ເພງຄຣິດສະຕຽນ “ຄວາມສຸກໃນດິນແດນການາອານທີ່ສົມບູນ”

27 ເດືອນມີນາ 2019

ຄວາມສຸກໃນດິນແດນການາອານທີ່ສົມບູນ

ຂ້ານ້ອຍໄດ້ກັບຄືນສູ່ຄອບຄົວຂອງພຣະເຈົ້າ,

ມີຄວາມສຸກ ແລະ ຕື່ນເຕັ້ນເປັນຢ່າງຍິ່ງ.

ຂ້ານ້ອຍໄດ້ຈັບຜູ້ເປັນທີ່ຮັກຂອງຂ້ານ້ອຍດ້ວຍມື,

ໄດ້ມອບຫົວໃຈຂອງຂ້ານ້ອຍໃຫ້ກັບພຣະອົງແລ້ວ.

ເມື່ອຜ່ານເຫວແຫ່ງຄວາມຮ້ອງໄຫ້,

ຂ້ານ້ອຍໄດ້ເຫັນຄວາມເປັນຕາຮັກຂອງພຣະເຈົ້າ.

ຄວາມຮັກທີ່ຂ້ານ້ອຍມີໃຫ້ພຣະອົງແມ່ນໃກ້ຊິດຂຶ້ນເລື້ອຍໆ;

ຫົວໃຈຂອງຂ້ານ້ອຍມີຄວາມສຸກ ຍ້ອນພຣະອົງ.

ຄວາມສວຍງາມຂອງພຣະເຈົ້າເຮັດໃຫ້ຂ້ານ້ອຍຫຼົງໄຫຼ,

ຫົວໃຈຂອງຂ້ານ້ອຍໃກ້ຊິດກັບພຣະອົງ.

ຂ້ານ້ອຍບໍ່ສາມາດຮັກພຣະເຈົ້າໄດ້ຢ່າງພຽງພໍ,

ເຕັມໄປດ້ວຍບົດເພງທີ່ສັນລະເສີນຢູ່ພາຍໃນ.

ໃນດິນແດນການາອານທີ່ສົມບູນ, ທຸກສິ່ງສົດຊື່ນ ແລະ ມີຊີວິດຊີວາ.

ສິ່ງເຫຼົ້່ານັ້ນແມ່ນ ເຕັມໄປດ້ວຍພາລະກຳລັງ.

ນໍ້າແຫ່ງຊີວິດໄດ້ໄຫຼຈາກພຣະເຈົ້າຕາມຄວາມເປັນຈິງ.

ຂ້ານ້ອຍໄດ້ຮັບການຈັດກຽມແຫ່ງຊີວິດ

ແລະ ມີຄວາມສຸກກັບພຣະພອນຈາກສະຫວັນ.

ຂ້ານ້ອຍໄດ້ມາເຖິງດິນແດນການາອານທີ່ສົມບູນ

ໂດຍບໍ່ຕ້ອງສະແຫວງຫາອີກແລ້ວ.

ມັນຊ່າງມ່ວນຊື່ນແທ້ເດ.

ຄວາມຮັກທີ່ມີໃຫ້ກັບພຣະເຈົ້າໄດ້ເກີດກຳລັງທີ່ບໍ່ມີຈຳກັດ.

ການສັນລະເສີນທີ່ຍິ່ງໃຫຍ່ໄດ້ສະແດງເຖິງຄວາມຮັກ

ທີ່ຢູ່ຂ້າງໃນຂອງພວກເຮົາ.

ຄວາມສວຍງາມຂອງຜູ້ເປັນທີ່ຮັກຂອງຂ້ານ້ອຍ

ໄດ້ຄອບຄອງຫົວໃຈຂອງຂ້ານ້ອຍ;

ນໍ້າຫອມທີ່ມີຄ່າເຮັດໃຫ້ຂ້ານ້ອຍຮັກພຣະອົງຫຼາຍຍິ່ງຂຶ້ນ.

ຄວາມສວຍງາມຂອງຜູ້ເປັນທີ່ຮັກຂອງຂ້ານ້ອຍ

ໄດ້ຄອບຄອງຫົວໃຈຂອງຂ້ານ້ອຍ;

ນໍ້າຫອມທີ່ມີຄ່າເຮັດໃຫ້ຂ້ານ້ອຍຮັກພຣະອົງຫຼາຍຍິ່ງຂຶ້ນ.

ດວງດາວສະແດງໃຫ້ຂ້ານ້ອຍເຫັນຮອຍຍິ້ມ,

ດວງຕາເວັນງຶກຫົວໃຫ້ກັບຂ້ານ້ອຍ.

ຍ້ອນເຕີບໂຕດ້ວຍແສງຕາເວັນ ແລະ ຝົນ,

ໝາກຜົນແຫ່ງຊີວິດກໍເຕີບໃຫຍ່ຢ່າງຮຸນແຮງ.

ພຣະທຳຂອງພຣະເຈົ້າອຸດົມສົມບູນ;

ງານລ້ຽງຂອງພວກເຮົາກໍຫວານຫຼາຍ.

ການຈັດກຽມທີ່ສົມບູນ ແລະ ຫຼວງຫຼາຍຂອງພຣະເຈົ້າ

ໄດ້ເຮັດໃຫ້ພວກເຮົາອີ່ມ ແລະ ເພີ່ມພູນພວກເຮົາ.

ດິນແດນທີ່ສົມບູນນີ້ແມ່ນໂລກແຫ່ງພຣະທຳຂອງພຣະເຈົ້າ;

ການດຳລົງຊີວິດຢູ່ໃນຄວາມຮັກຂອງພຣະອົງເປັນສິ່ງທີ່ມ່ວນຊື່ນຫຼາຍ.

ດິນແດນທີ່ສົມບູນນີ້ແມ່ນໂລກແຫ່ງພຣະທຳຂອງພຣະເຈົ້າ;

ການດຳລົງຊີວິດຢູ່ໃນຄວາມຮັກຂອງພຣະອົງເປັນສິ່ງທີ່ມ່ວນຊື່ນຫຼາຍ.

ພວງໝາກໄມ້ຈະສົ່ງກິ່ນທີ່ຫອມໄປທົ່ວອາກາດ.

ຄົນທີ່ດຳລົງຊີວິດໃນທີ່ນີ້ເປັນເວລາສອງສາມມື້

ຈະຮັກມັນຫຼາຍແທ້ໆ ແລະ ບໍ່ເຕັມໃຈທີ່ຈະຈາກລາ.

ດວງເດືອນທີ່ສົດໃສມອບແສງສະຫວ່າງ;

ຊີວິດຂອງຂ້ານ້ອຍກໍມີຄວາມສຸກຫຼາຍ.

ຜູ້ເປັນທີ່ຮັກຂອງຂ້ານ້ອຍເອີຍ,

ຄວາມເປັນຕາຮັກຂອງພຣະອົງແມ່ນເໜືອຄໍາບັນຍາຍ.

ຫົວໃຈຂອງຂ້ານ້ອຍຮັກພຣະອົງຢ່າງຊື່ນໃຈ;

ຂ້ານ້ອຍຈະບໍ່ເຕັ້ນດ້ວຍຄວາມປິຕິຍິນດີໄດ້ແນວໃດ?

ຫົວໃຈຂອງຂ້ານ້ອຍມີພຣະອົງ;

ຂ້ານ້ອຍຈະຮັກສາພຣະອົງໃຫ້ຢູ່ຂ້າງໆຕະຫຼອດຊີວິດຂອງຂ້ານ້ອຍ.

ຫົວໃຈຂອງຂ້ານ້ອຍຄິດເຖິງພຣະອົງຢູ່ເປັນປະຈຳ

ແລະ ຍັງຄົງມີຄວາມສຸກໝົດມື້ ຍ້ອນຮັກພຣະອົງ.

ຜູ້ເປັນທີ່ຮັກຂອງຂ້ານ້ອຍເອີຍ,

ຂ້ານ້ອຍໄດ້ມອບຄວາມຮັກທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງແລ້ວ.

ຫົວໃຈຂອງຂ້ານ້ອຍຄິດເຖິງພຣະອົງຢູ່ເປັນປະຈຳ

ແລະ ຍັງຄົງມີຄວາມສຸກໝົດມື້ ຍ້ອນຮັກພຣະອົງ.

ຜູ້ເປັນທີ່ຮັກຂອງຂ້ານ້ອຍເອີຍ,

ຂ້ານ້ອຍໄດ້ມອບຄວາມຮັກທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງແລ້ວ.

ຈາກໜັງສື ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ແນະນຳ:

Lao Christian Song l “ພວກເຮົາເຕົ້າໂຮມກັນດ້ວຍຄວາມປິຕິຍິນດີເພື່ອສັນລະເສີນພຣະເຈົ້າ”

https://lo.godfootsteps.org/videos/gather-in-joy-to-praise-God-mv.html

ຟ້າແມບເຫຼື້ອມ ທິດຕາເວັນອອກ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກສ້າງຂຶ້ນເນື່ອງຈາກການປາກົດຕົວ ແລະ ກິດຈະການຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ການກັບມາຄັ້ງທີສອງຂອງພຣະເຍຊູ, ພຣະຄຣິດແຫ່ງຍຸກສຸດທ້າຍ. ຄຣິສຕະຈັກແມ່ນປະກອບມີຜູ້ຄົນທັງໝົດທີ່ຍອມຮັບເອົາກິດຈະການຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ ແລະ ຜູ້ຖືກເອົາຊະນະໃຈ ແລະ ຊ່ວຍໃຫ້ລອດພົ້ນໂດຍພຣະທໍາຂອງພຣະອົງ. ຄຣິສຕະຈັກແມ່ນຖືກກໍ່ຕັ້ງຂຶ້ນໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດເອງ ແລະ ພຣະອົງເປັນຜູ້ນຳພາເໝືອນດັ່ງຄົນລ້ຽງແກະ. ແນ່ນອນວ່າຄຣິສຕະຈັກບໍ່ໄດ້ຖືກສ້າງຂຶ້ນໂດຍມະນຸດ. ພຣະຄຣິດຄືຄວາມຈິງ, ຄືວິທີທາງ ແລະ ຄືຊີວິດ. ແກະຂອງພຣະເຈົ້າໄດ້ຍິນສຽງຂອງພຣະເຈົ້າ. ເມື່ອທ່ານອ່ານພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ທ່ານຈະເຫັນວ່າພຣະເຈົ້າໄດ້ປາກົດຕົວແລ້ວ.

ພວກເຮົາຍິນດີໃຫ້ທ່ານດາວໂຫຼດແອັບຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ.

ຄຳຖະແຫຼງພິເສດ: ວິດີໂອນີ້ຖືກສ້າງຂຶ້ນເປັນເນື້ອຫາທີ່ບໍ່ຫວັງຜົນກຳໄລ ໂດຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນັກສະແດງທີ່ປາກົດໃນວິດີໂອນີ້ກຳລັງສະແດງແບບບໍ່ຫວັງຜົນກຳໄລ ແລະ ບໍ່ໄດ້ຮັບຄ່າຈ້າງໃດໆ. ວິດີໂອນີ້ຈະບໍ່ອະນຸດຍາດໃຫ້ແຈກຢາຍຕໍ່ໃຫ້ພາກສ່ວນທີສາມເພື່ອຫວັງຜົນກຳໄລໃດໆທັງສິ້ນ; ພວກເຮົາຫວັງວ່າທຸກຄົນຈະແບ່ງປັນ ແລະ ແຈກຢາຍມັນໂດຍບໍ່ຄິດຄ່າ. ກະລຸນາໃຫ້ເຄຣດິດແກ່ແຫຼ່ງຂໍ້ມູນໃນເວລາແຈກຢາຍມັນ. ໂດຍບໍ່ມີການຍິນຍອມເຫັນດີນໍາຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ບໍ່ມີອົງການ, ກຸ່ມສັງຄົມ ຫຼື ບຸກຄົນໃດຈະສາມາດປ່ຽນແປງ ຫຼື ບິດເບືອນເນື້ອຫາຂອງວິດີໂອນີ້ໄດ້.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ