ ຫຼື ອິດສະຣາເອນ; ມັນສາມາດຖືກປະຕິບັດໃນຄົນທີ່ຢູ່ໃນຊາດໃດໜຶ່ງ. ແຕ່ພາລະກິດແຫ່ງການເອົາຊະນະແມ່ນຖືກເລືອກໄວ້ແລ້ວ. ບາດກ້າວທຳອິດຂອງພາລະກິດແຫ່ງການເອົາຊະນະເປັນໄລຍະສັ້ນ; ຍິ່ງໄປກວ່ານັ້ນ, ມັນຈະຖືກໃຊ້ເພື່ອເຮັດໃຫ້ຊາຕານອັບອາຍ ແລະ ເອົາຊະນະຈັກກະວານທັງປວງ. ນີ້ຄືພາລະກິດເລີ່ມຕົ້ນຂອງການເອົາຊະນະ. ສາມາດເວົ້າໄດ້ວ່າ ສິ່ງຖືກສ້າງໃດໜຶ່ງທີ່ເຊື່ອໃນພຣະເຈົ້າສາມາດຖືກເຮັດໃຫ້ສົມບູນແບບໄດ້ ເພາະການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ສາມາດບັນລຸໄດ້ຫຼັງຈາກການປ່ຽນແປງໄລຍະຍາວເທົ່ານັ້ນ. ແຕ່ການຖືກເອົາຊະນະເປັນສິ່ງທີ່ແຕກຕ່າງກັນ. ຕົວຢ່າງ ແລະ ແບບຢ່າງສຳລັບການເອົາຊະນະຕ້ອງເປັນຄົນທີ່ຫຼ້າຫຼັງທີ່ສຸດ, ດຳລົງຊີວິດຢູ່ໃນຄວາມມືດມົວທີ່ສຸດ; ພວກເຂົາຕ້ອງເປັນຄົນທີ່ເສື່ອມໂຊມທີ່ສຸດ, ບໍ່ເຕັມໃຈຢ່າງທີ່ສຸດທີ່ຈະຮັບຮູ້ພຣະເຈົ້າ ແລະ ກະບົດຕໍ່ພຣະເຈົ້າຫຼາຍທີ່ສຸດ. ນີ້ຄືປະເພດຂອງຄົນທີ່ສາມາດເປັນພະຍານເຖິງການຖືກເອົາຊະນະແທ້ໆ. ເປົ້າໝາຍຫຼັກຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອເຮັດໃຫ້ຊາຕານພ່າຍແພ້, ໃນຂະນະທີ່ເປົ້າໝາຍຫຼັກຂອງການເຮັດໃຫ້ຜູ້ຄົນສົມບູນແມ່ນເພື່ອຮັບຜູ້ຄົນ. ມັນແມ່ນເພື່ອເຮັດໃຫ້ຜູ້ຄົນສາມາດມີຄຳພະຍານຫຼັງຈາກທີ່ໄດ້ຖືກເອົາຊະນະ, ພາລະກິດແຫ່ງການເອົາຊະນະນີ້ຈຶ່ງຖືກປະຕິບັດໃນທີ່ນີ້, ໃນຄົນແບບພວກເຈົ້າ. ຈຸດປະສົງແມ່ນເພື່ອໃຫ້ຜູ້ຄົນເປັນພະຍານຫຼັງຈາກທີ່ຖືກເອົາຊະນະ. ຄົນເຫຼົ່ານີ້ທີ່ຖືກເອົາຊະນະຈະຖືກໃຊ້ເພື່ອບັນລຸເປົ້າໝາຍຂອງການເຮັດໃຫ້ຊາຕານອັບອາຍ. ສະນັ້ນ ແມ່ນຫຍັງຄືວິທີຫຼັກຂອງການເອົາຊະນະ? ການຕີສອນ, ການພິພາກສາ, ການສາບແຊ່ງ ແລະ ການເປີດໂປງ, ນັ້ນກໍ່ຄືການນໍາໃຊ້ອຸປະນິໄສທີ່ຊອບທຳເພື່ອເອົາຊະນະຜູ້ຄົນ ເພື່ອວ່າພວກເຂົາຈະເຊື່ອໝັ້ນຢ່າງສິ້ນເຊີງ ຍ້ອນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ການໃຊ້ຄວາມເປັນຈິງ ແລະ ສິດອຳນາດແຫ່ງພຣະທຳເພື່ອເອົາຊະນະຜູ້ຄົນ ແລະ ເຮັດໃຫ້ພວກເຂົາເຊື່ອໝັ້ນຢ່າງສົມບູນ, ນີ້ຄືຄວາມໝາຍຂອງການຖືກເອົາຊະນະ. ຄົນທີ່ຖືກເຮັດໃຫ້ສົມບູນບໍ່ພຽງແຕ່ສາມາດບັນລຸຄວາມອ່ອນນ້ອມຫຼັງຈາກທີ່ຖືກເອົາຊະນະເທົ່ານັ້ນ, ແຕ່ພວກເຂົາຍັງສາມາດມີຄວາມຮູ້ກ່ຽວກັບພາລະກິດແຫ່ງການພິພາກສາ, ປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ມາຮູ້ຈັກກັບພຣະເຈົ້າ. ພວກເຂົາມີປະສົບການກັບເສັ້ນທາງແຫ່ງການຮັກພຣະເຈົ້າ ແລະ ເຕັມໄປດ້ວຍຄວາມຈິງ. ພວກເຂົາຮຽນຮູ້ວິທີປະສົບກັບພາລະກິດຂອງພຣະເຈົ້າ, ສາມາດທົນທຸກເພື່ອພຣະເຈົ້າ ແລະ ມີຄວາມຕັ້ງໝັ້ນຂອງພວກເຂົາເອງ. ຄົນທີ່ຖືກເຮັດໃຫ້ສົມບູນແມ່ນຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມຈິງ ເນື່ອງຈາກໄດ້ມີປະສົບການກັບພຣະທຳຂອງພຣະເຈົ້າ. ຄົນທີ່ຖືກເອົາຊະນະແມ່ນຄົນທີ່ຮູ້ຈັກຄວາມຈິງ ແຕ່ບໍ່ເຂົ້າໃຈຄວາມໝາຍທີ່ເປັນຈິງຂອງຄວາມຈິງ. ຫຼັງຈາກທີ່ຖືກເອົາຊະນະ, ພວກເຂົາກໍ່ອ່ອນນ້ອມ ແຕ່ຄວາມອ່ອນນ້ອມຂອງພວກເຂົາລ້ວນແລ້ວແຕ່ເປັນຜົນມາຈາກການພິພາກສາທີ່ພວກເຂົາໄດ້ຮັບ. ພວກເຂົາບໍ່ມີຄວາມເຂົ້າໃຈຢ່າງສິ້ນເຊີງກ່ຽວກັບຄວາມໝາຍທີ່ແທ້ຈິງຂອງຄວາມຈິງຫຼາຍຢ່າງ. ພວກເຂົາຮັບຮູ້ຄວາມຈິງທາງວາຈາ, ແຕ່ພວກເຂົາບໍ່ໄດ້ເຂົ້າສູ່ຄວາມຈິງ; ພວກເຂົາເຂົ້າໃຈຄວາມຈິງ, ແຕ່ພວກເຂົາບໍ່ໄດ້ມີປະສົບການກັບຄວາມຈິງ. ພາລະກິດທີ່ກຳລັງປະຕິບັດໃນຜູ້ຄົນທີ່ກຳລັງຖືກເຮັດໃຫ້ສົມບູນປະກອບດ້ວຍການຕີສອນ ແລະ ການພິພາກສາ, ພ້ອມດ້ວຍການມອບຊີວິດໃຫ້. ຄົນທີ່ໃຫ້ຄວາມສໍາຄັນແກ່ການເຂົ້າສູ່ຄວາມຈິງກໍ່ເປັນຄົນທີ່ຈະຖືກເຮັດໃຫ້ສົມບູນ. ຄວາມແຕກຕ່າງລະຫວ່າງຄົນທີ່ຖືກເຮັດໃຫ້ສົມບູນ ແລະ ຄົນທີ່ຖືກເອົາຊະນະແມ່ນຂຶ້ນຢູ່ກັບວ່າພວກເຂົາເຂົ້າສູ່ຄວາມຈິງ ຫຼື ບໍ່. ຄົນທີ່ຖືກເຮັດໃຫ້ສົມບູນແມ່ນຄົນທີ່ເຂົ້າໃຈຄວາມຈິງ, ໄດ້ເຂົ້າສູ່ຄວາມຈິງ ແລະ ກຳລັງດຳລົງຊີວິດຕາມຄວາມຈິງ; ຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນແມ່ນຄົນທີ່ບໍ່ໄດ້ເຂົ້າໃຈຄວາມຈິງ ແລະ ບໍ່ໄດ້ເຂົ້າສູ່ຄວາມຈິງ ນັ້ນກໍ່ຄື ຄົນທີ່ບໍ່ໄດ້ດຳລົງຊີວິດຕາມຄວາມຈິງ. ຖ້າຜູ້ຄົນດັ່ງກ່າວສາມາດອ່ອນນ້ອມຢ່າງສິ້ນເຊີງໃນຕອນນີ້, ແລ້ວພວກເຂົາກໍ່ສາມາດຖືກເອົາຊະນະໄດ້. ຖ້າຄົນທີ່ຖືກເອົາຊະນະບໍ່ສະແຫວງຫາຄວາມຈິງ, ຖ້າພວກເຂົາປະຕິບັດຕາມ ແຕ່ບໍ່ໄດ້ດຳລົງຊີວິດຕາມຄວາມຈິງ, ຖ້າພວກເຂົາໄດ້ເຫັນ ແລະ ໄດ້ຍິນຄວາມຈິງ ແຕ່ບໍ່ໃຫ້ຄວາມສໍາຄັນແກ່ການດຳລົງຊີວິດຕາມຄວາມຈິງ, ແລ້ວພວກເຂົາກໍ່ບໍ່ສາມາດຖືກເຮັດໃຫ້ສົມບູນ. ຄົນທີ່ຖືກເຮັດໃຫ້ສົມບູນຈະປະຕິບັດຄວາມຈິງຕາມການຮຽກຮ້ອງຂອງພຣະເຈົ້າໃນເສັ້ນທາງແຫ່ງຄວາມສົມບູນ. ຜ່ານສິ່ງນີ້, ພວກເຂົາຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ພວກເຂົາຖືກເຮັດໃຫ້ສົມບູນ. ຄົນໃດກໍ່ຕາມທີ່ຕິດຕາມຈົນເຖິງທີ່ສຸດກ່ອນທີ່ພາລະກິດແຫ່ງການເອົາຊະນະຈະສິ້ນສຸດລົງ ກໍ່ເປັນຄົນທີ່ຖືກເອົາຊະນະ, ແຕ່ບໍ່ສາມາດເວົ້າໄດ້ວ່າເປັນຄົນທີ່ຖືກເຮັດໃຫ້ສົມບູນ. “ຄົນທີ່ຖືກເຮັດໃຫ້ສົມບູນ” ໝາຍເຖິງຄົນທີ່ສາມາດສະແຫວງຫາຄວາມຈິງ ແລະ ຖືກຮັບໂດຍພຣະເຈົ້າ ຫຼັງຈາກທີ່ພາລະກິດແຫ່ງການເອົາຊະນະໄດ້ສິ້ນສຸດລົງ. ມັນໝາຍເຖິງຄົນທີ່ຍຶດໝັ້ນໃນຄວາມທຸກລຳບາກ ແລະ ດຳລົງຊີວິດຕາມຄວາມຈິງ ຫຼັງຈາກທີ່ພາລະກິດແຫ່ງການເອົາຊະນະໄດ້ສິ້ນສຸດລົງ. ສິ່ງທີ່ແຍກແຍະການຖືກເອົາຊະນະອອກຈາກການຖືກເຮັດໃຫ້ສົມບູນແມ່ນຄວາມແຕກຕ່າງໃນບາດກ້າວຂອງພາລະກິດ ແລະ ຄວາມແຕກຕ່າງໃນລະດັບທີ່ຜູ້ຄົນເຂົ້າໃຈ ແລະ ເຂົ້າສູ່ຄວາມຈິງ. ທຸກຄົນທີ່ບໍ່ກ້າວເຂົ້າໃນເສັ້ນທາງສູ່ຄວາມສົມບູນ ເຊິ່ງໝາຍເຖິງຄົນທີ່ບໍ່ມີຄວາມຈິງ ແມ່ນຈະຖືກກຳຈັດໃນທີ່ສຸດ. ມີພຽງແຕ່ຄົນທີ່ມີຄວາມຈິງ ແລະ ຄົນທີ່ດຳລົງຊີວິດຕາມຄວາມຈິງເທົ່ານັ້ນຈຶ່ງສາມາດຖືກພຣະເຈົ້າຮັບເອົາຢ່າງສົມບູນ. ນັ້ນກໍ່ຄື ຄົນທີ່ດຳລົງຊີວິດຕາມພາບລັກຂອງເປໂຕແມ່ນຄົນທີ່ຖືກເຮັດໃຫ້ສົມບູນ, ໃນຂະນະທີ່ຄົນອື່ນໆແມ່ນຄົນທີ່ຖືກເອົາຊະນະ. ພາລະກິດທີ່ກຳລັງປະຕິບັດໃນທຸກຄົນທີ່ກຳລັງຖືກເອົາຊະນະແມ່ນປະກອບດ້ວຍການສາບແຊ່ງ, ການຕີສອນ ແລະ ການສະແດງຄວາມໂກດຮ້າຍເທົ່ານັ້ນ ແລະ ສິ່ງທີ່ຈະເກີດຂຶ້ນກັບພວກເຂົາແມ່ນຄວາມຊອບທຳ ແລະ ຄຳສາບແຊ່ງ. ການປະຕິບັດພາລະກິດໃນຄົນດັ່ງກ່າວຄືການເປີດເຜີຍໂດຍບໍ່ມີພິທີ ຫຼື ຄວາມສຸພາບ ນັ້ນກໍ່ຄື ການເປີດເຜີຍອຸປະນິໄສເສື່ອມຊາມທີ່ຢູ່ພາຍໃນພວກເຂົາ ເພື່ອວ່າພວກເຂົາຈະຮັບຮູ້ມັນດ້ວຍພວກເຂົາເອງ ແລະ ເຊື່ອໝັ້ນຢ່າງສົມບູນ. ຫຼັງຈາກທີ່ມະນຸດອ່ອນນ້ອມຢ່າງສົມບູນ, ພາລະກິດແຫ່ງການເອົາຊະນະກໍ່ຈະສິ້ນສຸດລົງ. ເຖິງແມ່ນວ່າຄົນສ່ວນໃຫຍ່ຍັງບໍ່ສະແຫວງຫາເພື່ອເຂົ້າໃຈຄວາມຈິງ, ພາລະກິດແຫ່ງການເອົາຊະນະກໍ່ຈະສິ້ນສຸດລົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ