ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 131
01 ເດືອນກັນຍາ 2025
ໃນເມື່ອພຣະເຈົ້າເປັນຜູ້ຍິ່ງໃຫຍ່ທົ່ວທັງຈັກກະວານ ແລະ ໃນອານາຈັກເບື້ອງເທິງ, ແລ້ວພຣະອົງຈະອະທິບາຍທັງໝົດກ່ຽວກັບພຣະອົງເອງໂດຍໃຊ້ພາບຫຼັກຂອງເນື້ອໜັງເທົ່ານັ້ນບໍ? ພຣະເຈົ້າເຂົ້າສວມໃສ່ເນື້ອໜັງນີ້ເພື່ອປະຕິບັດພາລະກິດຂັ້ນຕອນໜຶ່ງຂອງພຣະອົງເທົ່ານັ້ນ. ບໍ່ມີຄວາມໝາຍໃດໆທີ່ສະເພາະຕໍ່ພາບຫຼັກຂອງເນື້ອໜັງນີ້, ມັນບໍ່ມີສ່ວນກ່ຽວຂ້ອງກັບຍຸກທີ່ຜ່ານມາ ຫຼື ບໍ່ມີຫຍັງກ່ຽວພັນກັບອຸປະນິໄສຂອງພຣະເຈົ້າ. ເປັນຫຍັງພຣະເຢຊູຈຶ່ງບໍ່ຍອມໃຫ້ພາບຫຼັກຂອງພຣະອົງຍັງຄົງຢູ່? ເປັນຫຍັງພຣະອົງຈຶ່ງບໍ່ໃຫ້ມະນຸດແຕ້ມຮູບພາບຂອງພຣະອົງ ເພື່ອສິ່ງນັ້ນຈະຖ່າຍທອດໄປສູ່ລຸ້ນຕໍ່ໆໄປ? ເປັນຫຍັງພຣະອົງຈຶ່ງບໍ່ຍອມໃຫ້ຜູ້ຄົນຮັບຮູ້ວ່າ ພາບຫຼັກຂອງພຣະອົງເປັນພາບຫຼັກຂອງພຣະເຈົ້າ? ເຖິງແມ່ນລັກສະນະຂອງມະນຸດຖືກສ້າງໃນພາບຫຼັກຂອງພຣະເຈົ້າ, ມັນເປັນໄປໄດ້ບໍທີ່ຈະໃຫ້ຮູບຮ່າງຂອງມະນຸດເປັນຕົວແທນໃຫ້ກັບພາບຫຼັກອັນສູງສົ່ງຂອງພຣະເຈົ້າ? ເມື່ອພຣະເຈົ້າກາຍມາເປັນມະນຸດ, ພຣະອົງສະເດັດລົງຈາກສະຫວັນມາສູ່ເນື້ອໜັງສະເພາະໃດໜຶ່ງເທົ່ານັ້ນ. ເປັນພຣະວິນຍານຂອງພຣະອົງທີ່ລົງມາສູ່ເນື້ອໜັງ ເຊິ່ງວິທີທີ່ພຣະອົງປະຕິບັດພາລະກິດຂອງພຣະວິນຍານ. ເປັນພຣະວິນຍານທີ່ປາກົດຕົວໃນເນື້ອໜັງ ແລະ ເປັນພຣະວິນຍານທີ່ປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງ. ພາລະກິດທີ່ກະທຳໃນເນື້ອໜັງເປັນຕົວແທນຢ່າງສົມບູນໃຫ້ກັບພຣະວິນຍານ ແລະ ເນື້ອໜັງແມ່ນເພື່ອພາລະກິດ, ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພາບລັກສະນະຂອງເນື້ອໜັງເປັນຕົວແທນໃຫ້ກັບພາບຫຼັກອັນແທ້ຈິງຂອງພຣະເຈົ້າໄດ້; ນີ້ບໍ່ແມ່ນເປົ້າໝາຍ ຫຼື ຄວາມສຳຄັນຂອງພຣະເຈົ້າທີ່ກາຍມາເປັນມະນຸດ. ພຣະອົງກາຍມາເປັນມະນຸດເພື່ອວ່າພຣະວິນຍານຈະພົບສະຖານທີ່ເພື່ອອາໄສຢູ່ເຊິ່ງສອດຄ່ອງກັບການປະຕິບັດພາລະກິດຂອງພຣະອົງ, ຍິ່ງໄປກວ່ານັ້ນກໍ່ເພື່ອບັນລຸພາລະກິດຂອງພຣະອົງໃນເນື້ອໜັງ, ເພື່ອວ່າຜູ້ຄົນຈະສາມາດເຫັນການກະທຳຂອງພຣະອົງ, ເຂົ້າໃຈອຸປະນິໄສຂອງພຣະອົງ, ໄດ້ຍິນພຣະທຳຂອງພຣະອົງ ແລະ ຮູ້ຄວາມອັດສະຈັນຂອງພາລະກິດຂອງພຣະອົງ. ພຣະນາມຂອງພຣະອົງເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະອົງ, ພາລະກິດຂອງພຣະອົງເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງ, ແຕ່ພຣະອົງບໍ່ເຄີຍເວົ້າຈັກເທື່ອວ່າ ຮູບຮ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງເປັນຕົວແທນໃຫ້ກັບພາບຫຼັກຂອງພຣະອົງ; ນັ້ນເປັນພຽງຄວາມຄິດຂອງມະນຸດ. ດ້ວຍເຫດນັ້ນ ລັກສະນະທີ່ສຳຄັນຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນພຣະນາມຂອງພຣະອົງ, ພາລະກິດຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ເພດຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນນໍາໃຊ້ເພື່ອເປັນຕົວແທນໃຫ້ກັບການຄຸ້ມຄອງຂອງພຣະອົງໃນຍຸກນີ້. ການປາກົດຕົວໃນເນື້ອໜັງຂອງພຣະອົງບໍ່ມີສ່ວນກ່ຽວຂ້ອງຫຍັງກັບການຄຸ້ມຄອງຂອງພຣະອົງ, ເປັນພຽງແຕ່ເພື່ອເຫັນແກ່ພາລະກິດຂອງພຣະອົງໃນເວລານັ້ນ. ເຖິງຢ່າງໃດກໍຕາມ ມັນເປັນໄປບໍ່ໄດ້ສຳລັບພຣະເຈົ້າຜູ້ຊົງບັງເກີດເປັນມະນຸດທີ່ຈະບໍ່ມີຮູບຮ່າງໂດຍສະເພາະ, ດ້ວຍເຫດນັ້ນ ພຣະອົງຈຶ່ງເລືອກເອົາຄອບຄົວທີ່ເໝາະສົມເພື່ອກຳນົດເປັນຮູບຮ່າງຂອງພຣະອົງ. ຖ້າຮູບຮ່າງຂອງພຣະເຈົ້າມີຄວາມສຳຄັນໃນການເປັນຕົວແທນຂອງພຣະອົງ, ແລ້ວທຸກຄົນທີ່ມີພາບລັກສະນະໃບໜ້າທີ່ຄ້າຍຄືກັບພຣະອົງແມ່ນເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດ. ສິ່ງນັ້ນຈະບໍ່ແມ່ນຂໍ້ຜິດພາດທີ່ຮ້າຍແຮງທີ່ສຸດບໍ? ຮູບພາບຂອງພຣະເຢຊູແມ່ນຖືກແຕ້ມໂດຍມະນຸດເພື່ອວ່າ ມະນຸດຈະໄດ້ນະມັດສະການພຣະອົງ. ໃນເວລານັ້ນ, ພຣະວິນຍານບໍລິສຸດບໍ່ໄດ້ໃຫ້ຄຳສັ່ງທີ່ພິເສດໃດໆ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງສືບຕໍ່ໃຊ້ພາບວາດທີ່ຈິນຕະນາການຂຶ້ນມານັ້ນຈົນເຖິງປັດຈຸບັນ. ໃນຄວາມຈິງແລ້ວ, ອີງຕາມຄວາມຕັ້ງໃຈດັ່ງເດີມຂອງພຣະເຈົ້າ, ມະນຸດບໍ່ຄວນເຮັດແບບນີ້. ມັນເປັນພຽງຄວາມກະຕືລືລົ້ນຂອງມະນຸດເທົ່ານັ້ນທີ່ເຮັດໃຫ້ພາບວາດຂອງພຣະເຢຊູຍັງຄົງຢູ່ຈົນເຖິງປັດຈຸບັນ. ພຣະເຈົ້າເປັນພຣະວິນຍານ ແລະ ມະນຸດຈະບໍ່ສາມາດເຂົ້າໃຈວ່າ ພາບລັກສະນະຂອງພຣະອົງເປັນແບບໃດ. ອຸປະນິໄສຂອງພຣະອົງເທົ່ານັ້ນທີ່ສາມາດເປັນຕົວແທນພາບລັກສະນະຂອງພຣະອົງໄດ້. ສຳລັບຮູບຮ່າງດັງຂອງພຣະອົງ, ປາກຂອງພຣະອົງ, ຕາຂອງພຣະອົງ ແລະ ຜົມຂອງພຣະອົງແລ້ວ, ສິ່ງເຫຼົ່ານີ້ແມ່ນຢູ່ນອກເໜືອຄວາມສາມາດເຂົ້າໃຈຂອງເຈົ້າ. ເມື່ອການເປີດເຜີຍມາເຖິງໂຢຮັນ, ລາວໄດ້ເຫັນພາບລັກສະນະຂອງບຸດມະນຸດ ນັ້ນກໍຄື: ມີດາບສອງຄົມອອກຈາກປາກຂອງພຣະອົງ, ຕາຂອງພຣະອົງເປັນເໝືອນກັບແປວໄຟ, ຫົວ ແລະ ຜົມຂອງພຣະອົງເປັນສີຂາວເໝືອນກັບຂົນແກະ, ຕີນຂອງພຣະອົງເໝືອນກັບທອງແດງທີ່ຖືກຫຼອມ ແລະ ມີຜ້າບ່ຽງຄຳອ້ອມເອິກຂອງພຣະອົງ. ເຖິງແມ່ນຄຳເວົ້າຂອງລາວຈະແຈ່ມແຈ້ງທີ່ສຸດ, ພາບລັກສະນະຂອງພຣະເຈົ້າທີ່ລາວບັນລະຍາຍບໍ່ແມ່ນພາບລັກສະນະຂອງສິ່ງທີ່ຖືກສ້າງ. ສິ່ງທີ່ລາວເຫັນເປັນພຽງນິມິດ ແລະ ບໍ່ແມ່ນພາບລັກສະນະຂອງບຸກຄົນຈາກໂລກນີ້ເລີຍ. ໂຢຮັນໄດ້ເຫັນນິມິດ, ແຕ່ລາວບໍ່ໄດ້ເຫັນຮູບຮ່າງທີ່ແທ້ຈິງຂອງພຣະເຈົ້າ. ພາບລັກສະນະຂອງເນື້ອໜັງໃນການເປັນມະນຸດຂອງພຣະເຈົ້າ ເຊິ່ງເປັນພາບລັກສະນະຂອງສິ່ງທີ່ຖືກສ້າງ ແມ່ນບໍ່ສາມາດເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າທັງໝົດໄດ້. ເມື່ອພຣະເຢໂຮວາສ້າງມະນຸດຊາດ, ພຣະອົງກ່າວວ່າ ພຣະອົງສ້າງໃນລັກສະນະຂອງພຣະອົງເອງ ແລະ ສ້າງຜູ້ຊາຍ ແລະ ຜູ້ຍິງ. ໃນເວລານັ້ນ, ພຣະອົງກ່າວວ່າ ພຣະອົງສ້າງຜູ້ຊາຍ ແລະ ຜູ້ຍິງໃນລັກສະນະຂອງພຣະອົງ. ເຖິງແມ່ນພາບລັກຂອງມະນຸດຄ້າຍຄືກັບພາບລັກຂອງພຣະເຈົ້າ, ສິ່ງນີ້ກໍບໍ່ສາມາດຕີຄວາມໝາຍໄດ້ວ່າ ຮູບຮ່າງຂອງມະນຸດແມ່ນພາບລັກຂອງພຣະເຈົ້າ. ເຈົ້າບໍ່ສາມາດໃຊ້ພາສາຂອງມະນຸດຊາດເພື່ອສະຫຼຸບພາບລັກຂອງພຣະເຈົ້າໄດ້ຢ່າງສົມບູນ ຍ້ອນພຣະເຈົ້າສູງສົ່ງຫຼາຍ, ຍິ່ງໃຫຍ່ຫຼາຍ, ອັດສະຈັນຫຼາຍ ແລະ ບໍ່ສາມາດຢັ່ງເຖິງໄດ້!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ