ເພງຄຣິດສະຕຽນ “ການເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ຮັບຊີວິດຈະນໍາໄປສູ່ການລົງໂທດ”

26 ເດືອນສິງຫາ 2021

ບາງເທື່ອ ເຈົ້າໄດ້ທົນທຸກຢ່າງຫຼວງຫຼາຍໃນຊີວິດຂອງເຈົ້າ

ແຕ່ເຈົ້າກໍຍັງບໍ່ເຂົ້າໃຈຫຍັງເລີຍ

ເຈົ້າບໍ່ຮູ້ຈັກຫຍັງກ່ຽວກັບຊີວິດ.

ເຖິງແມ່ນເຈົ້າຈະຖືກຂ້ຽນຕີ ແລະ ຖືກພິພາກສາ

ເຈົ້າກໍບໍ່ໄດ້ປ່ຽນແປງຫຍັງເລີຍ ແລະ

ໃນສ່ວນເລິກຂອງເຈົ້າ ເຈົ້າບໍ່ໄດ້ຮັບຊີວິດ.

ເມື່ອເວລາທີ່ຈະທົດສອບວຽກງານຂອງເຈົ້າມາເຖິງ

ເຈົ້າຈະຜະເຊີນກັບການທົດລອງທີ່ດຸເດືອດຄືກັບແປວໄຟ

ແລະ ຍິ່ງໄປກວ່ານັ້ນ

ຈະຜະເຊີນກັບຄວາມລຳບາກຍາກແຄ້ນຫຼາຍທີ່ສຸດ.

ແປວໄຟນີ້ຈະເຮັດໃຫ້ຕົວຕົນທັງໝົດຂອງເຈົ້າກາຍເປັນຂີ້ເທົ່າ.

ໃນຖານະຂອງຄົນທີ່ບໍ່ມີຊີວິດ

ຄົນທີ່ບໍ່ມີຄຳບໍລິສຸດໜຶ່ງອອນຢູ່ພາຍໃນ

ຄົນທີ່ຍັງຕິດຢູ່ກັບອຸປະນິໄສເດີມທີ່ເສື່ອມຊາມ

ແລະ ຄົນທີ່ບໍ່ສາມາດແມ່ນແຕ່ຈະເຮັດໜ້າທີ່

ໃນການເປັນຄົນຮັບໃຊ້ທີ່ດີ

ເຈົ້າຈະບໍ່ຖືກກຳຈັດໄດ້ແນວໃດ?

ຄົນທີ່ມີຄ່າໜ້ອຍກວ່າໜຶ່ງກີບ ແລະ ຄົນທີ່ບໍ່ມີຊີວິດ

ຈະເປັນປະໂຫຍດຫຍັງສຳລັບພາລະກິດແຫ່ງການເອົາຊະນະ?

ເມື່ອເວລານັ້ນມາເຖິງ

ມື້ຂອງພວກເຈົ້າຈະຍິ່ງຮ້າຍແຮງຫຼາຍກວ່າ

ມື້ຂອງໂນອາ ແລະ ໂຊໂດມ!

ແລ້ວຄຳອະທິຖານຂອງເຈົ້າຈະບໍ່ມີປະໂຫຍດຫຍັງກັບເຈົ້າ.

ເຈົ້າຈະສາມາດກັບຄືນມາ ແລະ ເລີ່ມກັບໃຈໃໝ່ໄດ້ແນວໃດ

ເມື່ອພາລະກິດແຫ່ງຄວາມລອດພົ້ນໄດ້ສິ້ນສຸດລົງແລ້ວ?

ຫຼັງຈາກທີ່ພາລະກິດທັງໝົດແຫ່ງຄວາມລອດພົ້ນ

ຖືກເຮັດໃຫ້ສຳເລັດ, ມັນກໍຈະບໍ່ມີອີກຕໍ່ໄປ

ສິ່ງທີ່ຈະມີຢູ່ກໍຄືການເລີ່ມຕົ້ນຂອງ

ພາລະກິດແຫ່ງການລົງໂທດຄົນທີ່ຊົ່ວຮ້າຍ.

ເຈົ້າຕໍ່ຕ້ານ, ເຈົ້າກະບົດ ແລະ

ເຈົ້າເຮັດສິ່ງຕ່າງໆທີ່ເຈົ້າຮູ້ວ່າເປັນສິ່ງຊົ່ວຮ້າຍ.

ເຈົ້າບໍ່ແມ່ນເປົ້າໝາຍຂອງການລົງໂທດທີ່ຮ້າຍແຮງບໍ?

ເຈົ້າຕໍ່ຕ້ານ, ເຈົ້າກະບົດ ແລະ

ເຈົ້າເຮັດສິ່ງຕ່າງໆທີ່ເຈົ້າຮູ້ວ່າເປັນສິ່ງຊົ່ວຮ້າຍ.

ເຈົ້າບໍ່ແມ່ນເປົ້າໝາຍຂອງການລົງໂທດທີ່ຮ້າຍແຮງບໍ?

ພຣະເຈົ້າກຳລັງສະກົດສິ່ງນີ້ອອກໃຫ້ເຈົ້າເຫັນໃນປັດຈຸບັນ.

ຖ້າເຈົ້າເລືອກທີ່ຈະບໍ່ຟັງ

ແລ້ວເມື່ອໄພພິບັດເກີດຂຶ້ນກັບເຈົ້າໃນເວລາຕໍ່ມາ

ມັນຈະບໍ່ຊ້າເກີນໄປບໍ ຖ້າເຈົ້າພຽງແຕ່ເລີ່ມຮູ້ສຶກເສຍໃຈ

ແລະ ເລີ່ມເຊື່ອໃນຕອນນັ້ນ?

ໃນປັດຈຸບັນ ພຣະເຈົ້າບໍ່ຈື່ການຝ່າຝືນໃນອະດີດຂອງເຈົ້າ

ພຣະເຈົ້າໃຫ້ອະໄພເຈົ້າຄັ້ງແລ້ວຄັ້ງເລົ່າ

ພະຍາຍາມບໍ່ເບິ່ງດ້ານລົບຂອງເຈົ້າ

ແຕ່ເບິ່ງພຽງດ້ານບວກຂອງເຈົ້າ

ແຕ່ເບິ່ງພຽງດ້ານບວກຂອງເຈົ້າ

ເພາະວ່າ ພຣະທຳ ແລະ ພາລະກິດທັງໝົດຂອງພຣະເຈົ້າທີ່

ຢູ່ໃນປັດຈຸບັນແມ່ນຕັ້ງໃຈຊ່ວຍໃຫ້ເຈົ້າລອດພົ້ນ

ແລະ ພຣະເຈົ້າບໍ່ໄດ້ມີເຈດຕະນາທີ່ບໍ່ດີຕໍ່ເຈົ້າ.

ແຕ່ເຈົ້າກໍປະຕິເສດທີ່ຈະເຂົ້າສູ່

ເຈົ້າບໍ່ສາມາດແຍກແຍະສິ່ງທີ່ດີອອກຈາກສິ່ງທີ່ຊົ່ວ

ແລະ ບໍ່ຮູ້ຈັກເຫັນຄຸນຄ່າຄວາມເມດຕາ.

ຄົນປະເພດດັ່ງກ່າວບໍ່ແມ່ນພຽງແຕ່ລໍຖ້າການມາເຖິງ

ຂອງການລົງໂທດ ແລະ ຜົນກຳສະໜອງອັນຊອບທຳບໍ?

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ