ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 224

05 ເດືອນທັນວາ 2025

ເມື່ອສຽງຄໍານັບຂອງອານາຈັກດັງຂຶ້ນ ເຊິ່ງຍັງແມ່ນເວລາທີ່ສຽງຟ້າຮ້ອງທັງເຈັດດັງກັງວານຂຶ້ນ, ສຽງດັ່ງກ່າວນີ້ສັ່ນສະທ້ານສະຫວັນ ແລະ ແຜ່ນດິນໂລກ, ເຮັດໃຫ້ສະຫວັນຊັ້ນສູງສຸດສັ່ນສະເທືອນ ແລະ ເຮັດໃຫ້ຄວາມຮູ້ສຶກໃນໃຈຂອງມະນຸດທຸກຄົນສັ່ນເຊັນ. ເພງແຫ່ງອານາຈັກດັງຂຶ້ນຢ່າງເປັນພິທີໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງພິສູດໃຫ້ເຫັນວ່າ ເຮົາໄດ້ທໍາລາຍປະເທດນັ້ນ ແລະ ໄດ້ສ້າງອານາຈັກຂອງເຮົາຂຶ້ນ. ສໍາຄັນໄປກວ່ານັ້ນ, ອານາຈັກຂອງເຮົາຖືກສ້າງຂຶ້ນຢູ່ເທິງແຜ່ນດິນໂລກ. ໃນຊ່ວງເວລານີ້, ເຮົາໄດ້ເລີ່ມສົ່ງທູດສະຫວັນຂອງເຮົາອອກໄປຫາທຸກຄົນຂອງບັນດາປະເທດຕ່າງໆໃນໂລກ ເພື່ອວ່າ ພວກເຂົາຈະສາມາດເບິ່ງແຍງບຸດຂອງເຮົາ ແລະ ປະຊາຊົນຂອງເຮົາ; ສິ່ງນີ້ຍັງແມ່ນເພື່ອຕອບສະໜອງຄວາມຕ້ອງການຂອງຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ. ຢ່າງໃດກໍຕາມ, ເຮົາມາບ່ອນທີ່ມັງກອນແດງທີ່ຍິ່ງໃຫຍ່ນອນມ້ວນຕົວຢູ່ ແລະ ຕໍ່ສູ້ກັບມັນດ້ວຍຕົວເຮົາເອງ. ເມື່ອມະນຸດທຸກຄົນມາຮູ້ຈັກເຮົາໃນເນື້ອໜັງ ແລະ ສາມາດເຫັນການກະທໍາຂອງເຮົາໃນເນື້ອໜັງ, ຖໍ້າຂອງມັງກອນແດງທີ່ຍິ່ງໃຫຍ່ກໍຈະກາຍເປັນຂີ້ເຖົ່າ ແລະ ຫາຍໄປໂດຍບໍ່ມີຮ່ອງຮອຍ. ໃນຖານະທີ່ເປັນປະຊາຊົນຂອງອານາຈັກຂອງເຮົາ, ໃນເມື່ອພວກເຈົ້າກຽດຊັງມັງກອນແດງທີ່ຍິ່ງໃຫຍ່ຈົນເຂົ້າກະດູກດໍາ, ພວກເຈົ້າຕ້ອງເຮັດໃຫ້ເຮົາພໍໃຈ ດ້ວຍການກະທໍາຂອງພວກເຈົ້າ ແລະ ດ້ວຍວິທີນີ້ ກໍເປັນການນໍາເອົາຄວາມອັບອາຍມາສູ່ມັງກອນ. ພວກເຈົ້າຮູ້ສຶກຢ່າງແທ້ຈິງບໍວ່າມັງກອນແດງທີ່ຍິ່ງໃຫຍ່ນັ້ນເປັນຕາກຽດຊັງ? ພວກເຈົ້າຮູ້ສຶກບໍວ່າມັນແມ່ນສັດຕູຂອງອານາຈັກຂອງກະສັດ? ພວກເຈົ້າເຊື່ອແທ້ບໍວ່າພວກເຈົ້າສາມາດເປັນພະຍານຢ່າງດີຕໍ່ເຮົາ? ພວກເຈົ້າມີຄວາມໝັ້ນໃຈແທ້ບໍວ່າພວກເຈົ້າສາມາດເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ໄດ້? ນີ້ແມ່ນສິ່ງທີ່ເຮົາຂໍຈາກພວກເຈົ້າ; ສິ່ງດຽວທີ່ເຮົາຕ້ອງການແມ່ນໃຫ້ພວກເຈົ້າສາມາດໄປຮອດຂັ້ນຕອນນີ້. ພວກເຈົ້າຈະສາມາດເຮັດສິ່ງນີ້ໄດ້ບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າສາມາດບັນລຸໃນສິ່ງນີ້ໄດ້ບໍ? ແມ່ນຫຍັງແທ້ທີ່ມະນຸດສາມາດເຮັດໄດ້? ບໍ່ແມ່ນເຮົາເຮັດມັນດ້ວຍຕົວເຮົາເອງບໍ? ເປັນຫຍັງເຮົາຈຶ່ງເວົ້າວ່າ ເຮົາລົງມາດ້ວຍຕົວເຮົາເອງສູ່ສະຖານທີ່ ທີ່ໄດ້ມີການຕໍ່ສູ້ເກີດຂຶ້ນ? ສິ່ງທີ່ເຮົາຕ້ອງການແມ່ນຄວາມເຊື່ອຂອງພວກເຈົ້າ, ບໍ່ແມ່ນການກະທໍາຂອງພວກເຈົ້າ. ມະນຸດທຸກຄົນແມ່ນບໍ່ສາມາດເຂົ້າໃຈພຣະທໍາຂອງເຮົາຢ່າງກົງໄປກົງມາ ແລະ ພຽງແຕ່ເບິ່ງພຣະທໍາເຫຼົ່ານັ້ນຢູ່ທາງຂ້າງ. ສິ່ງນີ້ໄດ້ຊ່ວຍໃຫ້ພວກເຈົ້າບັນລຸເປົ້າໝາຍຂອງພວກເຈົ້າບໍ? ພວກເຈົ້າໄດ້ມາຮູ້ຈັກເຮົາດ້ວຍວິທີນີ້ບໍ? ເວົ້າຕາມກົງ, ໃນບັນດາມະນຸດຢູ່ເທິງແຜ່ນດິນໂລກ ບໍ່ມີຜູ້ໃດສາມາດເບິ່ງເຮົາຢ່າງເຊິ່ງໜ້າໄດ້ ແລະ ບໍ່ມີຜູ້ໃດສາມາດເຂົ້າໃຈຄວາມໝາຍອັນບໍລິສຸດ ແລະ ຂາວສະອາດຂອງພຣະທໍາຂອງເຮົາ. ດັ່ງນັ້ນ, ເຮົາຈຶ່ງໄດ້ເລີ່ມປະຕິບັດໂຄງການທີ່ບໍ່ເຄີຍມີມາກ່ອນຢູ່ເທິງແຜ່ນດິນໂລກ ເພື່ອບັນລຸເປົ້າໝາຍຂອງເຮົາ ແລະ ເພື່ອສ້າງພາບລັກທີ່ແທ້ຈິງຂອງເຮົາໃນໃຈຂອງຜູ້ຄົນ. ດ້ວຍວິທີນີ້, ເຮົາຈະສິ້ນສຸດຍຸກທີ່ຄວາມຄິດຖືອໍານາດເໜືອຜູ້ຄົນ.

ປັດຈຸບັນ ເຮົາບໍ່ພຽງແຕ່ລົງມາສູ່ປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ເທົ່ານັ້ນ ແຕ່ເຮົາຍັງຫັນໄປຜະເຊີນກັບຈັກກະວານທັງປວງ ເຊິ່ງເຮັດໃຫ້ສະຫວັນຊັ້ນສູງສຸດສັ່ນສະເທືອນ. ມີບ່ອນໃດແດ່ທີ່ບໍ່ໄດ້ຢູ່ພາຍໃຕ້ການພິພາກສາຂອງເຮົາ? ມີບ່ອນໃດແດ່ທີ່ມີຢູ່ ທີ່ບໍ່ຢູ່ພາຍໃຕ້ໄພພິບັດ ທີ່ເຮົາໄດ້ສົ່ງລົງມາບໍ? ເຮົາໄດ້ຫວ່ານ “ເມັດພືດແຫ່ງໄພພິບັດ” ທຸກຊະນິດຢູ່ທຸກບ່ອນທີ່ເຮົາໄປ. ນີ້ແມ່ນໜຶ່ງໃນວິທີທີ່ເຮົາເຮັດພາລະກິດ ແລະ ແມ່ນການກະທໍາເພື່ອຊ່ວຍມະນຸດໃຫ້ລອດພົ້ນຢ່າງບໍ່ຕ້ອງສົງໄສ ແລະ ສິ່ງທີ່ເຮົາຍື່ນໃຫ້ພວກເຂົາຍັງແມ່ນຄວາມຮັກຊະນິດໜຶ່ງອີກດ້ວຍ. ເຮົາປາດຖະໜາທີ່ຈະໃຫ້ຫຼາຍຄົນຮູ້ຈັກເຮົາ ແລະ ສາມາດເຫັນເຮົາ ແລະ ດ້ວຍວິທີນີ້ ມາຢໍາເກງພຣະເຈົ້າ ທີ່ພວກເຂົາບໍ່ສາມາດເຫັນເປັນເວລາຫຼາຍປີ ແຕ່ຜູ້ທີ່ມີຕົວຕົນແທ້ຈິງໃນປັດຈຸບັນ. ເຮົາໄດ້ສ້າງໂລກຍ້ອນເຫດຜົນຫຍັງ? ຫຼັງຈາກທີ່ມະນຸດໄດ້ເສື່ອມຊາມ, ເປັນຫຍັງເຮົາຈຶ່ງບໍ່ທໍາລາຍລ້າງພວກເຂົາຢ່າງສິ້ນເຊີງ? ຍ້ອນເຫດຜົນຫຍັງ ເຜົ່າພັນມະນຸດທັງໝົດຈຶ່ງດໍາລົງຊີວິດໃນທ່າມກາງໄພພິບັດ? ຈຸດປະສົງຂອງເຮົາໃນການສວມໃສ່ເນື້ອໜັງແມ່ນຫຍັງ? ເມື່ອເຮົາປະຕິບັດພາລະກິດຂອງເຮົາ, ມະນຸດບໍ່ພຽງແຕ່ໄດ້ຮຽນຮູ້ເຖິງລົດຊາດທີ່ຂົມຂື່ນ ແຕ່ຍັງໄດ້ຮຽນຮູ້ເຖິງລົດຊາດທີ່ຫວານຊື່ນອີກດ້ວຍ. ໃນບັນດາຜູ້ຄົນທັງໝົດໃນໂລກ, ມີຜູ້ໃດທີ່ບໍ່ໄດ້ດໍາລົງຊີວິດພາຍໃນພຣະຄຸນຂອງເຮົາ? ຖ້າເຮົາບໍ່ໄດ້ປະທານພອນແຫ່ງວັດຖຸໃຫ້ແກ່ມະນຸດ ແລ້ວຈະມີຜູ້ໃດໃນໂລກສາມາດມີຄວາມສຸກກັບຄວາມອຸດົມສົມບູນບໍ? ເປັນໄປໄດ້ບໍ ທີ່ການອະນຸຍາດໃຫ້ພວກເຈົ້າຮັບຕໍາແໜ່ງເປັນປະຊາຊົນຂອງເຮົາຄືການໃຫ້ພອນ? ຖ້າພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ ແຕ່ແມ່ນຜູ້ເຮັດການບໍລິການແທນ ແລ້ວພວກເຈົ້າຈະບໍ່ໄດ້ມີຊີວິດຢູ່ພາຍໃນການໃຫ້ພອນຂອງເຮົາບໍ? ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າ ສາມາດຢັ່ງເຖິງຕົ້ນກໍາເນີດຂອງພຣະທໍາຂອງເຮົາ. ມະນຸດບໍ່ຮູ້ຄຸນຄ່າຕໍາແໜ່ງທີ່ເຮົາໄດ້ມອບໃຫ້ພວກເຂົາ, ສະນັ້ນ ຫຼາຍຄົນໃນຕໍາແໜ່ງ “ຜູ້ເຮັດການບໍລິການ” ຈຶ່ງມີຄວາມບໍ່ພໍໃຈໃນໃຈຂອງພວກເຂົາ ແລະ ຫຼາຍຄົນໃນຕໍາແໜ່ງ “ປະຊາຊົນຂອງເຮົາ” ຈຶ່ງມີຄວາມຮັກຕໍ່ເຮົາໃນໃຈຂອງພວກເຂົາ. ບໍ່ມີຜູ້ໃດຄວນພະຍາຍາມຫຼອກລວງເຮົາ; ຕາຂອງເຮົາແມ່ນເຫັນທຸກຢ່າງ! ຜູ້ໃດໃນບັນດາພວກເຈົ້າ ທີ່ໄດ້ຮັບຢ່າງເຕັມໃຈ ແລະ ຜູ້ໃດໃນບັນດາພວກເຈົ້າທີ່ມອບຄວາມອ່ອນນ້ອມຈົນໝົດ? ຖ້າສຽງຄໍານັບຕໍ່ອານາຈັກບໍ່ດັງຂຶ້ນ ແລ້ວພວກເຈົ້າຈະສາມາດອ່ອນນ້ອມຢ່າງແທ້ຈິງຈົນເຖິງທີ່ສຸດບໍ? ສິ່ງທີ່ມະນຸດສາມາດເຮັດ ແລະ ຄິດ ແລະ ພວກເຂົາສາມາດໄປໄກໄດ້ສໍ່າໃດ ເຊິ່ງສິ່ງທັງໝົດເຫຼົ່ານີ້ ແມ່ນສິ່ງທີ່ເຮົາໄດ້ກໍານົດລ່ວງໜ້າແຕ່ດົນນານແລ້ວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 10

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ