ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 132

04 ເດືອນມັງກອນ 2026

ໃນຄັ້ງນີ້, ພຣະເຈົ້າໄດ້ມາເພື່ອດໍາເນີນພາລະກິດ ບໍ່ແມ່ນໃນຮ່າງກາຍຝ່າຍພຣະວິນຍານ ແຕ່ໃນຮ່າງກາຍທີ່ທໍາມະດາຫຼາຍ. ຍິ່ງໄປກວ່ານັ້ນ, ມັນບໍ່ແມ່ນເປັນພຽງຮ່າງກາຍຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າເທົ່ານັ້ນ, ມັນຍັງເປັນຮ່າງກາຍທີ່ພຣະອົງກັບຄືນມາສູ່ເນື້ອໜັງ. ມັນເປັນຮ່າງກາຍທີ່ທຳມະດາຫຼາຍ. ເຈົ້າບໍ່ສາມາດເຫັນແມ່ນຫຍັງກໍ່ຕາມທີ່ເຮັດໃຫ້ພຣະອົງໂດດເດັ່ນຈາກຄົນອື່ນ, ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ເນື້ອໜັງທີ່ບໍ່ສຳຄັນນີ້ເປັນສິ່ງທີ່ຮ່າງກາຍຂອງພຣະທຳແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ, ດຳເນີນພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ສະແດງອຸປະນິໄສທັງໝົດຂອງພຣະເຈົ້າເພື່ອໃຫ້ມະນຸດໄດ້ເຂົ້າໃຈ. ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຫັນພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຂົ້າໃຈພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ໄດ້ປາຖະໜາຢ່າງຍິ່ງທີ່ຈະເຫັນຈຸດໝາຍປາຍທາງຂອງມະນຸດຊາດບໍ? ພຣະອົງຈະບອກຄວາມລັບທັງໝົດນີ້ໃຫ້ແກ່ເຈົ້າ ເຊິ່ງເປັນຄວາມລັບທີ່ບໍ່ມີມະນຸດຄົນໃດສາມາດບອກເຈົ້າ ແລະ ພຣະອົງຍັງຈະບອກເຈົ້າກ່ຽວກັບຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ. ພຣະອົງຄືປະຕູຂອງເຈົ້າສູ່ອານາຈັກ ແລະ ຜູ້ນໍາທາງຂອງເຈົ້າສູ່ຍຸກໃໝ່. ເນື້ອໜັງທີ່ທຳມະດາດັ່ງກ່າວມີຄວາມເລິກລັບຫຼາຍຢ່າງທີ່ບໍ່ສາມາດຢັ່ງເຖິງໄດ້. ເຈົ້າອາດບໍ່ຢັ່ງເຖິງການກະທຳຂອງພຣະອົງໄດ້, ແຕ່ເປົ້າໝາຍທັງໝົດໃນພາລະກິດທີ່ພຣະອົງເຮັດກໍ່ພຽງພໍທີ່ຈະເຮັດໃຫ້ເຈົ້າເຫັນວ່າພຣະອົງບໍ່ໄດ້ເປັນເນື້ອໜັງທີ່ທຳມະດາດັ່ງທີ່ຜູ້ຄົນເຊື່ອ. ຍ້ອນພຣະອົງເປັນຕົວແທນໃຫ້ແກ່ເຈດຕະນາຂອງພຣະເຈົ້າ ແລະ ການດູແລທີ່ພຣະເຈົ້າສະແດງອອກຕໍ່ມະນຸດຊາດໃນຍຸກສຸດທ້າຍ. ເຖິງແມ່ນວ່າເຈົ້າບໍ່ສາມາດໄດ້ຍິນ, ພຣະທຳຂອງພຣະອົງກໍ່ເບິ່ງຄືກັບວ່າກຳລັງສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ, ເຖິງແມ່ນວ່າເຈົ້າບໍ່ສາມາດເຫັນສາຍຕາຂອງພຣະອົງເປັນແຟວໄຟ ແລະ ເຖິງແມ່ນວ່າເຈົ້າບໍ່ສາມາດຮັບເອົາການລົງວິໄນຈາກທ່ອນເຫຼັກຂອງພຣະອົງ, ເຖິງແມ່ນວ່າເຈົ້າສາມາດໄດ້ຍິນຈາກພຣະທຳຂອງພຣະອົງວ່າພຣະເຈົ້າໂກດຮ້າຍ ແລະ ຮູ້ວ່າພຣະເຈົ້າກຳລັງສະແດງຄວາມສົງໄສສຳລັບມະນຸດຊາດ; ເຈົ້າສາມາດເຫັນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າຮັບຮູ້ເຖິງຄວາມຫ່ວງໃຍຂອງພຣະເຈົ້າສຳລັບມະນຸດຊາດທັງປວງ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນການອະນຸຍາດໃຫ້ມະນຸດເຫັນພຣະເຈົ້າໃນສະຫວັນທີ່ດໍາລົງຊີວິດຢູ່ທ່າມກາງມະນຸດເທິງໂລກ ແລະ ເຮັດໃຫ້ມະນຸດສາມາດຮູ້ຈັກ, ອ່ອນນ້ອມ, ຢໍາເກງ ແລະ ຮັກພຣະເຈົ້າ. ນີ້ຄືເຫດຜົນທີ່ພຣະອົງໄດ້ກັບຄືນມາເປັນເນື້ອໜັງເປັນຄັ້ງທີສອງ. ເຖິງແມ່ນວ່າສິ່ງທີ່ມະນຸດເຫັນໃນມື້ນີ້ຄືພຣະເຈົ້າທີ່ເປັນຄືກັນກັບມະນຸດ, ພຣະເຈົ້າທີ່ມີດັງ ແລະ ຕາສອງເບື້ອງ ແລະ ເປັນພຣະເຈົ້າທີ່ບໍ່ໄດ້ໂດດເດັ່ນ, ໃນທີ່ສຸດແລ້ວ ພຣະເຈົ້າກໍ່ຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າມະນຸດຄົນນີ້ບໍ່ມີຊີວິດຢູ່, ສະຫວັນ ແລະ ໂລກກໍ່ຈະຜ່ານການປ່ຽນແປງຢ່າງໃຫຍ່ຫຼວງ; ຖ້າມະນຸດຄົນນີ້ບໍ່ມີຊີວິດຢູ່, ສະຫວັນກໍ່ຈະມົວລົງ, ໂລກກໍ່ຈະຈົມລົງສູ່ຄວາມວຸ້ນວາຍ ແລະ ມະນຸດຊາດທັງປວງກໍ່ຈະດຳລົງຊີວິດທ່າມກາງໄພອຶດຢາກ ແລະ ໂຣກລະບາດ. ພຣະອົງກໍ່ຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມາເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນໃນຍຸກສຸດທ້າຍ, ແລ້ວພຣະເຈົ້າຄົງຈະທຳລາຍມະນຸດຊາດທັງປວງໃນນະຮົກຕັ້ງແຕ່ດົນມາແລ້ວ; ຖ້າເນື້ອໜັງນີ້ບໍ່ມີຢູ່, ແລ້ວພວກເຈົ້າກໍ່ຈະເປັນຄົນບາບໜາຕະຫຼອດໄປ ແລະ ພວກເຈົ້າຈະເປັນຊາກສົບຕະຫຼອດໄປ. ພວກເຈົ້າຄວນຮູ້ໄວ້ວ່າ ຖ້າເນື້ອໜັງນີ້ບໍ່ມີຊີວິດຢູ່, ມະນຸດຊາດທັງປວງກໍ່ຈະປະສົບກັບຄວາມຫາຍະນະທີ່ບໍ່ສາມາດຫຼົບຫຼີກໄດ້ ແລະ ພົບວ່າມັນເປັນໄປບໍ່ໄດ້ທີ່ຈະຫຼົບໜີການລົງໂທດທີ່ຮ້າຍແຮງຍິ່ງຂຶ້ນທີ່ພຣະເຈົ້າຕັດສິນໃຫ້ເກີດຂຶ້ນຕໍ່ມະນຸດຊາດໃນຍຸກສຸດທ້າຍ. ຖ້າເນື້ອໜັງທີ່ທຳມະດານີ້ບໍ່ໄດ້ກຳເນີດ, ພວກເຈົ້າທຸກຄົນກໍ່ຈະຢູ່ໃນສະພາວະທີ່ພວກເຈົ້າຂໍຊີວິດ ໂດຍທີ່ບໍ່ສາມາດດຳລົງຊີວິດ ແລະ ອະທິຖານຫາຄວາມຕາຍໂດຍທີ່ບໍ່ສາມາດຕາຍ; ຖ້າເນື້ອໜັງນີ້ບໍ່ມີຊີວິດຢູ່, ແລ້ວພວກເຈົ້າກໍ່ຈະບໍ່ສາມາດຮັບເອົາຄວາມຈິງ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າໃນມື້ນີ້ ແຕ່ກົງກັນຂ້າມ ພວກເຈົ້າຈະຖືກພຣະເຈົ້າລົງໂທດ ຍ້ອນຄວາມຜິດບາບທີ່ຮ້າຍແຮງຂອງພວກເຈົ້າ. ພວກເຈົ້າຮູ້ບໍວ່າ ຖ້າບໍ່ແມ່ນຍ້ອນການທີ່ພຣະເຈົ້າກັບຄືນມາສູ່ເນື້ອໜັງ, ບໍ່ມີຜູ້ໃດຈະມີໂອກາດໄດ້ຮັບຄວາມລອດພົ້ນ; ແລະ ຖ້າບໍ່ແມ່ນຍ້ອນການມາເຖິງຂອງເນື້ອໜັງນີ້, ພຣະເຈົ້າກໍ່ຈະນໍາການສິ້ນສຸດມາສູ່ຍຸກເດີມຕັ້ງແຕ່ດົນແລ້ວ? ເມື່ອເປັນແບບນີ້, ພວກເຈົ້າຍັງສາມາດປະຕິບັດການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າບໍ? ຍ້ອນພວກເຈົ້າສາມາດໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກມະນຸດທີ່ທຳມະດາຄົນນີ້, ເປັນຫຍັງພວກເຈົ້າຈຶ່ງບໍ່ຍອມຮັບພຣະອົງຢ່າງຍິນດີ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ